ຄະນະກໍາມະການຄຸ້ມຄອງຕະຫລາດຫລັກຊັບແຫ່ງຊາດລາວ
ພາຍໃຕ້ການເປັນປະທານຂອງທ່ານສົມສະຫວາດ ເລັ່ງສະ
ຫວັດ ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການຄະນະລັດຖະ
ບານລາວ ໄດ້ທຳພິທີເປີດການຊື້ຂາຍຫຸ້ນໃນຕະຫລາດຫລັກ
ຊັບແຫ່ງທຳອິດຂອງລາວຢ່າງເປັນທາງການ ໃນຕອນເຊົ້າຂອງ ວັນທີ່ 11 ເດືອນມັງກອນ
ປີ 2011 ທີ່ຜ່ານມານີ້ ໂດຍມີບັນດາລັດຖະມົນຕີ, ຄະນະທູຕານຸທູດຕ່າງປະເທດ, ຄະນະຜູ້
ຕາງໜ້າຂອງຕະຫລາດຫລັກຊັບ ແລະບັນດາທຸລະກິດຈາກເກົາຫລີໃຕ້ ຫວຽດນາມ ຈີນ
ແລະໄທເຂົ້າຮ່ວມໃນພິທີດັ່ງກ່າວອີກດ້ວຍ.
ພິທີເປີດຕະຫລາດຮຸ້ນແຫ່ງທໍາອິດຂອງລາວຢ່າງເປັນ ທາງການທີ່ນະຄອນຫລວງວຽງຈັນ ເມື່ອວັນທີ 10 ຕຸລາ 2010 ກ່ອນການເປີດໃຫ້ຊຶ້ຂາຍຮຸ້ນເທື່ອທໍາ ອິດໃນວັນທີ 11 ມັງກອນ 2011.
ເຖິງແມ່ນວ່າຈະມີພຽງຫຸ້ນຂອງ 2
ບໍລິສັດກໍຄື ບໍລິສັດໄຟຟ້າລາວ
ຈໍາກັດ (ມະຫາຊົນ) ແລະບໍລິ
ສັດທະນາຄານການຄ້າຕ່າງປະ
ເທດຈຳກັດ (ມະຫາຊົນ) ເທົ່າ
ນັ້ນທີ່ໄດ້ຮັບອະນຸຍາດໃຫ້ມີ
ການຊື້-ຂາຍຫຸ້ນໃນຕະຫລາດ
ຫລັກຊັບຂອງລາວໄດ້ກໍຕາມ
ຫາກແຕ່ກໍ່ປະກາດວ່າໃນມື້ທໍາ
ອິດຂອງການເປີດຕະຫຼາດກໍ
ໄດ້ມີການຊື້ຂາຍຫຸ້ນຂອງທັງ 2
ບໍລິສັດດັ່ງກ່າວລວມກັນເຖິງ
314,505 ຫຸ້ນ ແລະກໍຄິດເປັນ
ມູນຄ່າຫຸ້ນ ລວມກັນເຖິງ 2,138
ລ້ານກີບ ໂດຍທີ່ລາຄາຫຸ້ນຂອງບໍລິສັດທະນາຄານການຄ້າຕ່າງປະເທດ ແລະບໍລິສັດຜະ
ລິດໄຟຟ້າລາວໄດ້ເພີ່ມຂຶ້ນໃນອັດຕາສະເລ່ຍເກີນກວ່າ 45% ແລະ 9% ຕາມລໍາດັບ.
ຊຶ່ງດ້ວຍສະພາບການດັ່ງກ່າວ ຍັງເຮັດໃຫ້ທາງການລາວມີຄວາມເຊື່ອໝັ້ນວ່າການຊື້ຂາຍ
ຫຸ້ນໃນຕະຫຼາດຫຼັກຊັບຂອງລາວຈະມີມູນຄ່າເພີ່ມສູງຂຶ້ນນັບມື້ ໂດຍສະເພາະແມ່ນຫຼງຈາກ
ທີ່ໄດ້ມີການອານຸຍາດໃຫ້ບໍລິສັດຕ່າງໆສາມາດຈົດທະບຽນໃນຕະຫຼາດຫລັກຊັບໄດ້ເພີ່ມຂຶ້ນ ກໍຍັງຈະເປັນການດຶງດູດເອົາເງິນລົງທຶນຈາກຕ່າງປະເທດໃຫ້ເຂົ້າໄປໃນລາວຫຼາຍຂຶ້ນອີກດ້ວຍ
ດັ່ງທີ່ທ່າານສົມສະຫວາດໄດ້ກ່າວເນັ້ນຢໍ້າວ່າ:
“ອັນນີ້ຖືເປັນທາງເລືອກນຶ່ງສໍາລັບການລະດົມທຶນເຂົ້າໃນການພັດທະນາເສດຖະ
ກິດ-ສັງຄົມ ສະນັ້ນຈຶ່ງໄດ້ ຈັດຕັ້ງພິທີເປັນການຊື້ຂາຍຫຸ້ນໃນຄັ້ງປະຖົມມະເລີກອັນ
ເປັນຄັ້ງທໍາອິດຂອງສອງບໍລິສັດ ຄືທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະບໍລິສັດຜະລິດໄຟຟ້າລາວມະຫາຊົນ ທີ່ໄດ້ຈັດທະບຽນແລກປ່ຽນຊື້ຂາຍຫຸ້ນໃນ ຕະຫຼາດຫຼັກຊັບແຫ່ງຊາດລາວ ໂດຍປະສົບຜົນສໍາເລັດຢ່າງໜ້າເພິ່ງພໍໃຈ”
ສຳນັກງານໃຫຍ່ຂອງ ທະນາຄານການຄ້າຕ່າງ ປະເທດລາວທີ່ນະຄອນ ຫລວງວຽງຈັນ
ທີ່ຜ່ານມາ ມີບັນດາວິສາຫະກິດໃນລາວເຖິງ 52 ແຫ່ງທີ່ໄດ້
ສະເໜີຂໍຈົດທະບຽນເຂົ້າເປັນບໍລິສັດທີ່ຈະຊື້- ຂາຍຫຸ້ນໃນຕະ
ຫລາດຫລັກຊັບແຫ່ງທໍາອິດຂອງລາວ ຫາກແຕ່ຈາກການພິ
ຈາລະນາກໍພົບວ່າມີພຽງ 9 ບໍລິສັດເທົ່ານັ້ນ ທີ່ມີເງື່ອນໄຂຈົດ
ທະບຽນໃນຕະຫລາດຫລັກຊັບຂອງລາວໄດ້. ນອກຈາກ ທະ
ນາຄານການຄ້າຕ່າງປະເທດແລະ ວິສາຫະກິດໄຟຟ້າລາວ
ທີ່ເປັນບໍລິສັດລູກຂອງບໍລິສັດລັດວິສາຫະກິດໄຟຟ້າລາວແລ້ວ
ກໍມີກຸ່ມບໍລິ ສັດ Lao World, ບໍລິສັດການບິນລາວ, ບໍລິ
ສັດເບຍລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ກຸ່ມບໍລິ
ສັດດາວເຮືອງ, ບໍລິສັດລາວໂທລະຄົມ ແລະລັດວິສາຫະກິດ
ການບິນ ແລະການສື່ສານ.
ສາເຫດທີ່ເຮັດໃຫ້ບໍລິສັດສ່ວນໃຫຍ່ໃນລາວຍັງຂາດເງື່ອນໄຂ
ທີ່ເຮັດໃຫ້ບໍ່ສາມາດຈົດທະບຽນເປັນບໍລິສັດທີ່ມີສິດຊື້-ຂາຍຫຸ້ນໃນຕະຫລາດຫລັກຊັບໄດ້ນັ້ນ
ກໍຍ້ອນວ່າບໍລິສັດສ່ວນໃຫຍ່ໃນລາວຍັງຄົງເປັນບໍລິສັດຂະໜາດນ້ອຍແລະຂະໜາດກາງກັບ
ທັງຍັງມີການບໍລິຫານ ແລະຈັດການເປັນແບບຄອບຄົວ ແລະມີການຈັດທໍາລະບົບບັນຊີລາຍ
ຮັບ-ລາຍຈ່າຍທີ່ບໍ່ໄດ້ມາດຕະຖານ ຫລືບໍ່ໂປ່ງໃສຈົນບໍ່ສາມາດທີ່ຈະກວດສອບທີ່ມາທີ່ໄປ
ຂອງລາຍຮັບ-ລາຍຈ່າຍທີ່ແທ້ຈິງໄດ້ເລີຍ.
ແຕ່ຢ່າງໃດກໍຕາມ ດ້ວຍການຊ່ວຍເຫຼືອຈາກທະນາຄານໂລກ, ທະນາຄານພັດທະນາເອເຊຍ,
ສະຫະພາບຢູໂຣບ, ຕະຫຼາດຫລັກຊັບແຫ່ງເກົາຫຼີໃຕ້ ແລະໄທກໍເຮັດໃຫ້ທາງການລາວເຊື່ອ ໝັ້ນວ່າຈະສາມາດພັດທະນາ ແລະປັບປຸງໃຫ້ບໍລິສັດຕ່າງໆໃນລາວມີເງື່ອນໄຂຢ່າງຄົບຖ້ວນ
ໄດ້ໃນອະນາຄົດໝໍ່ໆນີ້.
ສໍານັກງານຕະຫລາດຫລັກຊັບແຫ່ງຊາດຂອງລາວດັ່ງກ່າວນີ້ ເປັນການຮ່ວມທຶນລະຫວ່າງທະ
ນາຄານແຫ່ງຊາດລາວກັບຕະຫລາດຫລັກຊັບແຫ່ງເກົາຫລີໃຕ້ ໃນອັດຕາສ່ວນ 51% ຕໍ່
49% ຕາມລໍາດັບ. ໂດຍທີ່ຜ່ານມານີ້ຕະຫຼາດຫຼັກຊັບແຫ່ງເກົາຫຼີໃຕ້ກໍໄດ້ຊ່ວຍເຫຼືອລາວທັງ
ໃນດ້ານການພັດທະນາ ບຸກຄະລາກອນ, ດ້ານເທັກນິກ ແລະການວາງລະບົບອໍານວຍຄວາມ
ສະດວກຕ່າງໆ ທີ່ທັນສະໄໝຢ່າງຄົບຊຸດ.