ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາແຫ່ງຊາດລາວວ່າ ການເລືອກຕັ້ງສະພາຊຸດທີ 7 ດຳເນີນໄປຢ່າງບໍລິສຸດ ແລະຍຸດຕິທຳ


ທ່ານໄຊສົທພອນ ພົມວິຫານ ຮອງປະທານສະພາແຫ່ງຊາດລາວ ຊຸດທີ 6
ທ່ານໄຊສົທພອນ ພົມວິຫານ ຮອງປະທານສະພາແຫ່ງຊາດລາວ ຊຸດທີ 6

ຄະນະປະຈໍາສະພາແຫ່ງຊາດລາວຊຸດທີ 6 ປະກາດວ່າການໃຊ້ສິດອອກສຽງຂອງປະຊາ ຊົນລາວ ໃນການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດລາວຊຸດທີ 7 ດຳເນີນໄປຢ່າງ ບໍລິສຸດ ແລະຍຸດຕິທຳ.

ຄະນະປະຈໍາສະພາແຫ່ງຊາດລາວຊຸດທີ 6 ປະກາດວ່າການໃຊ້ສິດອອກສຽງຂອງປະຊາຊົນລາວໃນການ
ເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດລາວຊຸດທີດຳເນີນໄປຢ່າງບໍລິສຸດແລະຍຸດຕິທຳ

ທ່ານ ​ໄຊ​ສົມພອນ ພົມວິຫານ ຮອງ​ປະທານ​ສະພາ​ປະຊາ
ຊົນ​ລາວຊຸດ​ທີ 6 ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ​ການ​ເລືອ​ກຕັ້ງ
ສະມາຊິກສະພາແຫ່ງຊາດລາວຊຸດທີ 7 ​ເມື່ອ​ວັນ​ທີ 30 ​
ເມສາທີ່​ຜ່ານ​ມານັ້ນ ​ເຖິງ​ແມ່ນ​ວ່າ​ຈະ​ປະສົບ​ກັບ​ບັນຫາ​ໃນຫລາຍໆດ້ານ​ເຊັ່ນການເດີນທາງ
ທີ່ຍາກລໍາບາກໃນເຂດຊົນນະບົດ ແລະພື້ນທີ່ໃນຫຼາຍແຂວງກໍ່ຍັງຕ້ອງປະເຊີນກັບສະພາ
ວະຝົນຕົກຢ່າງໜັກກໍ່ຕາມ ຫາກແຕ່ວ່າການດໍາເນີນງານໃນການເລືອກຕັ້ງຄັ້ງນີ້ກໍ່ສາມາດ
ຜ່່ານພັ້ນໄຟໄດ້ດ້ວຍຜົນສໍາເລັດຢ່າງໜ້າພໍໃຈ.

ຊຶ່ງກໍ່ຄືການໃຊ້ສິດອອກສຽງຂອງປະຊາຊົນລາວໃນທົ່ວປະເທດໄດ້ດໍາເນີນໄປດ້ວຍບັນຍາກາດ
ທີ່ສະຫງົບຮຽບຮ້ອຍ ແລະເປັນໄປຕາມກົດບັງຄັບຂອງກົດໝາຍທຸກປະການ ໂດຍສະເພາະ
ແມ່ນການໃຊ້ສິດອອກສຽງຂອງປະຊາຊົນລາວນັ້ນກໍ່ຍັງໄດ້ດໍາເນີນໄປຢ່າງບໍລິສຸດ ແລະຍຸດຕິ
ທໍາອີກດ້ວຍ ດັ່ງທີ່ທ່ານໄຊ ສົມພອນ ໄດ້ຖະແຫຼງຢືນຢັນໃນຕອນໜຶ່ງວ່າ:

“ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ່ 7 ນີ້ໄດ້ດໍາເນີນໄປດ້ວຍບັນຍາ
ກາດທີ່ຟົດຟື້ນ ດ້ວຍຄວາມບໍລິສຸດຜຸດຜ່ອງ ຖຶກຕ້ອງຕາມລະບຽບກົດໝາຍ
ແລະມີຄວາມສະຫງົບປອດໄພ ປະຊາຊົນລາວບັນດາເຜົ່າຜູ້ມີສິດເລືອກຕັ້ງໄດ້
ປະຕິບັດສິດປະຊາທິປະໄຕທາງດ້ານການເມືອງຢ່າງເຕັ້ມສ່ວນ ຊຶ່ງກໍ່ເລືອກຕັ້ງ
ໄດ້ສະມາຊິກສະພາແຫ່ງຊາດຜູ້ມີມາດຕະຖານ”.

