ລິ້ງ ສຳຫລັບເຂົ້າຫາ

ລາວຈະ​ຂະຫຍາຍ​​ການ​ສຶກສາ ໃນຊົນນະບົດຫລາຍຂຶ້ນ

  • ຊົງຣິດ ໂພນເງິນ

ທ່ານ​ ພັນ​ຄໍາ ວິພາ​ວັນ ລັດຖະມົນຕີ​ແລະ​ເລຂາ​ພັກ ກະຊວງ​ສຶກສາ​ທິການ​ຄົນ​ໃໝ່ (ຜູ້ທໍາອິດ, ຊ້າຍ) ແລະ ສະມາຊິກ​ພັກປະຊາທິປະໄຕ ປະຊາຊົນລາວຜູ້ອື່ນ ທີ່ເຂົ້າຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ 7 ຂອງ​ພັກ ປະຈໍາກະຊວງ​ສຶກສາ​ທິການ​ເມື່ອ​ທ້າຍ​ອາທິດທໍາອິດຂອງເດືອນນີ້.

ລັດຖະມົນຕີ​ແລະ​ເລຂາ​ພັກ ກະ​ຊວງ​ສຶກສາ​ທິການ​ຄົນ​ໃໝ່​ຢືນຢັນ​ວ່າ ຈະ​ຂະຫຍາຍ​ໂອກາດ​ທາງ​ດ້ານ​ການ​ສຶກສາ ​ໄປ​ສູ່​ເຂດ​ຊົນນະບົດ​ໃນ​ທົ່ວ​ປະ​ເທດ​ໃຫ້​ໄດ້​ຢ່າງ​ທົ່ວ​ເຖິງ​ໃຫ້​ໄວ​ທີ່​ສຸດ.

