ທ່ານພັນຄໍາ ວິພາວັນ ລັດຖະມົນຕີ ແລະເລຂາພັກກະຊວງສຶກສາ ແລະກິລາ ຖະແຫລງ
ຢືນຢັນວ່າ ເປົ້າໝາຍສໍາຄັນຂອງແຜນຍຸດທະສາດ ການປະຕິຮູບການສຶກສາແຫ່ງຊາດ
ຈາກປັດຈຸບັນເຖິງປີ 2015 ກໍຄືການຂະຫຍາຍໂອກາດທາງດ້ານການສຶກສາກ ເພື່ອຄົນ
ລາວທຸກຄົນ ໂດຍສະເພາະແມ່ນການຂະຫຍາຍໂອກາດໄປສູ່ການສຶກສາໃນເຂດຊົນນະ
ບົດໃຫ້ໄດ້ຢ່າງທົ່ວເຖິງ ໃນທົ່ວປະເທດ ລວມທັງຍັງຈະພັດທະນາ ການສຶກສາໃນລາວ ໃຫ້ມີຄຸນນະພາບທີ່ໄດ້ມາດຕະຖານ ດຽວກັນກັບປະເທດສະມາຊິກໃນກຸ່ມອາຊຽນນໍາ
ກັນອີກດ້ວຍ.
ສໍາລັບການຈັດຕັ້ງປະຕິບັດໃນພາກຕົວຈິງ ທີ່ຈະເຮັດໃຫ້ທາງການລາວ ສາມາດບັນລຸ ເປົ້າໝາຍທີ່ວາງໄວ້ດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ທ່ານພັນຄໍາ ກໍໄດ້ຖະແຫລງເນັ້ນຢໍ້າໃນ
ຕອນນຶ່ງວ່າ:
“ຈະສືບຕໍ່ດໍາເນີນການປະຕິຮູບ ລະບົບການສຶກສາ
ໄລຍະທີ 2 ຢ່າງເຖິງຖອງ ຮັບປະກັນ 3 ລັກສະນະ
ການສຶກສາຂອງພັກ ຄືລັກສະນະຊາດ, ລັກສະນະ
ວິທະຍາສາດທັນສະໄໝ ແລະລັກສະນະມະຫາຊົນ,
ຮັບປະກັນໃຫ້ໄດ້ຕາມ 5 ຫລັກມຸ້ງຂອງການສຶກ
ສາຂອງພັກ ຄືຄຸນສົມບັດການສຶກສາ ປັນຍາສຶກ
ສາ ສິນລະປະສຶກສາ ພົນລະສຶກສາ ແລະແຮງງານ
ສຶກສາ, ປະຕິບັດໃຫ້ໄດ້ວິໃສທັດທີ່ວ່າ ສ້າງຄູເພື່ອ
ສ້າງຄົນ ແລະສ້າງຄົນເພື່ອສ້າງຊາດ”
ເຖິງແມ່ນວ່າໃນປັດຈຸບັນນີ້ ລາວຈະມີໂຮງຮຽນປະຖົມຢູ່ເຖິງ
91% ຂອງຈໍານວນໝູ່ບ້ານທັງໝົດໃນທົ່ວປະເທດ ແລະໃນ
ຂະນະດຽວກັນ ກໍເຮັດໃຫ້ 91.6% ຂອງເດັກນ້ອຍໃນໄວຮຽນທັງໝົດ ມີໂອກາດໄດ້ຮຽນ
ໜັງສືໃນລະດັບປະຖົມ ແລະສ່ວນ 68% ກໍໄດ້ຮຽນຈົນຈົບມັດທະຍົມຕົ້ນກໍຕາມ ຫາກແຕ່
ວ່າໂອກາດໃນການໄດ້ຮຽນລະດັບມັດທະຍົມປາຍ ແລະລະດັບປະລິນຍາຕີນັ້ນ ກໍຍັງຄົງ
ມີອັດຕາສະເລ່ຍທີ່ຕໍ່າຫລາຍ ກັບທັງຍັງປາກົດວ່າ ມີຄຸນນະພາບການສຶກສາ ໃນລະດັບທີ່
ຕໍ່າອີກດ້ວຍ.
