ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະໝັກເລືອກຕັ້ງ ເປັນສະມາຊິກ ສະພາແຫ່ງຊາດລາວ ຢືນຢັນຈະຮັບໃຊ້​ ປະຊາຊົນ ບັນດາເຜົ່າ


ປ້າຍໂຄສະນາປຸກລະດົມໃຫ້ຄົນໄປປ່ອນບັດເລືອກຕັ້ງເອົາສະມາຊິກສະພາຜູ້ແທນ ຊຸດທີ 7 ທີ່ຈັດຂຶ້ນໃນວັນທີ 30 ເມສາ 2011
ປ້າຍໂຄສະນາປຸກລະດົມໃຫ້ຄົນໄປປ່ອນບັດເລືອກຕັ້ງເອົາສະມາຊິກສະພາຜູ້ແທນ ຊຸດທີ 7 ທີ່ຈັດຂຶ້ນໃນວັນທີ 30 ເມສາ 2011

ບັນດາຜູ້ສະໝັກແຂ່ງຂັນໃນການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດລາວຊຸດທີ່ 7 ໃຫ້ ຄໍາໝັ້ນສັນຍາວ່າຈະປະຕິໜ້າທີ່ຢ່າງເຕັມຄວາມສາມາດເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ.

ຄະນະກໍາມະການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວ
ທີ່ມີທ່ານ ບຸນຍັງ ວໍລະຈິດ ເປັນປະທານນັ້ນໄດ້ສະແດງ
ການຄາດໝາຍວ່າຈະປະກາດຜົນການເລືອກຕັ້ງໄດ້ຢ່າງ
ເປັນທາງການໃນນຶ່ງອາທິດຕໍ່ໄປນີ້ ພາຍຫຼັງຈາກການເລືອກ
ຕັ້ງໄດ້ສິ້ນສຸດລົງຢ່າງເປັນທາງການໃນຕອນແລງຂອງວັນທີ
30 ເມສາຜ່ານມານີ້.

ແຕ່ເຖິງວ່າຜົນການເລືອກຕັ້ງຢ່າງເປັນທາງການຈະຍັງຄົງ
ບໍ່ມີປະກາດຜົນຈົນເຖິງຂະນະນີ້ກໍຕາມຫາກແຕ່ກໍປະກົດວ່າ ມີບັນດາຜູ້ສະໝັກຈໍານວນບໍ່ໜ້ອຍທີ່ເຊື່ອວ່າພວກຕົນຈະໄດ້
ຮັບການເລືອກຕັ້ງໃຫ້ເປັນສະມາຊິກສະພາແຫ່ງຊາດຊຸດທີ
7 ນີ້. ດ້ວຍເຫດນັ້ນ ຕ່າງກໍໄດ້ໃຫ້ການຢືນຢັນວ່າ ພວກ
ຕົນຈະປະຕິບັດໜ້າທີ່ໃນຖານະສະມາຊິກສະພາແຫ່ງຊາດ
ລາວ ຢ່າງສຸດຄວາມສາມາດເພື່ອຜົນປະໂຫຍດຂອງປະຊາ
ຊົນລາວບັນດາເຜົ່າຢ່າງແທ້ຈິງ. ໂດຍຜູ້ນຶ່ງໃນຈໍານວນນີ້ ກໍແມ່ນ ທ່ານ ຄໍາແດງ ກົມມະດໍາ ຜູ້ສະໝັກເບີ 1 ໃນເຂດເລືອກຕັ້ງທີ 16 ແຂວງເຊກອງ ເຊິ່ງທ່ານໄດ້ໃຫ້ຄໍາໝັ້ນສັນຍາວ່າ:

ຖ້າຫາກວ່າຂ້າພະເຈົ້າໄດ້ຮັບການໄວ້ເນື້ອເຊື່ອໃຈຈາກປະຊາຊົນແລ້ວ ຂ້າພະເຈົ້າ
ກໍຈະຕຽມທຸກ ສິ່ງທຸກຢ່າງຕາມຄວາມສາມາດຂອງຂ້າພະເຈົ້າ
ເພື່ອຮັບໃຊ້ປະຊາ
ຊົນຢ່າງສຸດອົກສຸດໃຈ
. ຈະນໍາເອົາຄວາມຄິດເຫັນ, ຂໍ້ຂັດຂ້ອງໝອງໃຈຂອງປະ
ຊາຊົນ, ຄວາມ
ມຸ້ງມາດປາດຖະໜາ ຂອງປະຊາຊົນ ແຂວງເຊກອງເພື່ອນໍາໄປ
ປຶກສາຫາລື ແລະ ນໍາສະເໜີຕໍ່ສະພາແຫ່ງຊາດ”

