ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດລາວ ຮຽກຮ້ອງ ໃຫ້ປາບປາມ ການສໍ້ລາດບັງຫລວງ


ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ ປະ​ທານ​ປະ​ເທດ ແລະ​ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ຖະແຫລງຕໍ່ກອງ
ປະຊຸມວຽກງານກວດກາພາຍໃນພັກ ແລະການຄຸ້ມຄອງບໍລິຫານ​ລັດ ທີ່ຈັດຂຶ້ນໃນໝໍ່ໆ ມານີ້
ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ ປະ​ທານ​ປະ​ເທດ ແລະ​ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ຖະແຫລງຕໍ່ກອງ ປະຊຸມວຽກງານກວດກາພາຍໃນພັກ ແລະການຄຸ້ມຄອງບໍລິຫານ​ລັດ ທີ່ຈັດຂຶ້ນໃນໝໍ່ໆ ມານີ້

ປະທານປະເທດລາວ ຮຽກຮ້ອງຂໍໃຫ້ອົງການກວດກາພັກ ດໍາເນີນມາດຕະການຕ້ານ ການສໍ້ລາດບັງຫລວງໃນທົ່ວປະເທດ ເນື່ອງຈາກເປັນບັນຫາທີ່ສົ່ງຜົນກະທົບຕໍ່ການນໍາພາ ຂອງພັກ.

ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ ປະ​ທານ​ປະ​ເທດ​ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດ
ລາວ ໄດ້ຖະແຫລງຕໍ່ກອງປະຊຸມວຽກງານກວດກາພາຍໃນພັກ ແລະການຄຸ້ມຄອງບໍ
ລິຫານ​ລັດ ໃນໄລຍະ 5 ປີທີ່ຜ່ານມາ ຍັງມີຂໍ້ຄົງຄ້າງຈໍານວນບໍ່ໜ້ອຍ ທີ່ຈະຕ້ອງໄດ້
ປັບປຸງແກ້ໄຂຢ່າງຮີບດ່ວນ.

ທັງນີ້ ໂດຍສະເພາະແມ່ນຄະນະພັກທຸກຂັ້ນຈາກສູນກາງ ແລະຂັ້ນແຂວງໃນທົ່ວປະເທດ
ນັ້ນ ຍັງປະຕິບັດໜ້າທີ່ໃນຄວາມຮັບຜິດຊອບ ຫລືວຽກງານ ທີ່ໄດ້ຮັບການມອບໝາຍ
ໄດ້ຢ່າງມີປະສິດທິພາບຕໍ່າ ທັງຍັງຂາດການປະສານງານຢ່າງແໜ້ນແຟ້ນເຂົ້າໃນການ
ສະກັດກັ້ນ ແລະຕ້ານການສໍ້ລາດບັງຫລວງອີກດ້ວຍ ຊຶ່ງກໍເຮັດໃຫ້ ເກີດມີພະຍາດອາດ
ຍາສິດຂຶ້ນໃນສະມາຊິກພັກ ແລະພະນັກງານລັດ ຈໍານວນບໍ່ໜ້ອຍ ແລະກໍໄດ້ນໍາໄປສູ່
ບັນຫາການເຊື່ອມຄຸນ, ປ່ຽນທາດ ທີ່ເປັນໄພອັນຕະລາຍທີ່ສຸດ ຕໍ່ການນໍາພາຂອງພັກ
ໃນປັດຈຸບັນນີ້.

ເພາະສະນັ້ນ ຈຶ່ງເຮັດໃຫ້ທ່ານ​ຈູມ​ມະ​ລີ ​ສະແດງການຮຽກຮ້ອງຕໍ່ກອງປະຊຸມໃນຄັ້ງນີ້
ວ່າ ການທີ່ພັກຈະສາມາດຢູ່ລອດປອດໄພໄດ້ຕໍ່ໄປຢ່າງຍາວນານນັ້ນ ກໍມີພຽງການປະ
ສານສົມທົບຢ່າງແໜ້ນແຟ້ນຂອງບັນດາສະມາຊິກພັກ ແລະພະນັກງານລັດເຂົ້າໃນການ
ສະກັດກັ້ນ ແລະຕ້ານການສໍ້ລາດບັງຫລວງຢ່າງແທ້ຈິງເທົ່ານັ້ນ.

ທ່ານອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາແຫ່ງລັດ
ທ່ານອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາແຫ່ງລັດ

ທ່ານ​ອາຊາງ ລາວ​ລີ ຮອງ​
ນາຍົກລັດຖະ​ມົນ​ຕີ​ ໄດ້ຖະ
ແຫລງຍອມຮັບວ່າ ການ
ກວດກາການປະຕິບັດ
ແລະການໃຊ້ຈ່າຍ​ງົບປະ
ມານ​ໃນ​ໜ່ວຍ​ງານ​ຂອງ
ລັດຖະບານລາວ ​ໃນໄລ
ຍະທີ່ຜ່ານມາພົບວ່າ ຍັງ
ມີການປະຕິບັດ ​ທີ່ບໍ່ເປັນ
ໄປ​ຕາມ​ກົດ​ລະບຽບ​ ແລະ
ມີ​ການ​ປະຕິບັດ​ງານ​ເພື່ອ
ຜົນປະໂຫຍ​ດສ່ວນ​ຕົວ​ເກີດ​ຂຶ້ນ​ຢ່າ​ງກວ້າງ​ຂວາງ ໂດຍກໍລະນີ ທີ່ກວດພົບຫລາຍທີ່ສຸດ ກໍຄືການລັກລອບຕັດໄມ້ເກີນໂກຕາ ຕິດຕາມດ້ວຍການນໍາເຂົ້າຍວດຍານພະຫະນະ
ໂດຍແຈ້ງວັດຖຸປະສົງທີ່ບໍ່ຈິງ ເຊ່ນການແຈ້ງວ່າ ນໍາຍວດຍານພະຫະນະເຂົ້າມາໃຊ້ໃນ
ໂຄງການພັດທະນາຕ່າງໆ ເພື່ອເປັນການຫລີກລ້ຽງການຊໍາລະພາສີຢ່າງຖືກຕ້ອງ.

