ສະຖານທູດສະຫະລັດອາເມຣິກາ ປະຈໍານະຄອນວຽງຈັນ ພ້ອມດ້ວຍສູນປະຕິບັດຊ່ວຍເຫລືອໃນດ້ານມະນຸດ ສະທຳ ແລະການຈັດການທີ່ດີ ໃນເຫດໄພພິບັດຂອງກອງບັນຊາພາກພື້ນປາຊີຟິກ ແຫ່ງກອງທັບ ສະຫະລັດ ໄດ້ຮ່ວມກັນຈັດການຝຶກອົບຮົມລະດັບປະຕິບັດການໃຫ້ແກ່ບັນດາເຈົ້າໜ້າທີ່ລະດັບວາງແຜນການ ຮັບມືກັບພະຍາດຕິດຕໍ່ຕ່າງໆ ໃນເຂດ 7 ແຂວງພາກໃຕ້ຂອງລາວ ໃນລະຫວ່າງວັນທີ 4-7 ເມສານີ້ ຢູ່ເມືອງປາກເຊ ແຂວງຈຳປາສັກ.
ຈັດການຝຶກອົບຮົມລະດັບປະຕິບັດການຄັ້ງນີ້ຖືເປັນສ່ວນນຶ່ງໃນໂຄງການຕ້ານພະຍາດຕິດຕໍ່ທີ່ທາງການສະຫະລັດ ໄດ້ໃຫ້ການຊ່ວຍເຫລືອແກ່ລາວ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ແລະສຳລັບການຝຶກອົບຮົມ ໃນຄັ້ງນີ້ ໄດ້ເນັ້ນໜັກເປັນພິເສດໃນການເສີມສ້າງຄວາມອາດສາມາດ ແລະແນໃສ່ການຍົກລະດັບ ປະສິດທິພາບ ຂອງເຈົ້າໜ້າທີ່ລາວ ທີ່ຮັບຜິດຊອບໃນການວາງແຜນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດຕິດຕໍ່ຕ່າງໆ ໃນແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ອັດຕະປື ແລະ ເຊກອງ ທີ່ເຂົ້າຮັບການຝຶກອົບຮົມໃນຄັ້ງນີ້ຈຳນວນເຖິງ 52 ຄົນ.
ທັງນີ້ ໂດຍສະເພາະແມ່ນໄຂ້ຫວັດໃຫຍ່ ຊຶ່ງເປັນພະຍາດທີ່ຄຸກຄາມຕໍ່ສຸຂະພາບຂອງປະຊາຊົນລາວ ເພີ່ມຫລາຍຂຶ້ນນັບມື້ນັ້ນ ຈຶ່ງເຮັດໃຫ້ຜູ້ຊຳນານການຂອງສະຫະລັດ ໄດ້ເນັ້ນໜັກເປັນພິເສດໃນການເສີມສ້າງຄວາມອາດສາມາດເຈົ້າໜ້າທີ່ລາວທີ່ເຂົ້າຮ່ວມໃນການຝຶກອົບຮົມໃນຄັ້ງນີ້.
Dr. Cecile Lantican ຈາກອົງການ USAID ແລກປ່ຽນຂໍ້ຕົກລົງໃນບົດບັນທຶກຄວາມເຂົ້າໃຈຮ່ວມ ກັບທ່ານ ບຸນຫລາຍ ພົມມະສັກ, ຫົວໜ້າຫ້ອງການ ປະສານງານຕ້ານ ແລະຄວບຄຸມພະຍາດຕິດຕໍ່ແຫ່ງ ຊາດລາວໃນເດືອນ ມີນາ 2011
ກ່ອນໜ້ານີ້ທາງດ້ານອົງການເພື່ອ
ການພັດທະນາຂອງສະຫະລັດ
ຫລື USAID ນັ້ນກໍໄດ້ຕົກລົງໃນ
ບົດບັນທຶກຄວາມເຂົ້າໃຈຮ່ວມກັບ
ຫ້ອງການປະສານງານຕ້ານແລະ
ຄວບຄຸມພະຍາດຕິດຕໍ່ແຫ່ງຊາດ
ລາວ ເພື່ອໃຫ້ການຊ່ວຍເຫລືອ
ໃນການປ້ອງກັນເຊື້ອໂຣກຕິດຕໍ່
ໃນຄົນແລະສັດໃນລາວເປັນເວລາ
2 ປີ ກໍຄືນັບຈາກເດືອນມີນາປີນີ້
ໄປຈົນເຖິງເດືອນມີນາ ປີ 2013
ໂດຍຄິດເປັນມູນຄ່າການຊ່ວຍ
ເຫລືອຫລາຍກວ່າ 5 ແສນ 40
ພັນໂດລາ. ໂດຍຫວັງວ່າການ
ຊ່ວຍເຫຼືອດັ່ງກ່າວຈະຊ່ວຍປ້ອງ
ກັນບໍ່ໃຫ້ເຊື້ອໂຣກຕິດຕໍ່ທີ່ເຄີຍ
ແຜ່ລະບາດ ຢູ່ໃນລາວນັ້ນບໍ່ກັບຄືນມາແຜ່ລະບາດອີກເທື່ອໃໝ່ເຊັ່ນ ເຊື້ອໂຣກໄຂ້ຫວັດສັດ
ປີກ, ໄຂ້ຫວັດໃຫຍ່ສາຍພັນໃໝ່, ໄຂ້ມາເລເຣຍ, ໄຂ້ເລືອດອອກແລະ ເຊື້ອໂຣກອື່ນໆ ທີ່
ແຜ່ລະບາດ ໃນສັດລ້ຽງເປັນຕົ້ນ. ດັ່ງທີ່ທ່ານບຸນຫຼາຍ ພົມມະສັກຫົວໜ້າຫ້ອງ ການປະ
ສານງານຕ້ານ ແລະຄວບຄຸມພະຍາດຕິດຕໍ່ແຫ່ງຊາດລາວ ໄດ້ໃຫ້ການຊີ້ແຈງໃນຕອນນຶ່ງວ່າ:
“ຈຸດປະສົງແລ້ວກໍແມ່ນເພື່ອປະຕິບັດໂຄງການໃຫ້ຄວາມຮູ້ຂ່າວສານໃຫ້ແກ່ຊຸມຊົນ
ໃນການຕ້ານຕໍ່ພະຍາດຕິດຕໍ່ຕ່າງໆ ກິດຈະກໍາຫຼັກກໍ່ແມ່ນໃຫ້ ການອົບຮົມແກ່ຊຸມ
ຊົນ, ອໍານາດການປົກຄອງບ້ານ ໃຫ້ມີສ່ວນຮ່ວມໃນການຕ້ານພະຍາດຕ່າງໆ ໃຫ້ ການອົບຮົມໃຫ້ແກ່ຜູ້ສື່ຂ່າວ ໂດຍສະເພາະແມ່ນຜູ້ສື່ຂ່າວວິທະຍຸ ແລະໂທລະພາບ ເພື່ອວ່າເກີດແລ້ວບໍ່ໃຫ້ມັນເກີດຂຶ້ນອີກ”
ທ່ານນາງ Karen Stewart ເອກອັກຄະລັດຖະ ທູດສະຫະລັດປະຈຳລາວ, ເຂົ້າຮ່ວມພິທີມອບ ເຂົ້າຊ່ວຍເຫລືອໃຫ້ແກ່ຄູອາຈານແລະນັກຮຽນ ຊັ້ນປະຖົມທົ່ວແຂວງຄໍາມ່ວນ ໃນໝໍ່ໆມານີ້
ຍິ່ງໄປກວ່ານັ້ນ ໃນໄລຍະດຽວ
ກັນນີ້ ທາງການສະຫະລັດ
ໂດຍທ່ານນານ Karen B.
Stewart ກໍຍັງໄດ້ສົ່ງມອບ
ເຄື່ອງອຸປະໂພກ, ບໍລິໂພກ
ທີ່ມີນໍ້າໜັກລວມເຖິງ 1
ພັນໂຕນ ເພື່ອໃຫ້ການຊ່ວຍ
ເຫຼືອໂຄງການອາຫານສໍາ
ລັບເດັກນ້ອຍ, ນັກຮຽນ
ຂັ້ນປະຖົມສຶກສາໃນແຂວງ
ຄໍາມ່ວນຈໍານວນ 19,600
ຄົນ ແລະຄູ 540 ຄົນ ຊຶ່ງ
ຄິດເປັນມູນຄ່າການຊ່ວຍເຫຼືອ
ຫຼາຍກວ່າ 2.3 ລ້ານໂດລາ.
ໂດຍການຊ່ວຍເຫຼືອດັ່ງກ່າວນີ້ຖືເປັນໄລຍະທີ 3 ຂອງໂຄງການຊ່ວຍເຫຼືອ ທີ່ມີເປົ້າໝາຍ
ເພື່ອເຮັດໃຫ້ເດັກນ້ອຍລາວໃນເຂດຊົນນະບົດທີ່ມີຖານະຍາກຈົນນັ້ນ ໄດ້ມີໂອກາດຮຽນ
ໜັງສືຈົນຈົບຊັ້ນປະຖົມ ໂດຍຜູ້ທີ່ເປັນພໍ່ເປັນແມ່ນັ້ນ ບໍ່ຕ້ອງເປັນກັງວົນວ່າລູກຫຼານຂອງ
ພວກເຂົາເຈົ້າຈະຂາດອາຫານ ເພາະໂຄງການດັ່ງກ່າວນີ້ ບໍ່ພຽງແຕ່ຈະໃຫ້ການຊ່ວຍເຫຼືອ ດ້ານອາຫານການກິນເທົ່ານັ້ນ, ຫາກແຕ່ຍັງໄດ້ໃຫ້ເດັກນ້ອຍນັກຮຽນນໍາເອົາອາຫານ
ກັບຄືນເມືອບ້ານນໍາອີກ.