ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວຍອມຮັບວ່າ ມີການສໍ້ລາດບັງຫລວງ ໃນກົມພາສີ ຫລາຍຂຶ້ນ ແຕ່ກໍຍັງບໍ່ເປັນ ເລື້ອງຮ້າຍແຮງ ປານໃດ


ກາຕູນເຢາະເຢີ້ຍສະແດງເຖິງສະພາບການສໍ້ລາດບັງຫລວງຢູ່ໃນລາວ ທີ່ລົງພິມໃນໜັງສືພິມລາວສະບັບນຶ່ງ ໃນປີ 2011.
ກາຕູນເຢາະເຢີ້ຍສະແດງເຖິງສະພາບການສໍ້ລາດບັງຫລວງຢູ່ໃນລາວ ທີ່ລົງພິມໃນໜັງສືພິມລາວສະບັບນຶ່ງ ໃນປີ 2011.

ເຈົ້າໜ້າທີ່​ຂັ້ນສູງ​ຂອງ​ລາວຍອມຮັບ​ວ່າ ມີ​ການ​ສໍ້​ລາ​ດບັງ​ຫລວງ ພາຍ​ໃນ​ກົມ​ພາສີ​ຫລາຍ​ຂຶ້ນ ຫາກ​ແຕ່​ກໍ​ຍັງ​ເຊື່ອໝັ້ນວ່າ ລັດຖະບານ​ລາວສາມາດ​ທີ່​ຈະ​ຄວບ​ຄຸມ​ໄດ້ ​ເພື່ອ​ເຮັດ​ໃຫ້​ເກີດຜົນ​ກະທົບ​ຕໍ່ສ່ວນ​ລວມ​ໜ້ອຍທີ່​ສຸດ.

ເຈົ້າໜ້າທີ່​ຂັ້ນສູງ​ໃນ​ກົມ​ພາສີ
ກະຊວງ​ການ​ເງິນ​ຂອງ​ລາວ ​
ໄດ້​ໃຫ້ການ​ຍອມຮັບ​ວ່າການ
​ປະຕິບັດໜ້າທີ່ຂອງ​ພະນັກງານ
​ໃນ​ກົມ​ພາສີ​ໃນ​ປັດຈຸບັນ​ນີ້ ​ໄດ້
​ເກີດ​ປະກົດ​ການ​ຫຍໍ້​ທໍ້ເພີ້ມຂຶ້ນ
ນັບ​ມື້ ​ໂດຍ​ສະ​ເພາະ​ແມ່ນ​ການ
​ປະຕິບັດໜ້າທີ່​ຢ່າງ​ບໍ່​ໂປ່​ງ​ໃສ​
ດ້ວຍ​ການ​ຍອມຮັບ​ເອົາ​ສິນ​ບົນ
​ເພື່ອ​ແລກ​ກັບການ​ຊ່ວຍໃຫ້​ມີ​
ການ​ຫລົບຫລີກ ການ​ຊໍາລະ
​ພາສີຢ່າງ​ຖືກ​ຕ້ອງ​ຂອງ​ບັນດາ​
ຜູ້​ປະກອບ​ການ​ໃນ​ທຸລະ​ກິດ​
ຕ່າງໆນັ້ນ ຖື​ເປັນ​ກໍລະນີ​ບັນຫາ
ທີ່​ມີ​ທ່າ​ອ່ຽງຮຸນ​ແຮງ​ຫລາຍ​ຂຶ້ນ.

