ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຊ່ວຍເຫລືອລາວ ໃນການສະກັດກັ້ນ ໂຣກໄຂ້ຫວັດໃຫຍ່


ການຝຶກອົບຮົມຮ່ວມກັນລະຫວ່າງພົນລະເຮືອນ-ທະຫານໃນການ
ວາງແຜນເພື່ອຮັບມືກັບການແຜ່ລະບາດຂອງພະຍາດໄຂ້ຫວັດໃຫຍ່
ໃນເມືອງປາກເຊ, ແຂວງຈຳປາສັກໃນວັນທີ 4-7, ເມສາ 2011
ການຝຶກອົບຮົມຮ່ວມກັນລະຫວ່າງພົນລະເຮືອນ-ທະຫານໃນການ ວາງແຜນເພື່ອຮັບມືກັບການແຜ່ລະບາດຂອງພະຍາດໄຂ້ຫວັດໃຫຍ່ ໃນເມືອງປາກເຊ, ແຂວງຈຳປາສັກໃນວັນທີ 4-7, ເມສາ 2011

ສະຫະລັດ​ໃຫ້ການ​ຊ່ວຍ​ເຫລືອລາວ ​ໃນການ​ສະກັດ​ກັ້ນ​ໂຣກ​ໄຂ້ຫວັດ​ໃຫຍ່ ​ໃຫ້​ມີ​ປະສິດທິ​ພາບ​ສູງ​ຂຶ້ນ ດ້ວຍ​ການ​ຝຶກ​ອົບຮົມ​ລະດັບ​ປະຕິບັດ​ການ​ໃຫ້​ແກ່​ເຈົ້າໜ້າທີ່​ລະດັບ​ວາງ​ ແຜນໃນ​ 7 ​ແຂວງ​ພາກ​ໃຕ້​ຂອງ​ລາວ.

ສະຖານທູດສະຫະລັດອາ​ເມຣິກາ ປະຈໍານະຄອນ​ວຽງຈັນ ພ້ອມ​ດ້ວຍ​ສູນ​ປະຕິບັດ​ຊ່ວຍ​ເຫລືອ​ໃນ​ດ້ານ​ມະນຸ​ດ ສະ​ທຳ ​ແລະ​ການຈັດການ​ທີ່​ດີ ​ໃນ​ເຫດໄພພິບັດ​ຂອງ​ກອງ​ບັນຊາ​ພາກພື້ນປາຊີ​ຟິກ ​ແຫ່ງກອງທັບ ສະຫະລັດ ໄດ້ຮ່ວມ​ກັນ​ຈັດການ​ຝຶກ​ອົບຮົມ​ລະດັບ​ປະຕິບັດ​ການ​ໃຫ້​ແກ່​ບັນດາ​ເຈົ້າໜ້າທີ່​ລະດັບ​ວາງ​ແຜນການ ຮັບ​ມື​ກັບ​ພະຍາດຕິດຕໍ່ຕ່າງໆ ​ໃນ​ເຂດ 7 ​ແຂວງ​ພາກ​ໃຕ້​ຂອງ​ລາວ ​ໃນ​ລະຫວ່າງ​ວັນ​ທີ 4-7 ​ເມສາ​ນີ້ ຢູ່​ເມື​ອງປາກ​ເຊ ​ແຂວງ​ຈຳປາ​ສັກ.

ຈັດການ​ຝຶກ​ອົບຮົມ​ລະດັບ​ປະຕິບັດ​ການຄັ້ງນີ້ຖື​ເປັນ​ສ່ວນ​ນຶ່ງ​ໃນ​ໂຄງການ​ຕ້ານ​ພະຍາດ​ຕິດຕໍ່ທີ່​ທາງ​ການ​ສະຫະລັດ ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ລາວ ນັບ​ຕັ້ງ​ແຕ່​ປີ 2008 ​ເປັນຕົ້ນມາ ​ແລະ​ສຳລັບ​ການ​ຝຶກ​ອົບຮົມ ​ໃນ​ຄັ້ງນີ້ ​ໄດ້​ເນັ້ນໜັກ​ເປັນ​ພິ​ເສດ​ໃນ​ການ​ເສີມ​ສ້າງ​ຄວາມ​ອາດ​ສາມາດ ​ແລະ​ແນ​ໃສ່​ການ​ຍົກ​ລະ​ດັບ ປະສິດທິພາບ ຂອງ​ເຈົ້າໜ້າທີ່​ລາວ ທີ່​ຮັບຜິດຊອບໃນ​ການວາງ​ແຜນ ​ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ຕິດ​ຕໍ່ຕ່າງໆ ​ໃນ​ແຂວງ​ບໍລິ​ຄຳ​ໄຊ, ຄຳ​ມ່ວນ, ສະຫວັນ​ນະ​ເຂດ, ສາລະ​ວັນ, ຈຳປາ​ສັກ, ອັດ​ຕະປື ​ແລະ ​ເຊ​ກອງ ທີ່​ເຂົ້າຮັບ​ການ​ຝຶກ​ອົບຮົມ​ໃນ​ຄັ້ງນີ້ຈຳນວນ​ເຖິງ 52 ຄົນ.

