ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວວ່າຈະເພີ້ມຄວາມໜາແໜ້ນ ຂອງປ່າໄມ້ໃຫ້ໄດ້ຮອດ 65% ຂອງເນື້ອທີ່ໝົດປະເທດ ໃນປີ 2015


ການຕັດໄມ້ ຖາງປ່າ ເພື່ອເຮັດໄຮ່ເຄື່ອນທີ່ ຢູ່ລາວ
ການຕັດໄມ້ ຖາງປ່າ ເພື່ອເຮັດໄຮ່ເຄື່ອນທີ່ ຢູ່ລາວ

ລັດຖະມົນຕີລາວຢືນຢັນວ່າ ຈະເພີ້ມຄວາມໜາແໜ້ນຂອງສະພາບປ່າໄມ້ໃຫ້ປົກຫຸ້ມໄດ້ເຖິງ 65% ຂອງພື້ນທີ່ທັງໝົດຂອງປະເທດລາວພາຍໃນປີ 2015.

ທ່ານສີ​ຕາ​ເຮັ່ງ ລາດ​ຊະ​ພົນ ລັດຖະມົນຕີ​ກະຊວງ​ກະສິກໍາ
-ປ່າ​ໄມ້​ລາວ ຖະ​ແຫລ​ງຢືນຢັນຕໍ່ກອງ​ປະຊຸມ​ໃຫຍ່​ຄັ້ງທີ່
9 ຂອງ​ພັກ​ປະຊາຊົນປະຕິວັດ​ລາວ ທີ​ມີ​ຂຶ້ນ​ໃນ​ລະຫວ່າງ
ວັນທີ 17-21 ມີນານີ້ວ່າ ສະພາບ​ປ່າ​ໄມ້​ຂອງ​ລາວ ໃນ
ປັດຈຸບັນ​ນີ້​ມີ​ຄວາມໜາ​ແໜ້ນຄິດ​ເປັນ 53% ຂອງ​ພື້ນທີ່
ທັງໝົດຂອງ​ປະ​ເທດ ​ແລະ ສຳລັບ​ເປົ້າໝາຍ​ໃນ 5 ປີ
ຕໍ່ໜ້າ ກໍ​ຄື​ພາຍ​ໃນ​ປີ 2015 ນັ້ນ ທາງ​ການ​ກະ​ຊວງກໍ​ຈະ
ດໍາ​ເນີນ​ການ​ໃນ​ທຸກ​ວິທີ ​ເພື່ອ​ເຮັດ​ໃຫ້​ລະດັບ​ຄວາມໜາ
ແໜ້ນຂອງ​ປ່າ​ໄມ້ ​ເພີ້ມຂຶ້ນ​ເປັນ 65%ຂອງ​ພື້ນທີ່​ທັງໝົດ
ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ.

ປ່າໄມ້ອຸດສາຫະກໍາແຫ່ງນຶ່ງໃນລາວ
ປ່າໄມ້ອຸດສາຫະກໍາແຫ່ງນຶ່ງໃນລາວ

ທັງ​ນີ້ມາດ​ຕະການ​ທີ່​ຈະ​ມີ​ສ່ວນ​
ຢ່າງ​ນຶ່ງ​ສຳຄັນ​ໃນ​ການ​ເຮັດ​ໃຫ້
ເປົ້າໝາຍດັ່ງກ່າວ​ຂອງ​ທາງ​
ການ​ລາວ​ສາມາດ​ເກີດ​ຂຶ້ນ​ໄດ້
ໃນ​ພາກ​ປະຕິບັດຕົວ​ຈິງນັ້ນກໍ
ຄື​ກາ​ນສົ່ງ​ເສີມ​ໃຫ້​ພາກ​ເອກະ
ຊົນ​ລາວ ​ແລະ​ຊາວ​ຕ່າງຊາດ
ປະກອບສ່ວນ​ໃນ​ການ​ປູກຕົ້ນ
ໄມ້​ອຸດສາຫະກໍາ​ຕ່າງໆໃຫ້​
ຫລາຍ​ຂຶ້ນ ​ເຊ່ນ ຢາງພາລາ,
ວິກ, ​ເກດສະໜາ ​ແລະຕົ້ນໄມ້
ຕ່າງໆ ​ເປັນຕົ້ນ.

