ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພັກປະຕິວັດລາວຢືນຢັນວ່າ ຈະໃຊ້ມາດຕະການ ເຂັ້ມງວດ ໃນການປາບປາມ ການສໍ້ລາດບັງຫຼວງ


ກອງປະຊຸມຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 6 ທີ່ວາງມະຕິໃນການ
ປະຕິບັດແຜນການພັດທະນາ 5 ປີ ຊຶ່ງໃນນັ້ນກໍລວມມີມາດຕະການໃນການຕ້ານການສໍ້ລາດບັງຫລວງນໍາ
ກອງປະຊຸມຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 6 ທີ່ວາງມະຕິໃນການ ປະຕິບັດແຜນການພັດທະນາ 5 ປີ ຊຶ່ງໃນນັ້ນກໍລວມມີມາດຕະການໃນການຕ້ານການສໍ້ລາດບັງຫລວງນໍາ

ການ​ນໍາ​ພັກ​ປະຊາຊົນ​ປະຕິວັດ​ລາວ​ຢືນຢັນ​ວ່າ ຈະ​ດໍາ​ເນີນ​ມາດ​ຕະການ​ຢ່າງ​ເຂັ້ມ​ງວດແລ​ະ ເດັດຂາດ​​ໃນ​ການ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫຼວງ​ທັງ​ພາຍ​​ໃນ​ພັກ ​ແລະ​ວົງ​ການ​ລັດຖະບານ​ລາວ.

ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງນາ​ຍົກ​ລັດຖະ
ມົນຕີ ​ຜູ້​ປະ​ຈໍາ​ການ​ຄະນະ​ລັດຖະບານ​ລາວ ​ແລ​ະກົມ
ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ຖະແຫຼງ
ວ່າ ມັດ​ຕິ​ຕົກລົງ​ທີ່​ພັກ​ໃຫ້​ຄວາ​ມສໍາຄັນ​ຢ່າງ​ຍິ່ງທີ່​ຄະ
ນະ​ລັດຖະບານ​ລາວ​ຈະ​ຕ້ອງ​ດໍາ​ເນີນ​ການ​ປະຕິບັດ​ຢ່າງ
ເຂັ້ມ​ງວດ​ຕະຫຼອດ​ໄລຍະ 5 ປີຕໍ່​ໄປ​ນີ້ ​ກໍຄື​ການ​ຍົກ​ລະ
ດັບ​ປະສິດທິພາບ​ໃນ​ການ​ບໍລິຫານ​ງານ​ຂອງ​ລັດຖະ
ບານ​ໃນ​ທຸກໆ​ດ້ານພາຍ​ໃຕ້​ເປົ້າ​ໝາຍ​ເພື່ອ​ກໍາຈັດ ​ແລະ
ປາບ​ປາມ​ການ​ສໍ້​ລາດ​ບັງ​ຫຼວງໃນ​ອົງການ​ພັກ-ລັດໃຫ້​
ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ.

ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາ ການຄະນະລັດຖະບານລາວ
ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາ ການຄະນະລັດຖະບານລາວ

ແຕ່​ວ່າ​ການ​ທີ່​ຈະ​ເຮັດ​ໃຫ້​ສາມາດ​ບັນລຸ​ເປົ້າໝາຍດັ່ງກ່າວ​ໄດ້​ຢ່າ​ງ​ແທ້​ຈິງ​ນັ້ນ​ ກໍ່ມີ​ຄວາມ​ຈໍາ​ເປັນ​ຈະ​ຕ້ອງ​ມີ​ການ​ດໍາ​ເນີນ​ມາດ​ຕະການ​ກວດກາ​ການ​ບໍລິຫານ​ງານ​ໃນ​ອົງການ​ພັກ-ລັດ​ຢ່າງ​ເຂັ້ມ​ງວດ ​ແລະທົ່ວ​ເຖິງ​ທັງ​ໃນ​ສ່ວນ​ກາງ ​ແລະທ້ອງ​ຖິ່ນໃນ​ທົ່ວ​ປະ​ເທດພ້ອມ​ທັງ​ຍັງ​ຈະ​ຕ້ອງ​ດຳ​ເນີນ​ການຈັດ​ຕັ້ງ​ປະຕິບັດ​ຕາມ​ກົດໝາຍ ​ແລະ​ແຜນ ການ​ຕ່າງໆ ທີ່​ສະພາ​ແຫ່ງ​ຊາດ​ລາວໄດ້​ວາງ​ອອກ​ອີກ​ດ້ວຍ​ດັ່ງ​ທີ່​ທ່ານ ສົມ​ສະຫວາ​ດ ​ໄດ້​ຖະ​ແຫຼງ​ເນັ້ນ​ຢ້ຳ​ໃນ​ຕອນ​ໜຶ່ງ​ວ່າ:

“ຕັ້ງໜ້າ​ປັບປຸງ​ບັນດາ​ກະຊວງ, ອົງການ​ລັດ​ຂັ້ນ​ສູນ​ກາງ​ໃຫ້​ເຂັ້ມ​ແຂງ, ມີຄວາມ​
ສາມາດພຽງພໍ​ໃນ​ການ​ປະຕິບັດ​ພາລະ​ບົດບາດ​ຄຸ້ມ​ຄອງ​ມະ​ຫາ​ພາກ​ຢ່າງ​ຄົບ​ຖ້ວນ,
ເປັນ​ຕົ້ນ​ແມ່ນ​ເພີ່ມ​ການ​ທະວີ​ການ​ປະຕິບັດ​ບັນດາ​ກົດໝາຍ, ລະບຽບການແລະ
ມາດ​ຕະການ​ຕ່າງໆ
ທີ່​ສະ​ພາ​ແຫ່ງ​ຊາດ​ແລະລັດຖະບານ​ວາງ​ອອກ​ນັ້ນຢ່າງ​ເຄັ່ງ​ຄັດ​”.

ລາຍງານການສໍາຫລວດຂອງອົງການກວດກາຄວາມໂປ່ງໃສສາກົນ ທີ່ພິມອອກໃນເດືອນຕຸລາ 2010 ທີ່ຂຶ້ນຕົ້ນດ້ວຍປະເທດທີ່ມີຄວາມ ໂປ່ງໃສທີ່ສຸດ, ສ່ວນລາວຖືກຈັດຢູ່ໃນກຸ່ມປະເທດທີ່ມີຄວາມໂປ່ງໃສ ໜ້ອຍທີ່ສຸດຂອງໂລກ (AP).
ລາຍງານການສໍາຫລວດຂອງອົງການກວດກາຄວາມໂປ່ງໃສສາກົນ ທີ່ພິມອອກໃນເດືອນຕຸລາ 2010 ທີ່ຂຶ້ນຕົ້ນດ້ວຍປະເທດທີ່ມີຄວາມ ໂປ່ງໃສທີ່ສຸດ, ສ່ວນລາວຖືກຈັດຢູ່ໃນກຸ່ມປະເທດທີ່ມີຄວາມໂປ່ງໃສ ໜ້ອຍທີ່ສຸດຂອງໂລກ (AP).

ກ່ອນໜ້ານີ້ ອົງການກວດກາ
ຄວາມໂປ່ງໃສສາກົນ ຫຼື
Transparency
International ໄດ້ລາຍງານ
ແລະໄດ້ຈັດໃຫ້ລາວເປັນປະ
ເທດໜຶ່ງ​ທີ່ຢູ່ໃນ​ກຸ່ມປະເທດ
ທີ່ມີການສໍ້ລາດບັງຫຼວງຫຼາຍ
ທີ່ສຸດໃນໂລກ. ທັງນີ້ ​ເຖິງ​
ແມ່ນ​ວ່າ​ລາວ​ຈະ​ຖື​ກຈັດ​ໃຫ້​ຢູ່
ໃນ​ອັນດັບທີ່ດີ​ຂຶ້ນຈາກ 158
ໃນປີ 2009 ​ມາ​ເປັນອັນດັບ
ທີ່ 154 ຈາກທັງໝົດ 178
ປະ​ເທດ​ໃນ​ປີ 2010 ກໍ່ຕາມ
ຫາກ​ແຕ່​ວ່າ​ລາວ​ກໍ່​ໄດ້​ຮັບ​ຄະ
ແນນ​ຄວາມ​ໄວ້​ວາງ​ໃຈ​ຈາກ
ບັນດາ​ນັກທຸລະກິດ​ຊາວ​ຕ່າງ
ຊາດ​ພຽງ​ແຕ່ 2.0 ຄະ​ແນນ
ໃນ​ປີ 2009 ​ແລະ 2.1 ຄະ​ແນນ​ເທົ່າ​ນັ້ນ​ໃນ​ປີ 2010 ຈາກ​ຄະ​ແນນ​ເຕັມ 10 ຄະ​ແນນ.

ສ່ວນ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນດ້ວຍ​ກັນ​ທີ່​ໄດ້​ຮັບ​ຄະ​ແນນ​ໄວ້​ວາງ​ໃຈ​ຈາກ​ບັນດາ​ນັກທຸລະກິດ
ຊາວ​ຕ່າງ​ຊາດ​ຫຼາຍກວ່າລາວ​ນັ້ນ​ຄື: ສິງກະ​ໂປ, ບູ​ໄນ, ມາ​ເລ​ເຊຍ, ​ໄທ, ອິນ​ໂດ​ເນ​ເຊຍ,
ຫວຽດນາມ ​ແລະຟີ​ລິບ​ປິນຕາມ​ລຳດັບ, ​ໃນ​ຂະນະ​ທີ່​ກຳປູ​ເຈຍ​ນັ້ນ​ຖືກ​ຈັດ​ໃຫ້​ຢູ່​ໃນ​ອັນ​ດັບ​
ດຽວ​ກັບ​ລາວ. ດ້ວຍ​ເຫດ​ນີ້​ຈຶ່ງ​ມີ​ພຽງ​ແຕ່​ມຽນມາ​ປະ​ເທດ​ດຽວ​ເທົ່າ​ນັ້ນ​ທີ່​ມີ​ການ​ສໍ້​ລາດບັງ​ຫຼວງ
ຫຼາຍ​ກວ່າ​ໝູ່.

ກາຕູນລລຽນການສໍ້ລາດບັງຫລວງຢູ່ໃນລາວ ທລົງພິມໃນໜັງສືພິມລາວ.
ກາຕູນລລຽນການສໍ້ລາດບັງຫລວງຢູ່ໃນລາວ ທລົງພິມໃນໜັງສືພິມລາວ.

ທາງ​ດ້ານ​ເຈົ້າໜ້າທີ່​ຂັ້ນສູງ​ໃນ
ກະຊວງກະສິກໍາ-ປ່າ​ໄມ້​ລາວ
ກໍໄດ້ຍອມຮັບ​ວ່າ ພາກສ່ວນ​
ທີ່​ມີ​ການ​ສໍ້​ບາດ​ບັງ​ຫຼວງຫຼາຍ
ທີ່​ສຸດ​ນັ້ນ ກໍ​ຄື​ພາກສ່ວນ​ທີ່
ກ່ຽວຂ້ອງ​ກັບ​ການ​ອານຸຍາດ
ໃຫ້​ສໍາ​ປະທານ​ປ່າ​ໄມ້ຊຶ່ງ​ເຮັດ
ໃຫ້​ມີການ​ລັກລອບ​ຕັດ​ໄມ້
ໂດຍຜິດ​ກົດໝາຍ​ເກີດ​ຂຶ້ນ
ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ປະ
ເທດ​ລາວ ​ແລະ​ເປັນ​ບັນຫາ
ໃຫຍ່ທີ່​ຍາກ​ຕໍ່​ການ​ປ້ອງ​ກັນ
ແລະປາບ​ປາມອີກ​ດ້ວຍ.

