ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ສຫລ ເພີ້ມການຊ່ວຍເຫຼືອ ແກ່ລາວ ໃນຫລາຍໆດ້ານ


ທ່ານນາງ Karen Stewart ເອກອັກຄະລັດຖະທູດສະຫະລັດ
ປະຈໍາລາວ ມອບອາຫານຊ່ວຍເຫລືອທີ່ມີນໍ້າໜັກລວມເຖິງ 1 ພັນ
​ໂຕນ ແກ່ບັນດາຄູອາຈານ ແລະນັກຮຽນຊັ້ນປະຖົມທົ່ວແຂວງຄໍາມ່ວນ ໃນໝໍ່ໆມານີ້.
ທ່ານນາງ Karen Stewart ເອກອັກຄະລັດຖະທູດສະຫະລັດ ປະຈໍາລາວ ມອບອາຫານຊ່ວຍເຫລືອທີ່ມີນໍ້າໜັກລວມເຖິງ 1 ພັນ ​ໂຕນ ແກ່ບັນດາຄູອາຈານ ແລະນັກຮຽນຊັ້ນປະຖົມທົ່ວແຂວງຄໍາມ່ວນ ໃນໝໍ່ໆມານີ້.

ທາງການສະຫະລັດໄດ້ໃຫ້ການຊ່ວຍເຫຼືອທາງການລາວຫຼາຍ ຂຶ້ນທັງໃນດ້ານການປາບປາມ ຢາເສບຕິດ, ການປ້ອງກັນໂຣກຕິດຕໍ່ໃນຄົນ ແລະສັດ ແລະໂຄງການອາຫານສໍາລັບນັກ ຮຽນຊັ້ນປະຖົມ.

ທ່ານນາງ Karen B. Stewart ເອກອັກຄະທູດສະຫະ
ລັດ ປະຈໍາປະເທດລາວໄດ້ສົ່ງມອບລົດຈັກຈໍານວນ 21
ຄັນຫຼືຄິດເປັນມູນຄ່າການຊ່ວຍເຫຼືອລວມ 187 ລ້ານກີບໃຫ້
ແກ່ທ່ານສຸບັນ ສະຣິດທິລາດ ລັດຖະມົນຕີປະຈໍາສໍານັກງານ
ນາຍົກລັດຖະມົນຕີ ແລະປະທານຄະນະກໍາມະການຄວບຄຸມ ແລະ ກວດກາຢາເສບຕິດແຫ່ງ
ຊາດລາວຢ່າງເປັນທາງການເມື່ອບໍ່ນານມານີ້.

ທ.ນ. Karen Stewart ມອບລົດຈັກ 21 ຄັນ ແກ່ຄະນະຄວບຄຸມແລະກວດກາຢາສບຕິດແຫ່ງ ຊາດ ຊຶ່ງຕາງໜ້າໂດຍທ່ານສຸບັນ ສະຣິດທິລາດ ເມື່ອວັນທີ 4 ມີນາຜ່ານມານີ້.
ທ.ນ. Karen Stewart ມອບລົດຈັກ 21 ຄັນ ແກ່ຄະນະຄວບຄຸມແລະກວດກາຢາສບຕິດແຫ່ງ ຊາດ ຊຶ່ງຕາງໜ້າໂດຍທ່ານສຸບັນ ສະຣິດທິລາດ ເມື່ອວັນທີ 4 ມີນາຜ່ານມານີ້.

ການຊ່ວຍເຫຼືອດັ່ງກ່າວຖືເປັນ
ສ່ວນນຶ່ງໃນໂຄງການພັດທະ
ນາ ເພື່ອຍົກລະດັບປະສິດທິ
ພາບໃນການບັງຄັບໃຊ້ກົດ
ໝາຍຕໍ່ຜູ້ກະທໍາຄວາມຜິດ
ກ່ຽວກັບຢາເສບຕິດຢູ່ໃນລາວ
ແລະສໍາລັບ​ລົດຈັກ 21 ຄັນ
ດັ່ງກ່າວນີ້ ທາງການລາວກໍ່
ຈະຈັດສົ່ງໄປໃຫ້ຫ້ອງການຕໍາ
ຫຼວດປາບປາມຢາເສບຕິດທີ່
ຕັ້ງຢູ່ໃນ 8 ແຂວງເປົ້າໝາຍ
ທີ່ທາງການສະຫະລັດໃຫ້ການ
ສະນັບສະໜູນແລະຊ່ວຍເຫຼືອ
ທາງການລາວໃນການຈັດຕັ້ງ
ຂຶ້ນມາເປັນການສະເພາະເມື່ອ
ຫຼາຍປີກ່ອນ.

