ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ການຂາດງົບປະມານ ເຮັດໃຫ້ຄຸນນະພາບການສຶກສາ ໃນລາວ ຕໍ່າກວ່າປະເທດອື່ນ


ການລົງຄະແນນສຽງໃນກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຕິວັດປະຊາຊົນລາວທີ່ໄດ້ໄຂຂຶ້ນທີ່ນະຄອນ
ວຽງຈັນ ໃນວັນທີ 17-21 ມີນາ 2011
ການລົງຄະແນນສຽງໃນກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຕິວັດປະຊາຊົນລາວທີ່ໄດ້ໄຂຂຶ້ນທີ່ນະຄອນ ວຽງຈັນ ໃນວັນທີ 17-21 ມີນາ 2011

ລັດຖະມົນຕີກະຊວງສຶກສາທິການລາວຍອມຮັບວ່າ ການພັດທະນາດ້ານການສຶກສາ ໃນ ລາວຍັງຂາດງົບປະມານສໍາລັບໃຊ້ເຂົ້າໃນການປະຕິຮູບການສຶກສາໃຫ້ມີຄຸນນະພາບເທົ່າ ທຽມກັບຕ່າງປະເທດໄດ້.

ທ່ານ​ພັນ​ຄໍາ ວິພາ​ວັນ ລັດຖະມົນຕີ​ແລະ​ເລຂາ​ພັກກະຊວງ​
ສຶກສາ​ທິການ​ ​ໄດ້​ຖະ​ແຫລ​ງຢືນຢັນ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ
ທີ 9 ຂອງ​ພັກປະຊາຊົນ​ປະຕິວັດ​ລາວ​ທີ່​ໄດ້​ດຳ​ເນີນ​ການ
ປະຊຸມໃນ​ລະຫວ່າງ​ວັນ​ທີ 17-20 ມີນາ​ນີ້ ວ່າເປົ້າໝາຍສໍາ
ຄັນຂອງແຜນຍຸດທະສາດການປະຕິຮູບການສຶກສາແຫ່ງ
ຊາດຈາກປັດຈຸບັນໄປເຖິງ ປີ 2015 ກໍຄືການຂະຫຍາຍໂອ
ກາດທາງດ້ານການສຶກສາ ເພື່ອຄົນລາວທຸກຄົນໂດຍສະ
ເພາະແມ່ນການຂະຫຍາຍໂອກາດ​ການ​ສຶກສາ​ໄປ​ສູ່​ເຂ​ດ
ຊົນນະບົດໃຫ້ໄດ້​ຢ່າງທົ່ວເຖິງຢ່າງ​ແທ້​ຈິງນັ້ນ.

ເຖິງ​ແມ່ນ​ວ່າ​ໃນ​ປັດຈຸບັນ​ນີ້ ​ລາວ​ຈະມີ​ໂຮງຮຽນ​ປະຖົມ​ຢູ່​
ເຖິງ 91% ຂອງ​ຈໍານວນ​ໝູ່​ບ້ານ​ທັງ​ໝົດ​ໃນ​ທົ່ວ​ປະເທດ
ແລະ​ໃນຂະນະ​ດຽວ​ກັນ ​ກໍ​ເຮັດ​ໃຫ້ 91.6% ຂອງເດັກ
ນ້ອຍໃນ​ໄວ​ຮຽນທັງ​ໝົດ​ ມີ​ໂອກາດ​ໄດ້​ຮຽນ​ໜັງສື​ໃນ​ລະ
ດັບ​ປະ​ຖົມ ແລະສ່ວນ 68% ກໍ​ໄດ້​ຮຽນ​ຈົນຈົບ​ມັດທະ
ຍົມຕົ້ນກໍ​ຕາມ ຫາກ​ແຕ່​ວ່າໂອກາດໃນ​ການ​ໄດ້​ຮຽນລະ
ດັບ​ມັດທະຍົມ​ປາຍ​ ແລະ​ລະດັບ​ປະລິນຍາ​ຕີນັ້ນ ກໍ​ຍັງ
ຄົງ​ມີ​ອັດຕາສະ​ເລ່ຍທີ່​ຕໍ່າ​ຫລາຍ​ ກັບ​ທັງ​ຍັງ​ປາກົດ​ວ່າ​
ມີ​ຄຸນນະພາ​ບການສຶກສາ ​ໃນລະດັບ​ທີ່​ຕໍ່າ​ອີກ​ດ້ວຍ.

