ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ທັບ ​ສຫລ ຊ່ວຍກອງທັບ​ລາວ ຝຶກ​ອົບຮົມ​ວິທີ​ການ​ປ້ອງ​ກັນ ແລະ​ຄວບ​ຄຸມໂຣກເອດສ໌


ທ່ານໝໍທະຫານສະຫະລັດຊ່ວຍປົວພະຍາດໃຫ້ແກ່ປະຊາຊົນຢູ່ແຂວງຊຽງຂວາງ
ທ່ານໝໍທະຫານສະຫະລັດຊ່ວຍປົວພະຍາດໃຫ້ແກ່ປະຊາຊົນຢູ່ແຂວງຊຽງຂວາງ

ກອງ​ທັບ​ສະຫະລັດໃຫ້ການຊ່ວຍ​ເຫລືອກອງທັບ​ປະຊາຊົນ​ລາວ​ໃນ​ການຝຶກ​ອົບຮົມ​ເຈົ້າໜ້າທີ່ ​ກ່ຽວກັບ​ການ​ປ້ອງ​ກັນ ​ແລະ​ຄວບ​ຄຸມການແຜ່ລະບາດຂອງເຊື້ອ HIV-AIDS ຢ່າງ​ມີ​ປະສິດ ທິຜົນ.

ສະຫະລັດ ​ໂດຍສະຖານເອກ​ອັກຄະ​ລັດຖະທູດປະຈໍານະ
ຄອນ​ວຽງຈັນ​ກອງ​ບັນຊາ​ພາກພື້ນປາຊີ​ຟິກ​ໄດ້​ຈັດໂຄງການ
ຝຶກ​ອົບຮົມ​ ​ລະດັບ​ປະຕິບັດ​ການກ່ຽວກັບ​ການ​ປ້ອງ​ກັນ
ແລະ​ຄວບ​ຄຸມການແຜ່ລະບາດຂອງເຊື້ອ HIV-AIDS ​
ໃຫ້​ແກ່​ບັນດາ​ເຈົ້າໜ້າທີ່​ທະຫານ​ດ້ານ​ການ​ແພດຂອງກອງ
ທັບ​ປະຊາຊົນ​ລາວ​ເມື​ອ່ບໍ່ນານ​ມານີ້ ຢູ່​ເມືອງ​ແກ້ວ​ອຸດົມ​
ໃນ​ແຂວງ​ວຽງຈັນ.

ເຂົ້າຮ່ວມ​ໃນ​ການຝຶກ​ອົບຮົມ ຄັ້ງນີ້ກໍປະກອບດ້ວຍນາຍທະ
ຫານດ້ານການແພດຈໍານວນ 50 ກວ່າຄົນຈາກ 27 ໜ່ວຍ
ທະຫານໃນເຂດນະຄອນວຽງຈັນ ແລະແຂວງບໍລິຄໍາໄຊ
ແລະແຂວງວຽງຈັນ ຊຶ່ງນອກຈາກຈະໄດ້ຮັບຟັງການຖ່າຍ
ທອດປະສົບການໃນການປ້ອງກັນ ແລະຄວບຄຸມການ
ແຜ່ລະບາດຂອງເຊື້ອໂຣກ HIV-AIDS ຈາກຊ່ຽວຊານຂອງ
ກອງທັບສະຫະລັດແລ້ວ ນາຍທະຫານທັງ 50 ກວ່າຄົນ
ຂອງກອງທັບປະຊາຊົນລາວ ກໍຍັງໄດ້ຮັບການເສີມສ້າງ
ຄວາມຮູ້ ແລະຄວາມເຂົ້າໃຈກ່ຽວກັບການວາງແຜນປະຕິບັດການ ເພື່ອການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອໂຣກດັ່ງກ່າວຢ່າງມີປະສິທິຜົນອີກດ້ວຍ.

ໂຄງການ​ຝຶກ​ອົບຮົມ​ດັ່ງກ່າວ​ນີ້ ຖື​ເປັນ​ສ່ວນ​ນຶ່ງພາຍ​ໃຕ້ການ​ຮ່​ວມມືທາງ​ດ້ານ​ສາທາລະນະ
ສຸກ ​ແລະ​ການ​ແພດ​ລະຫວ່າງ​ກອງທັບ​ປະຊາຊົນ​ລາວກັບກອງທັບສະຫະລັດ ຊຶ່ງ​ກ່ອນໜ້າ
ນີ້ ກອງ​ທັບ​ສະຫະລັດ​ໄດ້ໃຫ້ການຊ່ວຍ​ເຫລືອໃນການປິ່ນປົວປະຊາຊົນລາວທີ່ເຈັບປ່ວຍຢູ່ໃນ
ແຂວງຊຽງຂວາງໂດຍຖືເປັນການຕອບແທນທີ່ປະຊາຊົນລາວໃນແຂວງຊຽງຂວາງໄດ້ປະ
ກອບສ່ວນຢ່າງສຳຄັນເຂົ້າໃນການຊອກຫາຊາກກະດູກ ແລະສິ່ງ​ເສດເຫລືອຂອງທະຫານ
ອ​າ​ເມຣິກັນທີ່ເສຍຊີວິດໃນປ່າສົງຄາມຫວຽດນາມອີກດ້ວຍ.