ທ່ານຈູມມະລີ ໄຊຍະສອນປ່ອນບັດເລືອກຕັ້ງເອົາ ຜູ້ແທນສະມາຊິກສະພາແຫ່ງຊາດລາວທີ່ສະຖານທີ່ ປ່ອນບັດແຫ່ງນຶ່ງໃນນະຄອນຫລວງວຽງຈັນ
ທ່ານຈູມມະລີ ໄຊຍະສອນປ່ອນບັດເລືອກຕັ້ງເອົາ ຜູ້ແທນສະມາຊິກສະພາແຫ່ງຊາດລາວທີ່ສະຖານທີ່ ປ່ອນບັດແຫ່ງນຶ່ງໃນນະຄອນຫລວງວຽງຈັນ

ທາງດ້ານຄະນະປະຈໍາສະພາ
ແຫ່ງຊາດລາວຊຸດທີ 6 ກໍລາຍ
ງານວ່າ ໃນຕະຫຼອດການປະ
ຊຸມສະໄໝສາມັນທັງ 10 ຄັ້ງ
ໃນໄລຍະ 5 ປີ ຜ່ານມານັ້ນ
ປະກົດວ່າ ກໍລະນີບັນຫາທີ່
ປະຊາຊົນລາວ ໄດ້ສະແດງ
ການຮຽກຮ້ອງເພື່ອຂໍໃຫ້ສະ
ພາແຫ່ງຊາດລາວໃຫ້ຄວາມ
ສໍາຄັນໃນການດໍາເນີນມາດ
ຕະການແກ້ໄຂຫຼາຍທີ່ສຸດນັ້ນ
ກໍ່ຄືບັນຫາສໍ້ລາດບັງຫຼວງໃນ
ວົງການລັດຖະບານ ແລະໃຫ້
ມີການລົງໂທດພະນັກງານຂອງລັດຖະບານທີ່ໄດ້ກະທໍາຄວາມຜິດຢ່າງແທ້ຈິງ ໂດຍບໍ່ມີ
ການຍົກເວັ້ນຫຼື ເລືອກປະຕິບັດຢ່າງເດັດຂາດອີກດ້ວຍ.

ນອກຈາກນັ້ນປະຊາຊົນລາວກໍຍັງໄດ້ຮຽກຮ້ອງໃຫ້ຄະນະລັດຖະບານຕ້ອງດໍາເນີນການບໍລິຫານ
ປະເທດຢ່າງໂປ່ງໃສໃນທຸກດ້ານ ມີການນໍາໃຊ້ງົບປະມານຢ່າງມີປະສິດທິຜົນໂດຍປາສະຈາກ
ການຮົ່ວໄຫຼ, ມີການສຶກສາ ແລະປ້ອງກັນບັນຫາຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທໍາ
ມະຊາດຢ່າງຄັກແນ່ກ່ອນທີ່ຈະຕັດສິນໃຈອະນຸມັດການລົງທຶນຈາກຕ່າງປະເທດໃນລາວ ແລະ
ຄວບຄຸມກວດການນໍາໃຊ້ຊັບສິນຂອງລັດຖະບານ ໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ.

ການສໍາປະທານດິນໄຮ່ດິນນາໄດ້ເຮັດ ໃຫ້ປະຊາຊົນລາວຈໍານວນນຶ່ງ,ໂດຍສະ ເພາະຢູ່ເຂດຊົນນະບົດໄດ້ຮັບຄວາມ ເດືອດຮ້ອນ
ການສໍາປະທານດິນໄຮ່ດິນນາໄດ້ເຮັດ ໃຫ້ປະຊາຊົນລາວຈໍານວນນຶ່ງ,ໂດຍສະ ເພາະຢູ່ເຂດຊົນນະບົດໄດ້ຮັບຄວາມ ເດືອດຮ້ອນ

