ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈາກຫີນ​ເຫີບ ທ່ານ​​ເຂັມ​ເພັດ ​ມາ​ສ້າງ​ຊື່​ສຽງ ໃຫ້​ຄົນ​ລາວ ​ໃນ​ວົງ​ການ​ບັນ​ເທີງຢູ່​ ສ​ຫລ ຫລັງ​ຈາກພໍ່​ແມ່​ພາ​ມາຕັ້ງ​ຖິ່ນ​ຖານ ຢູ່ ປະ​ເທດນີ້


ພາບ​ຂອງ​ທ່ານ​ເຂັມເພັດ ພະ​ຍາ​ໄຊ ທີ່​ຖ່າຍ​ໃນ​ປີ 2015 ແລະ​​ໃຊ້​ຢູ່ໃນ​ເວັບ​ໄຊ​ທ໌ ​ຂອງ​ຫ້ອງ​ຖ່າຍ​ທຳ​ລະ​ຄອນຂອງ​ທ່ານ​ເອງ ທີ່​ຊື່​ວ່າ KP Studio
ພາບ​ຂອງ​ທ່ານ​ເຂັມເພັດ ພະ​ຍາ​ໄຊ ທີ່​ຖ່າຍ​ໃນ​ປີ 2015 ແລະ​​ໃຊ້​ຢູ່ໃນ​ເວັບ​ໄຊ​ທ໌ ​ຂອງ​ຫ້ອງ​ຖ່າຍ​ທຳ​ລະ​ຄອນຂອງ​ທ່ານ​ເອງ ທີ່​ຊື່​ວ່າ KP Studio

ບັນດາທ່ານຜູ້ຟັງທີ່ເຄົາລົບລາຍການຊຸມຊົນລາວ ໃນທະວີບອາເມຣິກາ ຂອງວີໂອເອລາວສຳລັບແລງວັນອາທິດມື້ນີ້, ພວກເຮົາຈະ​ເອົາການສຳພາດ ກັບທ່ານເຂັມເພັດ ພະ​ຍາໄຊ ທີ່​ເກີດ​ຢູ່​ເມືອງ​ຫີນ​ເຫີບ ເຂດ​ເໜືອຂອງແຂວງວຽງ​ຈັນ ຊຶ່ງ​ພໍ່​ແມ່ຂອງ​ທ່ານ​ໄດ້​ພາມາ​ຢູ່​ສະ​ຫະລັດ ​ໃນປີ 1981. ໃນ​ນີ້ ທ່ານ​ຈະ​ເລົ່າເຖິງປະ​ຫວັດ​ຄວາມ​ເປັນ​ມາຂອງ​ຄອບ​ຄົວ​ທ່ານ​ທີ່​ໄດ້​ມາ​ຕັງ​ຖິ່ນ​ຖານ​ໃໝ່​ໃນ​ສະ​ຫະ​ລັດ ຈົນໄດ້ກາຍ​ເປັນ​ດາ​ລາສະ​ແດງ​ລະ​ຄອນ​ຮູບເງົ​າອາ​ເມ​ຣິ​ກັນ ເລື້ອງ​ນຶ່ງທີ່ໄດ້​ຮັບ​ຄວາມ​ນິ​ຍົມລະ​ດັບ​ທົ່ວ​ໂລກ​ ພ້ອມ​ທັງການ​ດຳ​ລົງ​ຊີ​ວິດ ຂອງ​ຊຸມ​ຊົນ​ລາວ ໃນ​ເມືອງແຟ​ຣ​ສໂນ, ລັດ​ຄາ​ລິ​ຟໍ​ເນຍ. ​ລາຍ​ລະ​ອຽດ ຈະ​ເປັນ​ແນວ​ໃດ​ນັ້ນ ຂໍ​ເຊີນ​ທ່ານ​ໄປ​ຟັງຈາກບົວ​ສະ​ຫວັນໄດ້ ​ໃນອັນດັບຕໍ່ໄປ.

