ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຄົນ​ລາວ​ບາງ​ຄົນ ​ເຫັນ​ວ່າ ການ​ບຸກ​ລຸກຂອງຣັດ​ເຊຍ​ໃນ​ຢູ​ເຄ​ຣນ​ ເປັນ​ການ​​ລະ​ເມີດ ກົດ​ໝາຍ​ສາ​ກົນ


​ຫຼາຍ​ປະ​ເທດ​ໃນ​ເອ​ເຊຍ ປະ​ນາມ​ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍ ໃນ​ຢູ​ເຄ​ຣນ

ຢູ່​ໃນກອງປະຊຸມ​ສະ​ມັດ​ຊາໃຫຍ່ອົງການສະຫະປະຊາຊາດສະ​ໄໝ​ວິ​ສາ​ມັນ ຄັ້ງ​ທີ 11 ທີ່​ຈັດ​ຂຶ້ນ ​ໃນ​ອາ​ທິດ​ແລ້ວນີ້ ມີ 141 ປະ​ເທດ​ສະ​ໜັບ​ສະ​ໜຸນ ຍັດຕິກາ​ນປະນາມມົສກູທີ່​ໄດ້ບຸກ​ລຸກ​ຢູ​ເຄ​ຣນແລະໄດ້ຮຽກຮ້ອງໃຫ້ຣັດ​ເຊຍຖອນກຳລັງທະຫານ ຂອງຕົນອອກໄປຢ່າງຄົບຖ້ວນແລະໃນທັນທີ. ມີພຽງ 5 ປະເທດທີ່ໄດ້ຄັດຄ້ານ ຊຶ່ງປະກອບດ້ວຍ ຣັດເຊຍ ແລະກຸ່ມພັນທະມິດນ້ອຍໆຂອງຕົນ ຄື ເບລາຣຸສ ຊີເຣຍ ເກົາຫຼີເໜືອ ແລະເອຣິເທຣຍ. ແຕ່​ວ່າ ສ​ປ​ປ ລາວນັ້ນ ​ແມ່ນນອນ​ຢູ່ໃນສາມສິບຫ້າປະເທດງົດອອກສຽງຕໍ່​ການ​ກໍ່​ສົງ​ຄາມ​ທີ່​ວ່ານີ້. ແຕ່​ຢ່າງ​ໃດ​ກໍ​ຕາມກໍ​ມີ​ຄົນ​ລາວ​ບາງ​ຄົນບໍ່​ເຫັນ​ດີ​ນຳ​ການ​ເອົາ​ທ່າ​ທີ​ແບບນັ້ນ​ຂອງ​ລັດ​ຖະ​ບານທີ່​ເຮັດ​ຄືປະ​ເທດ​ເພື່ອນ​ບ້ານ​ຫວຽດ​ນາມ ແລະ​ຈີນ ດັ່ງ​ນັກ​ປັນ​ຍາ​ຊົນ​ຜູ້​ນຶ່ງທີ່​ເປັນ​ເຈົ້າ​ໜ້າ​ທີ່​ໃນ​ອົງ​ການ​ສາ​ກົນແຫ່ງ​ນຶ່ງ​ໃນ​ລາວ​ບອກວ່າ:

ພາບ​ລວມ​ທີ່​ສະ​ແດງ​ໃຫ້​ເຫັນ​ຜົນ​ການ​ລົງ​ຄະ​ແນນ​ສຽງໃນ​ກອງ​ປະ​ຊຸມ​ສະ​ໄໝ​ວິສາ​ມັນສຸກ​ເສີນຄັ້ງ​ທີ 11 ​ຂອງສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຕໍ່​ການ​ບຸກ​ລຸກ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໃນ​ນະ​ຄອນ​ນີວຢອກ, ວັນ​ທີ 2 ມີນາ, 2022.
ພາບ​ລວມ​ທີ່​ສະ​ແດງ​ໃຫ້​ເຫັນ​ຜົນ​ການ​ລົງ​ຄະ​ແນນ​ສຽງໃນ​ກອງ​ປະ​ຊຸມ​ສະ​ໄໝ​ວິສາ​ມັນສຸກ​ເສີນຄັ້ງ​ທີ 11 ​ຂອງສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຕໍ່​ການ​ບຸກ​ລຸກ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໃນ​ນະ​ຄອນ​ນີວຢອກ, ວັນ​ທີ 2 ມີນາ, 2022.