ທາງ​ດ້ານ​ອົງການ​ເພື່ອ​ການ​ພັດທະນາ​ຂອງ​ສະຫະລັດ ຫລື USAID ນັ້ນກໍ​ໄດ້​ຕົກລົງ​ໃນ​ບົດ
ບັນ​ທຶກຄວາມ​ເຂົ້າ​ໃຈ ຮ່ວມ​ກັບ​ຫ້ອງການ​ປະສານ​ງານ​ຕ້ານ ​ແລະ​ຄວບ​ຄຸມພະຍາ​ດຕິດຕໍ່​ແຫ່ງ
ຊາດ​ລາວ ​ເພື່ອ​ໃຫ້ການຊ່ວຍ​ເຫລືອ​ໃນ​ການ​ປ້ອງ​ກັນ​ເຊື້ອ​ໂຣກຕິດຕໍ່​ໃນ​ຄົນ​ແລະ​ສັດ​ໃນ​ລາວ
ເປັນ​ເວລາ 2 ປີ ກໍ​ຄື​ນັບ​ຈາກ​ເດືອນ​ມີນາປີນີ້ ​ໄປ​ຈົນ​ເຖິງ​ເດືອນມີນາ ປີ 2013 ​ໂດຍ​ຄິດ
ເປັນມູນ​ຄ່າ​ການ​ຊ່ວຍ​ເຫລືອ ​ຫລາຍ​ກວ່າ 5​ ແສນ 40 ພັນ​ໂດລາ.

Dr. Cecile Lantican ຈາກ USAID ​ແລກປ່ຽນ ຂໍ້ຕົກລົງ​ໃນ​ບົດ​ບັນ​ທຶກຄວາມ​ເຂົ້າ​ໃຈ ​ກັບ​ທ່ານ ບຸນຫລາຍ ພົມມະສັກ, ຫົວໜ້າຫ້ອງການ​ປະສານ​ ງານ​ຕ້ານ​ແລະ​ຄວບ​ຄຸມພະຍາ​ດຕິດຕໍ່​ແຫ່ງ​ຊາດ ໃນຕົ້ນເດືອນມີນາ 2011.
Dr. Cecile Lantican ຈາກ USAID ​ແລກປ່ຽນ ຂໍ້ຕົກລົງ​ໃນ​ບົດ​ບັນ​ທຶກຄວາມ​ເຂົ້າ​ໃຈ ​ກັບ​ທ່ານ ບຸນຫລາຍ ພົມມະສັກ, ຫົວໜ້າຫ້ອງການ​ປະສານ​ ງານ​ຕ້ານ​ແລະ​ຄວບ​ຄຸມພະຍາ​ດຕິດຕໍ່​ແຫ່ງ​ຊາດ ໃນຕົ້ນເດືອນມີນາ 2011.

ທັງນີ້ໂດຍຫວັງວ່າການຊ່ວຍ
ເຫຼືອດັ່ງກ່າວຈະຊ່ວຍປ້ອງກັນ
ບໍ່ໃຫ້ເຊື້ອໂຣກຕິດຕໍ່ທີ່​ເຄີຍ​ແຜ່
ລະບາດ ຢູ່ໃນລາວນັ້ນບໍ່ກັບ
ຄືນມາ​ແຜ່ລະບາດອີກເທື່ອໃໝ່
ເຊັ່ນ ເຊື້ອໂຣກໄຂ້ຫວັດສັດປີກ, ​
ໄຂ້ຫວັດໃຫຍ່ສາຍພັນໃໝ່, ໄຂ້
ມາເລເຣຍ, ໄຂ້ເລືອດອອກແລະ
ເຊື້ອໂຣກອື່ນໆ ທີ່​ແຜ່ລະບາດ ໃນສັດລ້ຽງເປັນຕົ້ນ.

ດັງທີ່ທ່ານບຸນຫຼາຍ ພົມມະສັກ
ຫົວໜ້າຫ້ອງ ການປະສານງານ
ຕ້ານ ແລະຄວບຄຸມພະຍາດຕິດ
ຕໍ່ແຫ່ງຊາດລາວ ໄດ້ໃຫ້ການຊີ້
ແຈງໃນຕອນນຶ່ງວ່າ:

“ຈຸດປະສົງແລ້ວກໍແມ່ນເພື່ອປະຕິບັດໂຄງການໃຫ້ຄວາມຮູ້ຂ່າວສານໃຫ້ແກ່ຊຸມຊົນ
ໃນການຕ້ານຕໍ່ພະຍາດຕິດຕໍ່ຕ່າງໆ ຊຶ່ງລວມມີ 6 ແຂວງ ກິດຈະກໍາຫຼັກກໍ່ແມ່ນໃຫ້ ການອົບຮົມແກ່ຊຸມຊົນ, ອໍານາດການປົກຄອງບ້ານໃຫ້ມີສ່ວນຮ່ວມໃນການຕ້ານ
ພະຍາດຕ່າງໆ ໃຫ້ການອົບຮົມໃຫ້ແກ່ຜູ້ສື່ຂ່າວ ໂດຍສະເພາະແມ່ນຜູ້ສື່ຂ່າວວິທະຍຸ
ແລະໂທລະພາບໃນ 6 ແຂວງ ເພື່ອວ່າເກີດແລ້ວບໍ່ໃຫ້ມັນເກີດຂຶ້ນອີກ”

ຍິ່ງໄປກວ່ານັ້ນ ໃນໄລຍະດຽວກັນນີ້ ທາງການສະຫະລັດໂດຍທ່ານນານ Karen B.
Stewart ກໍຍັງໄດ້ສົ່ງມອບ ເຄື່ອງອຸປະໂພກ, ບໍລິໂພກທີ່ມີນໍ້າໜັກລວມເຖິງ 1 ພັນ​ໂຕນ ເພື່ອໃຫ້ການຊ່ວຍເຫຼືອໂຄງການອາຫານສໍາລັບເດັກນ້ອຍ, ນັກຮຽນຂັ້ນປະຖົມສຶກສາໃນ
ແຂວງຄໍາມ່ວນຈໍານວນ 19,600 ຄົນ ແລະຄູ 540 ຄົນ ຊຶ່ງຄິດເປັນມູນຄ່າການຊ່ວຍເຫຼືອ
ຫຼາຍກວ່າ 2.3 ລ້ານໂດລາ.

ໂດຍການຊ່ວຍເຫຼືອດັ່ງກ່າວນີ້ຖືເປັນໄລຍະທີ 3 ຂອງໂຄງການຊ່ວຍເຫຼືອ ທີ່ມີເປົ້າໝາຍ
ເພື່ອເຮັດໃຫ້ເດັກນ້ອຍລາວໃນເຂດຊົນນະບົດທີ່ມີຖານະຍາກຈົນນັ້ນ ໄດ້ມີໂອກາດຮຽນ
ໜັງສືຈົນຈົບຊັ້ນປະຖົມ ໂດຍຜູ້ທີ່ເປັນພໍ່ເປັນແມ່ນັ້ນ ບໍ່ຕ້ອງເປັນກັງວົນວ່າລູກຫຼານຂອງ
ພວກເຂົາເຈົ້າຈະຂາດອາຫານ ເພາະໂຄງການດັ່ງກ່າວນີ້ ບໍ່ພຽງແຕ່ຈະໃຫ້ການຊ່ວຍເຫຼືອ ດ້ານອາຫານການກິນເທົ່ານັ້ນ, ຫາກແຕ່ຍັງໄດ້ໃຫ້ເດັກນ້ອຍນັກຮຽນນໍາເອົາອາຫານກັບ
ຄືນເມືອບ້ານນໍາອີກ.

ການຝຶກອົບຮົມນັກຮຽນໃຫ້ຮູ້ຈັກ ເຖິງອັນຕະລາຍຂອງລະເບີດບໍ່ທັນ ແຕກແລະວິທີການຫລີກລ່ຽງຈາກ ອັນຕລາຍນັ້ນ.
ການຝຶກອົບຮົມນັກຮຽນໃຫ້ຮູ້ຈັກ ເຖິງອັນຕະລາຍຂອງລະເບີດບໍ່ທັນ ແຕກແລະວິທີການຫລີກລ່ຽງຈາກ ອັນຕລາຍນັ້ນ.

ນອກຈາກນີ້ເພື່ອເປັນການເຮັດໃຫ້ຄູ ແລະນັກ
ຮຽນມີຄວາມປອດໄພຈາກລະເບີດບໍ່ທັນແຕກ
(UXO) ທີ່ຕົກຄ້າງຢູ່ໃນລາວ ໂຄງການດັ່ງ
ກ່າວນີ້ກໍຍັງໄດ້ໃຫ້ການຊ່ວຍເຫຼືອໃນການ
ເກັບກູ້ລະເບີດ UXO ຢູ່ໃນໂຮງຮຽນ 150
ແຫ່ງໃນແຂວງຄໍາມ່ວນອີກດ້ວຍ ຊຶ່ງກໍຄືເປັນ
ສ່ວນນຶ່ງໃນແຜນການທີ່ສະຫະລັດ ຈະໃຫ້
ການຊ່ວຍເຫຼືອໃນການເກັບກູ້ລະເບີດ UXO
ໃນລາວ ຫຼາຍຂຶ້ນຢ່າງຕໍ່ເນື່ອງນັ້ນເອງ.

XS
SM
MD
LG