ທ່ານ ທອງສິງ ທໍາມະວົງ, ນາຍົກລັດຖະມົນຕີລາວໄດ້ຖະແຫຼງຍອມຮັບວ່າ ບັນຫາ
ທີ່ເປັນອຸປະສັກຕໍ່ພັດທະນາທາງດ້ານການສຶກສາ ຢູ່ໃນລາວຫລາຍທີ່ສຸດໃນປັດຈຸບັນ
ກໍຄືບັນຫາການຂາດແຄນທາງດ້ານງົບປະມານ ເຖິງແມ່ນວ່າ ສະພາແຫ່ງຊາດຈະໄດ້
ລົງມະຕິຮັບຮອງເອົາ ແຜນຍຸດທະສາດການປະຕິຮູບການສຶກສາແຫ່ງຊາດລາວເຖິງ
ປີ 2015 ຢ່າງເປັນທາງການແລ້ວກໍຕາມ ຫາກແຕ່ວ່າ ຍ້ອນຂໍ້ຈໍາກັດທາງດ້ານງົບປະ
ມານ ກໍໄດ້ສົ່ງຜົນກະທົບຕໍ່ ການປະຕິບັດ ແຜນຍຸດທະສາດດັ່ງກ່າວ ຢ່າງຫລີກລ່ຽງ
ບໍ່ໄດ້.
ພາຍໃຕ້ແຜນຍຸດທະສາດດັ່ງກ່າວ ລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະຂະຫຍາຍ
ໂອກາດທາງດ້ານການສຶກສາ ເພື່ອຄົນລາວທຸກຄົນ ໂດຍສະເພາະແມ່ນການຂະ
ຫຍາຍໂອກາດດ້ານການສຶກສາ ໄປສູ່ເຂດຊົນນະບົດໃຫ້ໄດ້ຢ່າງທົ່ວເຖິງ ໃນທົ່ວປະ
ເທດ ພ້ອມທັງຈະດໍາເນີນການພັດທະນາຄຸນນະພາບໃນດ້ານການສຶກສາຂອງບັນ
ດານັກຮຽນ ແລະນັກສຶກສາ ໃນທຸກລະດັບໃຫ້ໄດ້ມາດຕະຖານດຽວກັນ ກັບບັນດາ
ປະເທດສະມາຊິກໃນກຸ່ມອາຊ່ຽນນໍາກັນໃຫ້ໄດ້ຢ່າງເປັນຮູບປະທໍາອີກດ້ວຍ.
ທັງນີ້ກໍເນື່ອງຈາກວ່າ ລະດັບຄຸນນະ
ພາການສຶກສາຂອງບັນດານັກຮຽນ
ແລະນັກສຶກສາໃນລາວນັ້ນ ຍັງຕໍ່າ
ຫລາຍ ເມື່ອທຽບກັບບັນດາປະເທດ
ສະມາຊິກໃນກຸ່ມອາຊຽນດ້ວຍກັນ
ດັ່ງທີ່ທ່ານ ທອງສິງ ໄດ້ໃຫ້ການຊີ້
ແຈງໃນຕອນນຶ່ງວ່າ:
“ລະດັບທາງດ້ານການສຶກສາ-ວັດ
ທະນາທຳຂອງພວກເຮົາ ຍັງຂະ
ຫຍາຍຕົວຊ້າ ແລະໃນນີ້ ອັນສຳ
ຄັນກະແມ່ນຄຸນນະພາບຂອງການ
ຮຽນ ການສອນບໍ່ທັນສູງ, ການຮຽນພວກເຮົານີ້ ເອົາໄປທຽບໃສ່ກັບນັກຮຽນ
ຕ່າງປະເທດ ກະມີຜູ້ເກັ່ງຢູ່ແຕ່ວ່າມີໜ້ອຍ, ສ່ວນຫລາຍກະແມ່ນລະດັບອ່ອນ
ອັນນີ້ກະສະແດງເຖິງຄຸນນະພາບຂອງນັກຮຽນພວກເຮົານີ້ ຖືວ່າຍັງມີບັນຫາ
ແລະຍັງຕໍ່າ.”
ເຖິງແມ່ນວ່າໃນປີ 2011 ທີ່ຜ່ານມາ ລາວຈະມີໂຮງຮຽນປະຖົມຢູ່ 94% ຂອງຈໍານວນ
ໝູ່ບ້ານທັງໝົດໃນທົ່ວປະເທດ ແລະໃນຂະນະດຽວກັນ ກໍເຮັດໃຫ້ 91.6% ຂອງເດັກ
ນ້ອຍໃນໄວຮຽນທັງໝົດ ມີໂອກາດໄດ້ຮຽນໜັງສືໃນລະດັບປະຖົມ. ແລະ 68% ກໍໄດ້
ຮຽນຈົນຈົບມັດທະຍົມຕົ້ນກໍຕາມ ຫາກແຕ່ວ່າໂອກາດໃນການໄດ້ຮຽນລະດັບມັດທະຍົມ
ປາຍແລະລະດັບປະລິນຍາຕີນັ້ນ ກໍຍັງຄົງມີອັດຕາສະເຫລ່ຍທີ່ຕໍ່າຫລາຍ ກັບທັງຍັງປາ
ກົດວ່າ ມີຄຸນນະພາບການສຶກສາ ໃນລະດັບທີ່ຕໍ່າອີກດ້ວຍ.
