ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວວ່າຈະເສີມສ້າງ ກໍາລັງປ້ອງກັນຊາດ ໃຫ້ເຂັ້ມແຂງແລະທັນກັບ ສະພາບການໂລກ


ກອງ​ປະຊຸມ​ໃຫ່ຍຄັ້ງທີ່ III ຂອງ​ອົງຄະ​ນະ​ພັກກະຊວງປ້ອງກັນປະເທດ
ລາວ ທີ່ຈັດຂຶ້ນຢູ່ນະຄອນວຽງຈັນ, ວັນທີ 17-18 ມັງກອນ 2011.​
ກອງ​ປະຊຸມ​ໃຫ່ຍຄັ້ງທີ່ III ຂອງ​ອົງຄະ​ນະ​ພັກກະຊວງປ້ອງກັນປະເທດ ລາວ ທີ່ຈັດຂຶ້ນຢູ່ນະຄອນວຽງຈັນ, ວັນທີ 17-18 ມັງກອນ 2011.​

ລັດຖະມົນຕີ​ປ້ອງ​ກັນປະ​ເທດລາວ​​ເນັ້ນຢໍ້າ​ເຖິງ​ຄວາມ​ສໍາຄັນ​ທີ່​ທົ່ວ​ກອງທັບ​ຈະ​ຕ້ອງ​ຮ່ວມ​ມື​ກັນ ເຂົ້າ​ໃນ​ການ​ເສີມ​ສ້າງກໍາລັງ​ປ້ອງ​ກັນຊາ​ດ​ໃຫ້​ເຂັ້ມ​ແຂງ ​ແລະເທົ່າ​ທັນກັບ​ສະພາບ​ການໂລກ.

ທ່ານພົນ​ໂທ ດ​ວງ​ໃຈ ພິຈິດ, ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນຕີກະຊວງ​ປ້ອງ​ກັນ
ປະເທດລາວ​ໄດ້​ຖະ​ແຫລ​ງຢືນຢັນ​ໃນ​ໂອກ​າດປິດ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 3 ຂອງ​ຄະນະ​ພັກ​
ກະຊວງ​ປ້ອງ​ກັນ​ປະ​ເທດ ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 18 ມັງກອນ ທີ່​ຜ່ານ​ມານີ້ວ່າ ກອງ​ປະ
ຊຸມໄດ້​ເປັນ​ເອກະສັນ​ກັນ​ໃນ​ການ​ຮັບຮອງ​ເອົາ​ທິດ​ທາງແຜນການ 5 ປີ ​ນັບ​ແຕ່ 2011 ນີ້
ໄປຈົນ​ເຖິງ ປີ 2015.

ທິດ​ທາງແຜນການ 5 ປີດັ່ງກ່າວນີ້ປະກອບ​ມີ​ເປົ້າໝາຍສຳຄັນ​ໃນ 5 ດ້ານ​ດ້ວຍ​ກັນ ຊຶ່ງ​ກໍ
ຄື ສູ້​ຊົນ​ຮັບປະກັນ​ໃຫ້​ປະ​ເທດ​ມີ​ຄວາມ​ສະຫງົບປອດ​ໄພ, ສັງຄົມ​ມີ​ຄວາມ​ເປັນ​ລະບຽບຮຽບ
ຮ້ອຍ, ເສດຖະກິດຂອງ​ຊາດມີ​ການ​ຂະຫຍາຍຕົວ, ຕັ້ງໜ້າປັບປຸງກໍ່ສ້າງ​ຮາກ​ຖານ​ໃຫ້​ເຂັ້​ມ
ແຂງ, ຮູ້​ນຳພາ​ຮອບດ້ານ, ​ເສີມ​ຂະຫຍາຍ​ມູນ​ເຊື້ອຈິດ​ໃຈ​ເພິ່ງ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ
ດ້ວຍ​ຕົນ​ເອງ, ​ແນ​ໃສ່​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ, ສືບຕໍ່ປະຕິບັດແນວທາງ​ນະ​ໂຍ
ບາຍ​ຕ່າງປະ​ເທດ​ຂອງ​ພັກ​ໃນ​ສະພາບ​ເງື່ອນ​ໄຂ​ໃໝ່​ໃຫ້​ຖືກຕ້ອງ ​ແລະສຸມ​ໃສ່​ປັບປຸງ​ກໍ່ສ້າງ​ກໍາ
ລັງ​ໃຫ້​ມີ​ຄວາມໜັກ​ແໜ້ນເຂັ້ມ​ແຂງ, ມີ​ລະບຽບວິ​ໃນ ​ແລະ​ມີ​ຄວາມ​ຊຳນານ​ໃນ​ຍຸດທະວິທີ
ແລະສິນລະປະການ​ສູ້​ລົບ​ໃນ​ທຸກ​ສະພາບ​ການ ດັ່ງ​ທີ່​ທ່ານພົນ​ໂທດວງ​ໃຈໄດ້​ຖະ​ແຫລ​ງ​ເນັ້ນ ຢໍ້າວ່າ:

ທ່ານດວງໃຈ ພິຈິດ ລັດ ຖະມົນຕີ ກະຊວງປ້ອງ ກັນປະເທດລາວ
ທ່ານດວງໃຈ ພິຈິດ ລັດ ຖະມົນຕີ ກະຊວງປ້ອງ ກັນປະເທດລາວ

ກາ​ນນຳພາ​ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະ​ເທດ​
ໃນ​ຊຸມ​ປີຕໍ່ໜ້າໄດ້​ແນ​ໃສ່​ຈັດຕັ້ງປະຕິບັດໜ້າທີ່​ປ້ອງກັນ
ຊາ​ດ ​ແລະປັບປຸງ​ກໍ່ສ້າງ​ພັກ, ກໍ່ສ້າງ​ກຳລັງ​ປະ​ກອບ​ອາ
ວຸດ​ໃນ​ທຸກ​ດ້ານຕາມ​ແນວທາງ​ປ່ຽນ​ແປງ​ໃໝ່ທີ່​ມີ​ຫລັກ
ການ​ຂອງ​ພັກ ​ແນ​ໃສ່ຮັບປະກັນ​ໃຫ້​ກຳລັງ​ປະກອບ​ອາ
ວຸດ ຍາມ​ໃດ​ກໍ​ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່ພັກ, ຕໍ່ປະ​ເທດ​
ຊາດ ​ແລະ ຕໍ່ປະຊາຊົນ ​ແລະ ພວກ​ເຮົາ​ຍັງ​ມີໜ້າທີ່ ​
ແລະ ຄວາມ​ຮັບຜິດຊອບອັນໜັກ​ໜ່ວງ ໃນ​ການນຳ​
ເອົາຈິດ​ໃຈ​ເນື້ອ​ໃນ​ທັງໝົດ ທີ່​ກອງ​ປະຊຸມໃຫຍ່​ວາງ​
ອອກ​ ໄປຈັດຕັ້ງຜັນ​ຂະຫຍາຍ​ໃຫ້​ເກີດໝາກເກີດ​ຜົນ

ສຳລັບ​ປະຕິບັດ​ຕາມແນວທາງ​ປ່ຽນ​ແປງ​ໃໝ່ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ​ລັດຖະ
ບານ​ລາວ​ຕໍ່​ໄປ​ນັ້ນ ທ່ານພົນ​ໂທດວງ​ໃຈກໍ​ໄດ້​ເນັ້ນຢໍ້າວ່າ ຍັງ​ຄົງ​ຖື​ສຳຄັນ​ທີ່​ສຸດໃນ​ແນວ
ທາງນະ​ໂຍບາຍ​ທີ່​ເອີ້ນວ່າ​ຍຸດ​ທະ​ສາດ ສອງໜ້າທີ່ ຊຶ່ງ​ກໍ​ຄື​ການ​ປົກ​ປັກ​ຮັກສາ ​ແລະສ້າງ​ສາ
ພັດທະນາປະ​ເທດ​ຊາດ​ໃຫ້​ມີ​ຄວາມ​ສະຫງົບຮຽບຮ້ອຍ, ມີ​ຄວາມໝັ້ນຄົງແລະວັດທະນາ​ຖາ
ວອນ ສືບຕໍ່​ໄປ.

