ທ່ານ ໄຊສົມພອນ ພົມວິຫານ ຮອງປະທານສະພາປະ
ຊາຊົນລາວຊຸດທີ 6 ໄດ້ຖະແຫລງປະກາດຜົນການ
ເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຊຸດທີ 7 ຢ່າງ
ເປັນທາງການໃນວັນທີ 9 ພຶດສະພາທີ່ຜ່ານມານີ້ວ່າ
ໃນຈຳນວນຜູ້ໄດ້ຮັບເລືອກຕັ້ງທັງໝົດ 132 ຈາກ 17
ເຂດເລືອກຕັ້ງໃນທົ່ວປະເທດນັ້ນແບ່ງເປັນເພດຊາຍ
99 ທ່ານ ແລະເພດຍິງ 33 ທ່ານ ຫລືຄິດເປັນ 75%
ກັບ 25% ຕາມລຳດັບ.
ໃນການເລືອກຕັ້ງຄັ້ງນີ້ມີປະກອບມີ 6,324 ໜ່ວຍເລືອກ
ຕັ້ງແລະມີປະຊາຊົນທີ່ມີສິດໃນການເລືອກຕັ້ງ ຈຳນວນທັງໝົດ 3 ລ້ານ 244 ພັນ 312
ຄົນ. ຊຶ່ງໃນໃນຈຳນວນນີ້ກໍໄດ້ອອກມາໃຊ້ສິດ 3 ລ້ານ 233 ພັນ 241 ຄົນ ຫລືຄິດເປັນ
99.65% ຂອງຈຳນວນຜູ້ທີ່ມີສິດໃນການເລືອກຕັ້ງທັງໝົດ. ດ້ວຍເຫດນີ້ຈຶງ ເຮັດໃຫ້ຄະ ນະກໍາມະການເລືອກຕັ້ງລະດັບຊາດຂອງລາວນັ້ນບໍ່ສາມາດບັນລຸເປົ້າໝາຍທີ່ວາງເອົາໄວ້ໄດ້ ຊຶ່ງກໍ່ຄືການໃຫ້ປະຊາຊົນຜູ້ມີສິດອອກມາປ່ອນບັດເລືອກຕັ້ງທັ້ງ 100% ເຕັມນັ້ນເອງ.
ທ່ານໄຊສົທພອນ ພົມວິຫານ ຮອງປະທານສະພາ ແຫ່ງຊາດລາວຊຸດທີ 6
ແຕ່ຢ່າງໃດກໍ່ຕາມ ທ່ານຈູມມະລີ
ໄຊຍະສອນ ປະທານປະເທດ
ລາວ ແລະເລຂາທິການໃຫຍ່ພັກ
ປະຊາຊົນ ປະຕິວັດລາວ ກໍ່ໄດ້
ສະແດງຄວາມເຊື່ອໝັ່ນວ່າ
ປະຊາຊົນລາວຜູ້ທີ່ມີສິດໃນການ
ເລືອກຕັ້ງທຸກຄົນມີຄວາມເຂົ້າໃຈ
ຕໍ່ລະບົບການເລືອກຕັ້ງຂອງລາວ
ເປັນຢ່າງດີ ຊຶ່ງກໍ່ໄດ້ສະແດງ
ອອກດ້ວຍການພາກັນຫຼັ່ງໃຫຼ
ອອກມາໃຊ້ສິດ ຢ່າງຫຼວງຫຼາຍ ເພື່ອເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດຢ່າງຄັກແນ່ໃຫ້ເຂົ້າໄປເປັນຜູ້ແທນຂອງ
ພວກຕົນໃນ ສະພາແຫ່ງຊາດ ດັງທີ່ທ່ານຈູມມະລີ ໄດ້ເນັ້ນຍໍ້າວ່າ:
ທ່ານ ຈູມມະລີ ໄຊຍະ ສອນ ປະທານປະເທດ ລາວ
“ປະຊາຊົນເຮົາໄດ້ເຂົ້າໃຈສິດຂອງຕົນເອງວ່າຢາກ
ພັດທະນາບ້ານເມືອງຈະຕ້ອງມີຜູ້ແທນ ມີຜູ້ແທນ
ທີ່ດີຮູ້ເຫັນ ຄວາມເຂົ້າໃຈຂອງປະຊາຊົນ ຮູ້ຈັກ
ຄວາມສຸທຸກຂອງປະຊາຊົນ ແລະປຶກສາຫາລືກັບ
ປະຊາຊົນ ພ້ອມກັນນັ້ນ ກໍ່ເອົາຄວາມເຫັນຂອງ
ປະຊາຊົນນໍາສະເໜີໃຫ້ສະພາແຫ່ງຊາດ”
ຄະນະກຳມະການເລືອກຕັ້ງລະດັບຊາດຂອງລາວໄດ້
ວາງເປົ້າໝາຍ ໃນການຈັດການເລືອກທີ່ມີຂຶ້ນໃນວັນທີ 30 ເມສາ ທີ່ຜ່ານມານີ້ໄວ້ 3
ດ້ານດ້ວຍກັນຊຶ່ງກໍຄືການຮັບປະກັນການຮັກສາຄວາມສະຫງົບຮຽບຮ້ອຍໃຫ້ໄດ້ 100%
ການປຸກລະດົມຂົນຂວາຍໃຫ້ປະຊາຊົນລາວອອກມາໃຊ້ສິດໃນການເລືອກຕັ້ງຢ່າງຄົບ
ຖ້ວນເຖິງ 100% ແລະການຮັບປະກັນວ່າການໃຊ້ສິດດັ່ງກ່າວຂອງປະຊາຊົນລາວນັ້ນ
ເປັນໄປຕາມລະບຽບກົດໝາຍຢ່າງຄົບຖ້ວນເຖິງ 100% ເຕັມຊຶ່ງກໍຄືບໍ່ໃຫ້ມີບັດຕາຍ
ເກີດຂຶ້ນຢ່າງສິ້ນເຊີງນັ້ນເອງ.
ໂດຍມີບຸກຄົນທີ່ໄດ້ຮັບອານຸຍາດໃຫ້ລົງສະມັກແຂ່ງຂັນໃນການເລືອກຕັ້ງຄັ້ງນີ້ ມີຈຳນວນ
ທັງໝົດ 190 ຄົນ ຊຶ່ງກໍປາກົດວ່າ ໃນຈຳນວນນີ້ ເປັນຜູ້ສະໝັກຈາກສູນກາງ 47 ຄົນ
ແລະຈາກຈຳນວນຜູ້ສະໝັກເພດຍິງ 47 ຄົົນ ແລະກໍມີຜູ້ສະໝັກຈາກພາກເອກກະຊົນທີ່
ໄດ້ຮັບອານຸຍາດໃຫ້ລົງສະມັກແຂ່ງຂັນໃນການເລືອກຕັ້ງຄັ້ງນີ້ພຽງແຕ່ 5 ຄົນເທົ່ານັ້ນ.
ປ້າຍໂຄສະນາປຸກລະດົມໃຫ້ຄົນໄປປ່ອນບັດເລືອກ ຕັ້ງເອົາສະມາຊິກສະພາຜູ້ແທນຊຸດທີ 7 ທີ່ຈັດຂຶ້ນ ໃນວັນທີ 30 ເມສາ 2011 ຜ່ານມານີ້
ສ່ວນຄຸນນະສົມບັດໃນດ້ານການ
ສຶກສາຂອງຜູ້ສະໝັກນັ້ນ ກໍປາ
ກົດວ່າມີຢູ່ເຖິງ 168 ຄົນທີ່ຈົບ
ການສຶກສາຕັ້ງແຕ່ລະດັບສູງໄປ
ຈົນເຖິງປະລິນຍາເອກ ໂດຍມີ
ພຽງແຕ່ 22 ຄົນເທົ່ານັ້ນ ທີ່ຈົບ
ການສຶກສາລະດັບຂັ້ນຕົ້ນ
ແລະລະດັບກາງ. ນອກຈາກນີ້
ກໍມີຜູ້ສະໝັກທີ່ອາຍຸເກີນກວ່າ
60 ປີຂຶ້ນໄປພຽງແຕ່ 21 ຄົນ
ເທົ່ານັ້ນ. ສ່ວນທີ່ເຫຼືອກໍມີອາຍຸ
ລະຫວ່າງ 45-60 ປີ ແລະ
ໃນຈໍານວນຜູ້ສະໝັກທັງໝົດ
190 ຄົນດັ່ງກ່າວນີ້ ກໍເປັນ
ສະມາຊິກສະພາແຫ່ງຊາດ
ລາວຊຸດທີ 6 ຢູ່ແລ້ວຈໍານວນ 45 ຄົນ.
ທັງນີ້ໂດຄາດໝາຍວ່າສະພາ ແຫ່ງຊາດລາວຊຸດທີ 7 ທີ່ມີສະມາຊິກທັງໝົດ 132 ຄົນ
ດັ່ງກ່າວຈະມີການປະຊຸມສະໄໝສາມັນຮອບປະຖົມມະເລີກ ພາຍໃນເດືອນ ມິຖຸນານີ້ ເພື່ອ
ພິຈາລະນາ ແລະຮັບຮອງເອົາວາລະສຳຄັນຕ່າງໆ ເຊ່ນການເລືອກຕັ້ງປະທານສະພາແຫ່ງ
ຊາດ ຊຸດທີ 7, ການເລືອກຕັ້ງປະທານປະເທດ, ການເລືອກຕັ້ງນາຍົກລັດຖະມົນຕີ ແລະ
ຄະນະລັດຖະບານຊຸດໃໝ່, ການຮັບຮອງເອົາ ແຜນການງົບປະມານ ແລະແຜນພັດທະນາ
ເສດຖະກິດ-ສັງຄົມແຫ່ງຊາດລາວ ເປັນຕົ້ນ.