ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວປະກາດ ຜົນການເລືອກຕັ້ງ ສະພາແຫ່ງຊາດ


ທ່ານຈູມມະລີ ໄຊຍະສອນ ໄປປ່ອນບັດເລືອກຕັ້ງເອົາຜູ້ແທນສະມາຊິກ ສະພາແຫ່ງຊາດລາວ
ທ່ານຈູມມະລີ ໄຊຍະສອນ ໄປປ່ອນບັດເລືອກຕັ້ງເອົາຜູ້ແທນສະມາຊິກ ສະພາແຫ່ງຊາດລາວ

ບັນດາ​ເຈົ້າ​ໜ້າ​ທີ່ເລືອກຕັ້ງຂອງລາວ ​ໄດ້​ປະກາດ​ຜົນການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ໃຫ້​ຊາບ
ໂດຍ​ກ່າວ​ວ່າ ຈໍານວນ​ນຶ່ງ​ຂອງ​ພວກ​ສະມາຊິກ​ທີ່​ຍັງ​ໜຸ່ມ​ແລະ​ໄດ້​ຮັບ​ການ​ສຶກສາ​ດີ​ຂຶ້ນ​ຈະ​ຮ່ວມ​
ໃນ​ສະພາ​ນິຕິບັນຍັດ​ຊຸດໃໝ່ທີ່ມີອາຍຸໃນການປະຕິບັດງານ 5 ປີ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກໍາກັບ​ການ​ເລືອກ​ຕັ້ງ​ກ່າວ​ວ່າ ພວກ​ສະມາຊິກ​ 42 ຄົນ​ໃນ​ຈໍານວນ​ສະມາ
ຊິກ​ທັງ​ໝົດ 132 ຄົນ​ໃນສະພາ​ຊຸດ​ໃໝ່​ເຄີຍ​ດໍາລົງ​ຕໍາ​ແໜ່​ງ​ໃນ​ວົງ​ການ​ລັດຖະບານມາ​ແລ້ວ ​
ໃນ​ຂະນະ​ດຽວ​ກັນ 90 ຄົນ​ແມ່ນ​ເຈົ້າ​ໜ້າ​ທີ່​ທາງ​ການ​ປະ​ຈໍາ​ທ້ອງ​ຖິ່ນ. ພວກ​ເຈົ້າ​ໜ້າ​ທີ່​ເຫລົ່າ
ນີ້ກ່າວ​ຕື່ມ​ວ່າ ມີ​ພວກ​ສະມາຊິກ ​ໃນ​ຄະນະ​ກໍາມະການ​ສູນ​ກາງ​ພັກ​ໃນ​ຈໍານວນ​ໜ້ອຍ​ລົງ​
ຮວມຢູ່​ໃນ​ບັນຊີ​ລາຍ​ຊື່​ຜູ້​ສະມັກ​ຮັບ​ເລືອກ​ຕັ້ງ​ໃນ​ປີ​ນີ້ ​ເພື່ອ​ໃຫ້ມີໄລຍະຫ່າງໄກກັນ​ອອກ​ລະ
ຫວ່າງ​ຝ່າຍ​ນິຕິບັນຍັດ​ແລະ​ຝ່າ​ຍບໍລິຫານ​ນັ້ນ.

ສະມາ​ຊິ​ກສະພາ​ຊຸດ​ໃໝ່​ຈະ​ປະຊຸມ​ກັນ​ໃນ​ເດືອນ​ມິຖຸນາ​ຈະມານີ້​ເພື່ອ​ລົງມະຕິ​ຮັບ​ເອົາ​ປະທານ
ປະເທດ ຮອງ​ປະທານປະເທດ ນາຍົກລັດຖະມົນຕີ​ແລະ​ຄະນະ​ລັດຖະບານ​ຊຸດ​ໃໝ່. ພວກ​ສະ
ມາຊິກ​ຊຸດ​ໃໝ່​ຄາດ​ວ່າ​ຈະ​ປະຕິບັດຕາມ​ຄໍາ​ແນະ​ນໍາ​ຕ່າງໆ​ຂອງ​ຄະນະກຳມະການກົມ​ການ​
ເມືອງ​ສູນ​ກາງ​ພັກ​ ປປຊ.

ບັນດາ​ເຈົ້າ​ໜ້າ​ທີ່​ກໍາກັບ​ການ​ເລືອກ​ຕັ້ງ​ກ່າວ​ວ່າ ຈໍານວນ​ຜູ້​ຄົນ​ໄປ​ປ່ອນ​ບັດໃນ​ການເລືອກຕັ້ງ
ທີ່ມີພັກ​ການ​ເມືອງພຽງພັກ​ດຽວ ​ໃນ​ວັນ​ທີ 30 ​ເມສາ​ຜ່ານມານີ້ ແມ່ນ​ຢູ່​ໃນ​ຈໍານວນ 99.6
ເປີ​ເຊັນ. ປະຊາຊົນ​ຜູ້​ມີ​ສິດ​ປ່ອນ​ບັນ​ເລືອກ​ຕັ້ງ​ແມ່ນ​ປະມານ​ເຄິ່ງນຶ່ງ​ຂອງ​ຈໍານວນ​ພົນລະ​ເມືອງ
ຂອງ​ປະ​ເທດ.

ຄະນະ​ກໍາມະການ​ກໍາກັບ​ການ​ເລືອກ​ຕັ້ງ​ກ່າວ​ວ່າ ມີ​ການ​ໃຊ້​ເວລາ 10 ມື້​ສໍາ​ລັບ​ການ​ນັບ​ບັດ
ເລືອກ​ຕັ້ງ ​ຍ້ອນ​ວ່າ​ຝົນຕົກ​ໜັກ ຊຶ່ງ​ໄດ້​ເຮັດ​ໃຫ້ການ​ຂົນ​ສົ່ງ​ຫີບບັດ​ເລືອກ​ຕັ້ງຈາກ​ຂົງ​ເຂດ​
ສອກຫລີກ​ຫ່າງ​ໄກ​ມີການຊັກ​ຊ້າ.

XS
SM
MD
LG