ທ່ານພັນຄໍາ ວິພາວັນ ລັດຖະມົນຕີແລະເລຂາພັກ ກະຊວງສຶກສາທິການ
ທ່ານພັນຄໍາ ວິພາວັນ ລັດຖະມົນຕີແລະເລຂາພັກ ກະຊວງສຶກສາທິການ

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ທາງ​ການ​
ລາວ​ໄດ້​ດໍາ​ເນີນ​ການ​ປະຕິ​ຮູບ
ທາ​ງດ້ານ​ການ​ສຶກສາ​ດ້ວຍການ
ເພີ່ມ​ປີ​ຮຽນ​ສໍາລັບມັດທະຍົມ
ຕົ້ນ​ຂຶ້ນອີກ 1 ປີ ຊຶ່ງກໍ​ເປັນ​ຜົນ
ເຮັດ​ໃຫ້ການ​ຮຽນ​ໃນ​ລະດັບມັດ
ທະຍົມ​ຕົ້ນ ​ຈະ​ຕ້ອງ​ໃຊ້​ເວລາ
ເພີ່ມ​ຂຶ້ນຈາກ​ເດີມ 3 ປີ ​ເປັນ 4
ປີ. ສ່ວນ​ການ​ຮຽນ​ໃນ​ລະດັບ​
ປະ​ຖົມ​ກໍ​ຍັງ​ຄົງ​ໃຊ້​ເວລາ 5 ປີ ​
ແລະ ​ມັດທະຍົມປາຍກໍ 3 ປີ
ເຊັ່ນເດີມ​ນັ້ນ ກໍ​ຍັງມີຄວາມແຕກ
ຕ່າງ​ກັບ​ປະ​ເທດ​ອື່ນໆ​ໃນ​ກຸ່ມ​ອາ​ຊ່ຽນ​ດ້ວຍ​ກັນ ​ເພາະວ່າ​ໃນ​ລະດັບປະຖົມ​ນັ້ນ​ ສ່ວນໃຫຍ່​ຈະ​ມີ
ການ​ຮຽນ​ການ​ສອນ​ເປັນ​ເວລາ 6 ປີ ຫາກ​ແຕ່​ຢູ່​ໃນ​ລາວ​ກໍ​ຍັງ​ຄົງ​ເປັນ 5 ປີ ​ເຊັ່ນເດີ​ມ ໂດຍມີ
ສາ​ເຫດທີ່​ສໍາຄັນມາ​ຈາກ​ຂໍ້​ຈໍາ​ກັດ​ໃນ​ດ້ານ​ງົບປະມານ​ລາຍ​ຈ່າຍຂອງ​ລັດຖະບານລາວ ນັ້ນ​ເອງ.

ຊຶ່ງ​ດ້ວຍ​ການ​ຂາດ​ແຄນ​ທາງ​ດ້ານ​ງົບປະມານ​ດັ່ງກ່າວ ກໍ​ຍັງ​ເຮັດ​ໃຫ້ການ​ພັດທະນາການ​ສຶກ
ສາ ມີ​ຄວາມ​ແຕກໂຕນ​ກັນ​ຢ່າງ​ຫລວງຫລາຍ ​ລະຫວ່າງ​ເຂດໃນເມືອງ​ກັບ​ເຂດ​ຊົນນະບົດ.
ເນື່ອງຈາກ​ວ່າ​ງົບປະມານ​ສໍາລັບ​ພັດທະນາ​ການ​ສຶກສາ​ ຍັງ​ຄົງບໍ່​ຕົກ​ໄປ​ເຖິງ​ເຂ​ດຊົນນະບົດ
ຢ່າງ​ແທ້​ຈິງ. ໂດຍເຖິງແມ່ນວ່າ ໃນໄລຍະ 5 ປີທີ່ຜ່ານມານີ້ ສະພາແຫ່ງຊາດຈະໄດ້ອະນຸມັດ ງົບປະມານໃຫ້ກັບການພັດທະນາການສຶກສາຄິດເປັນສັດສ່ວນ 18% ຂອງງົບປະມານລາຍ
ຈ່າຍທັງໝົດຂອງລັດຖະບານກໍຕາມ ແຕ່ກໍສາມາດປະຕິບັດຈິງໄດ້ພຽງ 15% ເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ທາງດ້ານທ່ານນາງແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີຊ່ວຍວ່າການ
ກະຊວງສຶກສາທິການນັ້ນກໍມອງວ່າ ພາຍໃຕ້ການນໍາພາຂອງພັກກໍ່ໄດ້ເຮັດໃຫ້ການພັດທະນາ
ການສຶກສາໃນລາວມີບາດກ້າວທີ່ຂະຫຍາຍຕົວດີຂຶ້ນກວ່າໃນທຸກຍຸກ ທຸກສະໄໝ ດັງທີ່ທ່ານ
ນາງໄດ້ກ່າວເນັ້ນຢໍ້າວ່າ:

ລາວວ່າ ການຂາດງົບປະມານ ເຮັດໃຫ້ຄຸນນະພາບການສຶກສາ ໃນລາວ ຕໍ່າກວ່າປະເທດອື່ນ
ລາວວ່າ ການຂາດງົບປະມານ ເຮັດໃຫ້ຄຸນນະພາບການສຶກສາ ໃນລາວ ຕໍ່າກວ່າປະເທດອື່ນ

“ເລື່ອງການສຶກສາປີ 1975 ນີ້ພວກເຮົາກະນັບໄດ້
ແລະ ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມນີ້ ກະ
ນັບໄດ້ ແຕ່ວ່າມາອວດດຽວນີ້ຖືວ່າມັນມີຫຼວງຫຼາຍ
ອັດຕາການເຂົ້າຮຽນກະແມ່ນເພີ່ມຂື້ນຫຼາຍໆ ສີບ
ເທົ່າອັນນີ້ກະເປັນໝາດຜົນທາງດ້ານການສຶກສາ
ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ”

ນອກຈາກນີ້ ທາງ​ການ​ລາວ​ກໍ​ຄາດ​ຫວັງ​ວ່າ​ ດ້ວຍ​ການພັດທະນາ​ທາງ​ເສ​ດຖະກິດ​ທີ່​ມີການ
ຂະ​ຫຍາ​ຍຕົວເພີ່ມຂຶ້ນຢ່າງ​ຕໍ່​ເນຶ່ອງນັ້ນ ຈະ​ເປັນ​ຜົນ​ເຮັດ​ໃຫ້​ລັດຖະບານ​ລາວ​ມີລາຍ​ຮັບ​ເຂົ້າ
ງົບປະມານລາຍ​ຈ່າຍ​ ສໍາລັບ​ການ​ພັດທະ​ນາ​ທາງດ້ານ​ການ​ສຶກສາ​ຫລາຍ​ຂຶ້ນ​ເຊັ່ນ​ກັນ ໂດຍ​
ສໍາລັບ​ເປົ້າໝາຍຂອງ​ລັດຖະບານ​ລາວ​ນັບ​ຈາກ​ປັດຈຸບັນໄປ​ຈົນເຖິງ​ປີ 2015 ກໍ​ຄືການ​ເພີ່ມ
ງົບປະມານ​ສໍາລັບການ​ພັດທະນາ​ການ​ສຶກສາ​ ໃຫ້ເປັນ​ລະຫວ່າງ 18-20% ຂອງງົບປະ
ມານ​ລາຍ​ຈ່າຍ​ທັງໝົດຂອງ​ຊາດໃນ​ແຕ່ລະ​ປີ ລວມທັງຄາດ​ຫວັງວ່າ ຈະ​ໄດ້​ຮັບການຊ່ວຍ
ເຫຼືອຈາກຕ່າງປະເທດຫຼາຍຂຶ້ນຫຼືບໍ່ຕໍ່າກວ່າ 50% ​ຂອງ​ງົບປະມານ​ດ້ານ​ການສຶກສາທັງໝົດ
ໃນ​ແຕ່ລະ​ປີ​ອີກ​ດ້ວຍ.

XS
SM
MD
LG