ທ້າວສົມຊາຍ ຊຶ່ງເປັນນຶ່ງໃນບັນດາຜູ້ທີ່ຕ້ອງເສຍອົງຄະ
ຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນເຂດແຂວງສະ
ຫວັນນະເຂດເມື່ອສີ່ປີກ່ອນ ແລະຕ້ອງກາຍເປັນຄົນ
ພິການທາງສາຍຕາແລະແຂນຂາໄດ້ໃຫ້ການຢືນຢັນ
ວ່າຄວາມຍາກຈົນຢ່າງຍິ່ງຄືສາເຫດທີ່ສຳຄັນທີ່ສຸດທີ່
ເຮັດໃຫ້ຕົນເອງ ແລະໝູ່ຄືອີກຫຼາຍສິບຄົນຕ້ອງກາຍ
ເປັນຄົນພິການຈົນບໍ່ສາມາດປະກອບອາຊີບຫຍັງໄດ້
ເລີຍຈົນເຖິງທຸກມື້ນີ້.
ທັງນີ້ກໍເນື່ອງຈາກວ່າບັນຫາຄວາມທຸກຈົນຢ່າງຍິ່ງດັ່ງກ່າວ
ໄດ້ເຮັດໃຫ້ພວກຕົນຈໍາເປັນຕ້ອງພາກັນໄປຊອກຫາເສດ
ເຫຼັກຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນລາວ ເພື່ອນໍາ
ມາຂາຍໃຫ້ກັບບັນດາພໍ່ຄ້າທີ່ຮັບຊື້ເສດເຫຼັກຈາກຫວຽດນາມ
ແລ້ວນໍາເອົາລາຍໄດ້ຈາກການຂາຍເສດເຫຼັກດັ່ງກ່າວມາໃຊ້
ຈ່າຍໃນຊີວິດປະຈໍາວັນ ທັງໆທີ່ຮູ້ວ່າລະເບີດບໍ່ທັນແຕກດັ່ງ
ກ່າວນັ້ນມີອັນຕະລາຍຕໍ່ຊີວິດ ແລະຮ່າງກາຍກໍ່ຕາມ ແຕ່ກໍ
ຕ້ອງຍອມສ່ຽງເພື່ອຄວາມຢູ່ລອດຂອງຄອບຄົວ, ດັ່ງທີ່ ທ້າວ
ສົມຊາຍ ຊຶ່ງໄດ້ກາຍເປັນຄົນພິການນັບເປັນເວລາກວ່າ 3 ປີ
ມາແລ້ວນັ້ນໄດ້ໃຫ້ການອະທິບາຍໃນຕອນນຶ່ງວ່າ:
“ຕອນນັ້ນອາຍຸ 14 ປີ ໄປຫາເສດເຫຼັກຢູ່ພູຢູ່ຜາພຸ້ນ
ໄປກັບນ້ອງ ຂຸດແລ້ວໄທເຮົາສັບ ສັບມັນ ເຮົາບໍ່
ເຫັນມັນດອກ ແຕ່ເຮົາຂຸດລົງໄປແລ້ວຖືກມັນແຕກ. ເຮົາຮູ້ແລ້ວວ່າເຄື່ອງກວດມັນ
ຕິກ ຊຶ່ງທໍາມະດາເມື່ອໄດ້ກວດແລ້ວຖ້າຈັກມັນຕິກໆ ມັນກະມີເຫຼັກ ເມື່ອມັນມີເຫຼັກ
ເຮົາກະຂຸດລົງໄປແລ້ວຖືກມັນ ແລະເຮົາກະບໍ່ຮູ້ວ່າມັນສິມີລະເບີດຢູ່ຫັ່ນເຮົາຮູ້ແຕ່ວ່າ
ມັນມີເຫຼັກ”
ສ່ວນທາງດ້ານ ພົນໂທດວງໃຈ ພິຈິດ, ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີປ້ອງກັນ
ປະເທດໃນຖານະປະທານຄະນະກຳມະການເກັບກູ້ລະເບີດແຫ່ງຊາດລາວຖະແຫລງຍອມ
ຮັບວ່າ ການທີ່ຍັງມີລະເບີດບໍ່ທັນແຕກ ຫລືລະເບີດ UXO ຕົກຄ້າງຢູ່ໃນລາວຢ່າງຫລວງ
ຫລາຍໃນທຸກມື້ນີ້ ບໍ່ພຽງແຕ່ຈະເປັນອຸປສັກຕໍ່ການປະຕິບັດແຜນການພັທະນາເສດຖະກິດ
-ສັງຄົມໃນລາວເທົ່ານັ້ນ ຫາກແຕ່ຍັງໄດ້ສົ່ງຜົນກະທົບຕໍ່ສະພາບຊີວິດ ແລະຮ່າງກາຍຂອງ
ປະຊາຊົນລາວຢ່າງກວ້າງຂວາງອີກດ້ວຍ.
