ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ແຂວງໄຊຍະບູລີເຊື່ອວ່າ ການຈັດງານບຸນຊ້າງປະຈໍາປີ ມີສ່ວນຊ່ວຍອານຸລັກຊ້າງໄວ້


ການແຫ່ຂະບວນຊ້າງໃນງານບຸນຊ້າງປະຈໍາປີ ໃນວັນທີ 18-20 ກຸມ
ພາ, 2011 ຜ່ານມານີ້ ຢູ່ທີ່ເມືອງປາກລາຍ ແຂວງໄຊຍະບູລີ, ພາກ ຕາເວັນຕົກສຽງເໜືອຂອງລາວ ຊຶ່ງເຈົ້າໜ້າທີ່ລາວເຊື່ອວ່າ ມີສ່ວນອັນ
ສໍາຄັນໃນການຊ່ວຍ ໃຫ້ມີການອານຸລັກຊ້າງໃນລາວ.
ການແຫ່ຂະບວນຊ້າງໃນງານບຸນຊ້າງປະຈໍາປີ ໃນວັນທີ 18-20 ກຸມ ພາ, 2011 ຜ່ານມານີ້ ຢູ່ທີ່ເມືອງປາກລາຍ ແຂວງໄຊຍະບູລີ, ພາກ ຕາເວັນຕົກສຽງເໜືອຂອງລາວ ຊຶ່ງເຈົ້າໜ້າທີ່ລາວເຊື່ອວ່າ ມີສ່ວນອັນ ສໍາຄັນໃນການຊ່ວຍ ໃຫ້ມີການອານຸລັກຊ້າງໃນລາວ.

ເຈົ້າໜ້າທີ່ແຂວງໄຊຍະບູລີ ສະແດງຄວາມເຊື່ອໝັ້ນວ່າການຈັດງານບຸນຊ້າງເປັນປະຈໍາ ທຸກປີນັ້ນໄດ້ມີສ່ວນຢ່າງສໍາຄັນໃນການຊ່ວຍໃຫ້ມີການອານຸລັກຊ້າງໃນລາວທີ່ເຫລືອຢູ່ ພຽງແຕ່ພັນກວ່າໂຕເທົ່ານັ້ນ.



ທ່ານສັງວຽນ ແສງກັນຍາລີ ຫົວໜ້າຫ້ອງການທ່ອງທ່ຽວ
ແຂວງໄຊຍະບູລີ ໄດ້ໃຫ້ການຢືນຢັນວ່າ ການຈັດງານບຸນ
ຊ້າງເປັນປະຈໍາທຸກປີ ຢູ່ພາຍໃນແຂວງໄຊຍະບູລີ ບໍ່ພຽງແຕ່ຈະເປັນການສົ່ງເສີມການທ່ອງ
ທ່ຽວ ໃຫ້ມີການຂະຫຍາຍ​ໂຕເພີ້ມຂຶ້ນເທົ່ານັ້ນ ຫາກແຕ່ການຈັດງານບຸນຊ້າງ ກໍຍັງມີສ່ວນ
ຢ່າງສໍາຄັນ ໃນການຊ່ວຍໃຫ້ມີການອານຸລັກຊ້າງທີ່ຢູ່ໃນແຂວງໄຊຍະບູລີ ກໍຄືຢູ່ໃນທົ່ວປະ
ເທດລາວ ອີກດ້ວຍເຊັ່ນກັນ.

ທັງນີ້ກໍເນື່ອງຈາກວ່າການຈັດງານບຸນຊ້າງດັ່ງກ່າວໄດ້ເຮັດໃຫ້ເກີດຄວາມໃກ້ຊິດລະຫວ່າງຊ້າງ
ກັບຄົນໂດຍຜ່ານການ ຈັດກິດຈະກໍາຕ່າງໆ ເຊັ່ນການເດີນຂະບວນພາເລດຂອງຊ້າງ, ການ ສະແດງຄວາມສາມາດຂອງຊ້າງ ແລະການຈັດ ພິທີ​ບາສີສູ່ຂວັນຊ້າງເປັນຕົ້ນນັ້ນ ຍ່ອມຈະມີ ສ່ວນຢ່າງສໍາຄັນໃນການເຮັດໃຫ້ຄົນ ຫຼືນັກທ່ອງທ່ຽວທີ່ເຂົ້າຮ່ວມໃນງານນັ້ນມີຄວາມເຂົ້າໃຈ ແລະເຫັນຄວາມສໍາຄັນຂອງຂ້າງຫຼາຍຂຶ້ນ.