ຫຼາຍ​ທ່ານອາດ​ຈະ​ໄດ້​ເບິ່ງລະ​ຄອນ​ອາ​ເມ​ຣິ​ກັນ ເລື້ອງສັດ​ປະ​ຫລາດດາມ​ເມີ ຫລື Dahrmer Monster ຜ່ານໂທ​ລະ​ພາບ​ອອນ​ລາຍ​ນ໌ Netflix ທີ່​ເລີ້ມ​ນຳ​ອອກ​ມາ​ສູ່​ສາຍ​ຕາ​ຂອງ​ຜູ້​ຊົມ​ທົ່ວໂລກມາ​ໄດ້​ສອງ​ເດືອນ​ຜ່ານ​ມານັ້ນ​ແລ້ວ​ເນາະ. ຖ້າ​ທ່ານ​ໃດ​ໄດ້​ເບິ່ງ​ລະ​ຄອນ​ຮູບ​ເງົາ​ເລື້ອງນີ້ແລ້ວ ກໍ​ຈະ​ເຫັນ​ວ່າ​ ຕົວ​ລະ​ຄອນ​ຄົນ​ນຶ່ງທີ່ສະ​ແດງ​ເປັນ​ພໍ່​ຂອງ​ເດັກ​ຊາຍລາວສອງ​ຄົນຢູ່​ນັ້ນ ເວົ້າ​ພາ​ສາ​ລາວໄດ້​ຢ່າງຄ່ອງ​ແຄ້ວ ແບບບໍ່​ມີ​ສຳ​ນຽງ​ຜິດ​ຜ້ຽນ​ເລີຍ. ດາ​ລາ​ຄົນນັ້ນກໍ​ຄື ທ່ານເຂັມເພັດ ພະ​ຍາໄຊ ນັ້ນ​ເອງ. ​ທ່ານ​ເປັນນັກ​ສະ​ແດງລະ​ຄອນ​ອາ​ເມ​ຣິ​ກັນເຊື້ອ​ສາຍລາວ ແລະມີ​ນາມ​ສິນ​ລະ​ປິນວ່າ KP. ທ່ານເກີດ​ຢູ່​ເມືອງ​ຫີນ​ເຫີບ ຊຶ່ງ​ຢູ່​ໃນ​ເຂດ​ເໜືອຂອງແຂວງວຽງ​ຈັນ. ​ພໍ່ຂອງ​ທ່ານເປັນ​ຄົນ​ຊຳ​ເໜືອ ແລະເຄີຍ​ເປັນ​ອາ​ຈານ​ສອນ​ໃນ​ໂຮງ​ຮຽນ​ສ້າງ​ຄູ​ດົງ​ໂດກ ຊຶ່ງ​ຖື​ວ່າເປັນ​ຄົນ​ມີການ​ສຶກ​ສາ​ສູງແລະ​ມີ​ຊື່​ສຽງ​ຜູ້​ນຶ່ງໃນ​ສະ​ໄໝ​ກ່ອນ​.

ທ່ານ​ເຂັດ​ເພັດ (ໃສ່​ໝວກ​ແຖວ​ໜ້າ) ກັບ​ຄອບ​ຄົວ​ກ່ອນ​ຈະ​ອອກ​ເດີນ​ທາງ​ໄປ​ຂຶ້ນ​ເຮືອ​ບິນ ແລ້ວ​ໄປ​ຢູ່​ສູນ​ອົບ​ພະ​ຍົບ​ຢູ່​ຟີລິ​ປິນ ໃນ​ປີ 1980 ເພື່ອ​ກະ​ກຽມ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ສະ​ຫະ​ລັດ. ໃນ​ພາບມີ​ອາວ​ຂອງ​ທ່ານ​ສອງ​ຄົນ​ (ຢູ່​ທາງ​ຫລັງ​) ຢູ່​ໃນ​ສູນ​ອົບ​ພະ​ຍົບ​ທີ່​ໜອງ​ຄາຍ ມາ​ສັ່ງ​ລາ​ຄອບ​ຄົວຂອງ​ທ່ານ​ກ່ອນ​ຈະ​ອອດ​ເດີນ​ທາງ
ທ່ານ​ເຂັດ​ເພັດ (ໃສ່​ໝວກ​ແຖວ​ໜ້າ) ກັບ​ຄອບ​ຄົວ​ກ່ອນ​ຈະ​ອອກ​ເດີນ​ທາງ​ໄປ​ຂຶ້ນ​ເຮືອ​ບິນ ແລ້ວ​ໄປ​ຢູ່​ສູນ​ອົບ​ພະ​ຍົບ​ຢູ່​ຟີລິ​ປິນ ໃນ​ປີ 1980 ເພື່ອ​ກະ​ກຽມ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ສະ​ຫະ​ລັດ. ໃນ​ພາບມີ​ອາວ​ຂອງ​ທ່ານ​ສອງ​ຄົນ​ (ຢູ່​ທາງ​ຫລັງ​) ຢູ່​ໃນ​ສູນ​ອົບ​ພະ​ຍົບ​ທີ່​ໜອງ​ຄາຍ ມາ​ສັ່ງ​ລາ​ຄອບ​ຄົວຂອງ​ທ່ານ​ກ່ອນ​ຈະ​ອອດ​ເດີນ​ທາງ

