ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວສັ່ງໃຫ້ກວດກາການສໍາປະທານ ສິດທິເຊົ່າທີ່ດິນ ໃນທົ່ວປະເທດ


ປ່າໄມ້ອຸດສາຫະກໍາ ໃນລາວ
ປ່າໄມ້ອຸດສາຫະກໍາ ໃນລາວ

ລັດ​ຖະບານ​ລາວ​ມີ​ມະຕິ​ຄໍາ​ສັ່ງ​ ໃຫ້​ດໍາ​ເນີນ​ການ​ກວດກາທີ່ດິນ ​ທີ່​ໄດ້​ອະນຸມັດ​ໃຫ້​ສໍາປະທານ ສິດທິ​ໃນ​ການ​ເຊົ່າ​ ແກ່​ບັນດາ​ບໍລິສັດ​ຕ່າງ​ຊາດ​ໄປ​ແລ້ວ​ໃນທົ່ວ​ປະ​ເທດ​ ພາຍ​ໃຕ້​ເປົ້າໝາຍ​ເພື່ອ​ ການ​ຄຸ້ມ​ຄອງ​ໃຫ້​ເປັນ​ໄປ​ຕາມ​ກົດໝາຍ ​ແລະ​ຕາມ​ຂໍ້​ຕົກລົງ​ໃນ​ສັນຍາ​ສໍາ​ປະທານ​ຢ່າງ​ແທ້​ຈິງ.

ທ່ານ​ຄໍາ​ອ້ວນ ບຸບຜາ ລັດຖະມົນ​ຕີ​ປະ​ຈໍາ​ສໍານັກ​ນາ​ຍົກ​ລັດຖະມົນຕີ ຜູ້​ຮັບຜິດຊອບ​ການ​ບໍ ລິຫານ​ງານ​ຄຸ້ມ​ຄອງ ທີ່​ດິນ​ແຫ່ງ​ຊາດ​ຂອງ​ລັດຖະບານລາວ​ທີ່​ດິນ​ແຫ່ງ​ຊາດ​ຂອງ​ລັດ​ຖະບານ​ ລາວ ​ໄດ້​ຖະ​ແຫລງຢືນຢັນ​ວ່າ​ ຄະນະ​ລັດຖະບານ​ລາວ​ໄດ້​ມີ​ມະຕິ​ຄໍາ​ສັ່ງໄປ​ເຖິງ​ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ໃນ​ທົ່ວ​ປະ​ເທດ​ເພື່ອ​ໃຫ້​ດໍາ​ເນີນ​ການ​ກວດກາ​ທີ່ດິນ​ ທີ່​ໄດ້​ອະນຸມັດ​ສິດທິ​ສໍາ​ປະທານ​ໃນ​ການ​ເຊົ່າ​ທີ່​ດິນ​ໃຫ້​ກັບ​ບັນດາ​ບໍລິສັດ​ຕ່າງ​ຊາດ​ໄປ​ແລ້ວ​ໃນ​ທົ່ວ​ປະ​ເທດ​ເມື່ອບໍ່​ນານ​ມາ​ນີ້.

ສາ​ເຫດ​ທີ່​ເຮັດ​ໃຫ້​ຄະນະ​ລັດຖະບານ​ລາວ​ຕ້ອງ​ມີ​ມະຕິ​ຄໍາ​ສັ່ງ​ໃຫ້​ດໍາ​ເນີນ​ການ​ກວດກາ​ດັ່ງກ່າວ​ ນີ້​ ກໍ​ຍ້ອນວ່າການ​ຄຸ້ມ​ຄອງ​ໃນ​ການ​ໃຫ້​ສິດທິ​ສໍາ​ປະ​ທານ​ໃນ​ການ​ເຊົ່າ​ທີ່​ດິນ​ ແກ່​ບັນດາ​ບໍລິສັດ​ຕ່າງ​ຊາດ​ໃນ​ໄລຍະ​ທີ່​ຜ່ານ​ມາ​ນັ້ນ ​ໄດ້​ມີ​ການ​ພິ​ຈາລະ​ນາ​ແລະ​ຕັດສິນ​ໃຈ​ອະນຸມັດ​ຢ່າງ​ບໍ່​ໄດ້​ມາດ​ຕະຖານ​ ແລະ​ບໍ່​ເປັນ​ໄປ​ຕາມ​ກົດ​ລະບຽບຫລື​ກົດໝາຍ​ ທີ່​ທາງ​ການ​ລາວ​ໄດ້​ວາງ​ອອກ ຈຶ່ງ​ໄດ້​ກໍ່​ໃຫ້​ເກີດ​ບັນຫາ​ຂັດ​ແຍ້​ງຕ່າງໆ​ຂຶ້ນ ຕິດຕາມ​ມາ​ຢ່າງ​ກວ້າງຂວາງ ​ໃນ​ທົ່ວ​ປະ​ເທດ​ໃນ​ເວລາ​ນີ້.

ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ປາກົດ​ດ້ວຍ​ວ່າ ການ​ອະນຸມັດ​ສິດ​ສໍ​າປະທານ​ໃນ​ການ​ເຊົ່າ​ທີ່​ດິນ​ໃນ ​ຫລາຍໆ​ກໍລະນີ ​ໄດ້​ໄປກວມ​ເອົາ​ທີ່​ດິນ​ທໍາ​ກິນ​ຂອງ​ປະຊາຊົນ​ລາວ ​ແລະ​ຫລາຍ​ກໍລະນີ​ກໍ​ໄດ້ ​ບຸກລຸກ​ເຂົ້າ​ໄປ​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ ຈຶ່ງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ​ທໍາ​ ມະ​ຊາດ​ ຢ່າງ​ຫລີກ​ລ່ຽງບໍ່​ໄດ້​ເນຶ່ອງຈາກ​ວ່າ​ໄດ້​ມີ​ການ​ສວຍ​ໂອກາດ​ຕັດ​ເອົາ​ໄມ້​ຢູ່​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ ຢ່າງ​ກວ້າງຂວາງ​ນັ້ນ​ເອງ.

ນອກຈາກ​ນີ້​ ດ້ວຍ​ເຫດການ​ອະນຸມັດ​ສິດ​ສໍາ​ປະທານ​ໃນ​ການ​ເຊົ່າ​ທີ່​ດິນ ​ໃຫ້​ກັບ​ບັນດາ​ບໍລິສັດ ​ຕ່າງໆ​ ທີ່​ບໍ່​ມີ​ການ​ລົງ​ໄປສໍາ​ຫລວດ​ພື້ນ​ທີ່​ຕົວ​ຈິງ​ເລີຍ​ນັ້ນ ກໍ​ຍັງ​ເຮັດ​ໃຫ້​ລັດຖະບານ​ລາວ​ຕ້ອງ​ສູນ​ເສຍ​ລາຍ​ຮັບ​ ຢ່າງ​ຫລວງຫລາຍ​ອີກ​ດ້ວຍ ​ເນຶ່ອງຈາກ​ວ່າ​ເຈົ້າໜ້າ​ທີ່​ລາວ​ຜູ້​ມີໜ້າ​ທີ່​ຮັບຜິດ ຊອບ​ນັ້ນ​ ໄດ້​ມີ​ການກໍານົດ​ອັດຕາ​ຄ່າ​ເຊົ່າ​ທີ່​ຕໍ່າເກີນ​ໄປ​ ຫລື​ບໍ່​ເປັນ​ໄປຕາມ​ກົດ​ລະ​ບຽບ ທີ່ີວາງ​ອອກ ດັ່ງ​ທີ່​ທ່ານ​ອ້ວນ ​ໄດ້​ຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

“ຂົງ​ເຂດ​ທີ່​ກະທົບ​ຫລາຍ​ກວ່າ​ໝູ່​ກໍ​ແມ່ນ​ຂົງ​ເຂດ​ກະສິກໍາ​ໄປ​ກວມ​ເອົາ​ປ່າ​ດົງ​ດິບ ປ່າ​ສະ​ຫງວນ ປ່າ​ປ້ອງ​ກັນ​ແຫ​ລ່ງນໍ້າ ທີ່ຢູ່​ອາ​ໃສ​ແລະ​ບ່ອນ​ທໍາ​ມາ​ຫາ​ກິນ​ຂອງ​ປະຊາຊົນ ຕົວ​ນີ້​ແຫລະ​ມັນ​ຈຶ່ງ​ກະທົບ. ບັດ​ນີ້​ມາ​ເບິ່ງ​ຜົນ​ປະ​ໂຍດ​ແລ້ວ ​ໂດຍ​ສະ​ເພາະ​ຄ່າ​ເຊົ່າ ສໍາ​ປະທານແລະ​ການ​ສໍາ​ປະທານ​ນີ້​ໃນ​ທົ່ວ​ປະ​ເທດ​ ພວກ​ເຮົາ​ໄດ້​ຮັບ​ ຫລະ​ແມ່ນ ລະຫວ່າງ 1-3 ​ໂດ​ລາ​ຕໍ່​ເຮັກ​ຕ້າ ສະ​ນັ້ນ ​ກໍ​ຈະ​ເຫັນ​ວ່າ​ຄ່າ​ສໍາ​ປະທານ​ນີ້​ແມ່ນ​ຕໍ່າ​ ຫລາຍ ​ເມື່ອ​ເປັນ​ແນວ​ນັ້ນ ພວກເຮົາ​ຈະ​ໄດ້​ກວດກາ​ຄືນ​ ແລະ​ລັດຖະບານ​ກໍ​ໄດ້​ມີ​ ມະຕິ​ແລ້ວ​ວ່າ ​ໃຫ້​ກວດກາ​ບັນ​ຫາ​ນີ້​ຄືນ.”

ກ່ອນ​ໜ້າ​ນີ້ ທ່ານ​ບົວ​ສອນ ບຸບຜາ​ວັນ ນາ​ຍົກລັດຖະມົນຕີ​ລາວ ກໍ​ໄດ້​ຖະ​ແຫລ​ງຍໍ້າວ່າ ການ ພິ​ຈາລະ​ນາ​ອະນຸມັດ​ໃຫ້​ສິດທິ​ສໍາ​ປະທານ​ໃນ​ການ​ເຊົ່າ​ທີ່​ດິນ​ແກ່​ພາກ​ເອກ​ກະ​ຊົນ​ລາວ​ແລະ​ຕ່າງ​ຊາດ​ທີ່ຢູ່​ໃນ​ລາວ​ໃນ​ໄລຍະ​ຕໍ່​ໄປ​ນີ້​ ຈະ​ຕ້ອງ​ມີ​ການ​ສໍາ​ຫລວດ​ພື້ນ​ທີ່​ແລະ​ຈັດ​ທໍາ​ບົດ​ວິພາກ​ເສດ ຖະກິດ​ເສຍ​ກ່ອນ ​ຈຶ່ງ​ຈະ​ສາມາດ​ຖອນ​ອະນຸມັດ​ໃຫ້​ສິດ​ສໍາ​ປະທານ​ໄດ້​ຢ່າງ​ຖືກຕ້ອງ​ຕາມ​ກົດ​ລະ ບຽບ​ແລະ​ກົດໝາຍ​ຂອງ​ລາວ.

ສາ​ເຫດທີ່​ເຮັດ​ໃຫ້​ນາຍົກລັດຖະມົນຕີລາວຕ້ອງ​ອອກ​ມາ​ເນັ້ນ​ຍໍ້າດັ່ງກ່າວ​ນີ້​ກໍ​ຍ້ອນ​ວ່າ ການ​ ອະນຸ​ມັດ​ສິດທິສໍາ​ປະທານ​ໃນ​ການ​ເຊົ່າ​ທີ່​ດິນ​ຂອງ​ທາງ​ການ​ລາວ​ໃນ​ໄລຍະ​ທີ່​ຜ່ານ​ມາ ນອກ ຈາກ​ຈະ​ບໍ່​ໄດ້​ມີ​ການ​ດໍາ​ເນີນ​ການ​ສໍາ​ຫລວດ​ພື້ນ​ທີ​ຕົວ​ຈິງ​ແລ້ວ ກໍ​ຍັງ​ບໍ່​ໄດ້​ຈັດ​ທໍາ​ບົດ​ວິຈານ​ເສດຖະກິດ​ຢ່າງ​ຄັດ​ແນ່​ອີກ​ດ້ວຍ ຈຶ່ງ​ໄດ້​ກາຍ​ເປັນ​ບັນ​ຫາ​ຜົນ​ກະທົບ​ຕໍ່​ປະ​ເທດ​ແລະ​ປະຊາຊົນ​ລາວ​ ຢ່າງ​ກວ້າງຂວາງ​ໃນເວລາ​ນີ້​ ນັ້ນ​ເອງ.

ສວນປູກຕົ້ນຢາງພາລາ ຂອງຈີນໃນລາວ
ສວນປູກຕົ້ນຢາງພາລາ ຂອງຈີນໃນລາວ

ໃນ​ປັດຈຸບັນ ທາງ​ການ​ລາວ​ທັງ​ໃນ​ສ່ວນ​ກາງ​ແລະ​ລະດັບ​ທ້ອງ​ຖິ່ນ ກໍ​ໄດ້​ອະນຸມັດ​ໃຫ້ສໍາ​ປະທານ​ສິດ​ໃນ​ການ​ເຊົ່າ​ທີ່ດິນ​ລະຍະ​ ຍາວ ​ແກ່​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ໄປ​ແລ້ວ 1,200 ກວ່າ​ ລາຍ ແລະ​ກໍ​ເປັນ​ການ​ໃຫ້​ສໍາ​ປະທານ​ສິດ​ໃນ​ການ​ເຊົ່າ​ທີ່​ດິນ​ລະຍະ​ຍາວ​ທີ່​ມີ​ເນື້ອທີ່​ກວ້າງ​ຕັ້ງ​ແຕ່ 8,000 ​ເຮັກ​ຕ້າ ​ໄປ​ຈົນ​ເຖິງ 5 ໝື່ນ​ເຮັກ​ຕ້າໃຫ້​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ຈາກ​ຕ່າງ ປະ​ເທດ ​ຈໍາ​ນວນ​ເຖິງ 398 ລາຍ ​ຊຶ່ງ​ຄິດ​ເປັນ​ພື້ນ​ທີ່​ລວມ ກັນ​ເກືອບ​ເຖິງ 4 ​ແສນ​ເຮັກ​ຕ້າ ​ໃນ​ທົ່ວ​ປະ​ເທດ.

ນອກຈາກ​ນີ້ ການ​ໃຫ້​ສໍາ​ປະທານ​ສິດທິ​ໃນ​ການ​ເຊົ່າ​ທີ່​ດິນ​ລະຍະ​ຍາວ​ແລະ​ເປັນ​ດິນ​ຕອນ​ໃຫຍ່​ໃນ ​ຫລາຍ​ກໍລະນີ​ ກໍ​ຍັງ​ກໍ່​ໃຫ້​ເກີດ​ການ​ຂັດ​ແຍ້​ງກັບ​ປະຊາຊົນ​ລາວ​ຢ່າງ​ກວ້າງ​ຂວາງ​ດ້ວຍ ​ເນຶ່ອງຈາກ​ປາກົດ​ວ່າ ​ໄດ້​ມີ​ການ​ກົດ​ລາຄາ​ຄ່າ​ເວນ​ຄືນ​ທີ່​ດິນ ຈຶ່ງ​ເຮັດ​ໃຫ້​ປະຊາຊົນ​ບໍ່ພໍ​ໃຈ ​ແລະ​ກໍ​ບໍ່​ຍອມ​ພາກັນ​ຍົກຍ້າຍ​ອອກ​ຈາກ​ທີ່​ດິນ​ຂອງ​ພວກ​ຕົນ ດັ່ງ​ກໍ​ລະ​ນີຂອງ​ໂຄງການພັດທະ ນາ​ເຂດ​ເມືອງ​ໃໝ່​ຢູ່​ບຶງ​ທາດຫລວງ​ຂອງ​ກຸ່ມ​ທຸລະ​ກິດ​ຈີນ​ ທີ່ຕ້ອງ​ໄດ້​ຍ້າຍ​ໂຄງການ​ໄປ​ຢູ່​ພື້ນ​ທີ່​ ທີ່ຕິດ​ຕໍ່​ກັບ​ສະໜາມກິລາ​ແຫ່ງ​ຊາດໃໝ່​ຂອງ​ລາວ​ ໃນ​ເວລາ​ນີ້.

XS
SM
MD
LG