ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດເພີ້ມການຊ່ວຍເຫລືອ ແກ່ລາວ ໃນການເກັບກູ້ ລະເບີດບໍ່ທັນແຕກ


ພິທີເຊັນສັນຍາມອບການຊ່ວຍເຫລືອຂອງສະຫະລັດແກ່ລາວ ໃນດ້ານເກັບກູ້ລະເບີດບໍ່ທັນແຕກ ເມື່ອບໍ່ນານມານີ້, ພາຍໃຕ້ການເປັນ​ປະທານຂອງທ່ານ​ນາງ​ Karen Stewart (ເສື້ອແດງ, ຊ້າຍ, ຂ້າງຫລັງ​) ແລະທ່ານ​ນາງ​ອ່ອນ​ຈັນ ທຳ​ມະ​ວົງ (ເສື້ອຟ້າ, ກາງ, ຂ້າງຫລັງ​)​
ພິທີເຊັນສັນຍາມອບການຊ່ວຍເຫລືອຂອງສະຫະລັດແກ່ລາວ ໃນດ້ານເກັບກູ້ລະເບີດບໍ່ທັນແຕກ ເມື່ອບໍ່ນານມານີ້, ພາຍໃຕ້ການເປັນ​ປະທານຂອງທ່ານ​ນາງ​ Karen Stewart (ເສື້ອແດງ, ຊ້າຍ, ຂ້າງຫລັງ​) ແລະທ່ານ​ນາງ​ອ່ອນ​ຈັນ ທຳ​ມະ​ວົງ (ເສື້ອຟ້າ, ກາງ, ຂ້າງຫລັງ​)​

ທາງ​ການສະຫະລັດ​ໃຫ້ການ​ຊ່ວຍ​ເຫລືອ​ເຂົ້າ​ໃນ​ການ​ເກັບ​ກູ້ລະ​ເບີດບໍ່ທັນ​ແຕກ​ຢູ່​ໃນ​ລາວ ຫລາຍ​ຂຶ້ນ​ໂດຍ​ຮວມ​ທັງ​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ການ​ຝຶກ​ອົບຮົມ​ກ່ຽວກັບ​ການ​ປ້ອງກັນອັນ ຕະລາຍ​ຈາກ​ລະ​ເບີດດັ່ງກ່າວ​ອີກ​ດ້ວຍ.

ພິທີການ​ສົ່ງ​ມອບ​ການ​ຊ່ວຍ​ເຫລືອ​ຂອງ​ທາງ​ການ​ສະຫະລັດ​
ໃຫ້​ແກ່​ອົງ​ການ​ເກັບ​ກູ້​ລະ​ເບີ​ດ​ແຫ່ງ​ຊາດ​ລາວ (Lao UXO)
ໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ​ເມື່ອບໍ່ນານ​ມານີ້ ​ໂດຍທ່ານ
ນາງ​ Karen B. Stewart ເອກ​ອັກຄະ​ລັດຖະທູດ​ສະຫະ
ລັດປະ​ຈໍາ​ປະ​ເທດ​ລາວ​ ​ແລະທ່ານ​ນາງ​ອ່ອນ​ຈັນ ທຳ​ມະ
ວົງ ລັດຖະມົນຕີກະຊວງ​ແຮງ​ງານ ​ແລະສະຫວັດດີ​ການ​ສັງ
ຄົມຂອງ​ລາວ​ເປັນ​ປະທານ​ໃນ​ພິທີ​ຮ່ວມ​ກັນ.

ການຊ່ວຍເຫຼືອດັ່ງກ່າວນີ້ມີ​ມູນ​ຄ່າ 1.5 ລ້ານໂດ​ລາ ສຳລັບ
ໃຊ້​ເປັນ​ງົບປະມານໃນການເກັບກູ້ລະເບີດບໍ່ທັນແຕກທີ່ຕົກ
ຄ້າງຢູ່ໃນພື້ນທີ່ 360 ເຮັກຕາຂອງ 88 ໝູ່ບ້ານໃນເຂດ
ແຂວງຊຽງຂວາງ ແລະແຂວງຄຳມ່ວນ​ໃນ​ຕະຫລອດ​ຊ່ວງ
ປີ 2011ນີ້​ເປັນ​ການສະ​ເພາະ ​ເນື່ອງຈາກ​ວ່າ​ເປັນ​ເຂດ​ທີ່​ມີ
ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ຢ່າງໜາ​ແໜ້ນຊຶ່ງ​ເຮັດ​ໃຫ້
ປະຊາຊົນ​ມີ​ຄວາມ​ສ່ຽງສູງທີ່​ຈະ​ໄດ້​ຮັບ​ອັນຕະລາຍ​ຈາກ
ລະ​ເບີດບໍ່ທັນແຕກດັ່ງ​ກ່າວ.