ໃນ​ປີ 1980 ​ພໍ່​ແມ່ຂອງ​ທ່ານໄດ້​ພາ​ຄອບ​ຄົວ​ທີ່​ມີ​ລູກ 4 ຄົນ ແລະ​ແມ່​ເຖົ້າ​ອອກ​ຈາກ​ລາວ​ໄປ​ຢູ່​ສູນ​ອົບ​ພະ​ຍົບ​ໃນ​ປະ​ເທດໄທ ແລ້ວກໍ​ໄດ້ມາ​ຕັ້ງຖິ່ນ​ຖານ​ໃໝ່ໃນ​ສະ​ຫະ​ລັດໃນປີ 1981. ທ່ານ​ເຂັມ​ເພັດ​ ​ຕອນນັ້ນມີອາ​ຍຸໄດ້ 6 ປີປາຍ ແລະທ່ານກໍ​ຍັງ​ຈຳ​ໄດ້ຫລາຍ​ສິ່ງ​ຫລາຍ​ຢ່າງ​ ຊຶ່ງ​ທ່ານ​ເລົ່າເຖິງ​ປະ​ຫວັດ​ຂອງ​ທ່ານ ແລະ​ຄອບ​ຄົວ​ໃນ​ຕອນ​ຢູ່​ລາວນັ້ນສູ່​ຟັງ​ວ່າ:

ທ່ານ​ເຂັມ​ເພັດ​ຕອນ​ຍັງ​ນ້ອຍ (ທີ​ສອງ​ແຖວ​ໜ້າ) ພ້ອມ​ກັບ​ພໍ່​ແມ່, ແມ່​ເຖົ້າ ແລະ​ເອື້ອຍ​ກັບ​ນ້ອງ​ສອງ​ຄົນ (ແຖວ​ໜ້າ) (ພາບ​ຖ່າຍ​ໃນ​ປະ​ມານ​ປີ 1985 ຕອນ​ມາ​ຮອດ​ອາ​ເມ​ຣິ​ກາ​ໃໝ່ໆ ແລະ​ສະ​ໜອງ​ໃຫ້​ໂດຍ​ທ່ານ​ເຂັມ​ເພັດ)
ທ່ານ​ເຂັມ​ເພັດ​ຕອນ​ຍັງ​ນ້ອຍ (ທີ​ສອງ​ແຖວ​ໜ້າ) ພ້ອມ​ກັບ​ພໍ່​ແມ່, ແມ່​ເຖົ້າ ແລະ​ເອື້ອຍ​ກັບ​ນ້ອງ​ສອງ​ຄົນ (ແຖວ​ໜ້າ) (ພາບ​ຖ່າຍ​ໃນ​ປະ​ມານ​ປີ 1985 ຕອນ​ມາ​ຮອດ​ອາ​ເມ​ຣິ​ກາ​ໃໝ່ໆ ແລະ​ສະ​ໜອງ​ໃຫ້​ໂດຍ​ທ່ານ​ເຂັມ​ເພັດ)

​ກ່ອນ​ມາ​ຕັ້ງຖິ່ນຖານ​ອັນ​ໝັ້ນ​ຄົງຢູ່​ໃນ​ເມືອງ​ແຟ​ຣ​ສໂນ, ລັດ​ຄາ​ລິ​ຟໍ​ເນຍນັ້ນຄອບ​ຄົວຂອງ​ທ່ານເຂັມ​ເພັດກໍ​ໄດ້​ໄປ​ຢູ່​ຫລາຍ​ບ່ອນ​ມາ​ກ່ອນ ຊຶ່ງ​ທ່ານ​ເລົ່າສູ່​ຟັງ​ດັ່ງ​ນີ້:

ສ່ວນທ່ານ​ເຂັມ​ເພັດເອງ ກໍສືບ​ຕໍ່​ຮຽນ​ໃຫ້​ຈົບຊັ້ນມັດທະ​ຍົ​ມ​ປາຍ ແລະ​ກໍໄດ້​ທຶນ​ການ​ສຶກ​ສາຕໍ່ຂັ້ນ​ປະ​ລິນ​ຍາ​ຕີຝ່າຍ​ສະ​ແດງ​ລະ​ຄອນ ແລະ​ຮູບ​ເງົາ ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລຂອງ​ລັດ​ຄາ​ລິ​ຟໍ​ເນຍຢູ່​ເມືອງແຟ​ຣ​ສ​ໂນເປັນເວ​ລາ 10 ປີ ຊຶ່ງ​ດົນ​ກວ່າ​ປົກ​ກະ​ຕິ ເພາະ​ທ່ານ​ຕ້ອງໄດ້​ຢຸດ​ຮຽນ​ເພື່ອ​ໄປ​ສະ​ແດງ​ລະ​ຄອນໃນ​ບາງ​ໄລ​ຍະ ເພື່ອ​ຫາ​ເງິນ​ລ້ຽງ​ຄອບ​ຄົວ ແລະ​ຝຶກ​ຝົນ​ຕົນ​ເອງ​ໃນ​ການ​ສະ​ແດງ​ຕົວ​ຈິງ ແລ້ວ​ຈຶ່ງກັ​ບມາ​ເຂົ້າຮຽນຄືນ​ໃຫ້​ຈົບ.