ຍັດຕິນັ້ນ "​ກ່າວ​ປະນາມ" ຖະ​ແຫຼ​ງການ​ຂອງ​ຣັດ​ເຊຍ​ໃນ​ວັນ​ທີ 24 ກຸມພາຜ່ານ​ມາ​ນີ້ ກ່ຽວ​ກັບ "ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ພິ​ເສດ" ຢູ່ຢູ​ເຄ​ຣນ, ​ແລະ "ໄດ້ຄັດຄ້ານ​ໂດຍ​ໃຊ້​ສຳ​ນວນ​ທີ່​ແຮງ​ທີ່​ສຸດ" ຕໍ່ການ​ລະ​ເມີດ​ມາດຕາ 2(4) ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ທີ່​ລະ​ບຸ​ວ່າ ບັນດາ​ສະມາຊິກ ​ຈະຕ້ອງ​ລະ​ເວັ້ນ ຈາກ "ການ​ຂົ່ມຂູ່ ຫຼື​ການ​ໃຊ້​ກຳລັງ ​ຕໍ່ເຂດ​ນ້ຳ​ແດນດິນທີ່​ເປັນອະ​ທິ​ປະ​ໄຕອັນ​ຊອບ​ທຳ ຫຼື ຕໍ່​ເອກະລາດ​ທາງ​ການ​ເມືອງ​ ຂອງປະ​ເທດ​ໃດໝົດ.”

ໂດຍ​ເອົາ​ທ່າ​ທີ​ເປັນ​ກາງ, ທ່ານ​ອາ​ນຸ​ພາບ ວົງ​ໜໍ່​ແກ້ວ, ເອກ​ອັກ​ຄະ​ລັດຖະ​ທູດ ແລະຜູ້​ຕາງ​ໜ້າ​ຖາ​ວອນປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ຢູ່ກອງ​ປະ​ຊຸມ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດນັ້ນ​ວ່າ ບັນ​ຫານີ້ “​ເປັນ​ເລື້ອງ​ສັບ​ສົນ ແລະ​ບອບ​ບາງ.” ທ່ານ​ກ່າວ​ຕໍ່​ໄປ​ວ່າ “ພ​ວກ​ເຮົາບໍ່​ເຫັນ​ວ່າ​ການ​ລົງ​ໂທດ ແບບ​ຝ່າຍ​ດຽວ​ຈະ​ເປັນ​ຜົນ​ດີ…..ເພາະ​ສະ​ນັ້ນ ພວກ​ເຮົາ​ຈຶ່ງ​ຮຽກ​ຮ້ອງ​ໃຫ້​ທຸກ​ພາກ​ສ່ວນ​ທີ່ກ່ຽວຂ້ອງ​ໃຫ້​ລະ​ເວັ້ນ​ການ​ກະ​ທຳ​ໃດໆ ທີ່​ຈະເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ້ມ​ຂຶ້ນ ແລະ​ໃຫ້​ຊອກ​ຫາ​ທາງ​ແກ້​ໄຂ​ບັນ​ຫາ​ແບບ​ສັນ​ຕິ​ວິ​ທີ ແລະ​ຟື້ນ​ຟູ​ສັນ​ຕິ​ພາບ ແລະ​ຄວາມ​ໝັ້ນ​ຄົງ​ກັບ​ຄືນ​ມາ.”

XS
SM
MD
LG