Dr. Cecile Lantican ຈາກອົງການ USAID ​ແລກປ່ຽນຂໍ້ຕົກລົງ​ໃນ​ບົດ​ບັນ​ທຶກຄວາມ​ເຂົ້າ​ໃຈ ຮ່ວມ​ກັບ​ທ່ານ ບຸນຫລາຍ ພົມມະສັກ, ຫົວໜ້າ ຫ້ອງການ​ປະສານ​ງານ​ຕ້ານ ​ແລະ​ຄວບ​ຄຸມພະຍາ​ດຕິດຕໍ່​ແຫ່ງ​ຊາດ​ລາວ ໃນເດືອນ ມີນາ 2011
Dr. Cecile Lantican ຈາກອົງການ USAID ​ແລກປ່ຽນຂໍ້ຕົກລົງ​ໃນ​ບົດ​ບັນ​ທຶກຄວາມ​ເຂົ້າ​ໃຈ ຮ່ວມ​ກັບ​ທ່ານ ບຸນຫລາຍ ພົມມະສັກ, ຫົວໜ້າ ຫ້ອງການ​ປະສານ​ງານ​ຕ້ານ ​ແລະ​ຄວບ​ຄຸມພະຍາ​ດຕິດຕໍ່​ແຫ່ງ​ຊາດ​ລາວ ໃນເດືອນ ມີນາ 2011

ນອກຈາກນີ້ ທາງ​ດ້ານ​ອົງການ​
ເພື່ອການ​ພັດທະນາ​ຂອງ​ສະຫະ
ລັດຫລື USAID ກໍ​ໄດ້​ຕົກລົງ
ໃຫ້ການຊ່ວຍ​ເຫລືອ​ໃນ​ການ​ປ້ອງ
ກັນ​ເຊື້ອ​ໂຣກຕິດຕໍ່ໃນ​ຄົນ ​ແລະ
ສັດແກ່​ລັດຖະບານລາວເປັນ​ເວ
ລາ 2 ປີ ກໍ​ຄື​ນັບ​ຈາກ​ເດືອນ​ມີ
ນາປີນີ້ໄປ​ຈົນ​ເຖິງ​ເດືອນມີນາ ປີ
2013 ໂດຍ​ຄິດເປັນມູນ​ຄ່າ​ການ
ຊ່ວຍເຫລືອ​ຫລາຍ​ກວ່າ 5​ ແສນ
40 ພັນ​ໂດລາ. ໂດຍຫວັງວ່າ
ການຊ່ວຍເຫຼືອດັ່ງກ່າວຈະຊ່ວຍ
ປ້ອງກັນບໍ່ໃຫ້ເຊື້ອໂຣກຕິດຕໍ່ທີ່
ເຄີຍ​ແຜ່ລະບາດ ຢູ່ໃນລາວນັ້ນ
ບໍ່ກັບຄືນມາ​ແຜ່ລະບາດອີກເທື່ອໃໝ່ເຊັ່ນ ເຊື້ອໂຣກໄຂ້ຫວັດສັດປີກ, ໄຂ້ຫວັດໃຫຍ່ສາຍ
ພັນໃໝ່, ໄຂ້ມາເລເຣຍ, ໄຂ້ເລືອດອອກແລະ ເຊື້ອໂຣກອື່ນໆ ທີ່ແຜ່ລະບາດ ໃນສັດລ້ຽງ ເປັນຕົ້ນ.

ຍຸງທີ່ນໍາເອົາເຊື້ອໄຂ້ເລືອດອອກໄປແຜ່ຜາຍ
ຍຸງທີ່ນໍາເອົາເຊື້ອໄຂ້ເລືອດອອກໄປແຜ່ຜາຍ

ດັ່ງທີ່ທ່ານ ບຸນຫຼາຍ ພົມມະສັກ
ຫົວໜ້າຫ້ອງ ການປະສານງານ
ຕ້ານ ແລະຄວບຄຸມພະຍາດຕິດ
ຕໍ່ແຫ່ງຊາດລາວ ໄດ້ໃຫ້ການຊີ້
ແຈງໃນຕອນນຶ່ງວ່າ:
“ຈຸດປະສົງແລ້ວກໍແມ່ນເພື່ອ
ປະຕິບັດໂຄງການໃຫ້ຄວາມ
ຮູ້ຂ່າວສານໃຫ້ແກ່ຊຸມຊົນ