ສ່ວນທາງດ້ານຜູ້ທີ່ເປັນເຈົ້າຂອງ ຫລືຄົນລ້ຽງຊ້າງນັ້ນ ກໍຈະມີໂອກາດໄດ້ສ້າງລາຍຮັບຈາກ
ການທ່ອງທ່ຽວເພື່ອທີ່ວ່າຈະໄດ້ນໍາເອົາລາຍຮັບດັ່ງກ່າວໄປຈຸນເຈືອຄອບຄົວ ແລະຊ້າງຂອງ
ຕົນໄດ້ຢ່າງພຽງພໍຊຶ່ງກໍຈະເຮັດໃຫ້ບໍ່ມີຄວາມຈໍາເປັນທີ່ຈະຕ້ອງນໍາເອົາຊ້າງໄປຮັບຈ້າງໃນວຽກ
ງານທີ່ໜັກອັນຖືເປັນເງື່ອນໄຂສໍາຄັນທີ່ຈະຊ່ວຍເຮັດໃຫ້ຊ້າງມີໂອກາດໄດ້ປະສົມພັນກັນຫຼາຍ
ຂຶ້ນອີກດ້ວຍນັ້ນເອງ.

ສໍາລັບໃນປີ 2011 ນີ້ການຈັດງານບຸນຊ້າງຊຶ່ງຖືເປັນຄັ້ງທີ່ 5 ແລ້ວນັ້ນໄດ້ຈັດຂຶ້ນໃນລະ
ຫວ່າງວັນທີ 18-20 ກຸມພານີ້ ຢູ່ທີ່ເມືອງປາກລາຍຊຶ່ງທາງການລາວຄາດໝາຍວ່າຈະມີການ
ໃຊ້ຈ່າຍຂອງບັນດານັກທ່ອງທ່ຽວລາວ ແລະຕ່າງຊາດຫຼາຍໝື່ນຄົນຄິດເປັນມູນຄ່າລວມກັນ
ເກີນກວ່າ 20 ຕື້ກີບ ດັ່ງທີ່ທ່ານສັງວຽນໄດ້ສະແດງຄວາມໝັ້ນໃຈວ່າ:

ການຈັດງານບຸນຊ້າງປະຈໍາປີ 2010
ການຈັດງານບຸນຊ້າງປະຈໍາປີ 2010

“ການຈັດບຸນຊ້າງປີນີ້ຄິດວ່າລາຍຮັບຈາກ
ການຈັດງານນີ້ຈະບໍ່ຫຼຸດ 20 ຕື້ກີບ ເພາະ
ວ່າເຮົາອິງ​ໃສ່ຄວາມສະດວກໃນການເຂົ້າ
ຮອດເຂົ້າເຖິງສະຖານທີ່ຈັດງານ ແລະອິງ
ໃສ່ສິ່ງອໍານວຍຄວາມສະດວກຕ່າງໆໃຫ້
ແກ່ການຮອງຮັບນັ້ນ ພວກເຮົາກະຖືວ່າ
ມັນເພີ່ມຂຶ້ນ ຈັ່ງຊັ້ນການບໍລິການໃນຂອດ
ຕ່າງໆນີ້ ຄິດວ່າຈະມີຄວາມພ້ອມທີ່ສາມາດບໍລິການໄດ້.”