ພ້ອມ​ກັນນີ້ ​ເພື່ອ​ເຮັດ​ໃຫ້ການ​ເກັບ​ກູ້​ລະ​ເບີດບໍ່ທັນແຕກ
ສາມາດ​ດຳ​ເນີນ​ການ​ໄດ້​ໄວ​ຂຶ້ນກວ່າ​ເກົ່າທາງ​ການສະຫະ
ລັດ​ກໍ​ຍັງ​ໄດ້ໃຫ້ການຊ່ວຍເຫຼືອ​ໃນ​ການຈັດຕັ້ງໜ່ວຍ​ເກັບ
ກູ້​ລະ​ເບີ​ດອີກ 4 ໜ່ວຍລວມທັງຍັງ​ໄດ້​ຊ່ວຍເຫລືອ​ໃນ​
ການພັດທະນາລະບົບ​ເກັບ​ກໍາ​ຂໍ້​ມູນກ່ຽວກັບ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກລະ​ເບີດບໍ່ທັນແຕກ​ໃນ
ສອງ​ແຂວງ​ດັ່ງກ່າວ ​ແລະ​ຫລ້າ​ສຸດກໍ​ໄດ້​ໃຫ້ການຊ່ວຍເຫຼືອຫລາຍ​ກວ່າ 2 ​ແສນ​ໂດ​ລາ​ສຳລັບ
ຝຶກ​ອົບຮົມ​ນັກຮຽນກ່ຽວກັບ​ການປ້ອງ​ກັນ​ອັນ​ຕະລາ​ຍຈາກລະ​ເບີດບໍ່ທັນແຕກ​ໃນ 9 ​ແຂວງ
ອີກ​ດ້ວຍ.

ທ່ານຢົງ ຈັນທະລັງສີ ເອກອັກຄະລັດຖະທູດລາວ ປະຈໍາສະວິດເຊີແລນ
ທ່ານຢົງ ຈັນທະລັງສີ ເອກອັກຄະລັດຖະທູດລາວ ປະຈໍາສະວິດເຊີແລນ

ກ່ອນໜ້ານີ້ ທ່ານຢົງ ຈັນທະ
ລັງສີ ເອກອັກຄະລັດຖະທູດ
ລາວປະຈຳສະວິດເຊີແລນໄດ້
ໃຫ້ການຢືນຢັນກັບ VOA ວ່າ
ທາງການສະຫະລັດໄດ້ໃຫ້ການ
ຊ່ວຍເຫຼືອເຂົ້າໃນການເກັບກູ້
ລະເບີດບໍ່ທັນແຕກຕົກຄ້າງຢູ່
ໃນລາວຄິດເປັນມູນຄ່າສະເລ່ຍ
5 ລ້ານ​ໂດ​ລາຕໍ່ປີ. ຫາກແຕ່ສຳ
ລັບການຊ່ວຍເຫຼືອໃນໄລຍະໃຫມ່
ທາງການສະຫະລັດກໍ່ໄດ້ຮັບປາກ
ວ່າຈະເພີ່ມການຊ່ວຍເຫຼືອໃຫ້
ຫຼາຍຂຶ້ນ ແລະຈະເປັນການຊ່ວຍ
ເຫຼືອໄລຍະຍາວອີກດ້ວຍ. ດັ່ງທີ່​ທ່ານ​ຢົງ​ໄດ້​ໃຫ້ການ​ຊີ້​ແຈງໃນ​ຕອນ​ນຶ່ງ​ວ່າ:
“ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ນີ້​ແມ່ນ​ຫ້າ​ລ້ານ​ຕໍ່​ປີ ​ແລ້ວ​ກະ​ຕອນ​ທີ່​ທ່ານ​ທອງ​ລຸນ ​ໄດ້​ພົບ​ປ​ະ​ເຈລະຈາ​ກັບ​ທ່ານ​ນາງ ຮິ​ລລາຣີ ຄລິນ​ຕັນ ​ເພີ່ນ​ກໍ​ໄດ້​ຮັບປາກ​ວ່າ​ຈະ​ພິຈາລະ​ນາ​ເພີ່ມ​ທະວີ​ຂຶ້ນ ​ແລະ​ກໍ​ຈະ​ໃຫ້​ພາຍໃນ​ໄລຍະ​ສິບ​ປີ ອັນ​ນີ້ ​ເປັນຄວາມ​ຄືບ​ໜ້າ​ທີ່​ດີ ​ແລະເປັນ​ກ້າວ​ກະ​ໂດດ​ໃນ​ຂັ້ນ​ທີ່​ວ່າ​ ເປັນ​ກ້າວ​ກະ​ໂດດອີກ​ຂັ້ນ​ນຶ່ງ​ໃນ​ການ​ພົວພັນ​ລະຫວ່າງສະຫະລັດ​ກັບ​ລາວ”