ໃນການຕ້ານຕໍ່ພະຍາດຕິດ
ຕໍ່ຕ່າງໆ ຊຶ່ງ​ລວມມີ 6 ​
ແຂວງ. ກິດຈະກໍາຫຼັກກໍ່ແມ່ນ
ໃຫ້ການອົບຮົມແກ່ຊຸມຊົນ
,
ອໍານາດການປົກຄອງບ້ານ
ໃຫ້ມີສ່ວນຮ່ວມໃນການຕ້ານ
ພະຍາດຕ່າງໆ ໃຫ້ການອົບ
ຮົມໃຫ້ແກ່ຜູ້ສື່ຂ່າວ ໂດຍສະເພາະແມ່ນຜູ້ສື່ຂ່າວວິທະຍຸ ແລະໂທລະພາບ ເພື່ອວ່າ
ເກີດແລ້ວ ບໍ່ໃຫ້ມັນເກີດຂຶ້ນອີກ”

ພວກຜູ້ຍິງທີ່ຖືກຫລອກລວງໄປ ແລະບັງຄັບໃຫ້ຂາຍປະເວນີທີ່ໄທ ທີ່ເປັນນຶ່ງໃນກຸ່ມທີ່ມີຄວາມສ່ຽງສູງຕໍ່ການຕິດ ແລະແຜ່ຜາຍໂຣກເອັສ
ພວກຜູ້ຍິງທີ່ຖືກຫລອກລວງໄປ ແລະບັງຄັບໃຫ້ຂາຍປະເວນີທີ່ໄທ ທີ່ເປັນນຶ່ງໃນກຸ່ມທີ່ມີຄວາມສ່ຽງສູງຕໍ່ການຕິດ ແລະແຜ່ຜາຍໂຣກເອັສ

ທາງ​ດ້ານ​ທ່ານ​ແພງ​ເພດ ​ເພັດ​ວິ​ໄຊ ຫົວໜ້າຝ່າຍ​ປະຊາ​
ສໍາພັນສູນຕ້ານໂຣກເອດສ໌ແຫ່ງຊາດລາວ ກໍໄດ້ຖະ​ແຫລງ
ຍອມຮັບ​ວ່າກຸ່ມ​ປະ​ຊາກ​ອນລາວ​ທີ່​ມີ​ຄວາມ​ສ່ຽງ​ຕໍ່​ການ​
ຕິດ​ເຊື້ອ​ໂຣກ HIV-AIDs ຫລາຍ​ທີ່​ສຸດມີ​ຢູ່ 5 ກຸ່ມ​ດ້ວຍ​ກັນ
ກໍ​ຄື​ກຸ່ມ​ແມ່ຍິງ​ທີ່​ປະກອບອາຊີ​ບ​ໃນ​ພາກ​ບໍລິ​ການ ຕິດຕາມ
ດ້ວຍ​ກຸ່ມ​ແຮງ​ງານ​ເຄື່ອນ​ຍ້າຍ ກຸ່ມ​ທີ່​ຊົມ​ໃຊ້​ຢາ​ເສບ​ຕິດ ກຸ່ມ
ແຮງ​ງານ​ໃນ​ໂຮງງານ​ອຸດສາ​ຫະກໍາ ກຸ່ມ​ນັກຮຽນ​ນັກສຶກສາ
ທີ່ຢູ່​ຕາມ​ຫໍ​ພັກ ແລະ​ກຸ່ມ​ຮັກ​ຮ່ວມ​ເພດ​.

ຈາ​ກການສຸ່ມ​ກວດ​ເລືອດຂອງ​ປະຊາຊົນ​ລາວ​ຈໍານວນ
227,879 ຄົນ​ໃນ 17 ​ແຂວງ​ທົ່ວ​ປະ​ເທດ​ ນັບ​ຈາກ​ປີ 1990 ​ຫາ​ທ້າຍ​ປີ 2010 ທີ່​ຜ່ານ​ມາ​
ພົບ​ວ່າ​ມີ​ຄົນ​ລາວ​ຕິດ​ເຊື້ອ​ຈໍານວນ 3,659 ຄົນ ​ແລະ​ໃນ​ນີ້ຜູ້​ທີ່​ເປັນ​ໂຣກ​ເອດ​ສ໌​ແລ້ວ​ມີເຖິງ
2,376 ຄົນ​ ແລະ​ເສຍ​ຊີວິດ​ໄປ​ແລ້ວ​ເຖິງ 1,038 ຄົນ ຊຶ່ງ​ກໍ​ເປັນ​ຍ້ອນ​ວ່າ​ ລະບົບ​ການ
ປິ່ນປົວ​ຂອງລັດຖະບານ​ລາວ​ນັ້ນ ​ໃຫ້ການ​ເບິ່ງແຍງ​ໄດ້​ຢ່າງ​ທົ່ວ​ເຖິງນັ້ນ​ເອງ.

XS
SM
MD
LG