ນາຍົກລັດຖະມົນຕີລາວ ຢືນຢັນວ່າ ຈະປັບປຸງກົນໄກປາບປາມ ການສໍ້ລາດບັງຫຼວງ

ໃນກອງປະຊຸມຄັ້ງປະຖົມມະເລີກຂອງສະພາແຫ່ງຊາດລາວຊຸດທີ 7 ທີ່ຈະດໍາເນີນໄປຈົນເຖິງວັນ 24 ມິຖຸນາ 2011 ນັ້ນ ທ່ານທອງສິງ ທໍາມະວົງ ໄດ້ກ່າວຢືນຢັນວ່າ ຈະປາບປາມການສໍ້ລາດບັງຫລວງ ໃຫ້ໄດ້ດີ ມີປະສິດທິຜົນຂຶ້ນກວ່າເກົ່າ.

ນາຍົກລັດຖະມົນຕີລາວຢືນຢັນວ່າ ຈະດໍາເນີນການປັບປຸງການບໍລິຫານງານຂອງລັດຖະ ບານຢ່າງຕັ້ງໜ້າ ເພື່ອເພີ່ມປະສິດທິພາບເຂົ້າໃນການປາບປາມການສໍ້ລາດບັງຫຼວງ ໃນ ວົງການລັດຖະບານ.

ທ່ານ ທອງສິງ ທໍາມະວົງ ໄດ້ຖະແຫຼງຢືນຢັນໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນ
ນາຍົກລັດຖະມົນຕີຂອງລາວ ໃນລະຫວ່າງກອງປະຊຸມຄັ້ງປະຖົມມະເລີກຂອງສະພາ
ແຫ່ງຊາດລາວຊຸດທີ 7 ທີ່ກໍາລັງດໍາເນີນການປະ ຊຸມຢູ່ໃນເວລານີ້ວ່າ ວຽກງານທີ່ສໍາ
ຄັນຢ່າງຍິ່ງປະການນຶ່ງ ທີ່ທ່ານຈະດໍາເນີນການພັດທະນາປັບປຸງໃຫ້ມີປະສິດທິພາບ
ຫຼາຍຂຶ້ນກໍຄື ການປາບປາມການສໍ້ລາດບັງຫຼວງໃນວົງການຂອງລັດຖະບານ ໃນທົ່ວ ປະເທດ.

ທັງນີ້ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍມີຄວາມຈໍາເປັນ ຢ່າງຍິ່ງທີ່ຈະຕ້ອງດໍາເນີນການປັບປຸງທັງລະບົບ ແລະ ວິທີການຈັດຕັ້ງປະຕິບັດວຽກ
ງານຕ່າງໆ ຂອງລັດຖະບານລາວໃນທຸກລະດັບຢ່າງຄົບຊຸດ ດັ່ງທີ່ທ່ານ ທອງສິງ ໄດ້
ໃຫ້ການຢືນຢັນວ່າ:

ທ່ານ ທອງສິງ ທໍາມະວົງ ທີ່ຖືກເລືອກໃຫ້ເປັນນາຍົກ ລັດຖະມົນຕີລາວອີກນຶ່ງ ສະໄໝ

“ລັດຖະບານຈະສືບຕໍ່ປັບປຸງແບບແຜນວິທີເຮັດວຽກ
ແລະສ້າງບາດກ້າວບຸກທະລຸດ້ານກົນໄກ ແລະລະ
ບຽບການບໍລິຫານຄຸ້ມຄອງໃຫ້ເປັນຈິງ, ພ້ອມກັນນັ້ນ
ຈະເຮັດໃຫ້ການຄຸ້ມຄອງລັດຢູ່ຂັ້ນສູນກາງ ແລະທ້ອງ
ຖິ່ນມີຄວາມກົມກຽວເປັນເອກະພາບ ແລະມີຄວາມ
ສັກສິດ
. ທັງຈໍາກັດແກ້ໄຂບັນຫາການສວຍໂອກາດ
ການສໍ້ລາດບັງຫຼວງ ແລະຄວາມບໍ່ໂປ່ງໃສໃນດ້ານ
ຕ່າງໆ ຢ່າງຈິງໃຈ
.

ກ່ອນໜ້ານີ້ ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນ
ປະຕິວັດລາວ ໄດ້ມີມະຕິຄໍາສັ່ງໃຫ້ຄະນະລັດຖະບານລາວ
ຕ້ອງດໍາເນີນການປະຕິບັດ ເພື່ອຍົກລະດັບປະສິດທິພາບ
ໃນການບໍລິຫານງານຂອງລັດຖະບານໃນທຸກໆ ດ້ານເພື່ອ
ປາບປາມການສໍ້ລາດບັງຫຼວງໃນວົງການລັດຖະບານໃຫ້ໄດ້ ຢ່າງເປັນຮູບປະທໍາ.

ແຕ່ວ່າການທີ່ຈະເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍມີຄວາມຈໍາ
ເປັນຈະຕ້ອງມີການດໍາເນີນມາດຕະການກວດກາ ການບໍລິຫານງານ ໃນອົງການພັກ-
ລັດຢ່າງເຂັ້ມງວດ ແລະທົ່ວເຖິງ ທັງໃນສູນກາງ ແລະທ້ອງຖິ່ນໃນທົ່ວປະເທດ. ພ້ອມທັງ ຍັງດໍາເນີນການຈັດຕັ້ງປະຕິບັດຕາມກົດໝາຍ ແລະແຜນການຕ່າງໆທີ່ສະພາແຫ່ງ
ຊາດລາວໄດ້ວາງ​ໄວ້ອີກດ້ວຍ.

ດັດສະນີການສໍ້ລາດບັງຫລວງຂອງອົງການຄວາມ ໂປ່ງໃສສາກົນ ທີ່ພິມອອກໃນເດືອນຕຸລາ 2010 ຊຶ່ງລາວຖືກຈັດຢູ່ໃນອັນດັບທີ 154 ໃນຈໍານວນ 178 ປະເທດທີ່ຖືກສໍາຫລວດ ຊຶ່ງໝາຍຄວາມວ່າ ລາວຢູ່ໃນອັນດັບທີ 24 ໃນບັນດາປະເທດທີ່ມີ ຄວາມໂປ່ງໃສໜ້ອຍທີ່ສຸດ. (AP)

ກ່ອນໜ້ານີ້ ອົງການກວດກາ
ຄວາມໂປ່ງໃສສາກົນ ຫຼື
Transparency
International ໄດ້ລາຍງານ
ແລະໄດ້ຈັດໃຫ້ລາວເປັນປະ
ເທດນຶ່ງ​ທີ່ຢູ່ໃນ​ກຸ່ມປະເທດ
ທີ່ມີການສໍ້ລາດບັງຫຼວງຫຼາຍ
ທີ່ສຸດໃນໂລກ. ທັງນີ້ ​ເຖິງ​
ແມ່ນ​ວ່າ​ລາວ​ຈະ​ຖື​ກຈັດ​ໃຫ້​ຢູ່
ໃນ​ອັນດັບທີ່ດີ​ຂຶ້ນຈາກ 158
ໃນປີ 2009 ​ມາ​ເປັນອັນດັບ
ທີ່ 154 ຈາກທັງໝົດ 178
ປະ​ເທດ​ໃນ​ປີ 2010 ກໍ່ຕາມ
ຫາກ​ແຕ່​ວ່າ​ລາວ​ກໍ່​ໄດ້​ຮັບ​ຄະ
ແນນ​ຄວາມ​ໄວ້​ວາງ​ໃຈ​ຈາກ
ບັນດາ​ນັກທຸລະກິດ​ຊາວ​ຕ່າງ
ຊາດ​ພຽງ​ແຕ່ 2.0 ຄະ​ແນນ
ໃນ​ປີ 2009 ​ແລະ 2.1 ຄະ​ແນນ​ເທົ່າ​ນັ້ນ​ໃນ​ປີ 2010 ຈາກ 10 ​ຄະ​ແນນ​ເຕັມ.

ສ່ວນ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນດ້ວຍ
ກັນ​ ທີ່​ໄດ້​ຮັບ​ຄະ​ແນນ​ໄວ້​ວາງ​ໃຈ​ຈາກ​ບັນດາ​ນັກທຸລະກິດຊາວ​ຕ່າງ​ຊາດ​ຫຼາຍກວ່າລາວ​ ກໍມີ​:
ສິງກະ​ໂປ, ບູ​ໄນ, ມາ​ເລ​ເຊຍ, ​ໄທ, ອິນ​ໂດ​ເນ​ເຊຍ, ຫວຽດນາມ​ແລະຟີ​ລິບ​ປິນຕາມ​ລຳດັບ ​
ໃນ​ຂະນະ​ທີ່​ກຳປູ​ເຈຍ​ນັ້ນ​ຖືກ​ຈັດ​ໃຫ້​ຢູ່​ໃນ​ອັນ​ດັບ​ດຽວ​ກັບ​ລາວ. ດ້ວຍ​ເຫດ​ນີ້ ​ຈຶ່ງ​ມີ​ພຽງ​ແຕ່
ມຽນມາ​ປະ​ເທດ​ດຽວ​ເທົ່າ​ນັ້ນ ​ທີ່​ມີ​ການ​ສໍ້​ລາດບັງ​ຫຼວງຫຼາຍ​ກວ່າ​ລາວ.