ເດັກນ້ອຍຮຽນກ່ຽວກັບ ອັນຕະລາຍຂອງ UXO
ເດັກນ້ອຍຮຽນກ່ຽວກັບ ອັນຕະລາຍຂອງ UXO

ທັງ​ນີ້ ​ໂດຍນັບຈາກປີ 1996 ເປັນຕົ້ນມາ
ອົງການເກັບກູ້ລະເບີດແຫ່ງຊາດລາວ (Lao
UXO) ສາມາດເກັບກູ້ ແລະທໍາລາຍ UXO
ໄປຫຼາຍກວ່າ 1 ລ້ານໜ່ວຍ ແລະເປັນການ
ເກັບກູ້ UXO ອອກໄປຈາກພື້ນທີ່ກວ້າງ
ກວ່າ 25,000 ເຮັກຕ້າ ຫຼືບໍ່ເຖິງ 1%
ຂອງພື້ນທີ່ທີ່ມີລະເບີດ UXO ຕົກຄ້າງຢູ່
ໃນລາວເທົ່ານັ້ນ. ຊຶ່ງກໍໝາຍຄວາມວ່າ
ຖ້າຫາກສະພາບການເກັບກູ້ຍັງຄົງເປັນ
ຄືກັບໃນໄລຍະ 15 ປີທີ່ຜ່ານມານີ້ ກໍ່ຈະ
ເຮັດໃຫ້ການເກັບກູ້ UXO ໃນລາວຈະຕ້ອງໃຊ້ເວລາອີກຍາວນານກວ່າ 100 ປີ.

ພື້ນທີ່ສີແດງໃນແຜນທີ່ ແມ່ນເຂດທີ່ມີ UXO ຫລາຍ
ພື້ນທີ່ສີແດງໃນແຜນທີ່ ແມ່ນເຂດທີ່ມີ UXO ຫລາຍ

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວໄດ້ຕັ້ງຄວາມ
ຫວັງໄວ້ວ່າຈະຕ້ອງໄດ້ຮັບການຊ່ວຍເຫຼືອຈາກຕ່າງ
ປະເທດບໍ່ໜ້ອຍກວ່າ 30 ລ້ານໂດລາໃນແຕ່ລະປີ
ເພື່ອທີ່ວ່າຈະເຮັດໃຫ້ສາມາດເກັບກູ້ UXO ອອກ
ຈາກພື້ນທີ່ສຳລັບການກະ​ເສດໄດ້ເພີ່ມຂື້ນອີກ
183,000 ເຮັກຕ້າພາຍໃນປີ 2020 ໃນຂະນະທີ່
ໃນໄລຍະ 5 ປີທີ່ຜ່ານມານັ້ນລາວກໍ່ໄດ້ຮັບການ
ຊ່ວຍເຫຼືອຈາກຕ່າງປະເທດໂດຍສະເລ່ຍ 19 ລ້ານ
ໂດລາ ໃນແຕ່ລະປີ.

ສ່ວນສະຫະລັດນັ້ນ ກໍ່ໄດ້ໃຫ້ການຊ່ວຍເຫຼືອໄປແລ້ວຫຼາຍ
ກວ່າ 30 ລ້ານໂດລ້ານັບຈາກປີ 1996 ເປັນຕົ້ນມາ.

XS
SM
MD
LG