ທັງນີ້ ນັບຈາກປີ 1964 ເປັນຕົ້ນມາກໍປາກົດວ່າມີປະຊາຊົນ
ລາວທີ່ໄດ້ຮັບເຄາະຈາກລະເບີດບໍ່ທັນແຕກແລ້ວຫຼາຍກວ່າ
5 ໝື່ນຄົນ ໂດຍກຸ່ມປະຊາກອນທີ່ໄດ້ຮັບຜົນກະທົບຈາກລະ
ເບີດ UXO ຫຼາຍທີ່ສຸດ ກໍຄືເດັກນ້ອຍກັບປະຊາຊົນບັນດາ
ເຜົ່າທີ່ຢູ່ໃນເຂດຊົນນະບົດທີ່ຕ້ອງເສຍຊີວິດ ຫຼືໄດ້ຮັບບາດ
ເຈັບຈົນເສຍອົງຄະຫຼາຍກວ່າ 300 ຄົນໃນແຕ່ລະປີ.
ນັບຈາກປີ 1996 ເປັນຕົ້ນມາອົງການເກັບກູ້ລະເບີດແຫ່ງຊາດລາວ (Lao UXO) ສາມາດ
ເກັບກູ້ ແລະທໍາລາຍ UXO ໄປຫຼາຍກວ່າ 1 ລ້ານໜ່ວຍ ແລະເປັນການເກັບກູ້ UXO
ອອກໄປຈາກພື້ນທີ່ກວ້າງກວ່າ 25,000 ເຮັກຕ້າ ຫຼືບໍ່ເຖິງ 1% ຂອງພື້ນທີ່ທີ່ມີລະເບີດ
UXO ຕົກຄ້າງຢູ່ໃນລາວເທົ່ານັ້ນ. ຊຶ່ງກໍໝາຍຄວາມວ່າຖ້າຫາກສະພາບການເກັບກູ້ຍັງຄົງ
ເປັນຄືກັບໃນໄລຍະ 15 ປີທີ່ຜ່ານມານີ້ ກໍ່ຈະເຮັດໃຫ້ການເກັບກູ້ UXO ໃນລາວຈະຕ້ອງໃຊ້
ເວລາອີກຍາວນານກວ່າ 100 ປີຢ່າງແນ່ນອນ.
ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວໄດ້ຕັ້ງຄວາມຫວັງໄວ້ວ່າ ຈະຕ້ອງໄດ້ຮັບການຊ່ວຍ
ເຫຼືອ ຈາກຕ່າງປະເທດບໍ່ີໜ້ອຍກວ່າ 30 ລ້ານໂດລ້າໃນແຕ່ລະປີ ເພື່ອທີ່ວ່າຈະເຮັດໃຫ້ສາ
ມາດເກັບກູ້ UXO ອອກຈາກພື້ນທີ່ສຳລັບການກະເສດໄດ້ເພີ່ມຂື້ນອີກ 183,000 ເຮັກ
ຕ້າພາຍໃນປີ 2020 ໃນຂະນະທີ່ໃນໄລຍະ 5 ປີທີ່ຜ່ານມານັ້ນລາວກໍ່ໄດ້ຮັບການຊ່ວຍ ເຫຼືອຈາກຕ່າງປະເທດໂດຍສະເລ່ຍ 19 ລ້ານໂດລາ ໃນແຕ່ລະປີ.
ສ່ວນສະຫະລັດນັ້ນ ກໍ່ໄດ້ໃຫ້
ການຊ່ວຍເຫຼືອໄປແລ້ວ ຫຼາຍ
ກວ່າ 30 ລ້ານໂດລ້ານັບຈາກປີ
1996 ເປັນຕົ້ນມາ ແລະຍັງໄດ້
ຮັບປາກກັບທາງການລາວວ່າ
ຈະໃຫ້ການຊ່ວຍເຫຼືອຫຼາຍຂຶ້ນ
ແລະເປັນການຊ່ວຍເຫຼືອໄລຍະ
ຍາວອີກດ້ວຍ.