ກ່ອນໜ້ານີ້ທ່ານ ທອງສິງ ທໍາມະວົງ
ນາຍົກລັດຖະມົນຕີເຊິ່ງເປັນອາດີດ
ປະທານສະພາແຫ່ງຊາດລາວຊຸດທີ
6 ກໍໄດ້ຖະແຫຼງຍອມຮັບວ່າ ບັນຫາ
ທີ່ປະຊາຊົນລາວໄດ້ມີການຮຽກຮ້ອງ
ມາເຖິງຄະນະກໍາມະການປະຈໍາສະ
ພາຫຼາຍທີ່ສຸດ ແລະກໍໄດ້ສະເໜີໃຫ້
ລັດຖະບານດໍາເນີນມາດຕະການແກ້
ໄຂຢ່າງຮີບດ່ວນໄປແລ້ວນັ້ນ ກໍແມ່ນ
ບັນຫາ ແລະຂໍ້ຂັດແຍ່ງກ່ຽວກັບທີ່ດິນ
ທໍາກິນ.ເນື່ອງຈາກວ່າ ໃນປັດຈຸບັນນີ້
ຍັງມີຄົນລາວຈໍານວນບໍ່ໜ້ອຍທີ່ບໍ່ມີ
ທີ່ດິນທໍາກິນ. ສ່ວນປະຊາຊົນລາວ
ທີ່ມີທີ່ດິນທໍາກິນແລ້ວນັ້ນ ກັບຕ້ອງ
ປະສົບກັບບັນຫາເຂດສໍາປະທານ
ທີ່ດິນຂອງເອກະຊົນລາວແລະຕ່າງຊາດ ທີ່ໄດ້ໄປກວາມເອົາທີ່ດິນຂອງພວກເຂົາເຈົ້າ.

ພ້ອມກັນນີ້ທ່ານ ທອງສິງ ກໍ່ຍັງໄດ້ສະແດງຄວາມກັງວົນຕໍ່ບັນຫາການປ່ຽນແປງພື້ນທີ່ການ
ກະເສດໄປເປັນເຂດຢູ່ອາໄສ ແລະເຂດອຸດສາຫະກໍາຕ່າງໆ ທີ່ເພີ້ມຫຼາຍຂຶ້ນນັບມື້ໂດຍທີ່ບໍ່ມີ
ການຄວບຄຸມເຊິ່ງກໍຈະກະທົບຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງລາວໃນໄລຍະຕໍ່ໄປ
ຢ່າງຫຼີກລ່ຽງບໍ່ໄດ້.

ປະຊາຊົນລາວປ່ອນບັດເລືອກຕັ້ງເອົາສະມາຊິກ ສະພາຜູ້ແທນແຫ່ງຊາດລາວ ຢູ່ບ່ອນປ່ອນບັດ ແຫ່ງນຶ່ງ
ປະຊາຊົນລາວປ່ອນບັດເລືອກຕັ້ງເອົາສະມາຊິກ ສະພາຜູ້ແທນແຫ່ງຊາດລາວ ຢູ່ບ່ອນປ່ອນບັດ ແຫ່ງນຶ່ງ

ສຳລັບໃນການເລືອກຕັ້ງສະ
ມາຊິກສະພາ​ແຫ່ງ​ຊາດ​ລາວ
ຊຸດ​ທີ 7 ນີ້​ ມີຜູ້ສະມັກ​ທັງໝົດ
190 ຄົນ​ໂດຍຈະມີ 132 ຄົນ
ຈະ​ໄດ້​ຮັບການເລືອກຕັ້ງໂດຍ
ປະຊາຊົນ​ລາວທີ່ມີສິດໃນການ
ເລືອກຕັ້ງຫລາຍ​ກວ່າ 3.23
ລ້ານ​ຄົນ ຈາກ 17 ເຂດເລືອກ
ຕັ້ງໃນທົ່ວປະເທດລາວ. ສ່ວນ
ຄະນະ​ກຳມະການ​ເລືອກ​ຕັ້ງ​
ລະດັບ​ຊາດ​ຂອງ​ລາວ​ນັ້ນ ກໍ​ໄດ້
ຕັ້ງເປົ້າ​ໝາຍເອົາ​ໄວ້ໃນ 3 ດ້ານ
ຊຶ່ງກໍຄືການຮັບປະກັນວ່າ ມີ​ຜູ້​
ອອກ​ມາໃຊ້ສິດ 100%, ບໍ່ມີບັດ​ຕາຍເກີດຂຶ້ນ 100%, ການຮັກສາຄວາມສະຫງົບຮຽບຮ້ອຍ
ໃນ​ສັງຄົມ​ໃຫ້ໄດ້ 100% ​ເຕັມ.

XS
SM
MD
LG