ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ​ເປັນ​ປະ​ທານ​​ກອງ​ປະຊຸມ ຂອງ​ຫົວໜ້າ​ຕໍາຫຼວດ​ອາຊຽນ


ກອງປະຊຸມຄັ້ງທີ 31 ຂອງຫົວໜ້າຕໍາຫຼວດຂອງກຸ່ມອາຊຽນ ທີ່ຈັດຂຶ້ນ ທີ່ນະຄອນຫລວງວຽງຈັນຂອງລາວ ໃນວັນທີ 30 ພຶດສະພາ-02 ມິຖຸນາ, 2011
ກອງປະຊຸມຄັ້ງທີ 31 ຂອງຫົວໜ້າຕໍາຫຼວດຂອງກຸ່ມອາຊຽນ ທີ່ຈັດຂຶ້ນ ທີ່ນະຄອນຫລວງວຽງຈັນຂອງລາວ ໃນວັນທີ 30 ພຶດສະພາ-02 ມິຖຸນາ, 2011

ລັດຖະມົນຕີ​ລາວ​ຢືນ​ຢັນ​ເຖິງ​ຄວາມ​ພ້ອມ ​ໃນ​ການ​ຮ່ວມ​ມື​ກັບ​ອາ​ຊຽນແລະປະ​ເທດ​ຄູ່ເຈລະຈາ ​ເພື່ອ​ເຮັດ​ໃຫ້​ອາ​ຊຽນ​ເປັນ​ປະ​ຊາຄົມ​ແຫ່ງ​ຄວາມ​ໝັ້ນຄົງ​ ຢ່າງແທ້​ຈິງ.

ທ່ານ ທອງ​ບັນ ​ແສງ​ອາພອນ, ລັດຖະມົນຕີ​ການ​ກະຊວງ​
ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ລາວ ​ໄດ້​ຖະ​ແຫຼ​ງຢືນຢັນ
ໃນ​ໂອກາດ​ເປັນ​ປະ​ທານ​ຂອງ​ກອງ​ປະຊຸມ​ຫົວໜ້າ​ຕໍາຫຼວດ​ອາຊຽນ ​ແລະປະ​ເທດ​ຄູ່​ເຈລະຈາ​ຂອງ​ອາ​ຊຽນຄັ້ງທີ່ 31 ທີ່​
ມີ​ຂຶ້ນ​ຢ່າງ​ເປັນ​ທາ​ງການ​ໃນ​ລະຫວ່າງ​ວັນ​ທີ 30 ພຶດສະພາ​ ເຖິງວັນ​ທີ 2 ມິຖຸນາ​ ທີ່​ຜ່ານ​ມານີ້ ​ຢູ່​ນະຄອນຫຼວງ​ວຽງ​ຈັນ
ວ່າ ລັດຖະບານ​ລາວ​ມີ​ຄວາມ​ພ້ອມໃນ​ທຸກໆ​ດ້ານ ​ທີ່​ຈະ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ກັບປະ​ເທດ​ສະມາຊິກ​ໃນ​ອາ​ຊຽນດ້ວຍ​
ກັນ ​ແລະບັນດາ​ປະ​ເທດ​ຄູ່​ເຈລະຈາ​ຂອງ​ອາ​ຊຽນ ​ເຂົ້າ​ໃນ ​ການ​ປ້ອງ​ກັນ ​ແລະປາບ​ປາມ​ອາ​ຊະ​ຍາ​ກໍາ​ຂ້າມ​ຊາດ​ໃນ​ທຸກ​ຮູບ​ແບບ​ໃຫ້​ມີ​ປະສິດທິພາບ ແລະມີ​ຄວາມ​ວ່ອງ​ໄວ​ທັນຕໍ່ ສະຖານະ​ການ​ທີ່​ເກີ​ດຂຶ້ນ​ຢ່າງ​ແທ້​ຈິງ.

ທັ້ງນີ້​ ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ
ແລະປາບ​ປາມ​ການ​ກໍ່​ການ​ຮ້າຍ,​ ການ​ຄ້າ​ອາວຸດ,​ ການ​ຄ້າ
ມະນຸ​ດ,​ ການ​ຄ້າ​ຢາ​ເສບ​ຕິດ,​ ອາ​ຊະ​ຍາ​ກຳ​ທາງ​ເສດຖະ
ກິດ​ເຊັ່ນ: ການ​ປອມ​ແປງ​ບັດ​ເຄຣດິດ ​ແລະການ​ຟອກ​ເງິນ
ລວມໄປ​ເຖິງ​ອາ​ຊະ​ຍາ​ກໍາດ້ານ​ຂໍ້​ມູນຂ່າວສານ ​ທີ່​ເປັນ​ໄພ​ຂົ່ມ
ຂູ່​ຕໍ່​ຄວາມ​ໝັ້ນຄົງ ​ແລະການ​ເມືອງ​ການ​ປົກຄອງ​ໃນ​ພູມີພາກ​ອາ​ຊຽນອີກດ້ວຍ. ​ການ​ເສີມ
ຂະຫຍາຍ​ການ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ​ເຫຼົ່ານີ້​ ກໍ່​ເພື່ອ​ເຮັດ​ໃຫ້ອາ​ຊຽນກາຍ​ເປັນປະຊາ​ຄົມ
ນາ​ໆ​ຊາດ​ແຫ່ງ​ຄວາມ​ໝັ້ນຄົງ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ພາຍ​ໃນ​ປີ 2015 ຊຶ່ງ​ກໍ່​ເຊັ່ນ
ດຽວ​ກັນ​ກັບ​ການ​ເປັນປະຊາ​ຄົມ​ເສດຖະກິດ ​ແລະສັງຄົມ​ວັດທະນະທຳ​ອັນ​ນຶ່ງອັນດຽວ​ກັນ
ດັ່ງ​ທີ່​ທ່ານທອງ​ບັນ ​ໄດ້​ຖະ​ແຫຼ​ງນັ້ນ​ຢໍ້າວ່າ:

ທ່ານ ທອງ​ບັນ ​ແສງ​ອາພອນ, ລັດຖະມົນຕີ​ ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ລາວ
ທ່ານ ທອງ​ບັນ ​ແສງ​ອາພອນ, ລັດຖະມົນຕີ​ ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ລາວ

“ກອງ​ປະຊຸມ​ຫົວໜ້າ​ຕຳຫຼວດ​ອາ​ຊຽນຄັ້ງ​ທີ່​ 31 ນີ້​ມີ​
ຄວາມ​ໝາຍ​ສໍາຄັນ​ຍິ່ງສໍາ​ລັບ​ກໍາລັງ​ຕໍາຫຼວດ​ອາຊຽນ
ແລະປະ​ເທດ​ຄູ່​ເຈລະຈາ, ​ເປົ້າ​ໝາຍ​ຕົ້ນຕໍ​ກໍ່​ແມ່ນ​ເພື່ອ
ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນທີ່
ປະກອບ​ດ້ວຍ 3 ​ເສົາ​ຄໍ້າ​ຄື: ປະຊາ​ຄົມ​ການ​ເມືອງ ​
ແລະຄວາມ​ໝັ້ນຄົງ,​ ປະຊາ​ຄົມ​ເສດຖະກິດ ​ແລະ
ປະຊາ​ຄົມວັດທະນະທໍາ-ສັງຄົມ​ໃຫ້​ບັນລຸ​ຜົນສໍາ​ເລັດ”.

ກອງ​ປະ​ຊຸມ​ຫົວໜ້າ​ຕໍາຫຼວດ​ອາ​ຊຽນ ​ແລະປະ​ເທດ​ຄູ່​ເຈລະຈາ​ຂອງ​ອາ​ຊຽນຄັ້ງ​ທີ່ 31 ທີ່​ລັດຖະບານ​ລາວ​ເປັນເຈົ້າພາບ​ຈັດ​ກອງ​ປະຊຸ​ມດັ່ງກ່າວ​ນີ້ ມີ​ຫົວໜ້າ​ຕໍາຫຼວດຈາກ 10 ປະ​ເທດ ສະມາຊິກ​ອາຊຽນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ໜ້າ, ຊຶ່ງ​ກໍ່​ຄື​ຫົວໜ້າ​ຕຳຫຼວດ​ຈາກ ບຣູ​ໄນ,​ ກໍາປູ​ເຈຍ, ອິນ​ໂດ​ເນ​ເຊຍ, ມຽນມາ,​ ຟີ​ລິບ​ປິນ,​ ສິງກະ​ໂປ, ​ໄທ, ​ຫວຽດນາມ ​ແລະລາວ. ສ່ວນ​ຫົວໜ້າ​ຕໍາຫຼວດ​ຈາກ​ປະ​ເທດຄູ່​ເຈລະຈາ​ຂອງ​ອາ​ຊຽນ ທີ່​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມຄັ້ງ​ນີ້ອີກ​ດ້ວຍ ກໍ່​ປະກອບມີ ສປ ຈີນ, ຍີ່ປຸ່ນ, ​ເກົາຫຼີ​ໃຕ້, ອອສ​ເຕຣ​ເລຍ ​ແລະນິວຊີ​ແລນ.

ກອງ​ປະຊຸມ​ດັ່ງກ່າວ​ນີ້ຈັດ​ຂຶ້ນ​ເປັນປະຈໍາ​ທຸກ​ປີ ດ້ວຍ​ການ​ໝູນວຽນ​ກັນ​ເປັນ​ປະ​ເທດ​ເຈົ້າພາບ
ໃນ​ລະຫວ່າງ​ປະ​ເທດ​ສະມາຊິກ​ໃນ​ກຸ່ມ​ອາຊຽນ​ດ້ວຍ​ກັນ ພາຍ​ໃຕ້​ເປົ້າ​ໝາຍ​ເພື່ອ​ເສີມ​ສ້າງ​ລະ
ບົບ​ການ​ປະສານ​ງານ​ທີ່​ມີ​ປະສິດທິພາບ​ເຂົ້າ​ໃນ​ການ​ປ້ອງ​ກັນ​ ​ແລະປາບ​ປາມ​ອາ​ຊະ​ຍາ​ກຳ​ຂ້າມ ​ຊາດ​ທີ່ເພີ່ມ​ຫຼາຍຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ລາວເປັນເຈົ້າພາບຈັດກອງປະຊຸມປາບປາມ ແລະຄວບຄຸມຢາເສບຕິດ ຂອງພາກພື້ນລຸ່ມແມ່ນໍ້າຂອງ ທີ່ຈັດຂຶ້ນໃນວັນທີ 24 ພຶດສະພາ, 2011 ທີ່ນະຄອນວຽງຈັນ
ລາວເປັນເຈົ້າພາບຈັດກອງປະຊຸມປາບປາມ ແລະຄວບຄຸມຢາເສບຕິດ ຂອງພາກພື້ນລຸ່ມແມ່ນໍ້າຂອງ ທີ່ຈັດຂຶ້ນໃນວັນທີ 24 ພຶດສະພາ, 2011 ທີ່ນະຄອນວຽງຈັນ

ທັງ​ນີ້​ໂດຍ​ສະ​ເພາະ​ແມ່ນ​ການ​ຄ້າ​ຢາ​ເສບ​ຕິດ, ການ​ຄ້າ​ມະນຸດ​ຂ້າມ​ຊາດ ​ແລະອາ​ຊະ​ຍາ​ກໍາ​ທາງ​ເສດຖະກິດ​ນັ້ນ​ນັບເປັນ​ບັນ​ຫາ​ທີ່​ຂະຫຍາຍ​ກວ້າງ​ຫລາຍ​ຂຶ້ນນັບ​ມື້ ​ໂດຍ​ອີງ​ຕາມ​ລາຍ​ງານ​ຂອງ​ສໍາ ນັກງານ​ຄວບ​ຄຸມ​ຢາ​ເສບ​ຕິດ ​ແລະອາ​ຊະ​ຍາ​ກໍາ​ແຫ່ງ​ສະຫະ​ປະຊາ​ຊາດ (UNODC) ກໍ່​ໄດ້​ລະບຸ​ວ່າ​ຜົນ​ປະ​ໂຫຍ​ດຂອງ​ຂະ​ບວນການ​ອາ​ຊະ​ຍາ​ກໍາ​ຂ້າມ​ຊາດໃນ​ແຕ່ລະ​ປີ​ນັ້ນ ​ມີ​ມູນ​ຄ່າ​ຫລາຍ​ກວ່າ 200 ພັນ​ລ້ານ​ໂດ​ລາ ​ເຊິ່ງ​ໃນ​ນີ້​ເກີນ​ກວ່າ 50% ​ເປັນ​ຜົນ​ປະ​ໂຫຍ​ດຂອງບັນ​ດາ​ກຸ່ມ​ອາ​ຊະ​ຍາ​ກໍາ​ໃນເອເຊຍ.

ສໍາ​ລັບ​ໃນ​ປະ​ເທດ​ລາວ​ນັ້ນ ນອກຈາກ​ຈະ​ຕົກ​ເປັນ​ທາງ​ຜ່ານ​ຂອງ​ການຂົນ​ສົ່ງ​ຢາ​ເສບ​ຕິດ​ນັບ
ມື້ໜັບຫຼາຍ​ຂຶ້ນ​ແລ້ວ​ ກໍ​ຍັງ​ປະກົດ​ວ່າມີ​ເຍົາວະ​ຊົນ​ລາວຕ້ອງ​ຕົກ​ໄປ​ເປັນ​ເຍື່ອ​ຂອງ​ຂະ​ບວນການ​
ຄ້າ​ມະນຸດ​ດ້ວຍ​ເຊັ່ນ​ກັນ, ​ໂດຍ​ທາງ​ການ​ລາວ​ໄດ້​ປະ​ເມີນວ່າ ມີ​ແຮງ​ງານ​ລາວ​ຫຼາຍ​ກ່ວາ 2
ແສນ​ຄົນ​ທີ່​ໄດ້​ພາກັນ​ລັກລອບ​ເຮັດ​ວຽກ​ໂດຍ​ຜິດ​ກົດໝາຍ​ຢູ່​ໃນ​ໄທ, ຫາກ​ແຕ່​ວ່າ​ເຄືອຂ່າຍອົງ
ການ​ຊ່ວຍ​ເຫຼື​ອ​ແຮງ​ງານ​ຕ່າງ​ດ້າວ ​ຈາກ​ລາວ,​ ມຽນມາ ​ແລະກຳປູ​ເຈຍ​ໃນ​ໄທ ກັບ​ໄດ້​ປະ​ເມີ​ນ
ວ່າມີ​ແຮງ​ງານ​ລາວ​ເກີນກວ່າ 4 ​ແສນ​ຄົນ ​ທີ່​ລັກລອບ​ເຮັດ​ວຽກ​ຢູ່​ໃນ​ໄທ​ໃນ​ປະຈຸ​ບັນ​ນີ້ ​ແລະ
ຈຳນວນ​ບໍ່​ໜ້ອຍ​ກໍ່​ຕ້ອງ​ຕົກ​ເປັນ​ເຫຍື່ອ​ຂອງ​ຂະ​ບວນການຄ້າ​ມະນຸດ​ຂ້າມ​ຊາດ​ໃນ​ໄທ, ​ໂດຍ
ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ສະພາບ​ການ​ດັ່ງກ່າວ​ນີ້ ​ກໍ່​ຄື​ຄວາມ​ຍາກຈົນນັ້ນເອງ.

XS
SM
MD
LG