ກວດຂ່າວ ແທ້ຫລືປອມ
ກວດຂ່າວ ແທ້ຫລືປອມ
ໃນເວັບໄຊນີ້ ພວກເຮົາກວດຂ່າວແຕ່ລະເລື້ອງ ເພື່ອຢັ້ງຢືນວ່າ ຂ່າວທັງຫຼາຍ ເປັນຂ່າວແທ້ ຫຼືຂ່າວປອມ
-
"ທັງຫມົດ ມີ 65.14 ເປີເຊັນ ຂອງຜູ້ມີສິດລົງຄະແນນໃນເຂດເຄີຊອນໄດ້ໄປປ່ອນບັດ."
ທຸກຮູບແບບ ໃນ "ການເລືອກຕັ້ງ" ຂອງຣັດເຊຍ ຢູ່ໃນເຂດສົງຄາມຂອງຢູເຄຣນ ແມ່ນຜິດກົດໝາຍ ຢູ່ໃນສາຍຕາຂອງກົດໝາຍສາກົນ. ການກ່າວອ້າງຂອງຣັດເຊຍວ່າ ມີຜູ້ໄປປ່ອນບັດເປັນຈຳນວນຫຼວງຫຼາຍນັ້ນ ແມ່ນບໍ່ສາມາດພິສູດໄດ້. -
ການໂຄສະນາຊວນເຊື່ອຂອງຣັດເຊຍ ແນເປົ້າໝາຍໃສ່ ມູນເຊື້ອ ຕາຕາໄຄຣເມຍ ຂອງຫົວໜ້າກະຊວງປ້ອງກັນປະເທດຢູເຄຣນຄົນໃໝ່
"ນັກການເມືອງ [ຢູເມຣອຟ] ມີບົດບາດອັນຫ້າວຫັນໃນການເຜີຍແຜ່ການໂຄສະນາຊວນ ເຊື່ອຢ່າງໂຈ່ງແຈ້ງກ່ຽວກັບການຂົ່ມເຫັງຊຸມຊົນຊາວຕາຕາ ໄຄຣເມຍ ໂດຍຣັດເຊຍຢູ່ໃນ ແຫລມໄຄຣເມຍ -ຊຶ່ງເປັນການກ່າວອ້າງທີ່ບັນດາຜູ້ນໍາຊົນເຜົ່າຕາຕາໄຄຣເມຍ ທີ່ດໍາລົງ ຊີວິດຕົວຈິງຢູ່ໃນແຫຼມດັ່ງກ່າວ ໄດ້ປະຕິເສດຄັ້ງແລ້ວຄັ້ງເລົ່າ,"
-
ແຜນທີ່ຂອງປັກກິ່ງ ເຮັດໃຫ້ເກີດຄວາມໂກດເຄືອງ ຂອງປະເທດໃກ້ຄຽງ ດ້ວຍການອ້າງເອົາກໍາມະສິດຕໍ່ດິນແດນແບບໜ້າຕາເສີຍ
“[ການເປີດເຜີຍແຜນທີ່] ແມ່ນການປະຕິບັດການແບບປົກກະຕິ ໃນການໃຊ້ອະທິປະໄຕຂອງຈີນ ທີ່ສອດຄ່ອງກັບກົດໝາຍ. ພວກເຮົາຫວັງວ່າ ຝ່າຍຕ່າງໆທີ່ກ່ຽວຂ້ອງ ຈະສາມາດເບິ່ງບັນຫາແບບບໍ່ລໍາອຽງ ແລະສະຫງົບຈິດສະຫງົບໃຈໄວ້, ແລະຫຼີກລ້ຽງການຕີຄວາມໝາຍບັນຫາຫລາຍຈົນເກີນໄປ.”
ຈະແຈ້ງ ການອ້າງເອົາກຳມະສິດຂອງປັກກິ່ງ ຕໍ່ດິນແດນທີ່ມີການຂັດແຍ້ງໃນອິນເດຍ ເຂດທະເລຂອງບັນດາປະເທດເພື່ອນບ້ານ ໃນເອເຊຍຕາເວັນອອກສຽງໃຕ້ ແລະເກາະທີ່ມີການແບ່ງແຍກເຄິ່ງນຶ່ງຂອງຣັດເຊຍ ໄດ້ກໍ່ໃຫ້ເກີດຄວາມຕື່ນຕົກໃຈ ຢູ່ໃນທົ່ວຂົງເຂດ. -
“ພວກເຂົາໂຍນ [ທະຫານຢູເຄຣນ] ໃສ່ສະໜາມລະເບີດຝັງດິນຂອງພວກເຮົາ, ພາຍໃຕ້ການຍິງປືນໃຫຍ່ຂອງພວກເຮົາ, ເຮັດຄືກັບວ່າ ພວກເຂົາບໍ່ແມ່ນພົນລະເມືອງຂອງຕົນໜີ້ ຫລະ. ມັນໜ້າອະໜາດໃຈ.”
-
“ຄວາມສຳພັນຂອງກອງທັບປະເທດທັງສອງໄດ້ເປັນຕົວຢ່າງ ສຳລັບປະເທດບໍ່ຮວມກຸ່ມ ມີການຮ່ວມມືແບບບໍ່ມີການປະເຊີນໜ້າ ທີ່ບໍ່ໄດ້ແນເປົ້າໝາຍໃສ່ພັກຝ່າຍທີສາມ.”
ຈີນ ແລະຣັດເຊຍ ໄດ້ວາງນະໂຍບາຍການຕ່າງປະເທດແລະຍຸດທະສາດທາງດ້ານການທະຫານຂອງພວກເຂົາ ເພື່ອບ່ອນທຳລາຍລະບຽບການຂອງໂລກທີ່ນຳພາໂດຍປະເທດຕາເວັນຕົກ ເສລີ ແບບປະຊາທິປະໄຕ. ເນື່ອງຈາກຣັດເຊຍຮຸກຮານຢູເຄຣນ ໃນປີ 2022 ແລະຈີນກຳລັງແນສາຍຕາໃສ່ໄຕ້ຫວັນ