ທັງນີ້​ ກໍ​ເນື່ອງ​ຈາກ​ວ່າ ອໍາ
ນາດ​ການ​ປົກຄອງ​ທັ້ງທີ່ຢູ່​
ໃນ​ສູນ​ກາງ ​ແລະລະດັບ
ທ້ອງ​ຖິ່ນ​ໄດ້​ມີ​ການ​ອະນຸຍາດ
ໃຫ້​ມີ​ການສ້າງ​ຕັ້ງ​ໂຮງ​ເລື່ອຍ
ແລະໂຮງ​ງານ​ແປ​ຮູບ​ໄມ້​ຈໍາ
ນວນ​ຫຼາຍ​ຈົນເກີນໄປ ​ຈຶ່ງ​
ເຮັດ​ໃຫ້​ຍາກ​ຕໍ່​ການ​ທີ່​ຈະ
ຄວບ​ຄຸມ ​ແລ​ະກວດກາ​ໄດ້​ຢ່າງ​ທົ່ວ​ເຖິງ ​ແລະໃນ​ຂະນະ​ດຽວກັນ ຜົນ​ຂອງ​ການ​ກວດກາ​
ໃນ​ໄລຍະ​ທີ່​ຜ່ານ​ມາ​ກໍ່​ພົບ​ວ່າ ມີ​ເຈົ້າ​ຂອງກິດຈະການ​ຫຼາຍ​ໂຮງງານທີ່​ໄດ້​ລະ​ເມີດ​ກົດ
ໝາຍດ້ວຍ​ການ​ເຂົ້າ​ໄປ​ກ່ຽວຂ້ອງ​ກັບ​ການ​ລັກລອບ​ຕັດ​ໄມ້​ເພື່ອ​ນໍາ​ເອົາ​ມາ​ປ້ອນໂຮງງານ
ຂອງ​ພວກ​ຕົນ.

ໃນ​ຊ່ວງ 6 ​ເດືອນທີ່​ຜ່ານ​ມາ​ຂອງ​ແຜ​ນການ​ປະ​ຈໍາປີ 2010-2011 ນີ້​ກົມກວດກາປ່າໄມ້
ສາມາດ​ຢຶດຂອງ​ກາງ​ ເປັນ​ໄມ້​ທ່ອນໄດ້​ຈໍານວນ 64,000 ກວ່າທ່ອນ ພ້ອມ​ດ້ວຍ​ໄມ້​ແປ
ຮູບຫຼາຍ​ກວ່າ 324,000 ​ແຜ່ນ, ໄມ້ຄໍ້າແບບ 5 ໝື່ນກວ່າລໍາ, ຍານພາຫະນະ 200
ກວ່າຄັນ, ຈັກສໍາລັບ​ຕັດ​ໄມ້ 164 ​ເຄື່ອງ ​ແລະ ມີປ່າໄມ້ຖືກທໍາລາຍບຸກລຸກກວ້າງກວ່າ
7,200 ເຮັກຕາ.

ນອກຈາກນັ້ນ ບັນຫາທີ່ໜ້າເປັນຫ່ວງກໍຄືການປະກົດວ່າ ໄດ້ມີການລັກລອບຕັດໄມ້
ໃນເຂດປ່າສະຫງວນນັບມື້ເພີ່ມຫຼາຍຂຶ້ນ, ໂດຍພື້ນທີ່ ທີ່ມີການລັກລອບຕັດໄມ໊ຫຼາຍທີ່
ສຸດກໍ່ຄື: ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສາລະວັນ, ອັດຕະປື, ຊຽງຂວາງ,
ອຸດົມໄຊ ແລະຜົ້ງສາລີ.

XS
SM
MD
LG