ທ່ານດວງດີ ອຸດທະຈັກ ກໍາມະການປະຈໍາສະພາແຫ່ງຊາດລາວ ໄດ້ຖະແຫລງຢືນຢັນ
ວ່າ ໃນໂອກາດກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກຂອງສະພາແຫ່ງຊາດລາວ
ຊຸດທີ 7 ທີ່ກໍາໜົດຈະໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າງຂອງວັນທີ 15 ມິຖຸນາ
ນີ້ ຖືວ່າເປັນກອງປະຊຸມຄັ້ງທໍາອິດຂອງສະມາຊິກສະພາແຫ່ງຊາດລາວ ຊຸດທີ່ 7 ຈໍາ
ນວນ 132 ຄົນທີ່ໄດ້ຮັບການເລືອກຕັ້ງ ທີ່ໄດ້ຮັບການເລືອກຕັ້ງເມື່ອວັນທີ 30 ເມສາ
ທີ່ຜ່ານມານັ້ນ ກໍມີວາລະທີ່ສໍາຄັນທີ່ຈະພິຈາລະນາຮັບຮອງເອົາໃນຫລາຍດ້ານອີກດ້ວຍ.
ກໍຄືການລົງມັດຕິເພື່ອແຕ່ງຕັ້ງປະທານ, ຮອງປະທານ ແລະຄະນະກໍາມາທິການໃນດ້ານ ຕ່າງໆຂອງສະພາແຫ່ງຊາດຊຸດທີ 7 ຕິດຕາມດ້ວຍການແຕ່ງຕັ້ງປະທານ ແລະຮອງປະ
ທານປະເທດ, ການແຕ່ງຕັ້ງນາຍົກລັດຖະມົນຕີ ແລະຄະນະລັດຖະບານລາວຊຸດໃໝ່. ການແຕ່ງຕັ້ງປະທານສານປະຊາຊົນສູງສຸດ ແລະປະທານໄອຍະການປະຊາຊົນ ລວມ
ໄປເຖິງການພິຈາລະນາເພື່ອຮອງຮັບເອົາແຜນການພັດທະນາເສດຖະກິດ-ສັງຄົມໄລຍະ
5 ປີຄັ້ງທີ 7 ແລະ ແຜນການພັດທະນາເສດຖະກິດ-ສັງຄົມປະຈໍາປີ 2011- 2012 ດັ່ງທີ່ ທ່ານດວງດີ ໄດ້ຖະແຫລງຊີ້ແຈງໃນຕອນນຶ່ງວ່າ:
“ກອງປະຊຸມ ໄດ້ພິຈາລະນາ
ແລະຮັບຮອງເອົາການເລືອກ
ຕັ້ງປະທານ ແລະຮອງປະ
ທານປະເທດ, ພິຈາລະນາ
ແລະຮັບຮອງ ການແຕ່ງຕັ້ງ
ນາຍົກລັດຖະມົນຕີ ພິຈາລະ
ນາ ແລະ ຮັບຮອງໂຄງປະ
ກອບກົງຈັກຂອງລັດຖະບານ
ແລະ ການແຕ່ງຕັ້ງບັນດາ
ຮອງນາຍົກລັດຖະມົນຕີແລະ
ລັດຖະມົນຕີ ພິຈາລະນາແລະ
ຮັບຮອງແຜນການພັດທະນາ
ເສດຖະກິດ-ສັງຄົມ 5 ປີຄັ້ງ
ທີ 7 ຈາກປີ 2011-2012.”
ນອກຈາກນັ້ນ ກອງປະຊຸມຄັ້ງນີ້ກໍຍັງຈະພິຈາລະນາຮັບຮອງເອົາກົດໝາຍໃໝ່ ຈໍານວນນຶ່ງ
ທີ່ວ່າດ້ວຍການສ່ວຍສາອາກອນ ແລະ ກົດມາຍວ່າດ້ວຍການປັບປຸງໂຄງສ້າງອໍານາດການ
ບໍລິຫານເນື່ອງຈາກວ່າກ່ອນໜ້ານີ້ ໄດ້ມີການໂອນຍ້າຍຄະນະກໍາມະການເພື່ອການຄວບຄຸມ
ແລະກວດກາຢາເສບຕິດແຫ່ງຊາດ ຈາກສໍານັກງານປະທານປະເທດ ມາຢູ່ໃນສັງກັດສໍານັກ
ງານນາຍົກລັດຖະມົນຕີນັ້ນເອງ.
ສ່ວນຜູ້ທີ່ຖືກຄາດໝາຍວ່າຈະໄດ້ຮັບຕໍາແໜ່ງປະທານ
ປະເທດນັ້ນກໍຍັງເປັນທ່ານ ຈູມມະລີ ໄຊຍະສອນ ແລະ
ທ່ານນາງ ປານີ ຢາທໍຕູ້ກໍຈະໄດ້ຮັບຕໍາແໜ່ງປະທານ
ສະພາແຫ່ງຊາດໃນຂະນະທີ່ທ່ານ ທອງສິງ ທໍາມະວົງ
ກໍຈະຍັງຄົງຄອງຕໍາແໜ່ງນາຍົກລັດຖະມົນຕີຕໍ່ໄປ. ນອກ
ຈາກນີ້ ກໍຄາດໝາຍວ່າຈະມີການປັບປ່ຽນຕົວບຸກຄົນທີ່ຈະ
ເປັນລັດຖະມົນຕີໃນບາງກະຊວງອີກດ້ວຍ ເຊ່ນກະຊວງຖະແຫລງຂ່າວ ແລະວັດທະນາທໍາ, ກະຊວງກະສິກໍາ-ປ່າໄມ້, ກະຊວງສາທາລະນະສຸກ ແລະລັດຖະມົນຕີປະຈໍາສໍານັກ ງານນາຍົກລັດຖະມົນຕີເປັນຕົ້ນ. ກອງປະຊຸມຄັ້ງນີ້ຈະດໍາເນີນໄປຈົນເຖິງວັນທີ 24 ມິຖຸນາ ຈຶ່ງຈັດອັດລົງ.
ໃນການເລືອກຕັ້ງຄັ້ງນີ້ປະກອບມີ
6,324 ໜ່ວຍເລືອກຕັ້ງ ແລະມີ
ປະຊາຊົນທີ່ມີສິດໃນການເລືອກ
ຕັ້ງ ຈຳນວນທັງໝົດ 3 ລ້ານ
244 ພັນ 312 ຄົນ. ຊຶ່ງໃນນັ້ນ
ກໍໄດ້ອອກມາໃຊ້ສິດ 3 ລ້ານ
233 ພັນ 241 ຄົນ ຫລືຄິດ
ເປັນ 99.65% ຂອງຈຳນວນຜູ້
ທີ່ມີສິດໃນການເລືອກຕັ້ງທັງໝົດ.