ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວຢືນຢັນວ່າ ຈະໃຫ້ກາຍເປັນປະເທດ ທີ່ປອດຢາເສບຕິດ ພາຍໃນ 4 ປີຂ້າງໜ້າ


ລາວເປັນເຈົ້າພາບຈັດກອງປະຊຸມປາບປາມ ແລະຄວບຄຸມຢາເສບຕິດຂອງບັນດາປະເທດໃນພາກພື້ນລຸ່ມແມ່ນໍ້າ
ຂອງ ທີ່ຈັດຂຶ້ນໃນເດືອນວັນທີ 24 ພຶດສະພາ, 2011
ລາວເປັນເຈົ້າພາບຈັດກອງປະຊຸມປາບປາມ ແລະຄວບຄຸມຢາເສບຕິດຂອງບັນດາປະເທດໃນພາກພື້ນລຸ່ມແມ່ນໍ້າ ຂອງ ທີ່ຈັດຂຶ້ນໃນເດືອນວັນທີ 24 ພຶດສະພາ, 2011

ນາຍົກລັດຖະມົນຕີຢືນຢັນໃນເປົ້າໝາຍທີ່ຈະເຮັດໃຫ້ລາວເປັນປະເທດທີ່ປອດຈາກປັນຫາ ຢາເສບຕິດໃຫ້ໄດ້ຢ່າງແທ້ຈິງພາຍໃນປີ 2015 ຊຶ່ງຖືເປັນເປົ້າໝາຍລວມຂອງປະເທດໃນກຸ່ມ ອາຊຽນ.

ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ໄດ້
ປະກາດຢືນຢັນຕໍ່ກອງປະຊຸມລັດຖະມົນຕີ ວ່າດ້ວຍການ
ຮ່ວມມືເພື່ອຄວບຄຸມເສດຢາເສບຕິດໃນເຂດລຸ່ມແມ່ນ້ຳ
ຂອງ ຊຶ່ງປະກອບດ້ວຍຈີນ, ພະມ້າ, ໄທ, ກຳປູເຈຍ,
ຫວຽດນາມ, ແລະອົງການສະຫະປະຊາຊາດເພື່ອການ
ຄອບຄຸມຟາເສບຕິດ ແລະອາດຊະຍາກໍາວ່າ ລັດຖະບານ ລາວໄດ້ຖືສຳຄັນຢ່າງຍິ່ງທີ່ຈະດຳເນີນທຸກມາດຕະການ
ເພຶ່ອເຮັດໃຫ້ລາວເປັນປະເທດທີ່ປອດຈາກບັນຫາຢາເສບ
ຕິດຢ່າງສິ້ນເຊີງໃຫ້ໄດ້ພາຍໃນປີ 2015.

ທ່ານ ທອງສິງ ທໍາມະວົງ, ນາຍົກລັດຖະມົນຕີລາວ
ທ່ານ ທອງສິງ ທໍາມະວົງ, ນາຍົກລັດຖະມົນຕີລາວ

ແຕ່ຢ່າງໃດກໍ່ຕາມ ທ່ານ
ທອງສິງກໍຍອມຮັບວ່າ ການ
ທີ່ລາວຈະສາມາດບັນລຸເປົ້າ
ໝາຍດັ່ງກ່າວໄດ້ຢ່າງແທ້ຈິງ
ນັ້ນ ຕ້ອງປະສານງານກັບ
ປະເທດໃນລຸ່ມແມ່ນໍ້າຂອງ
ແລະ ໃນກຸ່ມອາຊຽນດ້ວຍ
ກັນຢ່າງໃກ້ສິດລວມທັງການ
ທີ່ລາວຈະຕ້ອງໄດ້ຮັບການຊ່ວຍເຫືລອຈາກຕ່າງປະເທດຢ່າງຕໍ່ເນື່ອງ ແລະພຽງພໍອີກດ້ວຍ.

ເມື່ອບໍ່ນານມານີ້ ປາກົດວ່າ ທ່ານນາງ Karen B. Stewart ເອກອັກຄະທູດສະຫະ
ລັດ ປະຈໍາປະເທດລາວໄດ້ສົ່ງມອບລົດຈັກຈໍານວນ 21 ຄັນຫຼືຄິດເປັນມູນຄ່າການຊ່ວຍ
ເຫຼືອລວມ 187 ລ້ານກີບໃຫ້ແກ່ຄະນະກໍາມະການຄວບຄຸມ ແລະ ກວດກາຢາເສບຕິດ
ແຫ່ງຊາດລາວໄປແລ້ວ ຊຶ່ງຖືເປັນສ່ວນນຶ່ງໃນໂຄງການພັດທະນາ ເພື່ອຍົກລະດັບປະສິດທິ
ພາບໃນການບັງຄັບໃຊ້ກົດໝາຍຕໍ່ຜູ້ກະທໍາຄວາມຜິດກ່ຽວກັບຢາເສບຕິດຢູ່ໃນລາວ.

ສະຫະລັດມອບຊຸດກວດຢາເສບຕິດແກ່ລັດຖະບານລາວໃນໝໍ່ໆມານີ້
ສະຫະລັດມອບຊຸດກວດຢາເສບຕິດແກ່ລັດຖະບານລາວໃນໝໍ່ໆມານີ້

ນອກຈາກນີ້ ທາງການສະຫະລັດ
ກໍໄດ້ໃຫ້ການຊ່ວຍເຫລືອແກ່ລາວ
ໃນມູນຄ່າ 650,000 ໂດລາ
ສໍາລັບໃຊ້ເຂົ້າໃນການປູກພືດຊະ
ໜິດອື່ນໆ ເພື່ອທົດແທນການ
ປູກຝິ່ນ, ການບັງຄັບໃຊ້ກົດໝາຍ
ຕໍ່ຜູ້ກະທໍາຄວາມຜິດກ່ຽວກັບຢາ
ເສບຕິດ ແລະການຫລຸດຜ່ອນ
ການຊົມໃຊ້ຢາເສບຕິດໃນກຸ່ມປະ
ຊາຊົນລາວ.

ທາງດ້ານ ທ່ານ Yury Fedotov ​ ຜູ້​ອໍາ​ນວຍ​ການບໍລິຫານ​ອົງການ​ຄວບ​ຄຸມ​ຢາ​ເສບ​ຕິດ
ແລະອາດສະ​ຍາ​ກໍາ​ແຫ່ງ​ສະຫະ​ປະຊາຊາດ​ ກໍໄດ້​ຖະ​ແຫລງວ່າ ລາວ​ມີ​ການ​ລັກລອບ​ປູກ​ຝິ່ນ
ເພີ້ມຂຶ້ນ​ໃນອັດຕາສູງທີ່ສຸດ ເມື່ອ​ປຽບທຽບກັບ​ມຽນມາ ​ແລະ​ໄທ ເພາະ​ຈາກ​ການ​ສໍາ​ຫລວດ​
ໄດ້​ພົບວ່າ ພື້ນທີ່ລັກລອບ​ປູກ​ຝິ່ນ​ຢູ່​ໃນ​ລາວ​ນັ້ນ ​ໄດ້​ເພີ້ມຈາກ 1,900 ​ເຮັກຕາ​ໃນ​ປີ 2009
ຂຶ້ນມາ​ເປັນ 3,000 ​ເຮັກຕາ​ໃນ​ປີ 2010 ນີ້ ຫລື​ຄິດ​ເປັນ​ອັດ ຕາ​ສະ​ເລ່ຍທີ່​ເພີ້ມຂຶ້ນເຖິງ
58%. ຍິ່ງ​ໄປ​ກວ່າ​ນັ້ນ ຖ້າ​ຫາ​ກ ປຽບທຽບ​ໃສ່​ກັບ​ປີ 2007 ທີ່​ມີ​ການ​ລັກລອບ​ປູກ​ຝິ່ນ​ໃນ​ລາວ
ຄິດ​ເປັນ​ພື້ນທີ່​ລວມ 1,500 ​ເຮັກຕາ​ນັ້ນ ກໍ​ຈະ​ໄດ້​ເຫັນ​ວ່າ​ໃນ​ໄລຍະ 3 ປີ​ມານີ້ ການ​ລັກ
ລອບ​ປູກ​ຝິ່ນ​ໃນ​ລາວ ​ໄດ້​ເພີ້ມຂຶ້ນ​ເຖິງ 100% ອີກດ້ວຍ.