ໂດຍ​ໄປ​ຕາມ​ຄວາມ​ຫວັງ ແລະ​ຄວາມ​ໄຝ່​ຝັນ​ຢາກເປັນ​ນັກ​ສະ​ແດງ​ທີ່​ດີ​ເດັ່ນ​ໃນ​ວົງ​ການ​ລະ​ຄອນ​ຮູບ​ເງົາ​ຂອງ​ອາ​ເມ​ຣິ​ກັນ ທ່ານໄດ້​ສືບ​ຕໍ່​ຮຽນ​ໃນ​ຂັ້ນປະ​ລິນ​ຍາ​ໂທ ດ້ານ​ການ​ສະ​ແດ​ງ​ລະ​ຄອນ​ຮູບ​ເງົາ​ຂອງ​ຄົນ​ເອ​ເຊຍ ຢູ່​ໃນມະ​ຫາ​ວິ​ທະ​ຍາ​ໄລ​ລັດ ຮາ​ວາຍ ຊຶ່ງ​ຕອນນັ້ນ​ທ່ານ​ໄດ້ພາ​ພັນ​ລະ​ຍາ ແລະ​ລູກ​ຊາຍ​ນ້ອຍ​ຂອງ​ທ່ານ ຍົກ​ຍ້າຍໄປ​ຢູ່​ລັດ​ຮາ​ວາຍ​ເປັນ​ໄລ​ຍະ​ນຶ່ງ ກ່ອນ​ຈະ​ກັບ​ມາ​ຢູ່​ໃນ​ເມືອງ​ແຟ​ຣ​ສ​ໂນ ເພື່ອ​ມາຢູ່​ໃກ້​ກັບ​ພໍ່​ແມ່ ແລະ​ຍາດ​ພີ່​ນ້ອງ​ອີກ.

​ທ່ານ​ເຂັມ​ເພັດ​ຕອນ​ຍັງ​ເປັນ​ນັກ​ສຶກ​ສາ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ
​ທ່ານ​ເຂັມ​ເພັດ​ຕອນ​ຍັງ​ເປັນ​ນັກ​ສຶກ​ສາ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ

ເມືອງແຟ​ຣ​ສ​ໂນເປັນ​ເມືອງ​ໃຫຍ່​ແຫ່ງ​ນຶ່ງ​ ຢູ່​ເຂດ​ຮ່ອມ​ພູ​ຍ່ານ​ກາງ ຫລື Central Valley ຊຶ່ງ​ມີ​ພົນ​ລະ​ເມືອງ​ຫລາຍກວ່າ 7 ແສນ​ຄົ​ນ ແລະ​ຖື​ວ່າ​ເປັນ​ເຂດນຶ່ງ​ທີ່​ມີປະ​ຊາ​ຄົມ​ຊົນ​ເຜົ່າ​ຕ່າງໆ​ທີ່​ມາ​ຈາກ​ລາວ ແລະ​ຈາກ​ປະ​ເທດ​ເພື່ອນ​ບ້ານຂອງ​ລາວ ເຊັ່ນ​ກຳ​ປູ​ເຈຍ ແລະ​ຫວຽດ​ນາມ​ອາໄສ​ຢູ່ເປັນ​ຈຳ​ນວນ​ຫລວງຫລາຍ ຊຶ່ງອາດ​ຈະ​ຫລາຍກວ່າ​ເມືອງອື່ນໆ ​ຢູ່​ໃນ​ສະ​ຫະ​ລັດ ນອກ​ຈາກບາງເມືອງ ໃນ​ລັດ​ພາກ​ໃຕ້​ຂອງ​ປະ​ເທດ ເຊັ່ນ​ເທັກ​ຊັ​ສ ແລະ​ເທັນເນ​ສ​ຊີ ຊຶ່ງ​ທ່ານ​ເຂັມ​ເພັດເລົ່າ​ສູ່​ຟັງ​ດັ່ງ​ນີ້:

​ທ່ານ​ເຂັມ​ເພັດ ພະ​ຍາ​ໄຊ, ນັກ​ສະ​ແດງ​ລະ​ຄອນ​ຮູບ​ເງົາ ກັບ​ລູກ​ສາວ ແລະ​ລູກ​ຊາຍ​ຕອນ​ເຂົາ​ເຈົ້າ​ຍັງ​ນ້ອຍ​ຢູ່.
​ທ່ານ​ເຂັມ​ເພັດ ພະ​ຍາ​ໄຊ, ນັກ​ສະ​ແດງ​ລະ​ຄອນ​ຮູບ​ເງົາ ກັບ​ລູກ​ສາວ ແລະ​ລູກ​ຊາຍ​ຕອນ​ເຂົາ​ເຈົ້າ​ຍັງ​ນ້ອຍ​ຢູ່.

ເມື່ອ​ຖາມ​ເຖິງ​ເຫດ​ຜົນ​ວ່າ ​ເປັນ​ຫຍັງ​ຊາວອົບ​ພະ​ຍົບ​ມາ​ຈາກ​ລາວ ແລະ​ຈາກ​ປະ​ເທດ​ເພື່ອນ​ບ້ານ​ຈຶ່ງ​ມັກ​ໄປ​ຢູ່​ໃນ​ເມືອງ​ແຟ​ຣ​ສ​ໂນ ທ່ານ​ເຂັມ​ເພັດ​ຕອບວ່າ:

​ຄ້າຍໆ​ກັບ​ຊຸມ​ຊົນ​ລາວ​ໃນ​ເຂດ​ອື່ນ​ຂອງ​ສະ​ຫະ​ລັດ ເນື່ອງ​ຈາກວ່າ​ຊາວ​ລາວ​ລຸ້ນ​ກ່ອນ ທີ່ໄດ້​ອົບ​ພະ​ຍົບ​ໜີ​ຈາກ​ບ້ານ​ເກີດ​ເມືອງນອນ ມາ​ຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ຕ່າງ​ປະ​ເທດ ຕ້ອງໄດ້ບາກ​ບັ່ນ​ ຫາ​ລ້ຽງ​ຄອບ​ຄົວ​ໂດຍບໍ່​ມີ​ໂອ​ກາດ​ໄດ້ໄປ​ເຂົ້າ​ໂຮງ​ຮຽນ ຫລື ສືບ​ຕໍ່ການ​ສຶກ​ສາໃນ​ສະ​ຫະ​ລັດ ຈຶ່ງໄດ້​ຍຶດ​ອາ​ຊີບ​ໃນ​ການ​ເຮັດ​ຮົ້ວ​ເຮັດ ສວນ ຫລື​ປູກ​ຝັງ ​ເປັນ​ສ່ວນ​ໃຫຍ່ ແຕ່​ວ່າລຸ້ນ​ລູກ ລຸ້ນ​ຫລານ​ຂອງ​ເຂົາ​ເຈົ້າ ​ກໍ​ໄດ້​ຮັບ​ການ​ສຶກ​ສາ ແລະ​ມີ​ອາ​ຊີບ​ວຽກ​ງານ​ດີ​ເມື່ອ​ໃຫຍ່​ຂຶ້ນ​ມາ ດັ່ງ​ທີ່​ທ່ານ​ເຂັມ​ເພັດ​ເລົ່າ​ສູ່​ຟັງ​ວ່າ:

"ຂ້ອຍຄິດວ່າເຂົາເຈົ້າເຮັດໄຮ່ແມ່ນຍ້ອນຜູ້ເຖົ້າເຂົາເຈົ້າມານີ້ຍ້ອນເຖົ້າແລ້ວຈຶ່ງສາມາດກັບໄປຮຽນໄດ້, ຫຼາຍຄົນຢາກກັບໄປຮຽນແຕ່ຕ້ອງຫາວຽກເຮັດ. ດັ່ງນັ້ນສ່ວນຫຼາຍແມ່ນວຽກງານແຮງງານ, ວຽກງານຄູ່ມື, ສາຍໂຮງງານ. ມີຊຸມຊົນຈໍານວນຫຼາຍທີ່ໄດ້ຮັບການສຶກສາຈາກປະເທດເກົ່າຂອງພວກເຂົາ, ແຕ່ຍ້ອນວ່າພວກເຂົາບໍ່ສາມາດປ່ຽນການສຶກສາຈາກປະເທດເກົ່າມາຢູ່ທີ່ນີ້, ພວກເຂົາຕ້ອງເຮັດວຽກ. ແລະຍັງ, ພວກເຂົາເຈົ້າເສຍສະລະສໍາລັບເດັກນ້ອຍ. ດັ່ງ​ນັ້ນ​ເດັກ​ນ້ອຍ​ຫຼາຍ​ໃນ​ວິ​ທະ​ຍາ​ໄລ​ໃນ​ປັດ​ຈຸ​ບັນ​. ພວກເຂົາເຈົ້າມີລະດັບ, ພວກເຂົາເຈົ້າເປັນທ່ານຫມໍ, ທະນາຍຄວາມ, ພວກເຂົາເຈົ້າມີຕໍາແຫນ່ງສູງໃນຊຸມຊົນໃນປັດຈຸບັນ. ດັ່ງນັ້ນ, ເຂົາເຈົ້າບໍ່ໄດ້ເຮັດໄຮ່ອີກຕໍ່ໄປ. ລຸ້ນໜຸ່ມສ່ວນຫຼາຍບໍ່ໄດ້ເຮັດໄຮ່. ພວກເຂົາເຮັດອາຊີບອື່ນ."

ທ່ານ​ເຂັມ​ເພັດ ກັບ​ເພື່ອ​ນ​ນັກ​ສະ​ແດງລະ​ຄອນ​ຮູບ​ເງົາ​ຄົນ​ນຶ່ງ ທີ່​ເມືອງ​ແຟ​ຣ​ສ​ໂນ, ລັດ​ຄາ​ລິ​ຟໍ​ເນຍ
ທ່ານ​ເຂັມ​ເພັດ ກັບ​ເພື່ອ​ນ​ນັກ​ສະ​ແດງລະ​ຄອນ​ຮູບ​ເງົາ​ຄົນ​ນຶ່ງ ທີ່​ເມືອງ​ແຟ​ຣ​ສ​ໂນ, ລັດ​ຄາ​ລິ​ຟໍ​ເນຍ

ແຕ່​ ເຖິງແມ່ນ​ຈະ​ເກີດຢູ່​ອາ​ເມ​ຣິ​ກາ ຫລືເຕີບ​ໃຫຍ່ ແລະ​ໄດ້​ຮັບ​ການ​ສຶກ​ສາ​ຢູ່​ໃນ​ລະ​ບົບ​ອາ​ເມ​ຣິ​ກັນ ກໍ​ຕາມ ລູກ​ຫລານຂອງ​ຄົນ​ລາວໃນ​ເມືອງນັ້ນ ແຕ່ເຂົາ​ເຈົ້າ​ກໍບໍ່ລືມ​ຮາກ​ເຫງົ້າ​ທີ່​ມາ​ຂອງ​ຕົນ ຊຶ່ງ​ທ່ານ​ເຂັມ​ເພັດ​ເລົ່າ​ເຖິງ​ເລື້ອງນີ້ ສູ່​ຟັງ​ວ່າ:

"ໃນເວລາດຽວກັນຮູ້ວ່າເຂົາເຈົ້າຈະກັບຄືນໄປຫາຊຸມຊົນເພື່ອໃຫ້ແນ່ໃຈວ່າເດັກນ້ອຍຂອງພວກເຮົາເຂົ້າໃຈບ່ອນທີ່ພວກເຮົາມາຈາກ, ຂອງເຂົາເຈົ້າ Americanized. ແມ່ນແລ້ວ, ແຕ່ໃນເວລາດຽວກັນ, ເຈົ້າຮູ້, ວັດແລະຊຸມຊົນທີ່ຊ່ວຍເຫຼືອທຸກຢ່າງຮ່ວມກັນສໍາລັບພວກເຮົາທີ່ເປັນຊຸມຊົນ, ຂ້າພະເຈົ້າຄິດວ່າເປັນສິ່ງສໍາຄັນໃນທົ່ວສະຫະລັດ, ເປັນຫຍັງພວກເຮົາເຮັດສິ່ງຕ່າງໆເພື່ອຊຸມຊົນຂອງພວກເຮົາແລະກັບອິນເຕີເນັດ. . ເດັກນ້ອຍອື່ນໆ ເດັກນ້ອຍອື່ນໆກໍາລັງພະຍາຍາມຊອກຫາຕົວຕົນໃຫມ່ຫຼືເຊື່ອມຕໍ່ກັບຄົນອື່ນກັບເຟສບຸກ, ກັບ Instagram ເພື່ອສົນທະນາແລະເຊື່ອມຕໍ່ວັດທະນະທໍາ."

ພ້ອມ​ກັນ​ນັ້ນ ເພື່ອສືບ​ຕໍ່ຮັກ​ສາ​ມູນ​ເຊື້ອ​ປະ​ເພ​ນີ ​ອັນ​ດີ​ງາມ​ຂອງບັນ​ພະ​ບູ​ລຸດຂອງ​ຕົນໄວ້​ ​ປະ​ຊາ​ຄົມ​ລາວ ກໍ​ຄື​ປະ​ຊາ​ຄົມເຊື້ອ​ສາ​ຍ​ຕາເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ອື່ນທີ່ເປັນ​ກຸ່ມ​ຊົນ​ຊາດ​ຊົນ​ເຜົ່າ ​ຂ້ອນ​ຂ້າງ​ໃຫຍ່ ຢູ່ໃນ​ເມືອງແຟ​ຣ​ສ​ໂນໄດ້​ພາ​ກັນ​ສ້າງວັດ​ວາ​ຂຶ້ນມາ.

ເຖິງ​ຈະ​ເປັນ​ກຸ່ມຊົນ​ເຜົ່າ​ສ່ວນ​ນ້ອຍ​ ແຕ່​ຄົນ​ເຊື້ອ​ຊາດ​ລາວ ກໍ​ຄື ​ເຊື້ອ​ຊາດເອ​ເຊຍ​ຕາ​ເວັນ​ຢູ່​ໃນ​ເມືອງ​ແຟ​ຣ​ສ​ໂນ ກໍ​ບໍ່​ຢຸດຢັ້ງ​ໃນ​ການ​ພັດ​ທະ​ນາຕົນ​ເອງ ແລະຫລາຍ​ຄົນ ​ກໍ​ໄດ້​ກາຍ​ເປັນ​ຜູ້​ທີ່ມີ​ບົດ​ບາດ​ສຳ​ຄັນ​ໃນ​ວົງ​ການ​ເມືອງ ແລະ​ເສດ​ຖະ​ກິດ​ຂອງ​ສະ​ຫະ​ລັດ.

