ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ລາວກ່າວວ່າ ການໃຫ້ສໍາປະທານດິນ ໄດ້ສົ່ງຜົນກະທົບດ້ານລົບ ຫລາຍກວ່າດ້ານບວກ


ກອງປະຊຸມປະຈໍາປີຂອງອົງການຄຸ້ມຄອງທີ່ດິນແຫ່ງຊາດ ທີ່ສົນທະນາເລື້ອງສໍາປະທານທີ່ດິນໃຫ້ແກ່ເອກະຊົນລາວ ແລະຕ່າງປະເທດ ທີ່ຈັດຂຶ້ນໃນຄະຄອນຫລວງວຽງຈັນ ເມື່ອຕົ້ນປີ 2011.
ກອງປະຊຸມປະຈໍາປີຂອງອົງການຄຸ້ມຄອງທີ່ດິນແຫ່ງຊາດ ທີ່ສົນທະນາເລື້ອງສໍາປະທານທີ່ດິນໃຫ້ແກ່ເອກະຊົນລາວ ແລະຕ່າງປະເທດ ທີ່ຈັດຂຶ້ນໃນຄະຄອນຫລວງວຽງຈັນ ເມື່ອຕົ້ນປີ 2011.

ລັດຖະມົນຕີ​ລາວ​ຢືນຢັນ​ວ່າ ການໃຫ້ສໍາປະທານສິດແກ່ບັນດາເອກກະຊົນລາວແລະ ຕ່າງຊາດ ໄດ້ສົ່ງຜົນກະທົບດ້ານ​ລົບຕໍ່ລາວຫລາຍ​ຂຶ້ນນັບ​ມື້ ຫາກ​ແຕ່ກັບ​ສ້າງ​ລາຍຮັບ​ທີ່ໄດ້ມີພຽງ​ແຕ່​ ເລັກ​ນ້ອຍ​ເທົ່າ​ນັ້ນ.

ທ່ານ ຄໍາອ້ວນ ບຸບຜາ ລັດຖະມົນຕີປະຈຳສຳນັກງານ
ນາຍົກລັດຖະມົນຕີລາວ ໄດ້ຖະແຫລງຢືນຢັນໃນ​ໂອກາດ​
ເປັນ​ປະທານ​ກອງ​ປະຊຸມ ພະນັກງານ​ຈາກ​ທົ່ວ​ປະ​ເທດ
ຂອງ​ອົງການຄຸ້ມຄອງທີ່ດິນແຫ່ງຊາດ ປະຈຳ​ປີ 2011
ທີ່​ໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ ​ເມື່ອ​ບໍ່ນານ​ມານີ້ ຢູ່ນະ
ຄອນຫລວງ​ວຽງຈັນວ່າ ການ​ໃຫ້ສຳປະທານສິດແກ່ບັນ
ດາເອກກະຊົນລາວແລະຕ່າງຊາດ​ໃນ​ໄລຍະ​ກວ່າ 10 ປີ
ມານີ້ ​ໄດ້ສົ່ງຜົນກະທົບດ້ານ​ລົບ​ທັງຕໍ່ສະພາບແວດລ້ອມ
ທຳມະຊາດ ​ແລະ​ສັງຄົມຢູ່ໃນລາວ​ເພີ້ມຫລາຍ​ຂຶ້ນນັບ​ມື້.

ທັງ​ນີ້ກໍ​ເນື່ອງ​ຈາກ​ວ່າການ​ໃຫ້​ສຳ​ປະທານທີ່​ດິນ ​ໄດ້​ເຮັດ​ໃຫ້
ມີ​ການ​ຕັດ​ໄມ້​ທຳລາຍ​ປ່າ ​ເກີດ​ຂຶ້ນຢ່າງ​ກວ້າງຂວາງ ​ແລະ
ໃນຫລາຍໆກໍລະນີ ກໍ​ເປັນການ​ໃຫ້​ສຳ​ປະທານທີ່​ດິນ ທີ່
ໄປກວາມເອົາ​ເຂດປ່າສະຫງວນ ຫລື​ວ່າ ແຫລ່ງນໍ້າ​ທຳ​ມະ
ຊາດ ລວມ​ທັງ​ໄປ​ກວາ​ມ​ເອົາທີ່ດິນຂອງປະຊາຊົນ​ແລ້ວ​ກໍ່​
ໃຫ້​ເກີດ​ເປັນຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ ບັນດາ​ບໍລິສັດ​
ເອກະ​ຊົນ​ຜູ້​ໄດ້​ຮັບສຳປະທານທີ່​ດິນ​ກັບປະຊາຊົນລາວ​ອີກ​ດ້ວຍ.