ພິທີເຊັນສັນຍາມອບການຊ່ວຍເຫລືອໃນການຕ້ານຢາເສບຕິດຂອງສະ ຫະລັດແກ່ລາວທີ່ຈັດຂຶ້ນໃນທ້າຍປີ 2010
ພິທີເຊັນສັນຍາມອບການຊ່ວຍເຫລືອໃນການຕ້ານຢາເສບຕິດຂອງສະ ຫະລັດແກ່ລາວທີ່ຈັດຂຶ້ນໃນທ້າຍປີ 2010

ໂດຍຕໍ່ບັນຫາດັ່ງກ່າວນີ້ ທ່ານ ​
ສຸບັນ ສະ​ລິດ​ທິລາດ, ປະທານ
ຄະນະ​ກໍາມະການຄວບ​ຄຸມ​
ແລະກວດກາຢາ​ເສບ​ຕິດແຫ່ງ
ຊາດລາວນັ້ນ ກໍໄດ້​ໃຫ້ການ​ຊີ້​
ແຈງ​ວ່າ:

“ໃນຊຸມປີໝໍ່ໆມານີ້ ເນື້ອທີ່
ປູກຝິ່ນໄດ້ມີການເພີ້ມຂຶ້ນ
ຈາກຫຼາຍສາເຫດ ເຊັ່ນໂຄງ

ການໃຫ້ການຊ່ວຍເຫຼືອເພື່ອ
ແກ້​ໄຂຄວາມທຸກຍາກຂອງ
ປະຊາຊົນລາວ ພາຍຫຼັງ
ການລົບລ້າງການປູກຝິ່ນນັ້ນ ກະບໍ່ໄດ້ຕາມຄາດໝາຍ,
ສະນັ້ນ ຈຶ່ງມີການລັກ
ລອບປູກຝິ່ນຄືນໃໝ່. ສ່ວນຈຳນວນຜູ້ຕິດຢາຝິ່ນນັ້ນ
ເຂົາເຈົ້າກໍຍັງຕ້ອງການຢາ
ຝິ່ນເພື່ອບໍລິໂພກປະຈຳວັນຢູ່ ແລະລາຄາຝິ່ນ ກໍເພີ້ມ
ຂຶ້ນຢ່າງຫຼວງຫຼາຍ.

ທາງການລາວໄດ້ປະເມີນສະຖານະການວ່າ ໃນປັດຈຸບັນນີ້ ມີປະຊາຊົນລາວທີ່ຍັງພາກັນສູບ
ຢາຝິ່ນຢູ່ ຫຼາຍກວ່າ 15,000 ຄົນ ແລະໃນຂະນະດຽວກັນ ກໍມີ​ເຍົາວະຊົນລາວຫຼາຍກວ່າ
5 ໝື່ນຄົນ ທີ່ພາກັນເສບຢາບ້າ. ສ່ວນການລັກລອບປູກຝິ່ນນັ້ນ ກໍຍັງຄົງມີຢູ່ເລື້ອຍມາ ເຖິງ
ແມ່ນວ່າ ລັດຖະບານຈະໄດ້ປະກາດໃຫ້ລາວເປັນປະເທດທີ່ປອດຈາກການປູກຝິ່ນຢ່າງສີ້ນເຊີງ
ນັບແຕ່ປີ 2006 ເປັນຕົ້ນມາແລ້ວກໍຕາມ ຫາກແຕ່ກໍຍັງຄົງບໍ່ສາມາດປະຕິບັດໄດ້ຢ່າງແທ້ຈິງ.

ນອກຈາກນີ້ ລາວກໍຍັງເປັນປະເທດນຶ່ງທີ່ມີສະຖານະເປັນທັ້ງເຂດຜະລິດ, ເຂດທາງຜ່ານ
ແລະເຂດຮອງຮັບຢາເສບຕິດເພີ້ມຫຼາຍຂຶ້ນ​ນັບ​ມື້​ອີກດ້ວຍ.

XS
SM
MD
LG