ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວບໍ່ກັງວົນໃຈ ນໍາຄວາມວຸ້ນວາຍ ທີ່ເກີດຂຶ້ນ ໃນຫຼາຍໆປະເທດ


ກຳລັງປ້ອງກັນຄວາມສະງົບ ຂອງລາວ ໄດ້ຮັບກາຄຳຊອບ ຈາກປະທານປະເທດໃນຕົ້ນປີ 2010
ກຳລັງປ້ອງກັນຄວາມສະງົບ ຂອງລາວ ໄດ້ຮັບກາຄຳຊອບ ຈາກປະທານປະເທດໃນຕົ້ນປີ 2010

ພັກຄອມມີວນິສລາວບໍ່ມີຄວາມກັງວົນໃຈ ຕໍ່ສະຖານະການກ່ຽວກັບຄວາມບໍ່ສະຫງົບທາງ ການເມືອງທີ່ເກີດຂື້ນໃນຫຼາຍປະເທດ ເພາະທາງການລາວມີມາດຕະການກວດກາທຸກ ການເຄື່ອນໄຫວຢູ່ແລ້ວ.

ພັກ​ຄອມມີ​ວນິສ​ລາວ​ບໍ່​ມີ​ຄວາມ​ກັງວົນ​ໃຈຕໍ່​ສະຖານະ​ການ​ກ່ຽວ​ກັບ​ຄວາມ​ບໍ່​ສະ​ຫງົບ​ທາງ​ການ​ເມືອງ​ທີ່​ເກີດຂຶ້ນ​ໃນ​ຫຼາຍປະ​ເທດ ​ເພາະ​ທາງ​ການ​ລາວ​ມີ​ມາດ​ຕະການ​ກວດກາ​ທຸກ​ການ​ເຄື່ອນໄຫວຢູ່​ແລ້ວ.

ເຈົ້າໜ້າ​ທີ່​ຂັ້ນສູງ​ພາຍ​ໃນ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ​ບັນດາ​ຜູ້​ນໍາ​ພັກ​ບໍ່​ໄດ້​ສ​ະ​ແດງ ຄວາມ​ກັງວົນ​ໃຈ​ຕໍ່​ສະຖານະ​ການ​ກ່ຽວ​ກັບ​ຄວາມ​ບໍ່​ສະຫງົບ​ທາງ​ການ​ເມືອງ​ທີ່​ເກີດ​ຂຶ້ນ​ໃນ​ປະ​ເທດ​ອີ​ຈິບ, ​ບາ​ເລນ, ​ເຍເມນ ​ແລະ​ລີ​ເບ​ຍ​ໃນ​ເວລາ​ນີ້​ແຕ່​ຢ່າງ​ໃດ ເພາະ​ເຊື່ອໝັ້ນ​ວ່າ​ຈະ​ບໍ່​ມີ​ຜົນ​ກະທົບ​ຕໍ່​ການ​ເມືອງພາຍ​ໃນ ລາວ ​ແລະ​ຈະກໍ່ບໍ່​ໃຫ້​ເກີດ​ການ​ເຄື່ອນໄຫ​ວຢ່າງ​ໃດໆ​ໃນ​ລາວ​ອີກ​ດ້ວຍ.

ທັງນີ້​ກໍ່​ເນື່ອງຈາກ​ວ່າ​ທາງ​ການ​ລາວ​ໄດ້​ດໍາ​ເນີນ​ມາດ​ຕະການ​ກວດກາ ​ແລະ​ຄວບ​ຄຸມ​ທຸກ​ການ​ເຄື່ອນ​ໄຫວ ​ໃນ​ສັງຄົມ​ຢ່າງ​ໃກ້ຊິດ​ໃນ​ທຸກ​ລະດັບ​ທົ່ວ​ປະ​ເທດ​ຢູ່​ແລ້ວ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໂອກາດ​ທີ່​ໄດ້​ມີ​ການຈັດ​ງານ​ສໍາຄັນ​ຕ່າງໆ​ນັ້ນ ກໍຍັງ​ໄດ້​ມີ​ການຈັດ​ເວ​ນຍາມ​ເພື່ອ​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ​ຕາມ​ໝູ່​ບ້ານ​ຕ່າງໆ ຕະຫຼອດ 24 ຊົ່ວ​ໂມງ​ອີກ​ດ້ວຍ.

ກ່ອນໜ້ານີ້ ທ່ານ​ທອງ​ບັນ ​ແສງ​ອາພອນ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະ
ຫງົບພາຍ​ໃນ​ຂອງລາວກໍ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າກະຊວງປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ໄດ້​
ວາງ​ຄາດໝາຍ​ໃນ​ການ​ປະຕິບັດ​ພາລະ​ບົດບາດ​ໄວ້ 4 ດ້ານ​ດ້ວຍ​ກັນ ຊຶ່ງກໍ​ຄືການ​ຮັບປະກັນ​
ໃນ​ການ​ຮັກສາ​ຄວາມໝັ້ນຄົງ​ທາງ​ການ​ເມືອງ​ໃຫ້​ໄດ້, ການ​ຮັບປະກັນ​ຄວາມ​ເປັນ​ລະບຽບ
ຮຽບຮ້ອຍ​ໃນ​ສັງຄົມ, ການ​ເສີມ​ສ້າງກຳລັງ​ປ້ອງ​ກັນຄວາມ​ສະຫງົບ​ໃຫ້​ໄດ້​ຢ່າງ​ຄົບຖ້ວນ.

ໂດຍ​ສະ​ເພາະ​ແມ່ນ​ການ​ຮັກສາ​ຄວາມໝັ້ນຄົງ ແລະສະຖຽນລະ​ພາບ​ທາງ​ການ​ເມືອງ​ແຫ່ງ​
ຊາດ​ນັ້ນ ຖື​ເປັນ​ຄາດໝາຍທີ່​ມີ​ຄວາມ​ສຳຄັນ​ທີ່​ສຸດ ຊຶ່ງ​ກໍຄືການ​ສະກັດ​ກັ້ນ ​ແລະປ້ອງກັນ​ບໍ່
ໃຫ້​ມີ​ການ​ເຄື່ອນ​ໄຫວທີ່​ມີ​ເປົ້າໝາຍ​ເພື່ອການ​ຊຸມນຸມ​ປະ​ທ້ວງທາງ​ການ​ເມືອງ​ເກີດ​ຂຶ້ນ​ຢູ່​ໃນ​
ລາວ​ຢ່າງ​ເດັດຂາດ ດັ່ງ​ທີ່​ທ່ານ ທອງ​ບັນ​ ​ໄດ້​ຢືນຢັນ​ວ່າ:

“ຄາດໝາຍ​ທີ 1 ກໍແມ່ນ​ສື​ບຕໍ່​ເຮັດ​ໃຫ້​ສະພາບການ​ມີ​ຄວາມສະຫງົບ ​ແລະ​ມີ​ຄວາມ​ໝັ້ນ​ຄົງ​ທາງ​ການ​ເມືອງ, ຮັບປະ ກັນ​ບໍ່​ໃຫ້​ມີ​ບັນຫາ​ໜໍ່​ແໜງ ຫຼື​ເຫດການ​ທີ່​ພົວພັນ​ເຖິງ​ການ​ເມືອງ ​ເຊັ່ນ​ການ​ປະ​ທ້ວງ ການ​ຮຸກ​ຮື ​ແລະ​ການ​ຮຽກຮ້ອງຕ່າ​ງໆ​ນັ້ນບໍ່ໃຫ້​ເກີດ​ຂຶ້ນ​ໃນ​ປະ​ເທດ​ຂອງ​ເຮົາ​ຢ່າງເດັດຂາດ. ຄາດໝາຍ​ທີ 2 ກໍແມ່ນ​ການ​ຮັບປະ
ກັນ​ໃຫ້​ປະ​ເທດ​ຊາດ ກໍຄື​ສັງຄົມ​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ຄາດໝາຍ​ທີ 3
ກໍແມ່ນ​ການ​ສືບ​ຕໍ່​ກໍ່ສ້າງ​ກໍາລັງ​ປ້ອງ​ກັນ​ຄວາມ​ສະ​ງົບ​ໃຫ້​ ມີຄຸນ​ນະພາ​ບທັງທາງ
ການ​ເມືອງ ​ແລະ​ວິຊາ​ການ​. ຄາດໝາຍ​ທີ 4 ກໍ​ແມ່ນ​ສຸມໃສ່​ວຽກ​ງານ​ພະ​ລາ​ທິ​ການ
ເພື່ອເຮັດ​ໃຫ້​ກໍາລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຕິບັດ​ໜ້າ​ທີ່​ໄດ້​ເປັນ​ຢ່າງ​ດີ”.

ງານສະເຫລີມສະຫລອງການສະຖາປະນານະຄອນ ຫລວງວຽງຈັນ ຄົບຮອບ 450 ປີ, ຄືນວັນທີ 19 ພະຈິກ. ທີ່ສະໜາມກິລາແຫ່ງຊາດໃໝ່.
ງານສະເຫລີມສະຫລອງການສະຖາປະນານະຄອນ ຫລວງວຽງຈັນ ຄົບຮອບ 450 ປີ, ຄືນວັນທີ 19 ພະຈິກ. ທີ່ສະໜາມກິລາແຫ່ງຊາດໃໝ່.

ໃນ​ຕະຫຼອດປີ 2010 ທີ່​ຜ່ານ​ມາ ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພາຍ​ໃນ ກໍໄດ້​ປະກອບສ່ວນ​ຢ່າງ​
ສໍ​າຄັນ​ເຂົ້າ​ໃນ​ການ​ຮັກສາ​ຄວາມ
ສະຫງົບ​ຮຽບຮ້ອຍ​ໃນ​ໂອກາດ​
ການສະ​ເຫລີ​ມສະຫຼອງການ​ສ້າງ
ຕັ້ງນະຄອນ​ວຽງ​ຈັນ​ຄົບ​ຮອບ
450 ປີ​ທີ່​ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່​
ນັ້ນກໍ​ເຮັດ​ໃຫ້​ທາງ​ການ​ລາວ​ໄດ້​
ເພີ້ມ​ມາດ​ຕະການ​ເຂັ້ມງວດ​ເຂົ້າ​
ໃນ​ການ​ປ້ອງ​ກັນ​ຄວາມ​ສະ​ງົບ
ພາຍ​ໃນຫຼາຍຂຶ້ນ​ເປັນ​ພິ​ເສດ​ນັ້ນ​ເອງ.

ສ່ວນ​ໃນ​ເວລາ​ນີ້ ກະ​ຊວງ​ປ້ອງ​ກັນ​ຄວາ​ມສະ​ງົບ​ພາຍ​ໃນ​ລາວ​ກໍກໍາລັງ​ປະກອບສ່ວນ​ຢ່າງ​ສໍາຄັນ​ເຂົ້າ​ໃນ​ການ​ປ້ອງ​ກັນ ຄວາມ​ສະຫງົບ​ຮຽບຮ້ອຍ​ໃຫ້​ກັບ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 9 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 7 ທີ່​ກໍາ​ໜົດ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ມີນາ ​ແລະ​ເມສາ​ປີນີ້​ຕາມ​ລໍາດັບ.

XS
SM
MD
LG