ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນປະນາມການຖິ້ມລະເບີດຂອງຣັດເຊຍ ໃສ່ໂຮງໝໍ ຂະນະທີ່ວໍຊິງຕັນ ປະຕິເສດ ບໍ່​ຮັບທີ່ຈະສົ່ງເຮືອບິນລົບອາຍພົ່ນ ຕໍ່ໃຫ້ຢູເຄຣນ


ລົດ​ຖືກ​ໄຟ​ໄໝ້​ຢູ່​ໂຮງ​ໝໍ​ແມ່​ແລະ​ເດັກ ທີ່​ຖືກ​ທຳ​ລາຍ​ໂດຍ​ການ​ຍິງ​ຖະ​ຫລົ່ມເມືອງ Mariupol ໃນ​ຢູ​ເຄ​ຣນ, ວັນ​ທີ 9 ມີ​ນາ, 2022.
ລົດ​ຖືກ​ໄຟ​ໄໝ້​ຢູ່​ໂຮງ​ໝໍ​ແມ່​ແລະ​ເດັກ ທີ່​ຖືກ​ທຳ​ລາຍ​ໂດຍ​ການ​ຍິງ​ຖະ​ຫລົ່ມເມືອງ Mariupol ໃນ​ຢູ​ເຄ​ຣນ, ວັນ​ທີ 9 ມີ​ນາ, 2022.

ວໍຊິງຕັນໄດ້ປະນາມການໂຈມຕີທາງອາກາດຂອງຣັດເຊຍທີ່​ມີລາຍງານວ່າໄດ້ທຳລາຍ ໂຮງໝໍຂອງແມ່ແລະ​ເດັກ ໃນເມືອງມາ​ຣີ​ໂພ​ລ (Mariupol) ຂອງຢູເຄຣນ ໃນວັນພຸດວານນີ້, ໃນຂະນະທີ່ເຈົ້າໜ້າທີ່ສະຫະລັດ ໄດ້ປະຕິເສດຕໍ່ຂໍ້ສະເໜີ ຂອງໂປແລນ ທີ່ຈະໂອນຍ້າຍເຮືອບິນທີ່​ຜະ​ລິດ​ໂດຍຣັດເຊຍໄປຍັງຖານທັບອາ ກາດຂອງສະຫະລັດ ແລະ ຈາກນັ້ນກໍ​ໂອນໄປຕໍ່​ໃຫ້ຢູເຄຣນ.

ເຮືອ​ບິນ​ລົບ MiG 29 ຂອງ​ໂປ​ແລນທີ່​ຜະ​ລິດໂດຍ​ຣັດ​ເຊຍບິນ​ຢູ່​ເທິງ ແລະ ກ້ອງ​ເຮືອ​ບິນ​ລົບເຮືອ​ບິນ​ລົບ F-16 ທີ່​ຜະ​ລິດ​ໂດຍສະ​ຫະ​ລັດໃນ​ການ​ສະ​ແດງ​ການ​ບິນໃນ​ເມືອງ Radom ຂອງ​ໂປ​ແລນ, ວັນ​ທີ 27, 2011.
ເຮືອ​ບິນ​ລົບ MiG 29 ຂອງ​ໂປ​ແລນທີ່​ຜະ​ລິດໂດຍ​ຣັດ​ເຊຍບິນ​ຢູ່​ເທິງ ແລະ ກ້ອງ​ເຮືອ​ບິນ​ລົບເຮືອ​ບິນ​ລົບ F-16 ທີ່​ຜະ​ລິດ​ໂດຍສະ​ຫະ​ລັດໃນ​ການ​ສະ​ແດງ​ການ​ບິນໃນ​ເມືອງ Radom ຂອງ​ໂປ​ແລນ, ວັນ​ທີ 27, 2011.

"ປະເທດທີ່ມີອະທິປະໄຕສາມາດຕັດສິນໃຈດ້ວຍ​ໂຕ​ເອງວ່າພວກເຂົາເຈົ້າ ຢາກເຮັດຫຍັງ," ນັ້ນ​ຄື​ຄຳ​ເວົ້າ​ຂອງໂຄ​ສົກ​ທຳ​ນຽບ​ຫ້າ​ແຈ, ທ່ານ​ຈອນ ເຄີ​ບີ. ທ່ານກ່າວອີກວ່າ. "ແຕ່ຄວາມຄິດນີ້, ທີ່ສະເຫນີໃຫ້ໂອນເຮືອບິນເຫຼົ່ານີ້ ໄປຫາບ່ອນຄຸ້ມຄອງຂອງພວກເຮົາເພື່ອ​ຈະໂອນໄປ ໃຫ້ຢູເຄຣນນັ້ນແມ່ນ ສິ່ງທີ່ພວກເຮົາບໍ່ໄດ້ຄົ້ນຄິດຫາໃນປັດຈຸບັນນີ້."