ປະຊາຊົນລາວປ່ອນບັດ ໃນການເລືອກຕັ້ງສະພາ ແຫ່ງຊາດລາວ ຊຸດທີ 7.
ປະຊາຊົນລາວປ່ອນບັດ ໃນການເລືອກຕັ້ງສະພາ ແຫ່ງຊາດລາວ ຊຸດທີ 7.

ໃນການ​ເລືອກ​ຕັ້ງຄັ້ງນີ້ປະກອບ​ມີ
6,324 ໜ່ວຍ​ເລືອກຕັ້ງ​ ແລະ​ມີ​
ປະຊາຊົນທີ່ມີສິດໃນການເລືອກ
ຕັ້ງຈຳນວນ​ທັງໝົດ 3 ລ້ານ
244 ພັນ 312 ຄົນ ຊຶ່ງ​ໃນຈຳ
ນວນນີ້ ກໍ​ໄດ້​ອອກ​ມາ​ໃຊ້ສິດ
3 ລ້ານ 233 ພັນ 241 ​ຄົນ
ຫລືຄິດ​ເປັນ 99.65% ຂອງຈໍາ
ນວນຜູ້​ທີ່ມີສິດໃນການເລືອກຕັ້ງ
ທັງໝົດ. ດ້ວຍເຫດນີ້ຈຶ່ງເຮັດໃຫ້
ຄະນະກໍາມະການເລືອກຕັ້ງລະ
ດັບຊາດຂອງລາວນັ້ນບໍ່ສາມາດບັນລຸເປົ້າໝາຍທີ່ວາງເອົາໄວ້ໄດ້ ຊຶ່ງກໍ່ຄືການໃຫ້ປະຊາຊົນຜູ້
ມີສິດອອກມາປ່ອນບັດເລືອກຕັ້ງທັ້ງ 100% ເຕັມນັ້ນເອງ.

ສຳລັບ​ຜູ້​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ເປັນສະມາຊິກສະພາແຫ່ງຊາດລາວຊຸດທີ 7 ນີ້ ປະກອບມີທັງ
ໝົດ 132 ທ່ານ ຈາກ 17 ເຂດເລືອກຕັ້ງໃນທົ່ວປະເທດລາວ. ຊຶ່ງ​ແບ່ງ​ເປັນສະມາຊິກ​ເພດ​
ຊາຍ 99 ທ່ານ ແລະ​ເພດ​ຍິງ 33 ທ່ານ ຫລື​ຄິດ​ເປັນ 75% ກັບ 25% ຕາມ​ລຳດັບແລະມີ
ບຸກຄົນ​ທີ່ໄດ້​ຮັບ​ອານຸຍາດ​ຈາກ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ເພື່ອໃຫ້​ລົງ​ສະມັກແຂ່ງຂັນໃນການ
ເລືອກຕັ້ງຄັ້ງນີ້ ຈຳນວນທັງໝົດ 190 ຄົນ ​ໂດຍ​ໃນ​ຈຳນວນ​ນີ້ ​ເປັນຜູ້ສະໝັກຈາກພາກເອກ
ກະຊົນ ມີພຽງແຕ່ 5 ຄົນ​ ຊຶ່ງ​ກໍ​ປາກົດ​ວ່າ​ໄດ້​ຮັບ​ການ​ເລືອກ​ຕັ້ງພຽງ​ແຕ່ 3 ຄົນ ເທົ່າ​ນັ້ນ.