ກ່ອນໜ້ານີ້ ທ່ານ​ທອງ​ບັນ ​ແສງ​ອາພອນ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະ
ຫງົບພາຍ​ໃນ​ຂອງລາວ ກໍ​ໄດ້​ຖະ​ແຫລ​ງຊີ້​ແຈງ​ວ່າ ​ໃນ​ການ​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ
ພາຍ​ໃນ​ປະ​ເທດ​ນັ້ນ ກະຊວງ​ໄດ້​ວາງ​ຄາດໝາຍ​ໃນ​ການ​ປະຕິບັດ​ພາລະ​ບົດບາດ​ໄວ້ 4 ດ້ານ​
ດ້ວຍ​ກັນ ຊຶ່ງກໍ​ຄືການ​ຮັບປະກັນ​ໃນ​ການ​ຮັກສາ​ຄວາມໝັ້ນຄົງ​ທາງ​ການ​ເມືອງ, ການ​ຮັບປະ
ກັນ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ໃນ​ສັງຄົມ, ການ​ເສີມ​ສ້າງກຳລັງ​ປ້ອງ​ກັນຄວາມ​ສະຫງົບ
ຮຽບຮ້ອຍ​ໃຫ້​ໄດ້​ຢ່າງ​ພຽງພໍ.

ໂດຍ​ສະ​ເພາະ​ແມ່ນ​ການ​ຮັກສາ​ຄວາມໝັ້ນຄົງ ສະຖຽນລະ​ພາບ​ທາງ​ການ​ເມືອງ​ແຫ່ງ​ຊາດ​ນັ້ນ
ຖື​ເປັນ​ຄາດໝາຍທີ່​ມີ​ຄວາມ​ສຳຄັນ​ທີ່​ສຸດ ຊຶ່ງ​ກໍ່ຄື ການ​ສະກັດ​ກັ້ນ ​ແລະປ້ອງກັນ​ບໍ່​ໃຫ້​ມີ​ການ​
ເຄື່ອນ​ໄຫວທີ່​ມີ​ເປົ້າໝາຍທີ່​ມີ​ຄວາມສຳຄັນ​ທີ່​ສຸດ ຊຶ່ງ​ກໍ​ຄື​ການ​ສະກັດ​ກັ້ນ ​ແລະ​ປ້ອງ​ກັນ​ບໍ່​ໃຫ້
ມີ​ການ​ເຄື່ອນ​ໄຫວທີ່​ມີ​ເປົ້າໝາຍ​ເພື່ອ​ການ​ປຸກລະດົມ ​ໃຫ້​ເກີ​ດການ​ຊຸມນຸມ​ປະ​ທ້ວງ​ທາງ​ການ
ເມືອງ​ຂຶ້ນຢູ່​ໃນ​ລາວ​ຢ່າງ​ເດັດຂາດ ຊຶ່ງ​ກໍ​ຄືການ​ເຮັດ​ໃຫ້​ສະພາບ​ການ​ມີ​ຄວາມ​ສະຫງົບ ​ແລະ
ມີ​ຄວາມໝັ້ນຄົງ​ທາງ​ການ​ເມືອງ​ທີ່​ຮັບປະກັນ​ບໍ່​ໃຫ້​ມີ​ບັນຫາໜໍ່​ແໜງ ຫລື​ເຫດການ​ທີ່​ພົວພັນ
ເຖິງ​ການ​ເມືອງ ​ເຊ່ນ ການ​ປະ​ທ້ວງ​ການ​ລຸກ​ຮື້ ​ແລະການ​ຮຽກຮ້ອງ​ຕ່າງໆ ​ເກີດ​ຂຶ້ນຢູ່​ພາຍ​ໃນ
ປະ​ເທດ​ລາວ​ຢ່າງ​ເດັດຂາດ​ນັ້ນ​ເອງ.

XS
SM
MD
LG