ຫ້ອງການປະຈໍາສະພາແຫ່ງຊາດລາວໄດ້ອອກຖະແຫຼງການ
ລາຍງານວ່າ ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກ
ຂອງສະມາຊິກສະພາແຫ່ງຊາດລາວຊຸດທີ 7 ກໍານົດຈະມີ
ຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 15-24 ມິຖຸນານີ້
ເຊິ່ງຖືເປັນກອງປະຊຸມຄັ້ງທໍາອິດຂອງສະມາຊິກສະພາແຫ່ງ
ຊາດລາວຊຸດທີ 7 ຈໍານວນ 132 ຄົນ ທີ່ໄດ້ຮັບການເລືອກຕັ້ງເມື່ອ ວັນທີ 30 ເມສາທີ່ ຜ່ານມາ.
ສໍາລັບວາລະທີ່ສໍາຄັນຂອງກອງປະຊຸມ
ທີ່ຈະມີຂຶ້ນຕາມກໍານົດດັ່ງກ່າວກໍຄືການ
ລົງມັດຕິເພື່ອແຕ່ງຕັ້ງປະທານ, ຮອງ
ປະທານ ແລະຄະນະກໍາມາທິການໃນ
ດ້ານຕ່າງໆຂອງສະພາແຫ່ງຊາດຊຸດທີ
7 ຕິດຕາມດ້ວຍການແຕ່ງຕັ້ງປະທານ
ແລະຮອງປະທານປະເທດ, ການແຕ່ງ
ຕັ້ງນາຍົກລັດຖະມົນຕີ ແລະຄະນະລັດ
ຖະບານລາວຊຸດໃໝ່, ການແຕ່ງຕັ້ງປະ
ທານສານປະຊາຊົນສູງສຸດ ແລະປະ
ທານໄອຍະການປະຊາຊົນ ລວມໄປ
ເຖິງການພິຈາລະນາເພື່ອຮອງຮັບເອົາ
ແຜນການພັດທະນາເສດຖະກິດ-ສັງຄົມ
ໄລຍະ 5 ປີ ຄັ້ງທີ 7 ແລະແຜນການ
ພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2011-2012.
ນອກຈາກນັ້ນກໍຍັງຄາດໝາຍດ້ວຍອີກວ່າ ກອງປະຊຸມ
ຈະພິຈາລະນາຮັບຮອງເອົາກົດໝາຍໃໝ່ອີກສະບັບນຶ່ງ
ວ່າດ້ວຍການປັບປຸງໂຄງສ້າງອໍານາດການບໍລິຫານ
ງານຂອງລັດ. ເນື່ອງຈາກວ່າກ່ອນໜ້ານີ້ໄດ້ມີການໂອນ
ຍ້າຍຄະນະກໍາມະການເພື່ອການຄວບຄຸມ ແລະກວດ
ກາຢາເສບຕິດແຫ່ງຊາດ ຈາກສໍານັກງານປະທານປະ
ເທດມາຢູ່ໃນສັງກັດຂອງສໍານັກງານນາຍົກລັດຖະມົນຕີ
ເປັນທີ່ຮຽບຮ້ອຍແລ້ວນັ້ນເອງ.
ສ່ວນຜູ້ທີ່ຖືກຄາດໝາຍວ່າຈະໄດ້ຮັບຕໍາແໜ່ງປະທານ
ປະເທດນັ້ນກໍຍັງເປັນທ່ານ ຈູມມະລີ ໄຊຍະສອນ ແລະ
ທ່ານນາງ ປານີ ຢາທໍຕູ້ກໍຈະໄດ້ຮັບຕໍາແໜ່ງປະທານສະພາແຫ່ງຊາດໃນຂະນະທີ່ທ່ານ
ທອງສິງ ທໍາມະວົງ ກໍຈະຍັງຄົງຄອງຕໍາແໜ່ງນາຍົກລັດຖະມົນຕີຕໍ່ໄປ.
ທາງດ້ານ ທ່ານ ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດຊຸດທີ່ 6 ເຊິ່ງ
ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 7 ດ້ວຍນັ້ນ ກໍສະແດງ
ຄວາມເຊື່ອໝັ້ນວ່າສະມາຊິກສະພາແຫ່ງຊາດຊຸດທີ 7 ຈະສາມາດປະຕິບັດໜ້າທີ່ຮັບ
ຜິດຊອບໄດ້ເປັນຢ່າງດີ. ເນື່ອງຈາກວ່າຜູ້ທີ່ໄດ້ຮັບການເລືອກຕັ້ງຕ່າງກໍເປັນບຸກຄະລາ
ກອນທີ່ມີຄຸນສົມບັດຢ່າງຄົບຖ້ວນຕາມາດຕະຖານທີ່ພັກປະຊາຊົນປະຕິວັດລາວກໍານົດ
ດັ່ງທີ່ ທ່ານ ໄຊສົມພອນ ໄດ້ຖະແຫຼງຊີ້ແຈງໃນຕອນນຶ່ງວ່າ:
“ການເລືອກຕັ້ງສະມາຊິກ
ສະພາແຫ່ງຊາດ ຊຸດທີ
7 ນີ້ສາມາເລືອກຕັ້ງໄດ້
ສະມາຊິກສະພາແຫ່ງ
ຊາດຜູ້ທີ່ມີມາດຕະຖານ
ເປັນການປະກອບສ່ວນ
ເຂົ້າໃນການປັບປຸງບູລະ
ນະສະພາແຫ່ງຊາດໃຫ້
ໜັກແໜ້ນເຂັ້ມແຂງໃນ
ຖານະທີ່ເປັນອົງການຕົວ
ແທນສິດອໍານາດຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ.”
ໃນການເລືອກຕັ້ງຄັ້ງນີ້ມີປະກອບມີ 6,324 ໜ່ວຍເລືອກຕັ້ງແລະມີປະຊາຊົນທີ່ມີສິດໃນ
ການເລືອກຕັ້ງ ຈຳນວນທັງໝົດ 3 ລ້ານ 244 ພັນ 312 ຄົນ. ຊຶ່ງໃນໃນຈຳນວນນີ້ກໍ
ໄດ້ອອກມາໃຊ້ສິດ 3 ລ້ານ 233 ພັນ 241 ຄົນ ຫລືຄິດເປັນ 99.65% ຂອງຈຳນວນຜູ້ທີ່ມີສິດໃນການເລືອກຕັ້ງທັງໝົດ.
ສໍາລັບຜູ້ໄດ້ຮັບການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວ
ຊຸດທີ່ 7 ນີ້ ມີປະກອບມີທັງໝົດ 132 ຄົນຈາກຜູ້ສະມັກທັງ
ໝົດ 190 ຄົນ ໃນ 17 ເຂດເລືອກຕັ້ງໃນທົ່ວປະເທດລາວ.
ຊຶ່ງຜູ້ໄດ້ຮັບເລືອກຕັ້ງນັ້ນກໍແບ່ງເປັນສະມາຊິກເພດຊາຍ
99 ທ່ານ ແລະເພດຍິງ 33 ທ່ານ ຫລືຄິດເປັນ 75% ກັບ
25% ຕາມລຳດັບ.
ສ່ວນຄຸນນະສົມບັດໃນດ້ານການ ສຶກສາຂອງຜູ້ສະໝັກນັ້ນ
ກໍປາກົດວ່າ ສ່ວນໃຫຍ່ຈົບການສຶກສາຕັ້ງແຕ່ລະດັບສູງໄປ
ຈົນເຖິງປະລິນຍາເອກ ແລະກໍມີເກນອາຍຸລະຫວ່າງ 45-60 ປີ.