ສ່ວນ​ທ່ານເຂັມ​ເພັດແລ້ວ ເປັນ​ຄົນ​ລາວ​ຜູ້​ນຶ່ງທີ່ບອກວ່າ​ທ່ານ ບໍ່​ເຄີຍ​ລືມ​ວ່າ​ຕົນ​ເປັນ​ໃຜ ແລະມາ​ຈາກ​ໃສ​. ສະ​ນັ້ນ ການທີ່​ຖືກ​ເລືອກໃຫ້​ສະ​ແດງໃນເລື້ອງ Dahrmer Monster ນັ້ນ ແມ່ນສ້າງຄວາມ​ພູ​ມ​ໃຈໃຫ້​ທ່ານຫລາຍ ເພາະ ລະ​ຄອນ​ເລື້ອງນີ້​ແມ່ນ​ອີງ​ໃສ່ເລື້ອງຈິງຊຶ່ງເປັນ​ເລື້ອງ​ອາດ​ຊະ​ຍາ​ກຳ ​ເກີດ​ຂຶ້ນ​ໃນ​ລັດ​ວິ​ສ​ຄອນ​ຊິນໃນປີ 1990 ຫາ 1991 ທີ່​ມີ 10 ສາກ. ໃນນັ້ນ ມັນມີ​ສ່ວນ​ນຶ່ງ ທີ່ສະ​ທ້ອນໃຫ້​ເຫັນປະ​ສົບ​ການ​ອັນ​ຫຍຸ້ງ​ຍາກ​ຂອງ​ອົບ​ພະ​ຍົບຊາວຈາກ​ລາວ​ ໃນ​ການປັບ​ຕົວ​ເຂົ້າ​ກັບ​ສັງ​ຄົມ ແລະ​ວັດ​ທະ​ນະ​ທຳ​ ຢູ່ໃນ​ບ່ອນຕັ້ງ​ຖິ່ນ​ຖານ​ໃໝ່ໆ​ໃນລັດນັ້ນ. ການ​ທີ່ໄດ້​ສະ​ແດງ​ເປັນ​ພໍ່​ຂອງເດັກ​ຊາຍ​ສອງ​ຄົນ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ນັກ​ລ້າ​ເດັກ​ຊາຍ​ແລະ ​ນັກ​ຂ້າແຈ​ຟ​ຟ​ຣີ ດາມ​ເມີ, ທ່ານ​ມີ​ໂອ​ກາດໄດ້​ເວົ້າພາ​ສາ​ລາວ ໃນ​ບາງ​ສາກ ເຊັ່ນ​ຕອນ​ຂຶ້ນ​ສານ ທ່ານ​ກ່າວວ່າເປັນ​ພາ​ສາ​ລາວ​ວ່າ “ເຮົາ​ເປັນ​ອົບ​ພະ​ຍົບ​ທີ່​ມາ​ປະ​ເທດ​ນີ້ ພວກ​ເຮົາ​ເຮັດ​ວຽກ​ໜັກ … ເຮົາ​ບໍ່​ມີ​ເງິນ​ພໍ​ ເພື່ອ​ຈ້າງ​ທະ​ນາຍ​ຄວາມ.” ການ​ໄດ້ເວົ້າ​ເປັນພາ​ສາ​ລາວໃນ​ລະ​ຄອນ​ຮູບ​ເງົາ​ອາ​ເມ​ຣິ​ກັນ ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ສູງ ເຊັ່ນ​ນີ້ ທ່ານ​ຖື​ວ່າ​ໄດ້​ເອົາ​ພາ​ສາ​ລາວ ແລະ​ຮູບຮ່າງ ລັກ​ສະ​ນາ ຂອງ​ຄົນ​ລາວອອກ​ສູ່​ສາຍ​ຫູ ສາຍຕາ​ຂອງ​ຜູ້​ຊົມ​ໃນ​ທົ່ວ​ໂລກຊຶ່ງທ່ານໃຫ້​ຄຳ​ເຫັນວ່າ:

“ມັນເປັນເລື້ອງສໍາຄັນຫຼາຍທີ່​ຕ້ອງບອດໃຫ້ປະ​ຊາ​ຄົມຂອງພວກເຮົາຮູ້ວ່າ ມີຄົນຢູ່ໃນອຸດສາຫະກໍານີ້ ທີ່ເປັນຕົວແທນຂອງປະ​ຊາ​ຄົມພວກເຮົາ ແລະ ຂ້ອຍຢາກສະຫນັບສະຫນູນປະ​ຊາ​ຄົມຂອງພວກເຮົາບໍ່ດ້ານ​ໃດກໍດ້ານນຶ່ງ. ເຈົ້າ​ຮູ້​ບໍ່​ຂ້ອຍເປັນ ​ຜູ້​ໃຫ້​ຄຳ​ແນະ​ນຳ​ແກ່ເດັກນ້ອຍຫຼາຍຄົນ ເພາະ​ວ່າ​ພວກ​ເຂົາ​ເປັນ​ຄົນ​ລຸ້ນໃໝ່ທີ່​ພວກ​ເຮົາ​ຢາກ​ສ້າງ​ຂຶ້ນ​ມາ ແລະຂ້ອຍກໍເປັນປາກ​ເປັນສຽງໃຫ້​ແກ່ປະ​ຊາ​ຄົມເຮົາ.”