ທັງ​ນີ້ ​ໂດຍ​ສະ​ເພາະ​ແມ່ນ​ໄຂ້ຫວັດ​ໃຫຍ່ ຊຶ່ງ​ເປັນ​ພະຍາດ​ທີ່​ຄຸກ​ຄາມ​ຕໍ່ສຸຂະ​ພາບ​ຂອງ​ປະຊາຊົນ​ລາວ ​ເພີ່​ມຫລາຍ​ຂຶ້ນນັບ​ມື້ນັ້ນ ຈຶ່ງ​ເຮັດ​ໃຫ້​ຜູ້​ຊຳນານ​ການ​ຂອງ​ສະຫະລັດ ​ໄດ້​ເນັ້ນໜັກ​ເປັນ​ພິ​ເສດ​ໃນ​ການ​ເສີມ​ສ້າງ​ຄວາມ​ອາດ​ສາມາດ​ເຈົ້າໜ້າທີ່​ລາວທີ່​ເຂົ້າຮ່ວ​ມ​ໃນ​ການ​ຝຶກ​ອົບຮົມ​ໃນ​ຄັ້ງນີ້.

Dr. Cecile Lantican ຈາກອົງການ USAID ​ແລກປ່ຽນຂໍ້ຕົກລົງ​ໃນ​ບົດ​ບັນ​ທຶກຄວາມ​ເຂົ້າ​ໃຈຮ່ວມ ​ກັບ​ທ່ານ ບຸນຫລາຍ ພົມມະສັກ, ຫົວໜ້າຫ້ອງການ​ ປະສານ​ງານ​ຕ້ານ ​ແລະ​ຄວບ​ຄຸມພະຍາ​ດຕິດຕໍ່​ແຫ່ງ​ ຊາດ​ລາວໃນເດືອນ ມີນາ 2011
Dr. Cecile Lantican ຈາກອົງການ USAID ​ແລກປ່ຽນຂໍ້ຕົກລົງ​ໃນ​ບົດ​ບັນ​ທຶກຄວາມ​ເຂົ້າ​ໃຈຮ່ວມ ​ກັບ​ທ່ານ ບຸນຫລາຍ ພົມມະສັກ, ຫົວໜ້າຫ້ອງການ​ ປະສານ​ງານ​ຕ້ານ ​ແລະ​ຄວບ​ຄຸມພະຍາ​ດຕິດຕໍ່​ແຫ່ງ​ ຊາດ​ລາວໃນເດືອນ ມີນາ 2011

ກ່ອນໜ້ານີ້ທາງ​ດ້ານ​ອົງການ​ເພື່ອ
ການ​ພັດທະນາ​ຂອງ​ສະຫະລັດ
ຫລື USAID ນັ້ນກໍ​ໄດ້​ຕົກລົງ​ໃນ
ບົດບັນ​ທຶກຄວາມ​ເຂົ້າ​ໃຈຮ່ວມ​ກັບ​
ຫ້ອງການ​ປະສານ​ງານ​ຕ້ານ​ແລະ
ຄວບ​ຄຸມພະຍາ​ດຕິດຕໍ່​ແຫ່ງຊາດ
ລາວ ​ເພື່ອ​ໃຫ້ການຊ່ວຍ​ເຫລືອ​
ໃນ​ການ​ປ້ອງ​ກັນ​ເຊື້ອ​ໂຣກຕິດຕໍ່​
ໃນ​ຄົນ​ແລະ​ສັດ​ໃນ​ລາວເປັນ​ເວລາ
2 ປີ ກໍ​ຄື​ນັບ​ຈາກ​ເດືອນ​ມີນາປີນີ້
ໄປ​ຈົນ​ເຖິງ​ເດືອນມີນາ ປີ 2013
ໂດຍ​ຄິດເປັນມູນ​ຄ່າ​ການ​ຊ່ວຍ
ເຫລືອ​ຫລາຍ​ກວ່າ 5​ ແສນ 40
ພັນ​ໂດລາ. ໂດຍຫວັງວ່າການ
ຊ່ວຍເຫຼືອດັ່ງກ່າວຈະຊ່ວຍປ້ອງ
ກັນບໍ່ໃຫ້ເຊື້ອໂຣກຕິດຕໍ່ທີ່​ເຄີຍ​
ແຜ່ລະບາດ ຢູ່ໃນລາວນັ້ນບໍ່ກັບຄືນມາ​ແຜ່ລະບາດອີກເທື່ອໃໝ່ເຊັ່ນ ເຊື້ອໂຣກໄຂ້ຫວັດສັດ
ປີກ, ໄຂ້ຫວັດໃຫຍ່ສາຍພັນໃໝ່, ໄຂ້ມາເລເຣຍ, ໄຂ້ເລືອດອອກແລະ ເຊື້ອໂຣກອື່ນໆ ທີ່
ແຜ່ລະບາດ ໃນສັດລ້ຽງເປັນຕົ້ນ. ດັ່ງທີ່ທ່ານບຸນຫຼາຍ ພົມມະສັກຫົວໜ້າຫ້ອງ ການປະ
ສານງານຕ້ານ ແລະຄວບຄຸມພະຍາດຕິດຕໍ່ແຫ່ງຊາດລາວ ໄດ້ໃຫ້ການຊີ້ແຈງໃນຕອນນຶ່ງວ່າ:

“ຈຸດປະສົງແລ້ວກໍແມ່ນເພື່ອປະຕິບັດໂຄງການໃຫ້ຄວາມຮູ້ຂ່າວສານໃຫ້ແກ່ຊຸມຊົນ
ໃນການຕ້ານຕໍ່ພະຍາດຕິດຕໍ່ຕ່າງໆ ກິດຈະກໍາຫຼັກກໍ່ແມ່ນໃຫ້ ການອົບຮົມແກ່ຊຸມ
ຊົນ
, ອໍານາດການປົກຄອງບ້ານ ໃຫ້ມີສ່ວນຮ່ວມໃນການຕ້ານພະຍາດຕ່າງໆ ໃຫ້ ການອົບຮົມໃຫ້ແກ່ຜູ້ສື່ຂ່າວ ໂດຍສະເພາະແມ່ນຜູ້ສື່ຂ່າວວິທະຍຸ ແລະໂທລະພາບ ເພື່ອວ່າເກີດແລ້ວບໍ່ໃຫ້ມັນເກີດຂຶ້ນອີກ”

ທ່ານນາງ Karen Stewart ເອກອັກຄະລັດຖະ ທູດສະຫະລັດປະຈຳລາວ, ເຂົ້າຮ່ວມພິທີມອບ ເຂົ້າຊ່ວຍເຫລືອໃຫ້ແກ່ຄູອາຈານແລະນັກຮຽນ ຊັ້ນປະຖົມທົ່ວແຂວງຄໍາມ່ວນ ໃນໝໍ່ໆມານີ້
ທ່ານນາງ Karen Stewart ເອກອັກຄະລັດຖະ ທູດສະຫະລັດປະຈຳລາວ, ເຂົ້າຮ່ວມພິທີມອບ ເຂົ້າຊ່ວຍເຫລືອໃຫ້ແກ່ຄູອາຈານແລະນັກຮຽນ ຊັ້ນປະຖົມທົ່ວແຂວງຄໍາມ່ວນ ໃນໝໍ່ໆມານີ້

ຍິ່ງໄປກວ່ານັ້ນ ໃນໄລຍະດຽວ
ກັນນີ້ ທາງການສະຫະລັດ
ໂດຍທ່ານນານ Karen B.
Stewart ກໍຍັງໄດ້ສົ່ງມອບ
ເຄື່ອງອຸປະໂພກ, ບໍລິໂພກ
ທີ່ມີນໍ້າໜັກລວມເຖິງ 1
ພັນ​ໂຕນ ເພື່ອໃຫ້ການຊ່ວຍ
ເຫຼືອໂຄງການອາຫານສໍາ
ລັບເດັກນ້ອຍ, ນັກຮຽນ
ຂັ້ນປະຖົມສຶກສາໃນແຂວງ
ຄໍາມ່ວນຈໍານວນ 19,600
ຄົນ ແລະຄູ 540 ຄົນ ຊຶ່ງ
ຄິດເປັນມູນຄ່າການຊ່ວຍເຫຼືອ
ຫຼາຍກວ່າ 2.3 ລ້ານໂດລາ.

ໂດຍການຊ່ວຍເຫຼືອດັ່ງກ່າວນີ້ຖືເປັນໄລຍະທີ 3 ຂອງໂຄງການຊ່ວຍເຫຼືອ ທີ່ມີເປົ້າໝາຍ
ເພື່ອເຮັດໃຫ້ເດັກນ້ອຍລາວໃນເຂດຊົນນະບົດທີ່ມີຖານະຍາກຈົນນັ້ນ ໄດ້ມີໂອກາດຮຽນ
ໜັງສືຈົນຈົບຊັ້ນປະຖົມ ໂດຍຜູ້ທີ່ເປັນພໍ່ເປັນແມ່ນັ້ນ ບໍ່ຕ້ອງເປັນກັງວົນວ່າລູກຫຼານຂອງ
ພວກເຂົາເຈົ້າຈະຂາດອາຫານ ເພາະໂຄງການດັ່ງກ່າວນີ້ ບໍ່ພຽງແຕ່ຈະໃຫ້ການຊ່ວຍເຫຼືອ ດ້ານອາຫານການກິນເທົ່ານັ້ນ, ຫາກແຕ່ຍັງໄດ້ໃຫ້ເດັກນ້ອຍນັກຮຽນນໍາເອົາອາຫານ
ກັບຄືນເມືອບ້ານນໍາອີກ.

XS
SM
MD
LG