ທີ່່ຜ່ານ​ມາກໍ​ປາກົດ​ວ່າ ທາງການ​ລາວ​ໄດ້​ອະນຸມັດ​ສຳ​ປະທານ​ສິດ​ໃນ​ການ​ເຊົ່າ​ທີ່ດິນ​ໄລຍະ​
ຍາວ​ໃຫ້​ແກ່​ເອກະ​ຊົນ​ລາວ ​ແລະຕ່າງ​ຊາດ​ໄປ​ແລ້ວ 1,200 ກວ່າ​ລາຍ ຊຶ່ງໃນ​ນີ້ກໍ​ເປັນ​ການ
ໃຫ້​ສຳ​ປະທານທີ່​ມີ​ເນື້ອທີ່​ກວ້າງ​ຕັ້ງ​ແຕ່ 8,000 ​ເຮັກຕາ ​ໄປ​ຈົນ​ເຖິງ 5 ໝື່່ນ​ເຮັກຕາ ​ແກ່
ບັນດາ​ບໍລິສັດ​ເອກະ​ຊົນ​ຕ່າງ​ຊາດ​ຈຳນວນເຖິງ 398 ລາຍ ​ແລະກໍຄິດ​ເປັນ​ພື້ນທີ່​ລວ​ມກັນ
ເກີນວ່າ 4.3 ແສນ​ເຮັກຕາ​ໃນ​ທົ່ວ​ປະ​ເທດ ​ແລະ​ທີ່​ຖື​ວ່າ​ເປັນ​ການ​ໃຫ້​ສຳ​ປະທານ​ທີ່​ມີ​ເນື້ອ
ທີ່​ລວມຫລາຍ​ທີ່​ສຸດ​ນັ້ນ ກໍ​ແມ່ນ​ການ​ໃຫ້​ສຳປະທານ​ທີ່​ດິນ​ເພື່ອການ​ປູກ​ຢາງພາລາ ດັ່ງ​ທີ່
ທ່ານ​ສີ​ຕາ​ເຮັ່ງ​ໄດ້ຊີ້​ແຈງ​ວ່າ:

ທ່ານສີ​ຕາ​ເຮັ່ງ ລາດ​ຊະ​ພົນ ລັດຖະມົນຕີ​ກະຊວງ​ ກະສິກໍາ-ປ່າ​ໄມ້​ລາວ
ທ່ານສີ​ຕາ​ເຮັ່ງ ລາດ​ຊະ​ພົນ ລັດຖະມົນຕີ​ກະຊວງ​ ກະສິກໍາ-ປ່າ​ໄມ້​ລາວ

ໂຄງ​ການ​ສ່ວນ​ໃຫຍ່​ຍັງແມ່ນ
ເພື່ອ​ປູກ
ຢາງພາລາ​ຊຶ່ງ​ມີ
143 ໂຄງການ ​ແລະ
ກວາ​ມ
ເອົາ​ເກືອບ
2 ​ແສນ​ເຮັກຕາ
ໂຄງການ​ຢາງພາລາ​ຂອງ
ຕ່າງປະ​ເທດ​ມີ
83 ໂຄງ
ການ ​ມີ​ມູນ​ຄ່າ​ເຖິງ
557
ລ້ານໂດ​ລາ
ຊຶ່ງກວາ​ມ​ເນື້ອ
ທີ່​ປະມານ
150 ພັນ​ເຮັກ
ຕາ. ສຳ​ລັບ​ໂຄງການປູກ​
ຕົ້ນໄມ້ອື່ນໆອີກ
ມີ 30 ໂຄງການ​ທີ່ມີ​ມູນ​ຄ່າ 725 ລ້ານໂດ​ລາ. ​ແຕ່​ແນວ​ໃດ​ກໍ​ຕາມ ມາ​ຮອດປັດຈຸບັນ​ສິນຄ້າ​ກະສິກຳ​ກໍ​ກວາ​ມ 65% ຂອງ​ໂຄງ​ປະກອບ​ສິນຄ້າພາຍ​ໃນ