ທ່ານ​ພັນ​ຄໍາ ວິພາ​ວັນ ລັດຖະມົນຕີ​ແລະ​ເລຂາ​ພັກ ກະຊວງ​ສຶກສາ​ທິການ​ຄົນ​ໃໝ່ ​ໄດ້​ຖະ​ແຫລ​ງຢືນຢັນ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ 7 ຂອງ​ພັກ ກະຊວງ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ​ນີ້​ວ່າ
ເປົ້າໝາຍ​ສໍາຄັນ​ຂອງ​ແຜນການ​ຍຸດທະສາດ​ການ​ປະຕິ​ຮູບ​ການ​ສຶກສາ​ແຫ່ງ​ຊາດ​ລາວ​ຈາກ
ປັດຈຸບັນ​ນີ້​ໄປ​ຈົນ​ເຖິງ​ປີ 2015 ກໍ​ຄື​ການ​ຂະຫຍາຍ​ໂອກາດ​ທາງ​ດ້ານ​ການ​ສຶກສາເພື່ອ​ຄົນ
ລາ​ວທຸກ​ຄົນ, ​ໂດຍ​ສະ​ເພາະແມ່ນ​ການ​ຂະຫຍາຍ​ໂອກາດ​ໃນ​ດ້ານ​ການ​ສຶກສາ​ໄປ​ສູ່​ເຂດ​ຊົນ
ນະບົດ​ໃນ​ທົ່ວ​ປະ​ເທດ​ລາວ​ໃຫ້​ໄດ້​ຢ່າງ​ທົ່ວ​ເຖິງ​ຢ່າງ​ແທ້​ຈິງ. ​ເຖິງ​ແມ່ນ​ວ່າ​ໃນ​ປັດຈຸບັນ​ນີ້​ລາວ​ຈະ
ມີ ​ໂຮງຮຽນ​ປະຖົມ​ຢູ່​ໃນ​ລາວ 94% ຂອງ​ຈໍານວນ​ໝູ່​ບ້ານ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ ​ແລະ​ໃນ​
ຂະນະ​ດຽວ​ກັນ​ກໍ​ເຮັດ​ໃຫ້ 91.6% ຂອງ​ເດັກ​ນ້ອຍໃນ​ໄວ​ຮຽນ​ທັງ​ໝົດ​ມີ​ໂອກາດ​ໄດ້​ຮຽນ​ໜັງ
ສື​ໃນ​ລະດັບ​ປະ​ຖົມ. ສ່ວນ 68% ກໍ​ໄດ້​ຮຽນ​ຈົນຈົບ​ມັດທະຍົມ​ຕົ້ນ​ກໍ​ຕາມ ຫາກ​ແຕ່​ວ່າ​ໂອກາດ​
ໃນ​ການ​ໄດ້​ຮຽນ​ລະດັບ​ມັດທະຍົມ​ປາຍ​ ແລະ​ລະດັບ​ປະລິນຍາ​ຕີນັ້ນ ກໍ​ຍັງ​ຄົງ​ມີ​ອັດຕາ​ສະ​ເລ່ຍ
ທີ່​ຕໍ່າ​ຫລາຍ​ກັບ​ທັງ​ຍັງ​ປາກົດ​ວ່າ​ມີ​ຄຸນ​ນະພາ​ບການ​ສຶກສາ​ໃນ​ລະດັບ​ທີ່​ຕໍ່າ​ອີກ​ດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ທາງ​ການ​ລາວ​ໄດ້​ດໍາ​ເນີນ​ການ​ປະຕິ​ຮູບ​ທາ​ງດ້ານ​ການ​ສຶກສາ​ດ້ວຍການ
ເພີ່ມ​ປີ​ຮຽນ​ສໍາລັບ ຂັ້ນ​ມັດທະຍົມ​ຕົ້ນ​ຂຶ້ນອີກ 1 ປີ ຊຶ່ງກໍ​ເປັນ​ຜົນ​ເຮັດ​ໃຫ້ການ​ຮຽນ​ໃນ​ລະດັບ​
ມັດທະຍົມ​ຕົ້ນ​ຈະ​ຕ້ອງ​ໃຊ້​ເວລາ​ເພີ່ມ​ຂຶ້ນຈາກ​ເດີມ 3 ປີ ​ເປັນ 4 ປີ. ສ່ວນ​ການ​ຮຽນ​ໃນ​ລະ
ດັບ​ປະ​ຖົມ​ກໍ​ຍັງ​ຄົງຕ້ອງ​ໃຊ້​ເວລາ 5 ປີ ​ແລະ​ມັດທະຍົມປາຍ 3 ປີ ​ເຊັ່ນເດີມ​ນັ້ນ ກໍ​ຍັງມີ​
ຄວາມແຕກ​ຕ່າງ​ກັບ​ປະ​ເທດ​ອື່ນໆ​ໃນ​ກຸ່ມ​ອາ​ຊ່ຽນ​ດ້ວຍ​ກັນ ​ເພາະວ່າ​ໃນ​ລະດັບປະຖົມ​ນັ້ນ
ປະ​ເທດ​ສ່ວນ​ໃຫຍ່​ຈະ​ມີ​ການ​ຮຽນ​ການ​ສອນ​ເປັນ​ເວລາ 6 ປີ ຫາກ​ແຕ່​ຢູ່​ໃນ​ລາວ​ກໍ​ຍັງ​ຄົງ​ເປັນ
5 ປີ ​ເຊັ່ນເດີ​ມ. ​ໂດຍ​ເຊື່ອ​ວ່າ​ມີ​ສາ​ເຫດ​ສໍາຄັນ​ມາ​ຈາກ​ຂໍ້​ຈໍາ​ກັດ​ໃນ​ດ້ານ​ງົບປະມານ​ລາຍ​ຈ່າຍ
ຂອງ​ລັດຖະບານ​ລາວນັ້ນ​ເອງ. ຊຶ່ງ​ດ້ວຍ​ການ​ຂາດ​ແຄນ​ທາງ​ດ້ານ​ງົບປະມານ​ດັ່ງກ່າວ ກໍ​ຍັງ​
ເຮັດ​ໃຫ້ການ​ພັດທະນາ​ການ​ສຶກສາ ມີ​ຄວາມ​ແຕກໂຕນ​ກັນ​ຢ່າງ​ຫລວງຫລາຍ​ລະຫວ່າງ​ເຂດ​
ໃນເມືອງ​ກັບ​ເຂດ​ຊົນນະບົດ. ທັງນີ້ກໍເພາະ​ວ່າ​ງົບປະມານ​ສໍາລັບ​ພັດທະນາ​ການ​ສຶກສາ​ ຍັງ​ຄົງ​
ບໍ່​ຕົກ​ໄປ​ເຖິງ​ເຂ​ດຊົນນະບົດ​ຢ່າງ​ແທ້​ຈິງ. ດັ່ງ​ທີ່​ເຈົ້າໜ້າ​ທີ່​ຫ້ອງການ​ສຶກສາ​ທິການ​ຢູ່​ໃນ​ແຂວງ
ອັດ​ຕະປື​ໄດ້​ໃຫ້ການ​ອະທິບາຍ​ເຖິງ​ສະພາບ​ການ​ທີ່​ເປັນ​ຈິງ​ຢູ່​ໃນ​ແຂ​ວງອັດ​ຕະປືວ່າ:

“​ອຸບປະກອນ​ຮັບ​ໃຊ້​ການ​ສອນ​ນີ້​ກະ​ບໍ່​ພຽງພໍ ​ເປັນ​ຕົ້ນ​ແມ່ນ​ສອນ​ວິຊາ​ຄະນິດສາດ​ນີ້
ໄມ້ບັນທັດ​ອີ​ສັງ​ກະ​ບໍ່​ມີ ​ໂຕ໊​ະ ຕັ່ງ​ນີ້​ກໍ​ບໍ່​ມີ​ພຽງພໍ ​ເປັນ​ຕົ້ນ​ແມ່ນ​ນັກຮຽນ​ ປ. 1 ນີ້​ນັ່ງ
ສາມ​ນັ່ງ​ສີ່​ແຫຍ້​ກັນ. ບາງ​ຄົນ​ກໍ​ບໍ່​ມີ​ໂຕ໊ະ ຝົນຕົກ​ແຮງ​ກະ​ຮົ່ວ ລົມ​ແຮງ​ກະ​ຮຽນ​ບໍ່​ໄດ້
ຂີ້​ດິນ​ປິວ​ມາ​ໃສ່ ຈັກ​ໜ່ອຍ​ຮອດ​ຍາມໜາວ​ນີ້​ລົມ​ກະ​ແຮງ ຂີ້ຝຸ່ນ​ໄງ່​ຈົນ​ຮຽນ​ກະ​ບໍ່​ເປັນ
ພື້ນ ກະ​ເປັນ​ຂີ້​ດິນ​ເປື້ອນ ຝົນຕົກ​ເປັນ​ບວກ​ງົວ​ຄວາ​ຍກະ​ມາ​ຂີ້​ໃສ່ ກ​ະຢາກ​ເຮັດ​ຫລັງ
ໃໝ່​ແລະ​ໂຕະ​ຕັ່ງ​ນີ້​ຄັນ​ມາ​ຄົບ​ກະບໍ່​ພໍ​ກັນ”

ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ​ກໍ​ຄາດ​ຫວັງ​ວ່າ​ດ້ວຍ​ການ​ພັດທະນາ​ທາງ​ເສ​ດຖະກິດ​ທີ່​ມີ
ການ​ຂະ​ຫຍາ​ຍຕົວ​ເພີ່ມ ຂຶ້ນຢ່າງ​ຕໍ່​ເນຶ່ອງນັ້ນ ກໍ​ຈະ​ເປັນ​ຜົນ​ເຮັດ​ໃຫ້​ລັດຖະບານ​ລາວ​ມີ​ລາຍ​
ຮັບ​ເຂົ້າງົບປະມານ​ລາຍ​ຈ່າຍ​ສໍາລັບ​ການ​ພັດ ທະ​ນາ​ທາງ​ດ້ານ​ການ​ສຶກສາ​ຫລາຍ​ຂຶ້ນ​ເຊັ່ນ​ກັນ
ໂດຍ​ສໍາລັບ​ເປົ້າໝາຍ​ຂອງ​ລັດຖະບານ​ລາວ​ນັບ​ຈາກ​ປີນີ້ໄປ​ຈົນ ​ເຖິງ​ປີ 2015 ກໍ​ຄື​ການ​ເພີ່ມ
ງົບປະມານ​ສໍາລັບ​ການ​ພັດທະນາ​ການ​ສຶກສາ​ໃຫ້​ເປັນ​ລະຫວ່າງ 18-20% ຂອງ ງົບປະມານ​
ລາຍ​ຈ່າຍ​ທັງ​ໝົດ​ໃນ​ແຕ່ລະ​ປີ ​ໂດຍ​ໃນ​ໄລຍະ​ທີ່​ຜ່ານ​ມາ​ລັດຖະບານ​ລາວ​ສາມາດ​ຈັດ​ສັນ​ງົບປະ
ມານ​ໃຫ້​ກັບ​ການ​ພັດທະນາ​ການ​ສຶກສາ​ຂອງ​ຊາດ​ໄດ້​ສະ​ເລ່ຍພຽງ​ແຕ່ 12% ​ເທົ່ານັ້ນ.

XS
SM
MD
LG