ທ່ານພັນຄໍາ ວິພາວັນ ລັດຖະມົນຕີແລະເລຂາພັກກະຊວງສຶກສາ ແລະກິລາຖະແຫລງ
ຢືນຢັນວ່າ ເປົ້າໝາຍສໍາຄັນຂອງແຜນຍຸດທະສາດການປະຕິຮູບການສຶກສາແຫ່ງຊາດ
ຈາກປັດຈຸບັນເຖິງປີ 2015 ກໍຄື ການຂະຫຍາຍໂອກາດທາງດ້ານການສຶກສາ ເພື່ອຄົນ
ລາວທຸກຄົນ ໂດຍສະເພາະແມ່ນການຂະຫຍາຍໂອກາດດ້ານການສຶກສາ ໄປສູ່ເຂດຊົນ
ນະບົດໃຫ້ໄດ້ຢ່າງທົ່ວເຖິງ ໃນທົ່ວປະເທດ ລວມທັງຍັງຈະພັດທະນາການສຶກສາໃນລາວ
ໃຫ້ມີຄຸນນະພາບທີ່ໄດ້ມາດຕະຖານດຽວກັນກັບປະເທດສະມາຊິກໃນກຸ່ມອາຊ່ຽນນໍາ
ກັນອີກດ້ວຍ.
ສໍາລັບການຈັດຕັ້ງປະຕິບັດ ໃນພາກຕົວຈິງ ທີ່ຈະເຮັດໃຫ້ທາງການລາວ ສາມາດບັນລຸ
ເປົ້າໝາຍ ທີ່ວາງໄວ້ດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ທ່ານພັນຄໍາ ກໍໄດ້ເນັ້ນຢໍ້າວ່າ ຈະສືບຕໍ່
ດໍາເນີນການປະຕິຮູບລະບົບການສຶກສາໄລຍະທີ 2 ທີ່ຮັບປະກັນ 3 ລັກສະນະຂອງ
ການສຶກສາ ຊຶ່ງກໍຄື ລັກສະນະຊາດ, ລັກສະນະວິທະຍາສາດທັນສະໄໝ ແລະລັກສະ
ນະມະຫາຊົນ ເພື່ອຮັບປະກັນໃຫ້ໄດ້ຕາມ 5 ຫລັກມຸ້ງຂອງການສຶກສາ ຄືຄຸນສົມບັດ
ສຶກສາ ປັນຍາສຶກສາ ສິນລະປະສຶກສາ ພາລະສຶກສາ ແລະແຮງງານສຶກສາ, ປະຕິ
ບັດໃຫ້ໄດ້ວິໄສທັດທີ່ວ່າ ສ້າງຄູເພື່ອສ້າງຄົນ ແລະສ້າງຄົນເພື່ອສ້າງຊາດ.
ແຕ່ຢ່າງໃດກໍຕາມທ່ານພັນຄໍາ
ກໍຍອມຮັບວ່າ ການທີ່ຈະ
ເຮັດໃຫ້ບັນລຸເປົ້າໝາຍທີ່ວາງ
ໄວ້ດັ່ງກ່າວນັ້ນກໍບໍ່ແມ່ນເລື້ອງ
ງ່າຍຄືກັນ ເນື່ອງຈາກວ່າ
ການພັດທະນາການສຶກສາ
ຂອງລາວ ໃນປັດຈຸບັນນີ້
ບໍ່ພຽງແຕ່ຈະຕ້ອງປະສົບກັບ
ບັນຫາຄຸນນະພາບການສຶກ
ສາທີ່ຕໍ່າຫລາຍເທົ່ານັ້ນ ຫາກ
ແຕ່ສະພາບແວດລ້ອມທາງສັງ
ຄົມ ໂດຍສະເພາະແມ່ນປະກົດ
ການຫຍໍ້ທໍ້ທາງສັງຄົມນັ້ນ ກໍ
ນັບວ່າເປັນບັນຫານຶ່ງ ທີ່ໄດ້
ສົ່ງຜົນກະທົບຕໍ່ການປະຕິຮູບ ການສຶກສາໃນລາວອີກດ້ວຍເຊັ່ນກັນ ດັ່ງທີ່ທ່ານພັນຄໍາ
ໄດ້ຊີ້ແຈງໃນຕອນນຶ່ງວ່າ:
“ການອະນຸຍາດຕັ້ງຮ້ານກິນດື່ມ ຮ້ານເຫລົ້າ ຮ້ານເບຍ ຮ້ານບັນເທິງ ປ້າຍໂຄສະ
ນາ ບໍ່ຄໍານຶງເຖິງ ສະຖານທີ່ ການສຶກສາ ອັນນີ້ກໍອັນຕະລາຍ ທໍາມະດ່ ໂຮງຮຽນ
ມັນຕ້ອງມີສະມາທິ ໃນການສອນ ການຮຽນ ເພິ່ນຜັດເອົາ ສໍາມະເລເທເມົາ
ເຮຮາຟ້າລັ່ນ ຊຸມນີ້ ໄດ້ອ້ອມຢູ່ ອັນນີ້ ນັບທັງເປັນຈຸດອ່ອນຂອງຂະແໜງການ
ສຶກສາ ແລະຂອງອົງການປົກຄອງທ້ອງຖິ່ນ.”
