ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທາງການລາວກ່າວວ່າ ການສໍ້ລາດບັງຫລວງ ໄດ້ສົ່ງຜົນກະທົບຕໍ່ລາຍຮັບ ຂອງປະເທດ


ທ່ານອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ປະທານອົງການ
ກວດກາແຫ່ງລັດ
ທ່ານອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ປະທານອົງການ ກວດກາແຫ່ງລັດ

ປະ​ທານ​ອົງການ​ກວດກາ​​​ແຫ່ງ​ລັດ​ເນັ້ນ​ຢໍ້າວ່າ ການສໍ້​ລາດບັງ​ຫລວງທີ່​ເກີດ​ຂຶ້ນ​ຢ່າງ​ກວ້າງ ຂວາງ​ ໄດ້​ເຮັດ​ໃຫ້​ລາຍ​ຮັບ​ຂອງ​ລັດ​ຖະ​ບານ​ລາວ​ ມີ​ກາ​ນຮົ່ວ​ໄຫ​ລ​​ເພີ່ມຫລາຍຂຶ້ນ​ນັບ​ມື້.

ທ່ານ​ອາຊາງ ລາວ​ລີ ຮອງ​ນາຍົກລັດຖະ​ມົນ​ຕີ​ ໃນຖານະ
ປະທານ​ອົງການ​ກວດກາແຫ່ງ​ລັດໄດ້ເນັ້ນຢໍ້າຕໍ່​ກອງ​ປະ
ຊຸມ​ປະ​ຈຳປີ 2011 ຂອງ​ອົງການ​ກວດກາ​ແຫ່ງ​ລັດ​ ທີ່​ໄດ້​
ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ເມື່ອ​ບໍ່​ດົນ​ມາ​ນີ້ຢູ່​ນະ​ຄອນຫລວງ
ວຽງ​ຈັນ​ວ່າ ການ​ດຳ​ເນີນ​ການ​ກວດກາ​ການ​ປະຕິບັດງານ​
ແລະ​ການ​ໃຊ້​ຈ່າຍ​ງົບປະມານ​ໃນ​ໜ່ວຍ​ງານ​ຂອງລັດຖະບານ
ລາວ​ໃນ​ຕະຫລອດ​ປິ 2010 ທີ່​ຜ່ານ​ມານີ້ ​ປາກົດ​ວ່າຍັງ​ບໍ່​ມີ
ການ​ປະຕິບັດ​ທີ່ເປັນໄປ​ຕາມ​ກົດ​ລະບຽບ​ ແລະ​ມີ​ການ​ປະຕິບັດ​ງານ​ເພື່ອ​ຜົນປະໂຫຍ​ດສ່ວນ​
ຕົວ ​ເກີດ​ຂຶ້ນ​ຢ່າ​ງກວ້າງ​ຂວາງ.

ສະໜາມໄມ້ທີ່ຖືກລັກລອບຕັດຢ່າງຜິດກົດໝາຍ
ສະໜາມໄມ້ທີ່ຖືກລັກລອບຕັດຢ່າງຜິດກົດໝາຍ

ໂດ​ຍກໍລະນີ​ທີ່​ກວດ​ພົບ​ຫລາຍ
ທີ່​ສຸດ​ ກໍ່​ຄື​ການ​ລັກລອບ​ຕັດໄມ້
ເກີນ​ໂຄ​ຕ້າ​ ຊຶ່​ງ​ໃນ​ຕະຫລອດ​ປີ​
ທີ່​ຜ່ານ​ມາ​ ກໍ​ປາກົດວ່າ​ສາມາດ​
ກວດ​ຢຶດໄມ້ ທີ່​ລັກລອບ​ຕັດຢ່າງ
ຜິດ​ກົດ​ໝາຍ​ ໄດ້​ເຖິງ 65,000
ກວ່າ​ທ່ອນ ຕິດ​ຕາມ​ດ້ວຍ​ການ​
ນໍາເຂົ້າຍວດ​ຍານ​ພາຫະນະໂດຍ​
ການແຈ້ງ​ວັດຖຸ​ປະສົງ​ທີ່​ບໍ່ຈິງ
ເຊັ່ນ​ແຈ້ງວ່າ​ນໍາ​ຍວດ​ຍານ​ພາຫາ
ນະ​ເຂົ້າມາໃຊ້​ໃນ​ໂຄງກາ​ນພັດ​
ທະນາ​ຕ່າງໆ​ ເພື່ອໃຫ້​ເປັນ​ການ​ຫຼີກ​ລ່ຽງ​ການ​ເສຍ​ພາສີ​ ຢ່າ​ງຖືກຕ້ອງ.

