ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕໍາຫລວດລາວຢືນຢັນເຖິງ ຄວາມພ້ອມ ໃນການຈັດກອງປະຊຸມອາຊ່ຽນ ກ່ຽວກັບ ການປາບປາມອາຊະຍາກໍາຂ້າມຊາດ


ຊາວໜຸ່ມລາວທີ່ເປັນແກ້ງ ແລະຖືກຈັບຍ້ອນຄະດີລັກ ແລະປຸ້ນເພື່ອເອົາຊັບສິນຂອງຜູ້ອື່ນ
ຊາວໜຸ່ມລາວທີ່ເປັນແກ້ງ ແລະຖືກຈັບຍ້ອນຄະດີລັກ ແລະປຸ້ນເພື່ອເອົາຊັບສິນຂອງຜູ້ອື່ນ

ຫົວໜ້າກົມ​ໃຫຍ່​ຕໍາຫລວດ​ລາວ​ຢືນຢັນ​ວ່າ​ ພ້ອມ​ແລ້ວ​ທີ່​ຈະ​ຈັດ​ກອງ​ປະຊຸມ​ເພື່ອ​ເສີມ​ສ້າງ​ການຮ່ວມມື​ກັບ​ອາຊຽນ ​ແລະປະ​ເທດຄູ່​ເຈລະຈາ​ຂອງ​ອາຊຽນ​ເຂົ້າ​ໃນ​ການ​ປ​າບປາມ ​ອາ​ຊະ​ຍາ​ກໍາ​ຂ້າມ​ຊາດ.

ທ່ານ ພັນ​ເອກ ສີສະ​ຫວາດ ​ແກ້​ວມາລ​າວົງ ຫົວໜ້າກົມ
​ໃຫຍ່​ຕໍາຫລວດ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ
​ຂອງ​ລາວຖະ​ແຫລ​ງຢືນຢັນ​ວ່າ ການ​ກະກຽມຄວາມ​ພ້ອມ
​ໃນ​ທຸກໆດ້ານ​ເພື່ອຮັບຮອງການຈັດກອງ​ປະຊຸມຫົວໜ້າ
ຕໍາຫລວດ​ອາຊຽນ ​ແລະປະ​ເທດ​ຄູ່​ເຈລະຈາຂອງ​ອາຊຽນ
ຄັ້ງ​ທີ 31 ທີ່​ຈະ​ມີ​ຂຶ້ນ ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ເດືອນ
​ນີ້​ຢູ່ນະຄອນ​ຫລວງ​ວຽງຈັນ​ໄດ້​ກຽມພ້ອມ​ໃນ​ທຸກໆດ້ານ​
ແລ້ວ​ໃນ​ຂະນະ​ນີ້.

​ເປົ້າໝາຍສໍາຄັນ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ກໍ່​ເພື່ອເປັນ​ການ​ເສີມ​ສ້າງ​ການ​ຮ່ວມມື​ລະຫວ່າງ​ປະ​ເທດ​ສະ​ມາ​ຊິກ​ໃນ​ກຸ່ມ​ອາຊຽນດ້ວຍ​ກັນ​ກັບ​ບັນດາປະ​ເທດ​ຄູ່​ເຈລະຈາ​ຂອງ​ອາຊຽນ​ເຂົ້າ​ໃນ​ການ​ປ້ອງ​ກັນ ​ແລະ ປາບ​ປາມ​ອາ​ຊະ​ຍາ​ກໍາ​ຂ້າມ​ຊາດ​ໃນ​ທຸກຮູບ​ແບບ​ໃຫ້​ມີ​ປະສິດທິພາບ​ຢ່າງ​ແທ້​ຈິງ ແລະມີ​ຄວາມ​ວ່ອງ​ໄວ​ທັນ​ຕໍ່​ສະຖານ​ນະ​ການ​ທີ່​ເກີດ​ຂຶ້ນ.

ທັງ​ນີ້​ໂດຍ​ສະ​ເພາະ​ແມ່ນ​ການຮ່ວມມື​ໃນ​ການ​ປ້ອງ​ກັນ ​ແລະປາບ​ປາມ​ການກໍ່ການຮ້າຍ, ການ​ຄ້າອາວຸດ, ການ​ຄ້າ​ມະນຸດ, ການ​ຄ້າ​ຍາ​ເສບ​ຕິດ, ອາ​ຊະ​ຍາ​ກໍາ​ທາງ​ເສດ​ຖະກິດ​ເຊັ່ນ: ການ​ປອມ​ແປງ​ບັດ​ເຄຼດິດ ​ແລະ ການ​ຟອກ​ເງິນ​ເປັນ​ຕົ້ນ ​ດັ່ງ​ທີ່ ພັນ​ເອກ ສີສະ​ຫວາດ​ ​ໄດ້​ຖະ​ແຫລ​ງຊີ້​ແຈງ​ວ່າ:

ທ່ານ ພັນ​ເອກ ສີສະ​ຫວາດ ​ແກ້​ວມາລ​າວົງ ຫົວໜ້າກົມ​ໃຫຍ່​ຕໍາຫລວດ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​
ທ່ານ ພັນ​ເອກ ສີສະ​ຫວາດ ​ແກ້​ວມາລ​າວົງ ຫົວໜ້າກົມ​ໃຫຍ່​ຕໍາຫລວດ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​

ເນື້ອ​ໃນ​ຕົ້ນຕໍ​ແມ່ນ​ເພື່ອ​ການ​ປຶ​ກສາ​ຫາລື​ໃນ​ການ​ປ້ອງ​ກັນ, ​ແກ້ໄຂ​ບັນ​ຫາ​ອາ​ຊະ​ຍາກໍາຂ້າມຊາດ​ລະຫວ່າງ​ບັນດາ​ປະ​ເທດ​ຊະ​ມາ​ຊິກ​ກັບ​ບັນ​ດາ​ປະ​ເທດ​ຄູ່​ເຈລະ​ຈາ ແລະອົງການ​ຈັດ​ຕັ້ງ​ພາກ​ພື້ນ, ​ແລະອົງການຈັດ​ຕັ້ງ​ສາກົນ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ການ​ລັກ ລອບ​ຄ້າ​ຂາຍ​ຍາ​ເສບ​ຕິດ, ການ ກໍ່ການຮ້າຍ, ການ​ຄ້າ​ອາວຸດ, ການ​ຄ້າ​ມະນຸດ, ອາ​ຊະ​ຍາ​ກໍາ​ ທາງ​ເສດຖະກິດ ​ແລະອາ​ຊະ​ຍາ​ກໍາ​ອື່ນໆ

ກອງ​ປະຊຸມ​ຫົວໜ້າຕໍາຫລວດອາຊຽນ ​ແລະປະ​ເທດ​ຄູ່​ເຈລະຈາ​ຂອງ​ອາຊຽນຄັ້ງ​ທີ່ 31 ກໍານົດ​ຈະ​ມີ​ຂຶ້ນ ຢ່າ​ງ​ເປັນ​ທາງ​ການ​ໃນ​ລະ​ຫວ່າງ​ວັນ​ທີ 30 ພຶດສະພາເຖິງວັນ​ທີ 3 ມິຖຸນາ ​ໂດຍ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ປະກອບ​ດ້ວຍ​ຫົວໜ້າຕໍາຫລວດ​ຈາກ 10 ປະ​ເທດ​ສະມາຊິກ​ຂອງ​ອາຊຽນກັບ 5 ປະ​ເທດ​ຄູ່​ເຈລະຈາ​ຂອງ​ອາ ຊຽນກໍ່​ຄື ຈີນ, ຢີ່ປຸ່ນ, ​ເກົາຫລີ​ໃຕ້, ອອ​ສ​ເຕຣ​ເລຍ ​ແລະ ນິວຊີ​ແລນ.

ກອງ​ປະຊຸມ​ດັ່ງກ່າວ​ນີ້​ຈະ​ຈັດ​ຂຶ້ນ ​ເປັນ​ປະ​ຈໍາ​ທຸກ​ປີ​ດ້ວຍ​ການໝູນວຽນກັນ​ເປັນ​ປະ​ເທດ​ເຈົ້າ ພາບ​ໃນ​ລະຫວ່າງ​ປະ​ເທດ​ສະມາຊິກ​ໃນ​ກຸ່ມ​ອາຊຽນດ້ວຍ​ກັນ​ ພາຍ​ໃຕ້​ເປົ້າໝາຍ​ເພື່ອ​ເສີມ​ສ້າງ​ລະບົບການ​ປະສານ​ງານ​ທີ່​ມີປະສິດທິພາບ​ເຂົ້າ​ໃນ​ການ​ປ້ອງ​ກັນ ​ແລະປາບ​ປາມອາ​ຊະ​ຍາ​ກໍາ​ຂ້າມ​ຊາດ​ທີ່​ເພີ່ມ​ຫລາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​.

ທັງ​ນີ້​ໂດຍ​ສະ​ເພາະ​ແມ່ນ​ການ​ຄ້າ​ຢາ​ເສບ​ຕິດ, ການ​ຄ້າ​ມະນຸດ​ຂ້າມ​ຊາດ ​ແລະອາ​ຊະ​ຍາ​ກໍາ​ທາງ​ເສດຖະກິດ​ນັ້ນ​ນັບເປັນ​ບັນ​ຫາ​ທີ່​ຂະຫຍາຍ​ກວ້າງ​ຫລາຍ​ຂຶ້ນນັບ​ມື້ ​ໂດຍ​ອີງ​ຕາມ​ລາຍ​ງານ ​ຂອງ​ສໍານັກງານ​ຄວບ​ຄຸມ​ຢາ​ເສບ​ຕິດ ​ແລະອາ​ຊະ​ຍາ​ກໍາ​ແຫ່ງ​ສະຫະ​ປະຊາ​ຊາດ (UNODC) ກໍ່​ໄດ້​ລະບຸ​ວ່າ​ຜົນ​ປະ​ໂຫຍ​ດຂອງ​ຂະ​ບວນການ​ອາ​ຊະ​ຍາ​ກໍາ​ຂ້າມ​ຊາດໃນ​ແຕ່ລະ​ປີ​ນັ້ນ​ມີ​ມູນ​ຄ່າ​ຫລາຍ​ກວ່າ 200 ພັນ​ລ້ານ​ໂດ​ລາ ​ຊງ​ໃນ​ນີ້​ເກີນ​ກວ່າ 50% ​ເປັນ​ຜົນ​ປະ​ໂຫຍ​ດ ຂອງບັນ​ດາ​ກຸ່ມ​ອາ​ຊະ​ຍາ​ກໍາ​ໃນອາຊີ.

ພວກຜູ້ຍິງທີ່ຖືກຫລອກລວງໄປຂາຍທີ່ປະເທດໄທ ໄດ້ຖືກຊ່ວຍເອົາໄວ້ ທີ່ແຂວງ ປຣະຈັນບູຣີຂອງໄທ
ພວກຜູ້ຍິງທີ່ຖືກຫລອກລວງໄປຂາຍທີ່ປະເທດໄທ ໄດ້ຖືກຊ່ວຍເອົາໄວ້ ທີ່ແຂວງ ປຣະຈັນບູຣີຂອງໄທ

ທາງ​ດ້ານອົງການ​ແຮງງານ​ສາກົນ (ILO) ກໍ່​ລາຍ​ງານ​ວ່າ ສະ​ເພາະ​ໃນ​ພາກ​ອາຊີ​ຕາ​ເວັນ​ອອກ​ມີ​ຄົນ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ຂະ​ບວນການ​ຄ້າ​ມະນຸດ​ຂ້າມ​ຊາດ​ຫລາຍ​ກວ່າ 3 ​ແສນ​ຄົນ​ໃນ​ແຕ່ລະ​ປີ ​ແລະ​ໃນ​ນີ້​ເກີນກວ່າ 50% ​ເປັນ​ເພດ​ຍິງ​ທີ່​ສຸ່ມ​ສ່ຽງຕໍ່​ການ​ຖືກ​ບັງຄັບ​ໃຫ້​ຕ້ອງ​ຂາຍ​ບໍລິການ​ທາງ​ເພດ, ​ໂດຍສາ​ເຫດ​ທີ່​ເຮັດ​ໃຫ້​ຜູ້​ຄົນ​ເຫລົ່າ​ນີ້​ຕ້ອງ​ຕົກ​ເປັນ​ເຫຍື່ອ​ຂອງ​ຂະ​ບວນການ​ຄ້າ​ມະນຸດ​ຂ້າມ​ຊາດ​ນັ້ນ​ກໍ່​ແມ່ນ​ຄວາມ​ຍາກຈົນ.

​ໂດຍ​ສໍາລັບ​ໃນ​ປະ​ເທດ​ລາວ​ນັ້ນ ນອກຈາກ​ຈະ​ຕົກ​ເປັນ​ທາງ​ຜ່ານ​ຂອງ​ການ​ຂົນ​ສົ່ງ​ຍາ​ເສບ​ຕິດ​ຫລາຍ​ຂຶ້ນ ນັບ​ມື້​ແລ້ວ​ ກໍ​ຍັງ​ປະກົດ​ວ່າ​ມີ​ເຍົາວະ​ຊົນ​ລາວ​ຕ້ອງ​ຕົກເປັນ​ເຫ​ຍື່ອຂອງ​ຂະ​ບວນການ​ຄ້າ​ມະນຸດ​ຫລາຍ​ຂຶ້ນນັບ​ມື້​ອີກ​ເຊັ່ນ​ກັນ. ທັງ​ນີ້ເຖິງ​ແມ່ນທາງ​ການ​ລາວ​ຈະ​ໄດ້​ປະ​ເມີນ​ວ່າ ​ມີ​ແຮງງານ​ລາວ 2 ​ແສນ​ກວ່າ​ຄົນ​ທີ່​ໄດ້​ພາກັນ​ລັກລອບ​ເຮັດ ວຽກຜິດ​ກົດໝາຍຢູ່​ໃນ​ໄທ​ກໍ່ຕາມ, ຫາກ​ແຕ່​ເຄືອ​ຂ່າ​ຍອົງການ​ຊ່ວຍ​ເຫລືອ​ແຮງງານ​ຕ່າງ​ດ້າວ​ ຈາກ​ລາວ, ພະມ້າ ​ແລະກໍາປູ​ເຈຍ​ໃນ​ໄທ​ ໄດ້​ປະ​ເມີນ​ວ່າ​ມີແຮງງານລາວ​ເກີນ​ກວ່າ 4 ແສນ ​ຄົນ​ທີ່​ລັກລອບ​ເຮັດວຽກຢູ່​ໃນ​ໄທ​ໃນ​ປະຈຸ​ບັນ​ນີ້​ ​ແລະທັງ​ຍັງ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນນັບ​ມື້​ອີກ​ດ້ວຍ.

XS
SM
MD
LG