ໃນປັດຈຸບັນນີ້ ເຖິງແມ່ນວ່າ ລາວຈະມີໂຮງຮຽນປະຖົມຢູ່ເຖິງ 94% ຂອງຈໍານວນໝູ່ບ້ານ
ທັງໝົດໃນທົ່ວປະເທດ ແລະຊຶ່ງເຮັດໃຫ້ 91.6% ຂອງເດັກນ້ອຍໃນໄວຮຽນທັງໝົດ ມີ
ໂອກາດໄດ້ຮຽນໜັງສືໃນລະດັບປະຖົມ ແລະສ່ວນ 68% ກໍໄດ້ຮຽນຈົນຈົບມັດທະຍົມ
ຕົ້ນກໍຕາມ ຫາກແຕ່ວ່າ ໂອກາດໃນການໄດ້ຮຽນລະດັບມັດທະຍົມປາຍ ແລະລະດັບ
ປະລິນຍາຕີນັ້ນ ກໍຍັງຄົງມີອັດຕາສະເລ່ຍທີ່ຕໍ່າຫລາຍ ໂດຍສະເພາະແມ່ນໃນລະດັບ
ປລິນຍາຕີນັ້ນ ມີຄົນລາວບໍ່ເຖິງ 1% ຂອງປະຊາກອນລາວໃນທົ່ວປະເທດ ທີ່ມີໂອກາດ
ໄດ້ຮຽນ ກັບຍັງທັງປາກົດວ່າ ມີຄຸນນະພາບການສຶກສາໃນລະດັບທີ່ຕໍ່າອີກດ້ວຍ ເມື່ອ
ທຽບໃສ່ກັບປະເທດສະມາຊິກ ໃນກຸ່ມອາຊຽນດ້ວຍກັນ.
ຍິ່ງໄປກວ່ານັ້ນ ການທີ່ທາງການລາວໄດ້ດໍາ
ເນີນການປະຕິຮູບທາງດ້ານການສຶກສາ
ດ້ວຍການເພີ່ມປີຮຽນສໍາລັບຂັ້ນມັດທະຍົມ
ຕົ້ນຂຶ້ນອີກ 1 ປີ ຊຶ່ງກໍເປັນຜົນເຮັດໃຫ້ການ
ຮຽນໃນລະດັບມັດທະຍົມຕົ້ນ ຈະຕ້ອງໃຊ້
ເວລາເພີ່ມຂຶ້ນຈາກເດີມ 3 ປີ ເປັນ 4 ປີ.
ສ່ວນການຮຽນໃນລະດັບປະຖົມ ກໍຍັງຄົງ
ຕ້ອງໃຊ້ເວລາ 5 ປີ ແລະມັດທະຍົມປາຍ
3 ປີ ເຊັ່ນເດີມນັ້ນ ກໍຍັງມີຄວາມແຕກຕ່າງ
ກັບປະເທດອື່ນໆໃນກຸ່ມອາຊ່ຽນດ້ວຍກັນ
ເພາະວ່າໃນລະດັບປະຖົມນັ້ນ ປະເທດສ່ວນໃຫຍ່ຈະມີການຮຽນ-ການສອນເປັນເວລາ
6 ປີ ຫາກແຕ່ຢູ່ໃນລາວກໍຍັງຄົງເປັນ 5 ປີ ເຊັ່ນເດີມ ທັງນີ້ມີສາເຫດມາຈາກຂໍ້ຈໍາກັດ
ດ້ານງົບປະມານຂອງລັດຖະບານລາວນັ້ນເອງ.
ຊຶ່ງການຂາດແຄນທາງດ້ານງົບປະມານດັ່ງກ່າວ ກໍຍັງເຮັດໃຫ້ການພັດທະນາດ້ານການ
ສຶກສາມີຄວາມແຕກໂຕນກັນຢ່າງຫລວງຫລາຍ ລະຫວ່າງເຂດໃນເມືອງກັບເຂດຊົນນະບົດ
ທັງນີ້ກໍເນື່ອງຈາກວ່າ ງົບປະມານສໍາລັບພັດທະນາການສຶກສາ ຍັງຄົງບໍ່ຕົກໄປເຖິງເຂດ
ຊົນນະບົດຢ່າງແທ້ຈິງ. ເຖິງແມ່ນວ່າ ໃນໄລຍະ 5 ປີທີ່ຜ່ານມາ ສະພາແຫ່ງຊາດຈຶ່ງໄດ້ອະ
ນຸມັດງົບປະມານໃຫ້ແກ່ການພັດທະນາການສຶກສາໃຫ້ໃນອັດຕາສ່ວນ 18% ຂອງງົບປະ
ມານລາຍຈ່າຍທັງໝົດ ໃນແຕ່ລະປີ ກໍຕາມ ແຕ່ ລັດຖະບານລາວສາມາດປະຕິບັດຕົວຈິງ
ໄດ້ພຽງແຕ່ 15% ເທົ່ານັ້ນ.