ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວອະນຸມັດສິດສໍາປະທານ ທີ່ດິນໄລຍະຍາວ ແກ່ເອກະຊົນລາວ ແລະຕ່າງຊາດແລ້ວ


ສວນຕົ້ນຢາງພາລາແຫ່ງນຶ່ງ ທີ່ລັດຖະບານລາວໄດ້ອານຸມັດ
ໃຫ້ເອກະຊົນຕ່າງປະເທດ ສໍາປະທານທີ່ດິນເພື່ອປູກຕົ້ນຢາງ.
ສວນຕົ້ນຢາງພາລາແຫ່ງນຶ່ງ ທີ່ລັດຖະບານລາວໄດ້ອານຸມັດ ໃຫ້ເອກະຊົນຕ່າງປະເທດ ສໍາປະທານທີ່ດິນເພື່ອປູກຕົ້ນຢາງ.

ລັດຖະມົນຕີລາວຜູ້ນຶ່ງຢືນຢັນວ່າ ທາງການລາວໄດ້ອະນຸມັດສໍາປະທານສິດໃນການເຊົ່າທີ່ ດິນໄລຍະຍາວແກ່ເອກະຊົນລາວແລະຕ່າງຊາດໄປແລ້ວ ຄິດເປັນເນື້ອທີ່ລວມຫລາຍກວ່າ 430 ພັນເຮັກຕາໃນທົ່ວປະເທດ.

ທ່ານສີ​ຕາ​ເຮັ່ງ ລາດ​ຊະ​ພົນ ລັດຖະມົນຕີ​ກະຊວງ​ກະສິກໍາ
-ປ່າ​ໄມ້​ລາວ ຖະ​ແຫລ​ງຢືນຢັນວ່າ ຈົນ​ເຖິງປັດຈຸບັນ​ນີ້ທາງ
ການ​ລາວ​ໄດ້​ອະນຸມັດ​ສຳ​ປະທານ​ສິດ​ໃນ​ການ​ເຊ່ົ່າ​ທີ່ດິນ​
ໄລຍະ​ຍາວ​ໃຫ້​ແກ່​ເອກະ​ຊົນ​ລາວ ​ແລະຕ່າງ​ຊາດ​ໄປ​ແລ້ວ
1,200 ກວ່າ​ລາຍ ໂດຍ​ໃນ​ນີ້ກໍ​ເປັນ​ການ​ໃຫ້​ສຳ​ປະທານ
ທີ່​ມີ​ເນື້ອທີ່​ກວ້າງ​ຕັ້ງ​ແຕ່ 8,000 ​ເຮັກຕາ ​ໄປ​ຈົນ​ເຖິງ 5 ໝື່ນ​ເຮັກຕາ ​ແກ່​ບັນດາ​ບໍລິສັດ​ເອ
ກະ​ຊົນ​ຕ່າງ​ຊາດ​ຈຳນວນເຖິງ 398 ລາຍ ​ແລະກໍຄິດ​ເປັນ​ພື້ນທີ່​ລວ​ມກັນເກີນວ່າ 4.3
ແສນ​ເຮັກຕາ​ໃນ​ທົ່ວ​ປະ​ເທດ.

ໂດຍ​ທີ່​ຖື​ວ່າ​ເປັນ​ການ​ໃຫ້​ສຳ​ປະທານ​ທີ່​ມີ​ເນື້ອທີ່​ລວມຫລາຍ​ທີ່​ສຸດ​ນັ້ນ ກໍ​ແມ່ນ​ການ​ໃຫ້​ສຳ
ປະທານ​ທີ່​ດິນ​ເພື່ອການ​ປູກ​ຢາງພາລາ ​ແລະພືດ​ເສດຖະກິດ​ຕ່າງໆ ຊຶ່ງ​ກໍ​ເຮັດ​ໃຫ້​ຜົນ​ຜະລິດ​
ໃນ​ດ້ານ​ກະສິກຳ-ປ່າ​ໄມ້ລາວ​ນັ້ນ ກໍ​ຍັງ​ຄົງ​ເປັນ​ສິນຄ້າ​ສົ່ງ​ອອກ​ອັນ​ດັບ​ນຶ່ງ​ຂອງ​ລາວ ຈົນ​ເຖິງ​
ທຸກ​ມື້ນີ້ ດັ່ງ​ທີ່ທ່ານ​ສີ​ຕາ​ເຮັ່ງ​ໄດ້ຊີ້​ແຈງ​ວ່າ:

ທ່ານສີຕາເຮັ່ງ ລາດຊະພົນ (ຜູ້ທີນຶ່ງ, ຊ້າຍມື) ລັດຖະມົນຕີວ່າການກະຊວງ ກະສິກຳ-ປ່າໄມ້ລາວ
ທ່ານສີຕາເຮັ່ງ ລາດຊະພົນ (ຜູ້ທີນຶ່ງ, ຊ້າຍມື) ລັດຖະມົນຕີວ່າການກະຊວງ ກະສິກຳ-ປ່າໄມ້ລາວ

“​ໂຄງ​ການ​ສ່ວນ​ໃຫຍ່​ຍັງແມ່ນ​ເພື່ອ​ປູກ​
ຢາງພາລາ​ຊຶ່ງ​ມີ 143 ​ໂຄງການ ​ແລະ
ກວາ​ມ​ເອົາ​ເກືອບ 2 ​ແສນ​ເຮັກຕາ ​ໂຄງ
ການ​ຢາງພາລາ​ຂອງ​ຕ່າງປະ​ເທດ​ມີ 83
ໂຄງການ​ມີ​ມູນ​ຄ່າ​ເຖິງ 557 ລ້ານໂດ​ລາ
ຊຶ່ງ​ກວາ​ມ​ເນື້ອທີ່​ປະມານ 150 ພັນ​ເຮັກ
ຕາ. ສຳ​ຫລັບ​ໂຄງການປູກ​ໄມ້​ອື່ນໆອີກ
ມີ 30ໂຄງການ​ທີ່ມີ​ມູນ​ຄ່າ 725 ລ້ານ
ໂດ​ລາ. ​ແຕ່​ແນວ​ໃດ​ກໍ​ຕາມ ມາ​ຮອດ​
ປັດຈຸບັນ​ສິນຄ້າ​ກະສິກຳ​ກໍ​ກວາ​ມ 65%
ຂອງ​ໂຄງ​ປະກອບ​ສິນຄ້າພາຍ​ໃນ​ ສຳ
ລັບ​ສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ກໍ​ແມ່ນ​ໄມ້
ເຄື່ອງປ່າ​ຂອງ​ດົງ, ກາ​ເຟ, ສາລີ, ພືດ​
ຜັກ, ງົວ ​ແລະຄວາຍ”

ແຕ່ຢ່າງໃດກໍຕາມ ທ່ານ ຄໍາອ້ວນ ບຸບຜາ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນ
ຕີລາວ ຜູ້ຮັບຜິດຊອບວຽກງານໃນດ້ານການບໍລິຫານ ແລະຄຸ້ມຄອງທີ່ດິນແຫ່ງຊາດຂອງ
ລັດຖະບານ ກໍໄດ້ຖະແຫລງຢືນຢັນ​ກ່ອນໜ້ານີ້ວ່າ ຄະນະ​ລັດຖະບານ​ລາວ ໄດ້ມີມະຕິຄໍາສັ່ງ
ໄປເຖິງໜ່ວຍງານທີ່ກ່ຽວຂ້ອງໃນທົ່ວປະເທດ ເພື່ອໃຫ້ດໍາເນີນການກວດກາທີ່ດິນທີ່ໄດ້ໃຫ້
ສໍາປະທານກັບບັນດາເອກກະຊົນລາວ ແລະຕ່າງຊາດໃນທົ່ວປະເທດແລ້ວເມື່ອບໍ່ນານມານີ້.

ສາເຫດທີ່ເຮັດໃຫ້ຄະນະລັດຖະບານລາວຕ້ອງມີມະຕິຄໍາສັ່ງ ໃຫ້ດໍາເນີນການກວດກາດັ່ງກ່າວ
ນີ້ ກໍ​ຍ້ອນວ່າການ​ຄຸ້ມ​ຄອງ​ໃນ​ການ​ໃຫ້ສຳປະທານທີ່ດິນແກ່ບໍລິສັດ​ເອກະ​ຊົນທີ່​ຜ່ານ​ມານັ້ນ
ໄດ້ມີການພິຈາລະນາ ແລະຕັດສິນໃຈອະນຸມັດຢ່າງບໍ່ໄດ້ມາດຕະຖານ ແລະບໍ່ເປັນໄປຕາມກົດ
ລະບຽບ ຫຼືກົດໝາຍທີ່ທາງການລາວໄດ້ວາງອອກ ຈຶ່ງເຮັດໃຫ້ເກີດບັນຫາຂັດແຍ້ງຕ່າງໆຂຶ້ນ
ຕິດຕາມມາຢ່າງກ້ວາງຂວາງໃນທົ່ວປະເທດ.

