ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວປະກາດຜົນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດແລ້ວ


ປະຊາຊົນລາວປ່ອນບັດເລືອກຕັ້ງເອົາສະມາຊິກສະພາຜູ້ແທນແຫ່ງຊາດລາວ ຊຸດທີ 7 ທີ່ສະຖານທີ່ປ່ອນບັດແຫ່ງນຶ່ງ
ປະຊາຊົນລາວປ່ອນບັດເລືອກຕັ້ງເອົາສະມາຊິກສະພາຜູ້ແທນແຫ່ງຊາດລາວ ຊຸດທີ 7 ທີ່ສະຖານທີ່ປ່ອນບັດແຫ່ງນຶ່ງ

ປະທານປະເທດເຊື່ອໝັ້ນວ່າປະຊາຊົນລາວມີຄວາມຮູ້ ແລະເຂົ້າໃຈຕໍ່ບົດບາດໜ້າທີ່ຂອງ ສະມາຊິກສະພາແຫ່ງຊາດ ຈຶງຢາກໄດ້ຜູ້ທີ່ມີຄວາມຮູ້ຄວາມສາມາດຢ່າງຄັກແນ່ໃຫ້ມາ ເປັນຜູ້ແທນຂອງພວກຕົນ.

ທ່ານ ​ໄຊ​ສົມພອນ ພົມວິຫານ ຮອງ​ປະທານ​ສະພາ​ປະ
ຊາຊົນ​ລາວຊຸດ​ທີ 6 ​ໄດ້​ຖະ​ແຫລ​ງປະກາດຜົນ​ການ​
ເລືອ​ກຕັ້ງສະມາຊິກສະພາແຫ່ງຊາດລາວຊຸດທີ 7 ຢ່າງ
ເປັນ​ທາງ​ການ​ໃນ​ວັນ​ທີ 9 ພຶດສະພາທີ່​ຜ່ານ​ມານີ້ວ່າ
ໃນຈຳນວນ​ຜູ້​ໄດ້​ຮັບ​ເລືອກ​ຕັ້ງທັງໝົດ 132 ຈາກ 17
ເຂດເລືອກຕັ້ງໃນທົ່ວປະເທດນັ້ນ​ແບ່ງ​ເປັນ​ເພດ​ຊາຍ
99 ທ່ານ ​ແລະ​ເພດ​ຍິງ 33 ທ່ານ ຫລື​ຄິດ​ເປັນ 75%
ກັບ 25% ຕາມ​ລຳດັບ.

ໃນການ​ເລືອກ​ຕັ້ງຄັ້ງນີ້ມີປະກອບ​ມີ 6,324 ໜ່ວຍ​ເລືອກ
ຕັ້ງ​ແລະ​ມີ​ປະຊາຊົນທີ່ມີສິດໃນການເລືອກຕັ້ງ ຈຳນວນ​ທັງໝົດ 3 ລ້ານ 244 ພັນ 312
ຄົນ. ຊຶ່ງ​ໃນໃນຈຳນວນນີ້ກໍ​ໄດ້​ອອກ​ມາ​ໃຊ້ສິດ 3 ລ້ານ 233 ພັນ 241 ​ຄົນ ຫລື​ຄິດ​ເປັນ
99.65% ຂອງຈຳນວນ​ຜູ້​ທີ່ມີສິດໃນການເລືອກຕັ້ງທັງໝົດ. ດ້ວຍເຫດນີ້ຈຶງ ເຮັດໃຫ້ຄະ ນະກໍາມະການເລືອກຕັ້ງລະດັບຊາດຂອງລາວນັ້ນບໍ່ສາມາດບັນລຸເປົ້າໝາຍທີ່ວາງເອົາໄວ້ໄດ້ ຊຶ່ງກໍ່ຄືການໃຫ້ປະຊາຊົນຜູ້ມີສິດອອກມາປ່ອນບັດເລືອກຕັ້ງທັ້ງ 100% ເຕັມນັ້ນເອງ.

ທ່ານໄຊສົທພອນ ພົມວິຫານ ຮອງປະທານສະພາ ແຫ່ງຊາດລາວຊຸດທີ 6
ທ່ານໄຊສົທພອນ ພົມວິຫານ ຮອງປະທານສະພາ ແຫ່ງຊາດລາວຊຸດທີ 6

ແຕ່ຢ່າງໃດກໍ່ຕາມ ທ່ານຈູມມະລີ
ໄຊຍະສອນ ປະທານປະເທດ
ລາວ ແລະເລຂາທິການໃຫຍ່ພັກ
ປະຊາຊົນ ປະຕິວັດລາວ ກໍ່ໄດ້
ສະແດງຄວາມເຊື່ອໝັ່ນວ່າ ​
ປະຊາຊົນລາວ​ຜູ້ທີ່ມີສິດໃນການ
ເລືອກຕັ້ງທຸກ​ຄົນ​ມີ​ຄວາມ​ເຂົ້າ​ໃຈ
ຕໍ່ລະບົບການເລືອກຕັ້ງຂອງ​ລາວ​
ເປັນ​ຢ່າງ​ດີ ຊຶ່ງກໍ່ໄດ້ສະແດງ
ອອກດ້ວຍການພາກັນຫຼັ່ງໃຫຼ
ອອກມາໃຊ້ສິດ ຢ່າງຫຼວງຫຼາຍ ເພື່ອເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດຢ່າງຄັກແນ່ໃຫ້ເຂົ້າໄປເປັນຜູ້ແທນຂອງ
ພວກຕົນໃນ ສະພາແຫ່ງຊາດ ດັງທີ່ທ່ານຈູມມະລີ ໄດ້ເນັ້ນຍໍ້າວ່າ:

ທ່ານ ຈູມມະລີ ໄຊຍະ ສອນ ປະທານປະເທດ ລາວ
ທ່ານ ຈູມມະລີ ໄຊຍະ ສອນ ປະທານປະເທດ ລາວ

“ປະຊາຊົນເຮົາໄດ້ເຂົ້າໃຈສິດຂອງຕົນເອງວ່າຢາກ
ພັດທະນາບ້ານເມືອງຈະຕ້ອງມີຜູ້ແທນ ມີຜູ້ແທນ
ທີ່ດີຮູ້ເຫັນ ຄວາມເຂົ້າໃຈຂອງປະຊາຊົນ ຮູ້ຈັກ
ຄວາມສຸທຸກຂອງປະຊາຊົນ ແລະປຶກສາຫາລືກັບ
ປະຊາຊົນ ພ້ອມກັນນັ້ນ ກໍ່ເອົາຄວາມເຫັນຂອງ
ປະຊາຊົນນໍາສະເໜີໃຫ້ສະພາແຫ່ງຊາດ”

ຄະນະ​ກຳມະການ​ເລືອກ​ຕັ້ງ​ລະດັບ​ຊາດ​ຂອງ​ລາວໄດ້​
ວາງເປົ້າໝາຍ ​ໃນການຈັດ​ການ​ເລືອກທີ່​ມີ​ຂຶ້ນ​ໃນ​ວັນ​ທີ 30 ​ເມສາ ທີ່​ຜ່ານ​ມານີ້​ໄວ້ 3
ດ້ານດ້ວຍ​ກັນຊຶ່ງກໍຄືການຮັບປະກັນການຮັກສາຄວາມສະຫງົບຮຽບຮ້ອຍໃຫ້ໄດ້ 100%
ການປຸກ​ລະດົມຂົນ​ຂວາຍໃຫ້ປະຊາຊົນລາວອອກມາໃຊ້ສິດໃນການເລືອກຕັ້ງຢ່າງຄົບ
ຖ້ວນເຖິງ 100% ແລະການຮັບປະກັນວ່າການໃຊ້ສິດດັ່ງກ່າວຂອງປະຊາຊົນລາວນັ້ນ
ເປັນໄປຕາມລະບຽບກົດໝາຍຢ່າງຄົບຖ້ວນເຖິງ 100% ​ເຕັມ​ຊຶ່ງ​ກໍ​ຄືບໍ່​ໃຫ້ມີບັດ​ຕາຍ
ເກີດຂຶ້ນຢ່າງສິ້ນ​ເຊີງນັ້ນເອງ.

