ທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າ NRA ຫລືຄະນະ
ກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດ
ບໍ່ທັນແຕກ ທີ່ຕົກຄ້າງຢູ່ໃນລາວ ຖະແຫຼງຢືນຢັນວ່າ ທາງ
ການສະຖານທູດສະຫະລັດປະຈຳລາວ ໄດ້ສົ່ງມອບເງິນ
ຊ່ວຍເຫຼືອມູນຄ່າ 1.5 ລ້ານໂດລາໃຫ້ແກ່ທາງການລາວ
ສຳລັບນຳໃຊ້ເຂົ້າໃນການເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກ
ຄ້າງຢູ່ໃນລາວຢ່າງເປັນທາງການ ເມື່ອບໍ່ນານມານີ້.
ເງິນຊ່ວຍເຫຼືອດັ່ງກ່າວນີ້ ຈະນຳໃຊ້ເຂົ້າໃນການເກັບກູ້ລະ
ເບີດບໍ່ທັນແຕກໃນພື້ນທີ່ 88 ໝູ່ບ້ານໃນເຂດແຂວງຊຽງ
ຂວາງ ແລະແຂວງຄຳມ່ວນ ຊຶ່ງຄາດໝາຍວ່າຈະສາມາດ ດຳເນີນການເກັບກູ້ລະເບີດບໍ່ທັນແຕກອອກໄປຈາກເຂດທີ່ຢູ່ອາໄສ ແລະ ທີ່ດິນທຳກິນຂອງ ປະຊາຊົນລາວໃນ 2 ແຂວງດັ່ງກ່າວໄດ້ບໍ່ໜ້ອຍກວ່າ 360 ເຮັກຕາ ກັບທັງຍັງສາມາດສ້າງ
ບຸກຄະລາກອນເຂົ້າໃນການເກັບກູ້ລະເບີດ ໄດ້ເພີ່ມຂື້ນອີກ 4 ຊຸດສຳລັບແຂວງຊຽງຂວາງ ແລະອີກ 1 ຊຸດ ສຳລັບແຂວງຄຳມ່ວນ ອີກດ້ວຍ.
ກ່ອນໜ້ານີ້ທ່ານຢົງ ຈັນທະລັງສີ
ເອກອັກຄະລັດຖະທູດລາວປະ
ຈຳສະວິດເຊີແລນ ໄດ້ໃຫ້ການ
ຢືນຢັນກັບ VOA ວ່າທາງການ
ສະຫະລັດໄດ້ໃຫ້ການຊ່ວຍເຫຼືອ
ເຂົ້າໃນການເກັບກູ້ລະເບີດບໍ່ທັນ
ແຕກຕົກຄ້າງຢູ່ໃນລາວ ຄິດເປັນ
ມູນຄ່າສະເລ່ຍ 5 ລ້ານໂດລາ ຕໍ່ປີ.
ແຕ່ສຳລັບການຊ່ວຍເຫຼືອໃນໄລ
ຍະໃຫມ່ ທາງການສະຫະລັດກໍ່
ໄດ້ຮັບປາກວ່າຈະເພີ່ມການຊ່ວຍ
ເຫຼືອໃຫ້ຫຼາຍຂຶ້ນ ແລະຈະເປັນການຊ່ວຍເຫຼືອໄລຍະຍາວອີກດ້ວຍ.
ທັງນີ້ ທ່ານຢົງ ໄດ້ອ້າງເຖິງໝາກຜົນທີ່ໄດ້ຮັບຈາກການພົບປະເຈລະຈາລະຫວ່າງ ທ່ານ
ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການຕ່າງປະເທດລາວ ກັບ
ທ່ານນາງ ຮິລລາຣີ ຄລິນເຕິນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ຊຶ່ງໄດ້ມີ
ຂຶ້ນໃນໂອກາດທີ່ທ່ານ ທອງລຸນ ເດີນທາງໄປຢ້ຽມຢາມສະຫະລັດຢ່າງເປັນທາງການເມື່ອ ທ້າຍເດືອນກັນຍາທີ່ຜ່ານມານັ້ນເອງ.
ຍິ່ງໄປກວ່ານັ້ນ ການທີ່ລັດຖະບານລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຄັ້ງທຳອິດຂອງ
ລັດພາຄີໃນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຫຼື ສົນທິສັນຍາ
OSLO ເມື່ອວັນທີ 9-12- ພະຈິກທີ່ຜ່ານມານັ້ນ ກໍ່ປາກົດວ່າມີຫຼາຍໄປະເທດທີ່ໄດ້ຕົກລົງ ຫຼືຮັບປາກທີ່ຈະໃຫ້ການຊ່ວຍເຫຼືອລາວໃນການເກັບກູ້ລະເບີດຫຼາຍຂື້ນອີກດ້ວຍ. ໂດຍໃນໄລ
ຍະຕໍ່ໄປນີ້ ທາງການລາວກໍ່ຈະດໍາເນີນການຈັດທໍາແຜນການເກັບກູ້ລະເບີດທີ່ຊັດເຈນ ເພື່ອນໍາ ສະເໜີບັນດາປະເທດທີ່ຈະໃຫ້ການຊ່ວຍເຫຼືອຕໍ່ໄປດັ່ງທີ່ທ່ານພູຂຽວ ໄດ້ໃຫ້ການຊີ້ແຈງວ່າ:
"ແຜນງານເພື່ອຮັບໃຊ້ການເກັບກູ້ລະເບີດນີ້ ຕ້ອງໄດ້ໄປເອົາແຜນພັດທະນາເສດຖະ
ກິດ-ສັງຄົມຂອງຊາດ ຫຼືຂອງທ້ອງຖິນ ຂອງເມືອງ ຂອງບ້ານເຂົ້າມາເປັນແຜນ
ຂອງພວກເຮົາ ຈະໄດ້ເອົາຂໍ້ມູນຂອງກະຊວງກະສິກໍາ ແຜນການຂະຫຍາຍພີ້ນທີ່
ການປູກຝັງ-ລ້ຽງສັດຂອງເພີ່ນ ມັນມີຢູ່ບ່ອນໃດແທ້ ແລ້ວພວກເຮົາກໍ່ຈະໃຊ້ລະບົບ
GPS ໃຫ້ມາກວດເບິ່ງວ່າມັນມີຂໍ້ມູນລະເບີດຢູ່ແຖວນັ່ນບໍ່ ແລ້ວພວກເຮົາຈະເຮັດ
ເປັນແຜນ ໃນເວລາທີ່ພວກຂ້າພະເຈົ້າໄປໂຄສະນາລະດົມທຶນຮອນ ພວກຂ້າພະ
ເຈົ້າຈະມີຂໍ້ມູນເພື່ອສະເໜີກັບ Donors”
ທັງນີ້ໂດຍນັບຈາກປີ 1996 ເປັນຕົ້ນມາ ອົງການເກັບກູ້
ລະເບີດແຫ່ງຊາດລາວ (Lao UXO) ສາມາດເກັບກູ້
ແລະທໍາລາຍ UXO ໄປຫຼາຍກວ່າ 1 ລ້ານໜ່ວຍ ໂດຍ
ເປັນການເກັບກູ້ UXO ອອກໄປຈາກພື້ນທີ່ກວ້າງກວ່າ
25,000 ເຮັກຕາ ຫຼືບໍ່ເຖິງ 1% ຂອງພື້ນທີ່ທີ່ມີລະເບີດ
UXO ຕົກຄ້າງຢູ່ໃນລາວເທົ່ານັ້ນ. ຊຶ່ງກໍໝາຍຄວາມວ່າ
ຖ້າຫາກສະພາບການເກັບກູ້ຍັງຄົງເປັນຄືກັບໃນໄລຍະ 15
ປີທີ່ຜ່ານມານີ້ ກໍ່ຈະເຮັດໃຫ້ການເກັບກູ້ UXO ໃນລາວ
ຕ້ອງໃຊ້ເວລາອີກຍາວນານກວ່າ 100 ປີ.
ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວໄດ້ຕັ້ງຄວາມຫວັງໄວ້ວ່າຈະຕ້ອງໄດ້ຮັບການຊ່ວຍເຫຼືອ ຈາກຕ່າງປະເທດບໍ່ໜ້ອຍກວ່າ 30 ລ້ານໂດລາໃນແຕ່ລະປີ ເພື່ອທີ່ວ່າຈະເຮັດໃຫ້ສາມາດ
ເກັບກູ້ລະເບີດ UXO ອອກຈາກພື້ນທີ່ເພື່ອການກະເສດໄດ້ເພີ່ມຂື້ນອີກ 183,000 ເຮັກຕາ
ພາຍໃນປີ 2020. ໃນຂະນະທີ່ໃນໄລຍະ 5 ປີທີ່ຜ່ານມານັ້ນ ລາວກໍ່ໄດ້ຮັບການຊ່ວຍເຫຼືອ
ຈາກຕ່າງປະເທດໂດຍສະເລ່ຍ 19 ລ້ານໂດລາໃນແຕ່ລະປີ. ສ່ວນສະຫະລັດນັ້ນ ກໍ່ໄດ້ໃຫ້
ການຊ່ວຍເຫຼືອແກ່ລາວໄປແລ້ວຫຼາຍກວ່າ 30 ລ້ານໂດລານັບຈາກປີ 1996 ເປັນຕົ້ນມາ.