ຍິ່ງໄປກວ່ານັ້ນ ກໍ​ຍັງ​ປາກົດ​ວ່າການ​ໃຫ້​ສຳ​ປະທານທີ່​ດິນໃນຫລາຍໆກໍລະນີກໍໄດ້ໄປກວາມ
ເອົາທີ່ດິນທຳກິນຂອງປະຊາຊົນ ແລະໃນຫລາຍໆກໍລະນີກໍໄດ້ບຸກລຸກ​ເຂົ້າ​ໄປ​ໃນ​ເຂດປ່າສະ
ຫງວນແຫ່ງຊາດກໍມີ ຈຶ່ງໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມທຳມະຊາດ ຢ່າງຫລີກລ້ຽງ
ບໍ່ໄດ້ ເນື່ອງຈາກວ່າໄດ້ມີການຕັດໄມ້ທຳລາຍປ່າ ຢູ່ໃນເຂດສຳປະທານທີ່ກວາມໄປເຖິງເຂດ
ປ່າສະຫງວນຢ່າງກວ້າງຂວາງອີກດ້ວຍ ນັ້ນ​ເອງ.

ສວນປູກຕົ້ນຢາງພາລາ ຂອງຈີນໃນລາວແຫ່ງນຶ່ງ ທີ່ປູກໃສ່ດິນທີ່ສຳປະ ທານຈາກລັດຖະບານ.
ສວນປູກຕົ້ນຢາງພາລາ ຂອງຈີນໃນລາວແຫ່ງນຶ່ງ ທີ່ປູກໃສ່ດິນທີ່ສຳປະ ທານຈາກລັດຖະບານ.

ນອກຈາກນີ້ ດ້ວຍເຫດທີ່ ການອະນຸມັດສໍາປະທານທີ່ດິນ
ໃຫ້ແກ່ບັນດາບໍລິສັດຕ່າງຊາດທີ່ບໍ່ໄດ້ມີການສໍາຫລວດພື້ນ
ທີ່ຕົວຈິງເລີຍນັ້ນ ກໍ່ຍັງເຮັດໃຫ້ລັດຖະບານລາວຕ້ອງສູນ
ເສຍລາຍຮັບຢ່າງຫຼວງຫຼາຍອີກດ້ວຍ ເນື່ອງຈາກວ່າເຈົ້າໜ້າ
ທີ່ຜູ້ຮັບຜິດຊອບໄດ້ມີການກໍາໜົດອັດຕາຄ່າເຊົ່າທີ່ຕໍ່າເກີນ
ໄປ ຫຼື່ບໍ່ເປັນໄປຕາມກົດລະບຽບທີ່ວາງອອກ ຈຶ່ງເຮັດໃຫ້
ລັດຖະບານລາວໄດ້ຮັບຄ່າເຊົ່າທີ່ດິນເຮັກຕາລະ$1-$3 ຕໍ່ ປີເທົ່ານັ້ນ.

ຊຶ່ງດ້ວຍສະພາບການດັ່ງກ່າວ ກໍ່ຍັງເຮັດໃຫ້ສໍານັກງານ
ນາຍົກລັດຖະມົນຕີລາວອອກມະຕິຄໍາສັ່ງ ໄປເຖິງໜ່ວຍ
ງານທີ່ກ່ຽວຂ້ອງໃນທົ່ວປະເທດເພື່ອໃຫ້ດໍາເນີນມາດຕະການສໍາຫຼວດພື້ນທີ່ ແລະຈັດທໍາບົດ
ວິພາກເສດຖະກິດຢ່າງຄົບຖ້ວນເສຍກ່ອນ ຈຶ່ງຈະຖືວ່າເປັນການອະນຸມັດສໍາປະທານທີ່ດິນ
ຢ່າງຖືກຕ້ອງ.

XS
SM
MD
LG