ໂດຍ​ມີບຸກຄົນ​ທີ່​ໄດ້​ຮັບ​ອານຸຍາດ​ໃຫ້​ລົງ​ສະມັກແຂ່ງຂັນໃນການເລືອກຕັ້ງຄັ້ງນີ້ ມີຈຳນວນ​
ທັງໝົດ 190 ຄົນ ຊຶ່ງ​ກໍ​ປາກົດ​ວ່າ ​ໃນ​ຈຳນວນ​ນີ້ ​ເປັນຜູ້ສະໝັກຈາກສູນກາງ 47 ຄົນ
ແລະຈາກຈຳນວນ​ຜູ້ສະໝັກເພດຍິງ 47 ຄົົນ ​ແລະ​ກໍ​ມີຜູ້ສະໝັກຈາກພາກເອກກະຊົນທີ່
ໄດ້​ຮັບ​ອານຸຍາດ​ໃຫ້​ລົງ​ສະມັກແຂ່ງຂັນໃນການ​ເລືອກ​ຕັ້ງຄັ້ງນີ້ພຽງແຕ່ 5 ຄົນ​ເທົ່າ​ນັ້ນ.

ປ້າຍໂຄສະນາປຸກລະດົມໃຫ້ຄົນໄປປ່ອນບັດເລືອກ ຕັ້ງເອົາສະມາຊິກສະພາຜູ້ແທນຊຸດທີ 7 ທີ່ຈັດຂຶ້ນ ໃນວັນທີ 30 ເມສາ 2011 ຜ່ານມານີ້
ປ້າຍໂຄສະນາປຸກລະດົມໃຫ້ຄົນໄປປ່ອນບັດເລືອກ ຕັ້ງເອົາສະມາຊິກສະພາຜູ້ແທນຊຸດທີ 7 ທີ່ຈັດຂຶ້ນ ໃນວັນທີ 30 ເມສາ 2011 ຜ່ານມານີ້

ສ່ວນຄຸນນະສົມບັດໃນດ້ານການ
ສຶກສາຂອງຜູ້ສະໝັກນັ້ນ ກໍປາ
ກົດວ່າມີຢູ່ເຖິງ 168 ຄົນທີ່ຈົບ
ການສຶກສາຕັ້ງແຕ່ລະດັບສູງໄປ
ຈົນເຖິງປະລິນຍາເອກ ໂດຍມີ
ພຽງແຕ່ 22 ຄົນເທົ່ານັ້ນ ທີ່ຈົບ
ການສຶກສາລະດັບຂັ້ນຕົ້ນ
ແລະລະດັບກາງ. ນອກຈາກນີ້
ກໍມີຜູ້ສະໝັກທີ່ອາຍຸເກີນກວ່າ
60 ປີຂຶ້ນໄປພຽງແຕ່ 21 ຄົນ
ເທົ່ານັ້ນ. ສ່ວນທີ່ເຫຼືອກໍມີອາຍຸ
ລະຫວ່າງ 45-60 ປີ ແລະ
ໃນຈໍານວນຜູ້ສະໝັກທັງໝົດ
190 ຄົນດັ່ງກ່າວນີ້ ກໍເປັນ
ສະມາຊິກສະພາແຫ່ງຊາດ
ລາວຊຸດທີ 6 ຢູ່ແລ້ວຈໍານວນ 45 ຄົນ.

ທັງນີ້ໂດຄາດໝາຍວ່າສະພາ ແຫ່ງຊາດລາວຊຸດທີ 7 ທີ່ມີສະມາຊິກທັງໝົດ 132 ຄົນ
ດັ່ງກ່າວ​ຈະ​ມີ​ການ​ປະຊຸມ​ສະ​ໄໝສາມັນ​ຮອບ​ປະຖົມມະ​ເລີກ ພາຍ​ໃນ​ເດືອນ ມິຖຸນາ​ນີ້ ​ເພື່ອ
ພິຈາລະນາ ​ແລະ​ຮັບຮອງ​ເອົາ​ວາລະ​ສຳຄັນ​ຕ່າງໆ ​ເຊ່ນ​ການ​ເລືອກ​ຕັ້ງປະທານ​ສະພາ​ແຫ່ງ
ຊາດ ຊຸດ​ທີ 7, ການ​ເລືອກ​ຕັ້ງປະທານປ​ະ​ເທດ, ການ​ເລືອກ​ຕັ້ງນາຍົກລັດຖະມົນຕີ ​ແລະ
ຄະນະ​ລັດຖະບານ​ຊຸດ​ໃໝ່, ການ​ຮັບຮອງ​ເອົາ ​ແຜນການ​ງົບປະມານ ​ແລະ​ແຜນ​ພັດທະນາ
ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ລາວ ​ເປັນຕົ້ນ.

XS
SM
MD
LG