ແຕ່ຢ່າງໃດກໍຕາມ ທ່ານ ຄໍາອ້ວນ ບຸບຜາ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນ
ຕີລາວ ຜູ້ຮັບຜິດຊອບວຽກງານໃນດ້ານການບໍລິຫານ ແລະຄຸ້ມຄອງທີ່ດິນແຫ່ງຊາດຂອງ
ລັດຖະບານ ກໍໄດ້ຖະແຫລງຢືນຢັນ​ກ່ອນໜ້ານີ້ວ່າ ຄະນະ​ລັດຖະບານ​ລາວ ໄດ້ມີມະຕິຄໍາສັ່ງ
ໄປເຖິງໜ່ວຍງານທີ່ກ່ຽວຂ້ອງໃນທົ່ວປະເທດ ເພື່ອໃຫ້ດໍາເນີນການກວດກາທີ່ດິນທີ່ໄດ້ໃຫ້
ສໍາປະທານກັບບັນດາເອກກະຊົນລາວ ແລະຕ່າງຊາດໃນທົ່ວປະເທດແລ້ວເມື່ອບໍ່ນານມານີ້.

ສວນປູກຕົ້ນຢາງແຫ່ງນຶ່ງ ທີ່ປູກໃສ່ດິນທີ່ລັດຖະບານ ລາວໃຫ້ສໍາປະທານແກ່ ບໍລິສັດຈີນ
ສວນປູກຕົ້ນຢາງແຫ່ງນຶ່ງ ທີ່ປູກໃສ່ດິນທີ່ລັດຖະບານ ລາວໃຫ້ສໍາປະທານແກ່ ບໍລິສັດຈີນ

ສາເຫດທີ່ເຮັດໃຫ້ຄະນະລັດຖະບານລາວຕ້ອງມີມະຕິຄໍາສັ່ງ
ໃຫ້ດໍາເນີນການກວດກາດັ່ງກ່າວນີ້ ກໍ​ຍ້ອນວ່າການ​ຄຸ້ມ​
ຄອງ​ໃນ​ການ​ໃຫ້ສຳປະທານທີ່ດິນແກ່ບໍລິສັດ​ເອກະ​ຊົນ​ໃນ
ໄລຍະທີ່​ຜ່ານ​ມານັ້ນ ໄດ້ມີການພິຈາລະນາ ແລະຕັດສິນໃຈ
ອະນຸມັດຢ່າງບໍ່ໄດ້ມາດຕະຖານ ແລະບໍ່ເປັນໄປຕາມກົດລະ
ບຽບ ຫຼືກົດໝາຍທີ່ທາງການລາວໄດ້ວາງອອກ ຈຶ່ງເຮັດໃຫ້
ເກີດບັນຫາຂັດແຍ້ງຕ່າງໆຂຶ້ນຕິດຕາມມາຢ່າງກ້ວາງຂວາງ
ໃນທົ່ວປະເທດ.

ຍິ່ງໄປກວ່ານັ້ນ ກໍ​ຍັງ​ປາກົດ​ວ່າການ​ໃຫ້​ສຳ​ປະທານທີ່​ດິນໃນ
ຫລາຍໆກໍລະນີກໍໄດ້ໄປກວາມເອົາທີ່ດິນທຳກິນຂອງປະຊາ
ຊົນລາວ ແລະໃນຫລາຍໆກໍລະນີກໍໄດ້ບຸກລຸກ​ເຂົ້າ​ໄປ​ໃນ​ເຂດປ່າສະຫງວນແຫ່ງຊາດກໍມີ ຈຶ່ງ
ໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມທຳມະຊາດຢ່າງກວ້າງ​ຂວາງ ໃນຂະນະ​ທີ່ລັດຖະ
ບານລາວໄດ້ຮັບຄ່າເຊົ່າທີ່ດິນເຮັກຕາລະ$1-$3 ຕໍ່ ປີເທົ່ານັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG