ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດໃຫ້ການຊ່ວຍເຫລືອ ແກ່ລາວເພີ້ມຂຶ້ນ


ຜູ້ນໍາຂັ້ນສູງຂອງລາວ ຕັດເຄັກຮ່ວມກັບ ທ່ານນາງ Karen Stuart ເອກອັກຄະລັດຖະທູດສະຫະລັດປະຈໍາ ສປປ ລາວ ໃນງານສະເຫລີມສະຫລອງວັນປະກາດເອກະລາດຂອງສະຫະລັດ ຄົບຮອບ 235 ປີ ເມື່ອວັນທີ 4 ກໍລະກົດ ຜ່ານມາ ທີ່ຕໍາໜັກຂອງທ່ານທູດສະຫະລັດ ທີ່ນະຄອນຫລວງວຽງຈັນ.
ຜູ້ນໍາຂັ້ນສູງຂອງລາວ ຕັດເຄັກຮ່ວມກັບ ທ່ານນາງ Karen Stuart ເອກອັກຄະລັດຖະທູດສະຫະລັດປະຈໍາ ສປປ ລາວ ໃນງານສະເຫລີມສະຫລອງວັນປະກາດເອກະລາດຂອງສະຫະລັດ ຄົບຮອບ 235 ປີ ເມື່ອວັນທີ 4 ກໍລະກົດ ຜ່ານມາ ທີ່ຕໍາໜັກຂອງທ່ານທູດສະຫະລັດ ທີ່ນະຄອນຫລວງວຽງຈັນ.

ທາງການລາວກັບສະຫະລັດອາເມຣິກາ ເພີ່ມການຮ່ວມມືລະຫວ່າງກັນໃນຫຼາຍດ້ານ, ຊຶ່ງລວມທັງການຫຼຸດ ຜ່ອນຄວາມຍາກຈົນຂອງປະຊາຊົນລາວໃນເຂດຊົນນະບົດແລະ ຊາວມົ້ງທີ່ຖືກສົ່ງຄືນຈາກໄທດ້ວຍ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງການຕ່າງປະເທດລາວ ຢືນຢັນວ່າ ການຮ່ວມມືທະວີພາຄີ
ລະຫວ່າງລາວກັບສະຫະລັດອາເມຣິກາ ໄດ້ຮັບການພັດທະນາໃຫ້ຂະຫຍາຍຕົວເພີ່ມຂຶ້ນ ໃນຫຼາຍໆດ້ານໃນປະຈຸບັນນີ້ ໂດຍຈະເຫັນໄດ້ຈາກການເດີນທາງຢ້ຽມຢາມປະເທດລາວ ຢ່າງເປັນທາງການຂອງພົນຈັດຕະວາ Richard Simcock ຜູ້ອໍານວຍການດ້ານກິດ
ຈະການໃນພາກພື້ນອາຊີໃຕ້ ແລະອາຊີຕາເວັນອອກສຽງໃຕ້ ຂອງກະຊວງປ້ອງກັນ
ປະເທດສະຫະລັດອາເມຣິກາ ເມື່ອວັນທີ 31 ສິງຫາເຖິງວັນທີ 3 ກັນຍາຜ່ານມານີ້.

ກອງທັບສະຫະລັດ ໃຫ້ການຊ່ວບເຫລືອລາວ ໃນການຕໍ່ຕ້ານໂຣກເອັດສ໌ ໃນເດືອນກໍລະກົດ 2011.
ກອງທັບສະຫະລັດ ໃຫ້ການຊ່ວບເຫລືອລາວ ໃນການຕໍ່ຕ້ານໂຣກເອັດສ໌ ໃນເດືອນກໍລະກົດ 2011.

ໂດຍການຢ້ຽມຢາມດັ່ງກ່າວນີ້
ທາງການລາວກັບສະຫະລັດ
ອາເມຣິກາ ບໍ່ພຽງແຕ່ຈະໄດ້
ຕົກລົງເສີມຂະຫຍາຍຄວາມ
ຮ່ວມມືລະຫວ່າງສອງກອງທັບ
ໃຫ້ຫຼາຍຂຶ້ນ ທັງໃນດ້ານການ
ເກັບກູ້ລະເບີດບໍ່ທັນແຕກ ທີ່
ຕົກຄ້າງໃນລາວເທົ່ານັ້ນ ຫາກ
ແຕ່ທາງຝ່າຍສະຫະລັດອາເມ
ຣິກາ ຍັງໄດ້ຕົກລົງໃຫ້ການຊ່ວຍ
ເຫຼືອແກ່ກອງທັບປະຊາຊົນລາວ
ໃນ ດ້ານການຮັກສາປິ່ນປົວກໍາ
ລັງພົນ, ການຝຶກອົບຮົມພາສາ
ອັງກິດແລະການເສີມສ້າງປະສິດ
ທິພາບໃນການຊ່ວຍເຫຼືອດ້ານມະນຸດສະທໍາ ໃນລາວອີກດ້ວຍ.

ສ່ວນໃນດ້ານການແກ້ໄຂບັນຫາຄວາມຍາກຈົນຂອງປະຊາຊົນລາວບັນດາເຜົ່ານັ້ນ ທາງ
ການສະຖານທູດສະຫະລັດອາເມຣິກາ ປະຈໍານະຄອນຫຼວງວຽງຈັນ ກໍໄດ້ປະກອບສ່ວນ
ໃນຫຼາຍໂຄງການດ້ວຍກັນ ຕົວຢ່າງ ກໍຄືການອອກທຶນໃນມູນຄ່າຫຼາຍກ່ວາ 2 ຕື້ກີບ ເພື່ອ
ການພັດທະນາຖະໜົນ ທີ່ເຊື່ອມຕໍ່ລະຫວ່າງບ້ານໝອກຟ້າກັບບ້ານລາດຊ້າງ ໄລຍະທາງ
ຍາວ 32 Km ໃນເຂດເມືອງຂົວ, ແຂວງຜົ້ງສາລີ, ຊຶ່ງໄດ້ເຮັດພິທີສົ່ງມອບ ແລະເປີດໃຊ້
ຢ່າງເປັນທາງການແລ້ວ ໃນປັດຈຸບັນນີ້.

ທ່ານນາງ Karen Stuart ເອກອັກຄະລັດຖະທູດ ສະຫະລັດປະຈໍາລາວ ໄປຢ້ຽມຢາມແຂວງຜົ້ງສາລີ ເພື່ອມອບໂຄງການຊ່ວຍເຫລືອໃນມູນຄ່າຫຼາຍກ່ວາ 2 ຕື້ກີບແກ່ລາວ.
ທ່ານນາງ Karen Stuart ເອກອັກຄະລັດຖະທູດ ສະຫະລັດປະຈໍາລາວ ໄປຢ້ຽມຢາມແຂວງຜົ້ງສາລີ ເພື່ອມອບໂຄງການຊ່ວຍເຫລືອໃນມູນຄ່າຫຼາຍກ່ວາ 2 ຕື້ກີບແກ່ລາວ.

ພ້ອມກັນນັ້ນ ທາງການສະ
ຖານທູດສະຫະລັດອາເມຣິກາ
ປະຈໍາລາວ ກໍຍັງໄດ້ຈັດຫາລົດ
ໄຖນາຈໍານວນ 30 ຄັນ ໃຫ້
ກັບບັນດາຊາວມົ້ງທີ່ຖືກສົ່ງກັບ
ຄືນຈາກໄທ ທີ່ທາງການລາວ
ຈັດສັນທີ່ຢູ່ອາໄສ ແລະທີ່ດິນ
ທໍາກິນໃຫ້ທີ່ບ້ານຜາຫຼັກແລະ
ບ້ານໜອງສານໃນເຂດເມືອງ
ກາສີແຂວງວຽງຈັນອີກດ້ວຍ,
ໂດຍມີເປົ້າໝາຍ ເພື່ອຊ່ວຍ
ໃຫ້ຊາວມົ້ງສາມາດປູກເຂົ້າ
ແລະພືດຕ່າງໆໄດ້ພຽງພໍກັບ
ຄວາມຕ້ອງການບໍລິໂພກ
ຕະຫຼອດປີ, ເຊິ່ງໃນໂອກາດ
ການສົ່ງມອບລົດໄຖນາ 30
ຄັນດັ່ງກ່າວ ທ່ານ ເຄນທອງ ນວນທະສິງ,​ ຫົວໜ້າກົມຂ່າວ ກະຊວງການຕ່າງປະເທດລາວ
ກໍໄດ້ຖະແຫຼງ ໃນຕອນໜຶ່ງວ່າ:

“ຂໍສະແດງຄວາມຂອບອົກຂອບໃຈມາຍັງລັດຖະບານແຫ່ງສະຫະລັດອາເມຣິກາ
ທີ່ວ່າ ໄດ້ເຫັນອົກເຫັນໃຈ ແລະ ໄດ້ເຫັນການຊ່ວຍເຫຼືອທາງດ້ານມະນຸດສະທໍາ
ແກ່ພີ່ນ້ອງຊາວລາວ,​ໂດຍສະເພາະພວກທີ່ຫາກໍຍ້າຍມາແຕ່ຕ່າງປະເທດ ມາຕັ້ງ
ຖິ່ນຖານຢູ່ທີ່ນີ້ ແລະການຊ່ວຍເຫຼືອອັນນີ້ ກະຍັງເຈືອຈານໄປຮອດພີ່ນ້ອງພວກເຮົາ
ທີ່ວ່າ
ຕັ້ງຖິ່ນຖານຢູ່ທີ່ນີ້ມາຕັ້ງແຕ່ດົນແລ້ວ.”

ທາງການສະຫະລັດ ໃຫ້ການຝຶກອົບຮົມດ້ານການ ຄຸ້ມຄອງໄພຫາຍະນະຈາກນໍ້າຖ້ວມ ແກ່ພະນັກງານ ທີ່ກ່ຽວຂ້ອງຂອງລາວ ທີ່ນະຄອນຫລວງວຽງຈັນ ເມື່ອວັນທີ 31 ສິງຫາ ຜ່ານມາ.
ທາງການສະຫະລັດ ໃຫ້ການຝຶກອົບຮົມດ້ານການ ຄຸ້ມຄອງໄພຫາຍະນະຈາກນໍ້າຖ້ວມ ແກ່ພະນັກງານ ທີ່ກ່ຽວຂ້ອງຂອງລາວ ທີ່ນະຄອນຫລວງວຽງຈັນ ເມື່ອວັນທີ 31 ສິງຫາ ຜ່ານມາ.

ນອກຈາກນັ້ນ ກໍຍັງປະກົດວ່າ
ມີການພົວພັນຮ່ວມມືລະຫວ່າງ
ລາວກັບສະຫະລັດອາເມຣິກາ
ເກີດຂຶ້ນອີກຫຼາຍເຫດການ ໃນ
ໄລຍະດຽວກັນນີ້ ເຊັ່ນການຝຶກ
ອົບຮົມກ່ຽວກັບການຮັບມືກັບ
ໄພພິບັດຈາກທໍາມະຊາດ ໃຫ້
ແກ່ເຈົ້າໜ້າທີ່ລາວ 100 ກວ່າ
ຄົນ, ການຝຶກອົບຮົມກ່ຽວກັບ
ຄວາມປອດໄພທັງໃນການຮັບ,
ການໃຫ້,​ ການເກັບຮັກສາ
ແລະການກວດເລືອດ ສໍາລັບ
ຜູ້ປ່ວຍທັງໃນໂຮງໝໍ ແລະໃນ
ກອງທັບປະຊາຊົນລາວ, ສ່ວນ
ກຸ່ມນັກທຸລະກິດອາເມຣິກັນ ທີ່
ປະຈໍາຢູ່ໄທ, ​ຫວຽດນາມ ແລະ ສິງກະໂປນັ້ນ ກໍໄດ້ເດີນທາງຢ້ຽມຢາມນະຄອນຫຼວງວຽງຈັນ ເພື່ອຫາທາງເພີ່ມມູນຄ່າການຄ້າ ແລະການລົງທຶນຢູ່ໃນລາວໃຫ້ຫຼາຍຂຶ້ນ.

ທາງດ້ານທ່ານ ອ່ອນສີ ບຸດສີວົງສັກ, ປະທາສະມາຄົມອຸດສາຫະກຳຜະລິດເສື້ອຜ້າສໍາເລັດ
ຮູບໃນລາວ ກໍໃຫ້ການຢືນຢັນວ່າ ການຄ້າລະຫວ່າງລາວກັບສະຫະລັດອາເມຣິກາ ໄດ້ມີ
ການຂະຫຍາຍຕົວຢ່າງຕໍ່ເນື່ອງ ນັບຈາກທີ່ທາງການສະຫະລັດອາເມຣິກາ ໄດ້ຕົກລົງໃຫ້
ສະຖານະຄວາມສໍາພັນທາງການຄ້າລະດັບປົກກະຕິ (NTR) ແກ່ລາວ ຢ່າງເປັນທາງການ
ນັບ ແຕ່ປີ 2005 ເປັນຕົ້ນມາ ທັ້ງນີ້ໂດຍຄາດໝາຍວ່າ ຈະເພີ່ມຂຶ້ນເປັນຫລາຍກວ່າ 100
ລ້ານໂດລາ ໃນປີ 2011 ນີ້.

XS
SM
MD
LG