​ແຕ່​ຢ່າງ​ໃດ​ກໍ​ຕາມເຈົ້າໜ້າທີ່​
ຂັ້ນສູງ​ຂອງ​ລາວຄົນ​ດັ່ງກ່າວ​ນີ້
ກໍ​ຍັງ​ຄົງ​ເຊື່ອໝັ້ນວ່າ ລັດຖະ
ບານ​ລາວ​ມີ​ຄວາມ​ອາດສາມາດ
ທີ່​ຈະ​ຄວບ​ຄຸມ ​ແລະ​ປາບ​ປາມ
​ການ​ສໍ້​ລາດ​ບັງ​ຫລວງພາຍ​ໃນ​ກົມ​ພາສີ ໃນ​ປັດຈຸບັນນີ້ ຍັງ​ເປັນ​ການ​ກະທໍາ​ໂດຍ​ພະນັກ
ງານໃນ​ຂັ້ນພື້ນຖານ​ເທົ່າ​ນັ້ນ ຫາກ​ແຕ່​ວ່າເມື່ອ​ເປັນ​ສະພາບ​ການທີ່​ໄດ້​ເກີດ​ຂຶ້ນ​ໂດຍ​ທົ່ວ​ໄປ
ຈຶ່ງ​ເຮັດ​ໃຫ້​ເກີດ​ເປັນ​ບັນຫາ​ຫາງ​ສຽງຈາກ​ປະຊາຊົນ ຢ່າງ​ກວ້າງ​ຂວາງ ດັ່ງ​ທີ່​ເຈົ້າຽ້າທີ່​ລາວ
​ຄົນ​ດັ່ງກ່າວ​ນີ້ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ອັນ​ນີ້ມັນ​ກະ​ເປັນ​ລັກສະນະ​ຫາງ​ສຽງ ກະ​ເປັນ​ຫາງ​ສຽງທີ່​ວ່າ​ກະທົບ ​ເພາະວ່າ
​ເຮົາ​ເຮັດໜ້າທີ່​ບໍລິການ ​ເກັບ​ລາຍ​ຮັບ​ເດ້ ມັນ​ກະ​ມີ​ການ​ກະທົບ​ຫາງ​ສຽງຈາກ​
ສັງຄົມ ຫາງ​ສຽງຈາ​ກຫົວໜ່ວຍທຸລະ​ກິດ ຊຶ່ງ​ກະບໍ່ປະຕິ​ເສດ ​ແຕ່​ວ່າກະບໍ່ແມ່ນ
​ເປັນ​ອັນ​ທີ່​ວ່າ​ເຮັດ​ໃຫ້​ເສຍ​ຫາຍ​ມະຫາສານ.”

ດັດສະນີການສໍ້ລາດບັງຫລວງຂອງອົງການຄວາມໂປ່ງໃສສາກົນ ທີ່ພິມອອກໃນເດືອນຕຸລາ 2010 ຊຶ່ງລາວຖືກຈັດຢູ່ໃນອັນດັບທີ 154 ຊຶ່ງໝາຍຄວາມວ່າ ລາວຖືກຈັດຢູ່ໃນກຸ່ມປະເທດທີ່ມີຄວາມໂປ່ງໃສ ໜ້ອຍທີ່ສຸດຂອງໂລກ. (AP)
ດັດສະນີການສໍ້ລາດບັງຫລວງຂອງອົງການຄວາມໂປ່ງໃສສາກົນ ທີ່ພິມອອກໃນເດືອນຕຸລາ 2010 ຊຶ່ງລາວຖືກຈັດຢູ່ໃນອັນດັບທີ 154 ຊຶ່ງໝາຍຄວາມວ່າ ລາວຖືກຈັດຢູ່ໃນກຸ່ມປະເທດທີ່ມີຄວາມໂປ່ງໃສ ໜ້ອຍທີ່ສຸດຂອງໂລກ. (AP)

ກ່ອນໜ້ານີ້ ອົງການກວດກາ
ຄວາມໂປ່ງໃສສາກົນ ຫຼື
Transparency International
ກໍໄດ້ຈັດໃຫ້ລາວ ​ຢູ່ໃນ​ອັນດັບທີ່
154 ຈາກ 182 ປະ​ເທດທີ່ມີ
ການສໍ້ລາດບັງຫຼວງຫຼາຍທີ່ສຸດ
ໃນໂລກ. ໂດຍລາວໄດ້​ຮັບ​ຄະ
ແນນ​ຄວາມໜ້າເຊື່ອຖື​ຈາກບັນດ
າ​ນັກທຸລະກິດ​ຊາວ​ຕ່າງຊາດ​ 2.2
ຄະ​ແນນ ຈາກ 10 ​ຄະ​ແນນ​ເຕັມ
ຊຶ່ງໝາຍຄວາມ​ວ່າ ບັນ​ດາ​ນັກ​
ລົງທຶນ​ຕ່າງ​ຊາດມອງ​ວ່າການ​ສໍ້
​ລາດ​ບັງ​ຫລວງ​ໃນ​ວົງ​ການ​ລັດ
ຖະບານ​ລາວ​ນັ້ນ ຍັງ​ຈັດ​ຢູ່​ໃນ​
ສະພາວະ​ທີ່ໜ້າ​ເປັນ​ຫ່ວງ​ຢ່າງ​ຍິ່ງ
ອັນ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ເຖິງ
​ປະສິດທິພາບຂອງ​ການ​ໃຊ້​ຈ່າຍ
ງົບປະມານ​ທີ່​ເປັນ​ຜົນ​ປະ​ໂຫຍ​ດ
ຂອງ​ສ່ວນ​ຮວມຢ່າງ​ຫລີກ​ລ້ຽງບໍ່​ໄດ້​ນັ້ນ​ເອງ.

ທາງດ້ານທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນ
ໄດ້ຖະແຫລງວ່າ ການດໍາເນີນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນຊ່ວງ
ປີ 2012-2015 ລັດຖະບານລາວ ກໍໄດ້ວາງເປົ້າໝາຍທີ່ຈະຕ້ອງລະດົມການລົງທຶນຂອງ
ພາກເອກະຊົນຈາກຕ່າງປະເທດ ໃຫ້ເຂົ້າມາໃນລາວ ໃຫ້ໄດ້ໃນມູນຄ່າບໍ່ໜ້ອຍກວ່າ
127,000 ຕື້ກີບ ຫລື 15,300 ລ້ານໂດລາ ຈຶ່ງຈະສາມາດບັນລຸເປົ້າໝາຍທີ່ວາງເອົາໄວ້
ໃນແຜນການໄດ້ຢ່າງແທ້ຈິງ.

ທ່ານສົມດີ ດວງດີ ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນຂອງລາວ
ທ່ານສົມດີ ດວງດີ ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນຂອງລາວ

ກໍຄືການແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນ
ລາວໃຫ້ໄດ້ໂດຍພື້ນຖານ ການລົດອັດຕາການເສຍຊີ
ວິດຂອງເດັກນ້ອຍ ທີ່ມີອາຍຸຕໍ່າກວ່າ 11 ປີ ໃຫ້ຢູ່ໃນ
ອັດຕາສະເລ່ຍ ບໍ່ເກີນ 45 ຄົນຕໍ່ 1,000 ຄົນ. ການ
ຂະຫຍາຍໂອກາດການສຶກສາດ້ວຍການເຮັດໃຫ້
ເດັກນ້ອຍ​ໄດ້​ຮຽນຈົນ​ຈົບ​ຊັ້ນ​ປະຖົມໃຫ້ໄດ້​ເຖິງ 95%
​ຂອງເດັກນ້ອຍໃນໄວຮຽນທັງໝົດ, ການສົ່ງເສີມ
ຄວາມສະເໝີພາບລະຫວ່າງເພດຍິງກັບເພດຊາຍ
ການບໍລິການດ້ານສາທາລະນະສຸກ ແກ່ປະຊາຊົນ
ຢ່າງທົ່ວເຖິງ ໃນທົ່ວປະເທດ ການຮັກສາສະພາບແວດລ້ອມ ແລະການນໍາໃຊ້ຊັບພະຍາ
ກອນທໍາມະຊາດຢ່າງຍືນຍົງ.

ແຕ່ຢ່າງໃດກໍຕາມ ທ່ານສົມດີ ດວງດີ ກໍຍອມຮັບວ່າ ບັນຫາໃນເວລານີ້ກໍຄື ລັດຖະບານ
ລາວ ຍັງມີຄວາມສາມາດທາງດ້ານງົບປະມານໃນລະດັບຕໍ່າຫລາຍ ຈຶ່ງເຮັດໃຫ້ຄາດ
ໝາຍວ່າ ລັດຖະບານລາວ ສາມາດທີ່ຈະປະກອບສ່ວນໄດ້ບໍ່ເກີນ 10% ຂອງເປົ້າໝາຍ ລະດົມທຶນທັງໝົດດັ່ງກ່າວເທົ່ານັ້ນ. ສ່ວນທີ່ເຫລືອ ກໍຈະເປັນການຂໍຄວາມຊ່ວຍເຫລືອ ແລະກູ້ຢືມຈາກຕ່າງປະເທດເປັນດ້ານຫລັກ.

ເພາະສະນັ້ນ ຖ້າຫາກວ່າລັດຖະບານລາວ ບໍ່ສາມາດທີ່ຈະປາບປາມການສໍ້ລາດບັງ
ຫລວງ ໃນວົງການລັດ ຖະບານໄດ້ຢ່າງມີປະສິດທິຜົນ ຈຶ່ງບໍ່ພຽງແຕ່ຈະເຮັດໃຫ້ຜົນປະ
ໂຫຍດຂອງສ່ວນຮວມ ຕ້ອງມີອັນລົດນ້ອຍຖອຍລົງໄປເທົ່ານັ້ນ ຫາກແຕ່ກໍຍັງຈະເຮັດ
ໃຫ້ນາໆຊາດ ຂາດຄວາມເຊື່ອໝັ້ນ ຕໍ່ການບໍລິຫານງານ ຂອງລັດຖະບານລາວ ຈົນ ຕ້ອງຕັດສິນໃຈລະງັບໂຄງການລົງທຶນ ແລະຄວາມຊ່ວຍເຫລືອຕ່າງໆ ທີ່ຈະໃຫ້ແກ່
ລັດຖະບານລາວ ໃນໄລຍະຕໍ່ໄປຢ່າງຫລີກລ້ຽງບໍ່ໄດ້ອີກດ້ວຍ.

XS
SM
MD
LG