​ໃນພາບ​ຫລັງ​ສາກ​ຂອງ​ທ່ານ​ຖ່າຍ​ທຳ​ລະ​ຄອນ​ຮູບ​ເງົາ​ເລື້ອງ​ສັດ​ປະ​ຫລາດດາມ​ເມີ, ທ່ານ​ເຂັມ​ເພັດ ກັບ​ເພື່ອນ​ຖ່າຍ​ທຳ​ຮູບ​ເງົາ​ຢືນ​ອີງ​ທ້າຍ​ລົດ​ຢູ່
​ໃນພາບ​ຫລັງ​ສາກ​ຂອງ​ທ່ານ​ຖ່າຍ​ທຳ​ລະ​ຄອນ​ຮູບ​ເງົາ​ເລື້ອງ​ສັດ​ປະ​ຫລາດດາມ​ເມີ, ທ່ານ​ເຂັມ​ເພັດ ກັບ​ເພື່ອນ​ຖ່າຍ​ທຳ​ຮູບ​ເງົາ​ຢືນ​ອີງ​ທ້າຍ​ລົດ​ຢູ່

​ເລື້ອງນີ້ເປັນ​ລະ​ຄອນ​ຮູບ​ເງົາ​ທີ່ເວົ້າ​ເປັນພາ​ສາ​ອັງ​ກິດທີ່ສາຍຜ່ານໂທ​ລະ​ພາບ​ອອນ​ລາຍ​ນ໌ Netflix ທີ່​ມີ​ຜູ້​ຊົມ​ຫລາຍ​ທີ່​ສຸດ​ໃນ​ໂລກໃນ​ໄລ​ຍະ 2 ຫລື 3 ອາ​ທິດ​ທຳ​ອິດ​ທີ່​ມັນ​ເລີ້ມ​ເອົາອອກມາ​ສາຍ​ ໃນ​ທ້າຍ​ເດືອນ​ກັນ​ຍາ​ຜ່ານ​ມາ ຊຶ່ງ​ມີ​ຜູ້​ຊົມ ຫລາຍ​ລ້ານ​ຄົນຢູ່ໃນ 90 ປະ​ເທດ.

ນອກ​ຈາກ​ການ​ເປັນຕົວ​ແທນ​ຂອງ​ຄົນ​ລາວ ໃນ​ອຸດ​ສາ​ຫະ​ກຳບັນ​ເທີງຂອງອາ​ເມ​ຣິ​ກັນ ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ສູງໃນ​ເວ​ທີ​ສາ​ກົນ​ແລ້ວ ທ່ານ​ເຂັມ​ເພັດ​ກໍຍັງ​ຈະ​ສືບ​ຕໍ່ເອົາເລື້ອງລາວ ແລະວິ​ຖີ​ດຳ​ລົງຊີ​ວິດ​ຂອງ​ຄົນ​ລາວຢູ່​ໃນ​ສະ​ຫະ​ລັດ ແລະ​ຢູ່ໃນ​ປະ​ເທດລາວ ອອກ​ສູ່​ສາຍ​ຕາ​ຂອງ​ຄົນໃນ​ເວ​ທີ​ສາ​ກົນ ​ໂດຍ​ຜ່ານ​ການ​ຂຽນ​ເລື້ອງ ແລະສ້າງ​ລະ​ຄອນຮູບ​ເງົາ​ດ້ວຍ​ຕົ​ນ​ເອງ​ອີກ​ດ້ວຍ. ​

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ເປັນເລື້ອງລາວ​ຂອງ​ທ່ານເຂັມ​ເພັດ ພະ​ຍາ​ໄຊ ທີ່​ໄດ້​ກາຍ​ເປັນນັກ​ສະ​ແດງ​ລະ​ຄອນ​ຮູບ​ເງົາ​ອາ​ເມ​ຣິ​ກັນ ຫລັງ​ຈາກ​ພໍ່​ແມ່​ຂອງ​ທ່ານ ພາ ເຂົ້າມາຕັ້ງຖິ່ນຖານ​ຢູ່ໃນ​ເມືອງແຟ​ຣ​ສ​ໂນ, ລັດ​ຄາລິ​ຟໍ​ເນຍ ຊຶ່ງ​ຕັ້ງ​ຢູ່​ໃນ​ພາກຕາ​ເວັນຕົກ​ຂອງ​ສະ​ຫະ​ລັດ ແຕ່​ຕອນ​ທ່ານ​ຍັງ​ນ້ອຍ​. ຂໍເຊີນທ່ານ ຮັບຟັງລາຍການຊຸມຊົນຊາວລາວ ເລື້ອງໃໝ່ ໃນອາທິດໜ້າເວລາດຽວກັນນີ້.

XS
SM
MD
LG