ຍິ່ງໄປກວ່ານັ້ນ ການທີ່ທາງການ
ລາວໄດ້ດໍາເນີນການປະຕິຮູບ
ທາງດ້ານການສຶກສາດ້ວຍການ
ເພີ່ມປີຮຽນສໍາລັບມັດທະຍົມ
ຕົ້ນຂຶ້ນອີກ 1 ປີ ຊຶ່ງກໍເປັນຜົນ
ເຮັດໃຫ້ການຮຽນໃນລະດັບມັດ
ທະຍົມຕົ້ນ ຈະຕ້ອງໃຊ້ເວລາ
ເພີ່ມຂຶ້ນຈາກເດີມ 3 ປີ ເປັນ 4
ປີ. ສ່ວນການຮຽນໃນລະດັບ
ປະຖົມກໍຍັງຄົງໃຊ້ເວລາ 5 ປີ
ແລະ ມັດທະຍົມປາຍກໍ 3 ປີ
ເຊັ່ນເດີມນັ້ນ ກໍຍັງມີຄວາມແຕກ
ຕ່າງກັບປະເທດອື່ນໆໃນກຸ່ມອາຊ່ຽນດ້ວຍກັນ ເພາະວ່າໃນລະດັບປະຖົມນັ້ນ ສ່ວນໃຫຍ່ຈະ
ມີການຮຽນການສອນເປັນເວລາ 6 ປີ ແຕ່ວ່າຢູ່ໃນລາວກໍຍັງຄົງເປັນ 5 ປີ ເຊັ່ນເດີມ ໂດຍ
ມີສາເຫດສໍາຄັນມາຈາກຂໍ້ຈໍາກັດ ໃນດ້ານງົບປະມານລາຍຈ່າຍຂອງລັດຖະບານລາວນັ້ນເອງ.
ຊຶ່ງດ້ວຍການຂາດແຄນທາງດ້ານງົບປະມານດັ່ງກ່າວ ກໍຍັງເຮັດໃຫ້ການພັດທະນາການສຶກ
ສາ ມີຄວາມແຕກໂຕນກັນຢ່າງຫລວງຫລາຍ ລະຫວ່າງເຂດໃນເມືອງກັບເຂດຊົນນະບົດ.
ເນື່ອງຈາກວ່າງົບປະມານສໍາລັບພັດທະນາການສຶກສາ ຍັງຄົງບໍ່ຕົກໄປເຖິງເຂດຊົນນະບົດ
ຢ່າງແທ້ຈິງ. ໂດຍເຖິງແມ່ນວ່າ ໃນໄລຍະ 5 ປີທີ່ຜ່ານມານີ້ ສະພາແຫ່ງຊາດຈະໄດ້ອະນຸມັດ ງົບປະມານໃຫ້ກັບການພັດທະນາການສຶກສາຄິດເປັນສັດສ່ວນ 18% ຂອງງົບປະມານ
ລາຍຈ່າຍທັງໝົດ ຂອງລັດຖະບານກໍຕາມ ແຕ່ກໍສາມາດປະຕິບັດຈິງໄດ້ພຽງ 15% ເທົ່ານັ້ນ.
ແຕ່ຢ່າງໃດກໍຕາມ ທາງການລາວກໍຄາດຫວັງວ່າ ດ້ວຍການພັດທະນາທາງເສດຖະກິດທີ່ມີ
ການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ນ ຈະເປັນຜົນເຮັດໃຫ້ລັດຖະບານລາວມີລາຍຮັບ
ເຂົ້າງົບປະມານລາຍຈ່າຍ ສໍາລັບການພັດທະນາທາງດ້ານການສຶກສາຫລາຍຂຶ້ນ.