ທ່ານຈູມມະລີ ໄຊຍະສອນ ປະກອບສວນໃນການເລືອກຕັ້ງ ເອົາຜູ້ແທນສະມາຊິກສະພາແຫ່ງຊາດລາວ
ທ່ານຈູມມະລີ ໄຊຍະສອນ ປະກອບສວນໃນການເລືອກຕັ້ງ ເອົາຜູ້ແທນສະມາຊິກສະພາແຫ່ງຊາດລາວ

ແຕ່ຢ່າງໃດກໍ່ຕາມ ທ່ານຈູມມະລີ
ໄຊຍະສອນ ປະທານປະເທດ
ລາວ ແລະເລຂາທິການໃຫຍ່ພັກ
ປະຊາຊົນປະຕິວັດລາວ ກໍ່ໄດ້ສະ
ແດງຄວາມເຊື່ອໝັ້ນວ່າ ​ປະຊາ
ຊົນລາວ​ຜູ້ທີ່ມີສິດໃນການເລືອກ
ຕັ້ງທຸກ​ຄົນ​ມີ​ຄວາມ​ເຂົ້າ​ໃຈ ຕໍ່ລະ
ບົບການເລືອກຕັ້ງຂອງ​ລາວ​ເປັນ​
ຢ່າງ​ດີ ຊຶ່ງກໍ່ໄດ້ສະແດງອອກ
ດ້ວຍການພາກັນຫຼັ່ງ​ໄຫຼອອກມາ
ໃຊ້ສິດຢ່າງຫຼວງຫຼາຍ ເພື່ອເລືອກ
ເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ
ຢ່າງຄັກແນ່ໃຫ້ເຂົ້າໄປເປັນຜູ້ແທນຂອງພວກຕົນໃນສະພາ ແຫ່ງຊາດນັ້ນ​ເອງ.

ສ່ວນຄຸນນະສົມບັດໃນດ້ານການສຶກສາຂອງຜູ້ສະໝັກນັ້ນ ກໍປາກົດວ່າມີຢູ່ເຖິງ 168 ຄົນທີ່
ຈົບການສຶກສາຕັ້ງແຕ່ລະດັບສູງໄປຈົນເຖິງປະລິນຍາເອກ ໂດຍມີພຽງແຕ່ 22 ຄົນເທົ່ານັ້ນ ທີ່ຈົບການສຶກສາລະດັບຂັ້ນຕົ້ນ ແລະລະດັບກາງ. ນອກຈາກນີ້ກໍມີຜູ້ສະໝັກທີ່ອາຍຸເກີນກວ່າ
60 ປີຂຶ້ນໄປພຽງແຕ່ 21 ຄົນເທົ່ານັ້ນ. ສ່ວນທີ່ເຫຼືອກໍມີອາຍຸລະຫວ່າງ 45-60 ປີ ແລະໃນ
ຈໍານວນຜູ້ສະໝັກທັງໝົດ 190 ຄົນດັ່ງກ່າວນີ້ ກໍເປັນສະມາຊິກສະພາແຫ່ງຊາດລາວຊຸດທີ
6 ຢູ່ແລ້ວຈໍານວນ 45 ຄົນ.

ທັງນີ້ໂດຍຄາດໝາຍວ່າສະພາ ແຫ່ງຊາດລາວຊຸດທີ 7 ທີ່ມີສະມາຊິກທັງໝົດ 132 ຄົນດັ່ງ
ກ່າວ​ຈະ​ມີ​ການ​ປະຊຸມ​ສະ​ໄໝສາມັນ​ຮອບ​ປະຖົມມະ​ເລີກ ພາຍ​ໃນ​ເດືອນມິຖຸນາ​ນີ້ ​ເພື່ອພິຈາ
ລະນາ ​ແລະ​ຮັບຮອງ​ເອົາ​ວາລະ​ສຳຄັນ​ຕ່າງໆ ​ເຊ່ນ​ການ​ເລືອກ​ຕັ້ງປະທານ​ສະພາ​ແຫ່ງຊາດ
ຊຸດ​ທີ 7, ການ​ເລືອກ​ຕັ້ງປະທານປ​ະ​ເທດ, ການ​ເລືອກ​ຕັ້ງນາຍົກລັດຖະມົນຕີ ​ແລະຄະນະ​
ລັດຖະບານ​ຊຸດ​ໃໝ່, ການ​ຮັບຮອງ​ເອົາແຜນການ​ງົບປະມານ ​ແລະ​ແຜນ​ພັດທະນາເສດຖະ
ກິດ-ສັງຄົມ​ແຫ່ງ​ຊາດ​ລາວ ​ເປັນຕົ້ນ.

XS
SM
MD
LG