ຍິ່ງ​ໄປ​ກວ່ານັນ ທ່ານ ຄຳອ້ວນ ກໍ​ຍັງ​ໄດ້ຢືນຢັນອີກ​ດ້ວຍ​ວ່າການ​ໃຫ້​ສຳ​ປະທານທີ່​ດິນ​ໃນ​
ຕະຫລອດໄລຍະທີ່​ຜ່ານ​ມາ​ກັບ​ສ້າງ​ລາຍຮັບ ​ແລະສ້າງຜົນ​ປະ​ໂຫຍ​ດ​ໃຫ້​ແກ່ລັດຖະບານໄດ້
ພຽງ​ແຕ່​ເລັກ​ນ້ອຍ​ເທົ່າ​ນັ້ນ ​ເນື່ອງ​ຈາກ​ວ່າ ​ໄດ້​ມີ​ການ​ກຳໜົດອັດຕາຄ່າສຳປະທານທີ່​ດິນ
ຕໍ່າຫລາຍ ດັ່ງ​ທີ່​ທ່ານ ຄຳ​ອ້ວນ​ໄດ້​ຖ​ະ​ແຫລ​ງຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

ທ່ານ ຄໍາອ້ວນ ບຸບຜາ ລັດຖະມົນຕີປະຈໍາສໍານັກ ງານນາຍົກລັດຖະມົນຕີລາວ
ທ່ານ ຄໍາອ້ວນ ບຸບຜາ ລັດຖະມົນຕີປະຈໍາສໍານັກ ງານນາຍົກລັດຖະມົນຕີລາວ

ຜົນກະທົບທີ່​ເກີດ​ຈາກການ​
ເຊົ່າ​ສຳ​ປະທານທີ່​ດິນທີ່​ກະ
ທົບ​ຫລາຍ​ກວ່າ​ໝູ່​ກໍແມ່ນ​ຂົງ
ເຂດ​ກະສິກໍາ​ ທີ່ໄປ​ກວາມ
ເອົາ​ປ່າ​ດົງ​ດິບ ປ່າ​ສະ​ຫງວນ
ປ່າ​ປ້ອງ​ກັນ​ແຫ​ລ່ງນໍ້າທີ່ຢູ່​ອາ
ໃສ​ແລະ​ບ່ອນເຮັດ​ກິນ​ຂອງ​ປະ
ຊາຊົນ ​ໂຕ​ນີ້​ແຫລະທີ່ມັນມີ​
ຜົນ​ກະທົບ. ບັດ​ນີ້​ມາເບິ່ງ​ຜົນ
ປະ​ໂຫຍດ​ແລ້ວ ​ໂດຍສະ
ເພາະຢູ່​ໃນ​ນີ້ ກໍ​ມີ​ການ​ຍົກ
ເວັ້ນຄ່າ​ເຊົ່າສໍາ​ປະທານ ແລະ
ຄ່າ​ເຊົ່າ​ສໍາ​ປະທານທີ່​ດິນ​ໃນ​ທົ່ວ​ປະ​ເທດ​ ທີ່ພວກ​ເຮົາ​ໄດ້​ຮັບກໍ​ແມ່ນລະຫວ່າງ
1-3 ​
ໂດ​ລາ​ຕໍ່​ເຮັກ​ຕ້າ ສ່ວນ 4 ຫາ 6 ​ໂດ​ລາ​ກໍ​ມີ ​ແຕ່​ມີໜ້ອຍ. ສະ​ນັ້ນ​ກໍ​ຈະເຫັນ​ວ່າ ​ຄ່າ​ສໍາ​ປະທານ​ນີ້​ແມ່ນ​ຕໍ່າ​ຫລາຍ​”

ທາງ​ດ້ານ​ທ່ານ ປະລິ​ກອນ ທະລົງ​ແສງ​ຈັນ, ຫົວໜ້າ​ຝ່າຍ​ວິ​ໃຈຂອງ​ອົງການ​ຄຸ້ມ​ຄອງ​ທີ່​ດິນ
ແຫ່ງ​ຊາດ​ກໍ່​ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ​ຄັ້ງ​ນີ້​ວ່າ ການ​ໃຫ້​ສຳ​ປະທານ​ທີ່​ດິນ​ໄດ້​ສ້າງ​ຄວາມ
ເສຍ​ຫາຍ​ໃຫ້​ກັບ​ລາວ​ເປັນ​ຈຳນວນ​ບໍ່​ໜ້ອຍ. ​ໂດຍ​ຈາກ​ການ​ສຶກສາວິ​ໄຈພົບ​ວ່າ​ຫຼາຍ​ກວ່າ
50% ຂອງ​ການ​ໃຫ້​ສໍາປະທານ​ທີ່​ດິນ​ແກ່​ພາກ​ເອກະ​ຊົນ​ລາວ ​ແລະຕ່າງ​ຊາດ​ໄປ​ແລ້ວ​ຈຳ
ນວນ​ຫຼາຍ​ກວ່າ 2,000 ​ໂຄງການ ​ທີ່​ກວາມ​ເອົາ​ພື້ນທີ່​ທີ່​ກ້ວາງ​ກວ່າ 4 ​ແສນ​ເຮັກ​ຕາ​ໃນ
ທົ່ວປະ​ເທ​ດນັ້ນ ບໍ່​ໄດ້​ມີ​ການ​ພັດ​ທະນາ​ຂຶ້ນ​ເລີຍ ​ເນື່ອງ​ຈາກ​ວ່າ ຜູ້​ທີ່​ໄດ້​ຮັບ​ສໍາ​ປະທານທີ່
ດິນ​ນັ້ນ​ມີເຈດ​ຕະນາ​ທີ່​ຈະ​ຂາຍ​ຕໍ່​ສຳ​ປະທານ​ໃຫ້​ກັບ​ຜູ້​ລົງທຶນ​ລາຍ​ອື່ນໆ​ເປັນດ້ານ​ຫຼັກ​ນັ້ນ ​ເອງ.