ຍິ່ງໄປກວ່ານັ້ນ ການທີ່ທາງການລາວໄດ້ດໍາເນີນການ
ປະຕິຮູບທາງດ້ານການສຶກສາ ດ້ວຍການເພີ່ມປີຮຽນ
ສໍາລັບຂັ້ນມັດທະຍົມຕົ້ນຂຶ້ນອີກ 1 ປີ ຊຶ່ງກໍເປັນຜົນ
ເຮັດໃຫ້ການຮຽນໃນລະດັບມັດທະຍົມຕົ້ນ ຈະຕ້ອງ
ໃຊ້ເວລາເພີ່ມຂຶ້ນຈາກເດີມ 3 ປີ ເປັນ 4 ປີ. ສ່ວນ
ການຮຽນໃນລະດັບປະຖົມກໍຍັງຄົງຕ້ອງໃຊ້ເວລາ 5
ປີ ແລະມັດທະຍົມປາຍ 3 ປີເຊັ່ນເດີມນັ້ນ ກໍຍັງມີ
ຄວາມແຕກຕ່າງກັບປະເທດອື່ນໆ ໃນກຸ່ມອາຊ່ຽນ
ດ້ວຍກັນ ເພາະວ່າໃນລະດັບປະຖົມນັ້ນ ປະເທດສ່ວນໃຫຍ່ຈະມີການຮຽນ-ການສອນ
ເປັນເວລາ 6 ປີ ຫາກແຕ່ຢູ່ໃນລາວກໍຍັງຄົງເປັນ 5 ປີ ເຊັ່ນເດີມ ໂດຍເຊື່ອວ່າມີສາ
ເຫດສໍາຄັນ ມາຈາກຂໍ້ຈໍາກັດໃນດ້ານງົບປະມານລາຍຈ່າຍຂອງລັດຖະບານລາວນັ້ນເອງ.
ນອກນັ້ນ ການຂາດແຄນທາງດ້ານງົບປະມານດັ່ງກ່າວ ກໍຍັງເຮັດໃຫ້ການພັດທະນາ
ດ້ານການສຶກສາ ມີຄວາມແຕກໂຕນກັນຢ່າງຫລວງຫລາຍລະຫວ່າງເຂດໃນເມືອງກັບ
ເຂດຊົນນະບົດ ທັງນີ້ກໍເພາະວ່າ ງົບປະມານສໍາລັບພັດທະນາການສຶກສາຍັງຄົງບໍ່ຕົກ
ໄປເຖິງເຂດຊົນນະບົດຢ່າງແທ້ຈິງ.
ແຕ່ຢ່າງໃດກໍຕາມ ທາງການ
ລາວກໍຄາດຫວັງວ່າ ດ້ວຍ
ການພັດທະນາທາງເສດຖະ
ກິດທີ່ມີການຂະຫຍາຍຕົວ
ເພີ່ມຂຶ້ນຢ່າງຕໍ່ເນຶ່ອງນັ້ນ ກໍ
ຈະເປັນຜົນເຮັດໃຫ້ລັດຖະ
ບານລາວມີລາຍຮັບເຂົ້າງົບ
ປະມານລາຍຈ່າຍສໍາລັບການ
ພັດທະນາທາງດ້ານການສຶກ
ສາຫລາຍຂຶ້ນເຊັ່ນກັນ ໂດຍ
ສໍາລັບເປົ້າໝາຍຂອງລັດຖະ
ບານລາວ ນັບຈາກປີນີ້ໄປຈົນ
ເຖິງປີ 2015 ກໍຄືການເພີ່ມ
ງົບປະມານ ສໍາລັບການພັດທະນາການສຶກສາໃຫ້ເປັນລະຫວ່າງ 18-20% ຂອງງົບປະ
ມານລາຍຈ່າຍທັງໝົດໃນແຕ່ລະປີ ຫາກແຕ່ໃນໄລຍະທີ່ຜ່ານມານີ້ ລັດຖະບານລາວສາ
ມາດຈັດສັນງົບປະມານໃຫ້ແກ່ການພັດທະນາການສຶກສາຂອງຊາດໄດ້ ໃນອັດຕາສະເລ່ຍ
ພຽງແຕ່ 12% ຂອງງົບປະມານລາຍຈ່າຍທັງໝົດ ໃນແຕ່ລະປີເທົ່ານັ້ນ.