ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີຄົນໃໝ່ຂອງລາວໄດ້ຖະແຫລງຢືນຢັນວ່າ
ເປົ້າໝາຍສຳຄັນໃນແຜນຍຸດທະສາດວ່າດ້ວຍການປະຕິຮູບການສຶກສາແຫ່ງຊາດລາວ
ໄປຈົນເຖິງປີ 2015 ນັ້ນ ນອກຈາກຈະແນໃສ່ການຂະຫຍາຍໂອກາດທາງດ້ານການສຶກ
ສາໄປສູ່ເຂດຊົນນະບົດໃຫ້ໄດ້ຢ່າງກວ້າງຂວາງແລ້ວ ກໍຍັງມີຄວາມຈຳເປັນຢ່າງຍິ່ງທີ່ຈະ
ຕ້ອງພັດທະນາ ເພື່ອຍົກລະດັບຄຸນນະພາບການສຶກສາຂອງນັກຮຽນ-ນັກສຶກສາລາວໃນ
ທຸກລະດັບອີກດ້ວຍ.
ທັ້ງນີ້ກໍເພາະວ່າ ລະດັບຄຸນນະພາບການສຶກສາຂອງນັກຮຽນ-ນັກສຶກສາໃນລາວນັ້ນ ຍັງ
ຕໍ່າຫລາຍເມື່ອທຽບກັບບັນດາປະເທດສະມາຊິກໃນກຸ່ມອາຊຽນດ້ວຍກັນ ດັ່ງທີ່ທ່ານໄດ້ໃຫ້
ການຊີ້ແຈງໃນຕອນນຶ່ງວ່າ:
“ລະດັບທາງດ້ານການສຶກສາ-ວັດທະນາທຳຂອງພວກເຮົາຍັງຂະຫຍາຍຕົວຊ້າ ແລະໃນນີ້ ອັນສຳຄັນກະແມ່ນຄຸນນະພາບຂອງການຮຽນ ການສອນບໍ່ທັນສູງ, ນັກຮຽນພວກເຮົານີ້ເອົາໄປທຽບໃສ່ກັບນັກຮຽນຕ່າງປະເທດກະມີຜູ້ເກັ່ງຢູ່ ແຕ່ວ່າມີໜ້ອຍ, ສ່ວນຫລາຍກະແມ່ນລະດັບອ່ອນ ອັນນີ້ກະສະແດງເຖິງຄຸນນະພາບຂອງນັກຮຽນພວກເຮົານີ້ ຖືວ່າຍັງມີບັນຫາ ແລະຍັງຕໍ່າ”
ເຖິງແມ່ນວ່າໃນປັດຈຸບັນນີ້ ລາວຈະມີໂຮງຮຽນປະຖົມຢູ່
ໃນລາວ 94% ຂອງຈໍານວນໝູ່ບ້ານທັງໝົດໃນທົ່ວປະ
ເທດ ແລະໃນຂະນະດຽວກັນ ກໍເຮັດໃຫ້ 91.6% ຂອງ
ເດັກນ້ອຍໃນໄວຮຽນທັງໝົດ ມີໂອກາດໄດ້ຮຽນໜັງສືໃນ
ລະດັບປະຖົມ. ແລະ 68% ກໍໄດ້ຮຽນຈົນຈົບມັດທະຍົມ
ຕົ້ນກໍຕາມ ຫາກແຕ່ວ່າໂອກາດໃນການໄດ້ຮຽນລະດັບມັດທະຍົມປາຍ ແລະລະດັບປະລິນ
ຍາຕີນັ້ນ ກໍຍັງຄົງມີອັດຕາສະເຫລ່ຍທີ່ຕໍ່າຫລາຍ ກັບທັງຍັງປາກົດວ່າມີຄຸນນະພາບການ
ສຶກສາ ໃນລະດັບທີ່ຕໍ່າອີກດ້ວຍ.
ຍິ່ງໄປກວ່ານັ້ນ ການທີ່ທາງການລາວໄດ້ດໍາເນີນການປະຕິ
ຮູບທາງດ້ານການສຶກສາດ້ວຍການເພີ່ມປີຮຽນສໍາລັບຂັ້ນມັດ
ທະຍົມຕົ້ນຂຶ້ນອີກ 1 ປີ ຊຶ່ງກໍເປັນຜົນເຮັດໃຫ້ການຮຽນໃນ
ລະດັບມັດທະຍົມຕົ້ນ ຈະຕ້ອງໃຊ້ເວລາເພີ່ມຂຶ້ນຈາກເດີມ
3 ປີ ເປັນ 4 ປີ. ສ່ວນການຮຽນໃນລະດັບປະຖົມກໍຍັງຄົງ
ຕ້ອງໃຊ້ເວລາ 5 ປີ ແລະມັດທະຍົມປາຍ 3 ປີ ເຊັ່ນເດີມ
ນັ້ນ ກໍຍັງມີຄວາມແຕກຕ່າງກັບປະເທດອື່ນໆໃນກຸ່ມອາຊ່ຽນ
ດ້ວຍກັນ ເພາະວ່າໃນລະດັບປະຖົມນັ້ນ ປະເທດສ່ວນໃຫຍ່
ຈະມີການຮຽນ-ການສອນເປັນເວລາ 6 ປີ ຫາກແຕ່ຢູ່ໃນລາວກໍຍັງຄົງເປັນ 5 ປີ ເຊັ່ນເດີມ
ໂດຍເຊື່ອວ່າມີສາເຫດສໍາຄັນ ມາຈາກຂໍ້ຈໍາກັດໃນດ້ານງົບປະມານລາຍຈ່າຍຂອງລັດຖະບານ ລາວນັ້ນເອງ.
ການຂາດແຄນທາງດ້ານງົບປະມານດັ່ງກ່າວ ກໍຍັງເຮັດໃຫ້ການພັດທະນາດ້່ານການສຶກ
ສາ ມີຄວາມແຕກໂຕນກັນຢ່າງຫລວງຫລາຍລະຫວ່າງເຂດໃນເມືອງກັບເຂດຊົນນະບົດ
ທັງນີ້ກໍເພາະວ່າ ງົບປະມານສໍາລັບພັດທະນາການສຶກສາຍັງຄົງບໍ່ຕົກໄປເຖິງເຂດຊົນນະ
ບົດຢ່າງແທ້ຈິງ.
ແຕ່ຢ່າງໃດກໍຕາມ ທາງການລາວກໍຄາດຫວັງວ່າດ້ວຍການ
ພັດທະນາທາງເສດຖະກິດທີ່ມີການຂະຫຍາຍຕົວເພີ່ມຂຶ້ນ
ຢ່າງຕໍ່ເນຶ່ອງນັ້ນ ກໍຈະເປັນຜົນເຮັດໃຫ້ລັດຖະບານລາວມີ
ລາຍຮັບເຂົ້າງົບປະມານລາຍຈ່າຍສໍາລັບການພັດທະນາທາງ
ດ້ານການສຶກສາຫລາຍຂຶ້ນເຊັ່ນກັນ ໂດຍສໍາລັບເປົ້າໝາຍ
ຂອງລັດຖະບານລາວນັບຈາກປີນີ້ ໄປຈົນເຖິງປີ 2015 ກໍຄື
ການເພີ່ມງົບປະມານ ສໍາລັບການພັດທະນາການສຶກສາໃຫ້
ເປັນລະຫວ່າງ 18-20% ຂອງງົບປະມານລາຍຈ່າຍທັງໝົດ
ໃນແຕ່ລະປີ ໂດຍໃນໄລຍະທີ່ຜ່ານມາ ລັດຖະບານລາວສາ
ມາດຈັດສັນງົບປະມານໃຫ້ກັບການພັດທະນາການສຶກສາ
ຂອງຊາດໄດ້ສະເລ່ຍພຽງແຕ່ 12% ເທົ່ານັ້ນ.