ດິນຕອນນຶ່ງທີ່ລັດຖະບານລາວໃຫ້ສຳປະທານແກ່ບໍລິສັດຕ່າງປະເທດ
ດິນຕອນນຶ່ງທີ່ລັດຖະບານລາວໃຫ້ສຳປະທານແກ່ບໍລິສັດຕ່າງປະເທດ

ສ່ວນ​ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​
ບັນ​ຫາ​ນັ້ນ ທ່ານ ປະລິ​ກອນ ​ໄດ້​
ເນັ້ນ​ຢ້ຳວ່າ ມີ​ພຽງ​ແຕ່​ແນວ
ທາງດຽວ​ເທົ່າ​ນັ້ນ ກໍ່​ຄື​ການ​ເກັບ​
ກໍາ​ຂໍ້ມູນ​ຢ່າງ​ລະອຽດ​ເພື່ອ​ໄຈ້​
ແຍກ​ຢ່າ​ງຄັກ​ແນ່​ວ່າ ສໍາ​ປະທານ​
ທີ່​ດິນ​ແປງ​ໃດ​ທີ່​ມີ​ການ​ລົງທຶນ
ເພື່ອ​ພັດທະນາ​ໂຄງການ​ຕາມ​ສັນ
ຍາ​ຢ່າງ​ແທ້​ຈິງ ​ແລະສໍາປະທານ​
ແປງໃດ​ທີ່​ຜູ້​ລົງທຶນ​ບໍ່​ໄດ້​ພັດທະ
ນາ​ຫຍັງ​ເລີຍ​ ​ໂດຍມີ​ເຈດ​ຕະນາ
ຖື​ຄອງ​ສໍາ​ປະທານ​ທີ່​ດິນ​ໄວ້​ເພື່ອຂາຍ​ຕໍ່​ເທົ່າ​ນັ້ນ. ​ໂດຍ​ສໍາລັບ​ໃນ​ກໍລະນີ​ຫຼັງ​ນີ້ ລັດຖະບານລາວ
ຍ່ອມຈະ​ມີ​ສິດ​ທີ່​ຈະຍົກ​ເລີກ​ສຳ​ປະທານ​ໄດ້​ຢູ່​ແລ້ວ.

ໃນ​ຮອບ 1 ປີ​ທີ່​ຜ່ານ​ມາ ​ກໍມີຄະດີ​ຄວາມ​ທີ່​ເປັນ​ຂໍ້​ຂັດ​ແຍ່​ງກ່ຽວ​ກັບ​ທີ່​ດິນ​ທີ່​ໄດ້​ຟ້ອງ​ຮ້ອງ​ຕໍ່​
ສານ​ຊັ້ນ​ຕົ້ນຈຳນວນ​ຫຼາຍກວ່າ 590 ຄະດີ ​ແລະ​ໄດ້​ມີ​ການ​ຮ້ອງ​ຟ້ອງ​ຕໍ່​ສານ​ອຸທອນ​ຈໍາ
ນວນ 142 ຄະດີ. ສ່ວນ​ທີ່ມີ​ການ​ຮ້ອງ​ຟ້ອງ​ເຖິງ​ສານ​ປະຊາຊົນ​ສູງ​ສຸດ​ນັ້ນ​ກໍ່​ມີ​ເຖິງ 77 ຄະດີ,
ຊຶ່ງ​ຍັງ​ບໍ່​ລວມ​ເຖິງ​ອີກ 37 ກໍລະນີ​ທີ່​ມີ​ການ​ຮຽກຮ້ອງ​ຜ່ານ​ສະພາ​ແຫ່ງ​ຊາດ​ລາວ. ສ່ວນ​ສາ​
ເຫດ​ທີ່​ເຮັດ​ໃຫ້​ເກີດ​ການ​ຮ້ອງ​ຟ້ອງ​ເປັນ​ຄະດີຄວາມ​ໃນ​ສານ​ນັ້ນ​ ກໍ່​ເປັນ​ຍ້ອນ​ອຳນາດ​ການ​
ປົກຄອງ​ທ້ອງ​ຖິ່ນ​ໄດ້​ຕົກລົງ​ໃຫ້​ສໍາ​ປະທານ​ທີ່​ດິນ​ໄປ​ກວາມ​ເອົາ​ທີ່​ດິນ​ຂອງ​ປະຊາຊົນ.

XS
SM
MD
LG