ທາງດ້ານທ່ານບຸນໄອ່ ໜູນວນນະວົງ ຮອງຫົວໜ້າຫ້ອງການກະຊວງກະສິກໍາ-ປ່າໄມ້ລາວກໍ
ໄດ້ກ່າວເນັ້ນຢໍ້າຕໍ່ກອງປະຊຸມລະດັບພາກພື້ນເອເຊຍໃນຫົວຂໍ້ກ່ຽວກັບການແກ້ໄຂຂໍ້ຂັດແຍ້ງ
ລະຫວ່າງຄົນກັບຊ້າງປ່າຊຶ່ງຈັດຂຶ້ນຢູ່ທີ່ນະຄອນວຽງຈັນໃນວັນທີ 16-17 ກຸມພານີ້ວ່າ ການ ກະທໍາທີ່ຄຸກຄາມຕໍ່ຈໍານວນປະຊາກອນປ່າຢູ່ໃນລາວຫຼາຍທີ່ສຸດນັ້ນມີຢູ່ 3 ປະການທີ່ສໍາຄັນ
ດ້ວຍກັນກໍຄືການຕັດໄມ້ທໍາລາຍປ່າ, ການທໍາລາຍທີ່ຢູ່ອາ​ໃສ ແລະການລ່າຊ້າງປ່າໂດຍມະ
ນຸດຊຶ່ງກໍໄດ້ສົ່ງຜົນກະທົບເຮັດໃຫ້ປະຊາກອນຊ້າງປ່າຢູ່ໃນລາວຫລຸດຈໍານວນລົງຢ່າງຕໍ່ເນື່ອງ.

ກອງໄມ້ທີ່ຖືກລັກລອບຕັດຢ່າງແຜ່ຫລາຍຊຶ່ງເຮັດ ໃຫ້ປ່າໄມ້ທີ່ເປັນແຫລ່ງອາຫານ ແລະບ່ອນຢູ່ອາ ໃສຂອງຊ້າງນັ້ນ ຖືກທໍາລາຍຢ່າງແຜ່ຫລາຍຂຶ້ນ ນັບມື້.
ກອງໄມ້ທີ່ຖືກລັກລອບຕັດຢ່າງແຜ່ຫລາຍຊຶ່ງເຮັດ ໃຫ້ປ່າໄມ້ທີ່ເປັນແຫລ່ງອາຫານ ແລະບ່ອນຢູ່ອາ ໃສຂອງຊ້າງນັ້ນ ຖືກທໍາລາຍຢ່າງແຜ່ຫລາຍຂຶ້ນ ນັບມື້.

ທັງນີ້ ຕາມການຄາດຄະເນຂອງ
ທາງການກະຊວງກະສິກໍາ-ປ່າໄມ້
ລາວເອງ ກໍເຊື່ອວ່າໃນທຸກມື້ນີ້ຍັງ
ຄົງເຫຼືອປະຊາ ກອນຊ້າງຢູ່ໃນ
ລາວປະມານ 1,500 ​ໂຕເທົ່າ
ນັ້ນຊຶ່ງໃນນີ້ກໍມີຢູ່ປະມານ 1,000
ໂຕທີ່ເປັນຊ້າງປ່າ. ສ່ວນທີ່ເຫຼືອ
ອີກ 500 ​ໂຕນັ້ນ ກໍເປັນຊ້າງ
ບ້ານທີ່ສ່ວນໃຫຍ່ກໍຄືຊ້າງຂອງ
ປະຊາຊົນລາວທີ່ຢູ່ໃນແຂວງໄຊ
ຍະບູລີ.

ຍິ່ງໄປກວ່ານັ້ນ ບັນດານັກຊຽວ
ຊານຈາກອິນເດຍ, ສີລັງກາ
ແລະໄທ ທີ່ເຂົ້າຮ່ວມໃນກອງປະ
ຊຸມຄັ້ງນີ້ດ້ວຍນັ້ນ ກໍໄດ້ເຕືອນທາງການລາວວ່າປະຊາກອນຊ້າງປ່າໃນລາວຍັງມີໂອກາດທີ່
ຈະຫລຸດຈໍານວນລົງອີກໃນໄລຍະຕໍ່ໄປນີ້ ຖ້າຫາກວ່າທາງການລາວບໍ່ທຸ່ມເທໃຫ້ກັບການສະ
ກັດກັ້ນການຕັດໄມ້ທໍາລາຍປ່າຢ່າງແທ້ຈິງ ເພາະວ່າການຕັດໄມ້ທໍາລາຍປ່າ ກໍຄືການທໍາລາຍ
ທັງແຫຼ່ງທີ່ຢູ່ອາໄສ ແຫລ່ງປະສົມພັນ ແລະແຫລ່ງອາຫານຂອງຊ້າງປ່າ ໂດຍກົງນັ້ນເອງ.

XS
SM
MD
LG