ນອກ​ຈາກ​ນັ້ນ ກໍມີ​ການ​ໃຫ້​ສໍາ​ປະທານ​ສິດ​ໃນ​ການ​ເຊົ່າ​ທີ່​ດິນ​ເກີນ​ກວ່າ​ພື້ນ​ທີ່ ​ທີ່ໄດ້​ຮັບອະນຸ
ຍາດຈາກ​ລັດຖະບານ​ທີ່​ສ່ວນກາງ​, ການ​ບໍ່​ສົ່ງ​ລາຍ​ຮັບ​ຈາກ​ການ​ຂາຍ​ໄມ້​ເຂົ້າຄັງ​ຂອງລັດ
ແລະ​ການ​ຫຼີກ​ລ່ຽງ​ການ​ຈ່າ​ຍອາກອນ​ແລະ​ຄ່າ​ທໍານຽມ​ຕ່າງໆ ​ຂອງບັນດາ​ບໍ​ລິ​ສັດເອກ​ກະຊົນ
ໂດຍ​ມີ​ເຈົ້າໜ້າ​ທີ່​ຂອງ​ລັດຖະບານ​ໃຫ້ການ​ຮ່ວມ​ມື​ດ້ວຍ​ເປັນຕົ້ນ ຊຶ່ງ​ທັງ​ໝົດ​ນີ້​ກໍເຮັດ​ໃຫ້ລັດ
ຖະບານ​ລາວ​ຕ້ອງຂາດ​ລາຍໄດ້​ ຫຼາຍ​ຮ້ອຍ​ຕື້​ກີບ​ ໃນ​ແຕ່ລະ​ປີ.

ແຕ່​ຢ່າງ​ໃດ​ກໍ​ຕາມ​ ​ສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ​ລາວ​ທ່ານ​ນຶ່ງກໍ​ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ວ່າ ການ​
ທີ່​ຈະ​ເຮັດໃຫ້ກາ​ນປະ​ຕິ​ບັດ​ໜ້າ​ທີ່​ຂອງ​ອົງການ​ກວດກາ​ແຫ່ງ​ຊາດ​ມີ​ປະສິດ​ຕິ​ພາບຫຼາຍ​ຂຶ້ນ​ນັ້ນ
ກໍ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ການ​ກວດ​ສອບ​ການປະ​ຕິ​ບັດ​ງາ​ນຂອງ​ເຈົ້າໜ້າ​ທີ່​ຂອງອົງການ​ກວດກາ
ອີກດ້ວຍ​ ດັ່ງ​ທີ່​ທ່ານ​ກ່າວ​ວ່າ:

ຜູ້​ກວດ​ສອບ​ນີ້​ ກໍ່​ຕ້ອງ​ກວດກາ​ຄືນ​ຄີ​ກັນ ຄວາມປ່​ງ​ໃສ​ນີ້​ກະ​ຢາກ​ໃຫ້​ເບິ່ງ​ຄື​ກັນ​
ດີ້ ນີ້​ຜູ້ໄປ​ກວດ​ສອບ​ບໍ່​ແມ່ນໄປ​ກວດ​ສອບ​ລ້າໆ​ເດ້ ບໍ່​ແມ່ນເດ້ ພ້ອມ​ກັນ​ນີ້​ແລ້ວ​
ການ​ໃຊ້​ຈ່າຍ​ເດ້ໄປ​ກວດ​ສອບ​ແຕ່​ລະ​ບ່ອນໆ ​ໝົດ​ນ້ອຍ​ຫຼາຍ​ປານ​ໃດ​ມັນ​ຈຶ່ງ​ຈະຮູ້
ວ່າ​ຄວາມ​ຮັບຜິ​ດຊອບ​ຂອງ​ເຮົາ​ໃນ​ການ​ປະຕິ​ບັດ​ໜ້າ​ທີ່​ນີ້​ເດ້ ​ບາງ​ບ່ອນມັນກະ​ແກ່
ຍາວ
2-3 ເດືອນ 6 ​ເດືອນ​ກໍຍັງ​ບໍ່​ແລ້ວ ​ອັນ​ນີ້​ຕ້ອງ​ໄດ້​ກວດ​ຄື​ກັນ​ ກໍ​ຕ້ອງ​ແຈ້ງ
ຕໍ່ສະພາແຫ່ງຊາດ​ເຊັ່ນ​ດຽວ​ກັນ.”

ທ່ານຈູມມະລີ ໄຊຍະ ສອນ ປະທານປະເທດ ລາວ
ທ່ານຈູມມະລີ ໄຊຍະ ສອນ ປະທານປະເທດ ລາວ

ກ່ອນ​ໜ້າ​ນີ້​ ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ ປະ​ທານ​ປະ​ເທດ​
ແລະ​ລັດຖະບານ​ລາວ​ທັງ​ຈາກຂັ້ນສູນ​ກາງ​ແລະ​ຂັ້ນ​ແຂວງ
ຈາກ​ທົ່ວ​ປະ​ເທດ​ວ່າ​ມີ​ພະນັກງານ​ຂອງພັກແລະ​ລັດຖະບາ​ນ
ຈໍານວນບໍ່​ໜ້ອຍ​ທີ່​ຍັງ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ຄວາມ​ຮັບຜິດ​ຊອບ
ຫຼື​ວຽກ​ງານ​ທີ່​ໄດ້​ຮັບ​ມອບໝາຍ​ ​ຢ່າງ​ມີ​ປະສິດ​ທິຜົນ​ຕໍ່າ.

ເຖິງແມ່ນວ່າ​ບັນດາພະນັກ​ງານ​ເຫລົ່າ​ນີ້​ຈະ​ມີ​ຄວາມ​ເຂົ້າ​ໃຈ
ຕໍ່​ທິດ​ທາງ​ແລະ​ແນວ​ທາງນະໂຍບາຍ​ທີ່ພັກ​ແລະ​ລັດຖະບານ​ໄດ້​ວາງ​ອອກ​ເປັນ​ຢ່າ​ງດີ​ກໍ່​ຕາມ​ ຫາກແຕ່​ກໍ​ປາ​ກົດ​ວ່າ​ໄດ້​ມີ​ການ​ຂາດ​ການ​ຜັນຂະຫຍາຍ​ໄປ​ສູ່​ການ​ປະຕິ​ບັດ​ວຽກງານ​ຕ່າງໆ​ຢ່າງ​ເປັນຮູ​ບປະ​ທໍາ. ສ່ວນ​ໃນ​ຫຼາຍໆ​ກໍ​ລະ​ນີ ທີ່​ໄດ້​ມີ​ການ​ນໍາໄປ​ສູ່​ການ​ປະຕິ​ບັດ​ທີ່​ເປັນ​ຮູບປະ​ທຳແລ້ວນັ້ນ ກໍກັບ​
ປາກົດ​ວ່າ ​ຂາດ​ການ​ເສີມຂະຫຍາຍໄປ​ສູ່​ການ​ປະ​ຕິ​ບັດໃນສັງຄົມທີ່​ກວ້າງຂວາ​ງຂຶ້ນ​ ເນື່ອງ
ຈາກ​ວ່າ​ພະນັກງານ​ຂອງ​ພັກ ແລ​ະລັດຖະບານຈຳ​ນວນ​ບໍ່​ໜ້ອຍ ຕ່າງ​ກໍ່​ບໍ່​ໄດ້ເອົາ​ໃຈ​ໃສ່ຕໍ່​
ການ​ນຳພາ​ເພື່ອ​ດຶງ​ເອົາ​ການ​ມີ​ສ່ວນ​ຮ່ວມ​ຈາກ​ປະ​ຊາ​ຊົນ​ລາວ​ບັນດາເຜົ່າ.

ແຕ່​ຢ່າ​ງ​ໃດ​ກໍ່​ຕາມ​ ທ່ານ​ຈູມ​ມະ​ລີ ກໍ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ພາຍໃຕ້​ການ​ນຳ​ພາອັນ
ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ດຽວ​ໃນ​ຕະຫຼອດໄລ​ຍະ 35 ປີ​ມາ​ນີ້ ​ກໍ​ໄດ້​ເຮັດ​ໃຫ້ການ​ພັດທະນາ
ຂອງ​ລາວ​ມີ​ອັນ​ປະສົບ​ຜົນສຳເລັດ​ໃນ​ຫຼາຍໆ​ດ້ານ ໂດຍ​ທີ່​ສຳ​ຄັນ​ກໍ່​ຄື​ກາ​ນພັດທະນາ​ທາງ
ເສ​ດຖະກິດ-ສັງຄົມໃນ​ຕະຫຼອດໄລຍະ​ທີ່​ຜ່ານ​ມາ​ ກໍ່​ໄດ້​ເຮັດ​ໃຫ້​ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ປະ​ຊາ
ຊົນ​ບັນດາເຜົ່າໄດ້​ຮັບ​ການຍົກ​ລະດັບ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

XS
SM
MD
LG