ກາຕູນລລຽນການສໍ້ລາດບັງຫລວງຢູ່ໃນລາວທລົງພິມໃນໜັງສືພິມ ລາວສະບັບນຶ່ງ ໃນໝໍ່ໆ ມານີ້

ທາງ​ດ້ານ​ເຈົ້າໜ້າທີ່​ຂັ້ນສູງ​ໃນ
ກະຊວງກະສິກໍາ-ປ່າ​ໄມ້​ລາວ
ກໍໄດ້ຍອມຮັບ​ວ່າ ພາກສ່ວນ​
ທີ່​ມີ​ການ​ສໍ້​ບາດ​ບັງ​ຫຼວງຫຼາຍ
ທີ່​ສຸດ​ນັ້ນ ກໍ​ຄື​ພາກສ່ວນ​ທີ່
ກ່ຽວຂ້ອງ​ກັບ​ການ​ອານຸຍາດ
ໃຫ້​ສໍາ​ປະທານ​ປ່າ​ໄມ້ຊຶ່ງ​ເຮັດ
ໃຫ້​ມີການ​ລັກລອບ​ຕັດ​ໄມ້
ໂດຍຜິດ​ກົດໝາຍ​ເກີດ​ຂຶ້ນ
ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ປະ
ເທດ​ລາວ ​ແລະ​ເປັນ​ບັນຫາ
ໃຫຍ່ທີ່​ຍາກ​ຕໍ່​ການ​ປ້ອງ​ກັນ
ແລະປາບ​ປາມອີກ​ດ້ວຍ.

ທັງນີ້​ ກໍ​ເນື່ອງ​ຈາກ​ວ່າ ອໍາ
ນາດ​ການ​ປົກຄອງ​ທັ້ງທີ່ຢູ່​
ໃນ​ສູນ​ກາງ ​ແລະລະດັບ
ທ້ອງ​ຖິ່ນ​ໄດ້​ມີ​ການ​ອະນຸຍາດ
ໃຫ້​ມີ​ການສ້າງ​ຕັ້ງ​ໂຮງ​ເລື່ອຍ
ແລະໂຮງ​ງານ​ແປ​ຮູບ​ໄມ້​ຈໍາ
ນວນ​ຫຼາຍ​ຈົນເກີນໄປ ​ຈຶ່ງ​
ເຮັດ​ໃຫ້​ຍາກ​ຕໍ່​ການ​ທີ່​ຈະຄວບ
ຄຸມ ​ແລ​ະກວດກາ​ໄດ້​ຢ່າງທົ່ວ
ເຖິງ ​ແລະໃນ​ຂະນະ​ດຽວກັນ
ຜົນ​ຂອງ​ການ​ກວດກາ​ໃນ​ໄລຍະ​ທີ່​ຜ່ານ​ມາ​ ກໍ່​ພົບ​ວ່າມີ​ເຈົ້າ​ຂອງກິດຈະການ​ຫຼາຍ​ໂຮງງານ
ທີ່​ໄດ້​ລະ​ເມີດ​ກົດໝາຍດ້ວຍ​ການ​ເຂົ້າ​ໄປ​ກ່ຽວຂ້ອງກັບ​ການ​ລັກລອບ​ຕັດ​ໄມ້​ເພື່ອ​ນໍາ​ເອົາ​ມາ ​ປ້ອນໂຮງງານຂອງ​ພວກ​ຕົນ.

ໄມ້ຈໍານວນນຶ່ງທີ່ຖືກລັກລອບຕັດໂດຍຜິດກົດໝາຍແລະຖືກລັດຖະ ບານຢຶດໄດ້

ໃນ​ຊ່ວງ 6 ​ເດືອນທີ່​ຜ່ານ​ມາ​
ຂອງ​ແຜ​ນການ​ປະ​ຈໍາປີ 2010
-2011 ນີ້​ ກົມກວດກາປ່າໄມ້
ສາມາດ​ຢຶດຂອງ​ກາງ​ ເປັນ​ໄມ້
ທ່ອນໄດ້​ຈໍານວນ 64,000
ກວ່າທ່ອນ ພ້ອມດ້ວຍ​ໄມ້​ແປ
ຮູບຫຼາຍ​ກວ່າ 324,000 ​ແຜ່ນ,
ໄມ້ຄໍ້າແບບ 5 ໝື່ນກວ່າລໍາ,
ຍານພາຫະນະ 200 ກວ່າຄັນ,
ຈັກສໍາລັບ​ຕັດ​ໄມ້ 164 ​ເຄື່ອງ
ແລະມີປ່າໄມ້ຖືກທໍາລາຍບຸກລຸກ
ກວ້າງກວ່າ 7,200ເຮັກຕາ.

ນອກຈາກນັ້ນ ບັນຫາທີ່ໜ້າເປັນຫ່ວງກໍຄືການປະກົດວ່າ ໄດ້ມີການລັກລອບຕັດໄມ້ໃນເຂດ
ປ່າສະຫງວນນັບມື້ເພີ່ມຫຼາຍຂຶ້ນ, ໂດຍພື້ນທີ່ ທີ່ມີການລັກລອບຕັດໄມ໊ຫຼາຍທີ່ສຸດ ກໍ່ຄື:
ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສາລະວັນ, ອັດຕະປື, ຊຽງຂວາງ, ອຸດົມໄຊ ແລະ
ຜົ້ງສາລີ.