ທ່ານເຄີ​ບີ ກ່າວ​ວ່າ ການ​ປະ​ເມີນ​ສະ​ຖາ​ນະ​ການ​ຂອງ​ຝ່າຍ​ສືບ​ລັບ​ຂອງ​ສະຫະລັດ ບອກ​ວ່າ ການໂອນຍ້າຍ​ດັ່ງກ່າວ​ຈະ​ຖື​ວ່າ "ມີ​ຄວາມ​ສ່ຽງ​ສູງ", ​ແລະ​ສາມາດ​ເຫັນ​ໄດ້​ວ່າ​ຈະມີ​ການ​ເພີ້ມທະວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ ​ໂດຍປະທານາທິບໍດີຣັດ​ເຊຍ ທ່ານວລາ​ດິ​ເມຍ ປູ​ຕິນ ຜູ້​ທີ່​ໄດ້​ເປີດ​ສາກ​ບຸກ​ໂຈມ​ຕີ​ປະ​ເທດ​ເພື່ອນ​ບ້ານ​ຢູ​ເຄຣນ​ໃນ​ສອງ​ອາທິດ​ກ່ອນນັ້ນ.

ຣັດເຊຍໄດ້ຕຳໜິຕິຕຽນຂໍ້ສະເໜີຂອງໂປແລນທີ່ຈະສົ່ງເຮືອບິນດັ່ງກ່າວໄປໃຫ້ຖານທັບ ອາກາດສະຫະລັດໃນເຢຍຣະມັນ, ໂດຍໂຄສົກວັງເຄ​ຣມ​ລິນ, ທ່ານ ດ​ມິດ​ຕ​ຣີ ​ເພ​ສກອ​ຟ ກ່າວໃນວັນອັງຄານຜ່ານ​ມາວ່າ ມັນເປັນ “ສະຖານະການທີ່ອາດຈະເປັນອັນຕະລາຍ ຫລາຍ.”

ຢູ່ທີ່ທຳນຽບຂາວນັ້ນ, ທ່ານນາງ​ເຈນ ຊາ​ກີກ່າວໃນວັນພຸດວານນີ້ວ່າ: “ຂ້າພະ ເຈົ້າຄິດວ່າ ມັນຈະແຈ້ງພໍສົມຄວນ, ບໍ່ຈຳເປັນຕ້ອງມີຜູ້ຊ່ຽວຊານດ້ານການ ທະຫານກໍ​ຈະເຂົ້າໃຈໄດ້ ວ່າເປັນຫຍັງການມີເຮືອບິນທີ່​ອອກຈາກຖານທັບອາ ກາດສະຫະລັດ ເຂົ້າໄປໃນເຂດທີ່ ມີການປະທະກັນຂອງປະເທດ​ທີ່​ມີສົງຄາມ ຢູ່ນັ້ນ ຈຶ່ງບໍ່​ແມ່ນຄວາມ​ສົນ​ໃຈຂອງພວກເຮົາ ແລະກໍບໍ່ແມ່ນ​ຄວາມ​ສົນ​ໃຈຂອງເນ​ໂຕ້."

ການ​ໂຈມ​ຕີ​ໂຮງ​ໝໍ​ທີ່​ວ່ານີ້ໄດ້​ເຮັດ​ໃຫ້​ປະທານາທິບໍດີຢູ​ເຄ​ຣນ, ທ່ານ​ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີຂໍຮ້ອງ​ອີກ​ເທື່ອ​ນຶ່ງ​ໃຫ້​ອົງການ​ເນ​ໂຕ້​ຈັດ​ຕັ້ງ​ເຂດ​ຫ້າມ​ບິນ​ໃນ​ຢູ​ເຄຣນ, ​ໂດຍ​ປະກາດ​ວ່າ, "ທ່ານມີ​ອຳນາດ​ແຕ່​ເບິ່ງ​ຄື​ວ່າທ່ານສູນ​ເສຍຄວາມ​ເປັນ​ມະນຸດ."

ສະ​ຫະ​ລັດ​ໄດ້​ຄັດຄ້ານ​ຄຳ​ຮຽກຮ້ອງ​ດັ່ງກ່າວ ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ເຂດ​ຫ້າມ​ບິນ​ແມ່ນຮຽກຮ້ອງ​ໃຫ້​ມີ​ການ​ບັງຄັບ​ໃຊ້ ​ເຊິ່ງຈະເປັນ​ການ​ດຶງ​ດູດ​ສະ​ຫະ​ລັດ​ເຂົ້າໄປ​ປະ​ທະ​ກັນ​ໂດຍ​ກົງ​ກັບຣັດເຊຍ.

ສະ​ຫະ​ລັດ​ໄດ້​ຄັດຄ້ານ​ຄຳ​ຮຽກຮ້ອງ​ດັ່ງກ່າວ ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ເຂດ​ຫ້າມ​ບິນ​ແມ່ນຮຽກຮ້ອງ​ໃຫ້​ມີ​ການ​ບັງຄັບ​ໃຊ້ ​ເຊິ່ງຈະເປັນ​ການ​ດຶງ​ດູດ​ສະ​ຫະ​ລັດ​ເຂົ້າໄປ​ປະ​ທະ​ກັນ​ໂດຍ​ກົງ​ກັບຣັດເຊຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG