ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ການເລືອກຕັ້ງ ສະພາແຫ່ງຊາດ ຢູ່ລາວ


ຜູ້ສະມັກຈຳນວນນຶ່ງ ທີ່ເຂົ້າແຂ່ງຂັນເອົາບ່ອນນັ່ງ ຢູ່ໃນສະພາແຫ່ງຊາດຂອງລາວ ໃນການເລືອກຕັ້ງ ວັນທີ 30 ເມສາ 2011.
ຜູ້ສະມັກຈຳນວນນຶ່ງ ທີ່ເຂົ້າແຂ່ງຂັນເອົາບ່ອນນັ່ງ ຢູ່ໃນສະພາແຫ່ງຊາດຂອງລາວ ໃນການເລືອກຕັ້ງ ວັນທີ 30 ເມສາ 2011.

ໃນວັນເສົາມື້ນີ້ ປະຊາຊົນຊາວລາວໄດ້ພາກັນໄປປ່ອນບັດ
ໃນການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດທີ່ຄວບ
ຄຸມໂດຍພັກຄອມມູນິສ.

ບັນດາຜູ້ມີສິດປ່ອນບັດ ຈະພາກັນເລືອກເອົາສະມາຊິກ
ສະພາແຫ່ງຊາດຊຸດໃໝ່ 132 ທ່ານຈາກຈຳນວນຜູ້ສະມັກ
ທັງໝົດ 190 ຄົນ. ພັກປະຊາຊົນປະຕິວັດລາວທີ່ມີອິດທິ
ພົນເປັນຜູ້ຄວບຄຸມການເລືອກຕັ້ງທັງໝົດຢູ່ລາວ ແລະຜູ້
ສະມັກເກືອບ ທັງໝົດ ແມ່ນເປັນສະມາຊິກຂອງພັກ.

ພວກນັກວິເຄາະກ່າວວ່າ ອຳນາດທີ່ແທ້ຈິງນັ້ນແມ່ນຍັງສືບ
ຕໍ່ຢູ່ພາຍໃຕ້ການຄວບຄຸມ ຂອງຄະນະກຳມະການກົມ
ການເມືອງສູນກາງພັກ ແລະຄະນະກຳມະການສູນກາງ
ພັກຊຶ່ງໄດ້ມີການເລືອກຜ່ານມາແລ້ວໃນເດືອນມີນາ ຢູ່ໃນ
ກອງປະຊຸມໃຫຍ່ຂອງພັກ ທີ່ໄດ້ຈັດໃຫ້ມີຂຶ້ນ ໃນທຸກໆ 5
ປີ ໂດຍຜູ້ຕາງໜ້າສະມາຊິກຂອງພັກເກືອບ 600 ຄົນ.

ຜົນຂອງການເລືອກຕັ້ງຄວນຈະມີການປະກາດໃຫ້ຊາບ ພາຍໃນເວລາປະມານ 1 ອາທິດ.

XS
SM
MD
LG