ນອກ​ຈາກ​ນັ້ນ ກໍມີ​ການ​ໃຫ້​ສໍາ​ປະທານ​ສິດ​ໃນ​ການ​ເຊົ່າ​ທີ່​ດິນ​ເກີນ​ກວ່າ​ພື້ນ​ທີ່ ​ທີ່ໄດ້​ຮັບ
ອະນຸຍາດຈາກ​ລັດຖະບານ​ສ່ວນກາງ​, ການ​ບໍ່​ສົ່ງ​ລາຍ​ຮັບ​ຈາກ​ການ​ຂາຍ​ໄມ້​ເຂົ້າຄັງ​ຂອງ
ລັດ ແລະ​ການ​ຫຼີກ​ລ້ຽງ​ການ​ຈ່າ​ຍອາກອນ ​ແລະ​ຄ່າ​ທໍານຽມ​ຕ່າງໆ ​ຂອງບັນດາ​ບໍ​ລິ
ສັດເອກ​ກະຊົນ ໂດຍ​ມີ​ເຈົ້າໜ້າ​ທີ່​ຂອງ​ລັດຖະບານ ​ໃຫ້ການ​ຮ່ວມ​ມືນໍາ​ດ້ວຍ​ເປັນຕົ້ນຊຶ່ງ
ທັງ​ໝົດ​ນີ້ ​ກໍເຮັດ​ໃຫ້ລັດຖະບານ​ລາວ​ຕ້ອງຂາດ​ລາຍໄດ້​ຫຼາຍ​ຮ້ອຍ​ຕື້​ກີບ​ ໃນ​ແຕ່ລະ​ປີ.

ສ່ວນທາງດ້ານສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ​ລາວ​ທ່ານ​ນຶ່ງ ກໍ​ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ວ່າ ການ​
ທີ່​ຈະ​ເຮັດໃຫ້ກາ​ນປະ​ຕິ​ບັດ​ໜ້າ​ທີ່​ຂອງ​ອົງການ​ກວດກາ​ແຫ່ງ​ຊາດ ​ມີ​ປະສິດ​ຕິ​ພາບຫຼາຍ​ຂຶ້ນ​
ນັ້ນ ກໍ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ການ​ກວດ​ສອບ​ການປະ​ຕິ​ບັດ​ງາ​ນຂອງ​ເຈົ້າໜ້າ​ທີ່​ຂອງອົງການ​
ກວດກາອີກດ້ວຍ​ ດັ່ງ​ທີ່​ທ່ານ​ກ່າວ​ວ່າ:

“ຜູ້​ກວດ​ສອບ​ນີ້​ ກໍ່​ຕ້ອງ​ກວດກາ​ຄືນ​ຄີ​ກັນ ຄວາມໂປ່​ງ​ໃສ​ນີ້​ກະ​ຢາກ​ໃຫ້​ເບິ່ງ​ຄື​ກັນ
ເດີ້ ນີ້​ຜູ້ໄປ​ກວດ​ສອບ​ບໍ່​ແມ່ນໄປ​ກວດ​ສອບ​ລ້າໆ​ເດ້ ບໍ່​ແມ່ນເດ້ ພ້ອມ​ກັນ​ນີ້​ແລ້ວ
ການ​ໃຊ້​ຈ່າຍ​ເດ້ໄປ​ກວດ​ສອບ​ແຕ່​ລະ​ບ່ອນໆ ​ໝົດ​ນ້ອຍ​ຫຼາຍ​ປານ​ໃດ​ມັນ​ຈຶ່ງ​ຈະຮູ້
ວ່າ​ຄວາມ​ຮັບຜິ​ດຊອບ​ຂອງ​ເຮົາ​ໃນ​ການ​ປະຕິ​ບັດ​ໜ້າ​ທີ່​ນີ້​ເດ້ ​ບາງ​ບ່ອນມັນກະ​ແກ່
ຍາວ 2-3 ເດືອນ 6 ​ເດືອນ​ກໍຍັງ​ບໍ່​ແລ້ວ ​ອັນ​ນີ້​ຕ້ອງ​ໄດ້​ກວດ​ຄື​ກັນ​ ກໍ​ຕ້ອງ​ແຈ້ງ
ຕໍ່ສະພາແຫ່ງຊາດ​ເຊັ່ນ​ດຽວ​ກັນ.

ອົງການກວດກາຄວາມໂປ່ງໃສສາກົນ
ອົງການກວດກາຄວາມໂປ່ງໃສສາກົນ

ທາງດ້ານອົງການກວດກາຄວາມໂປ່ງ
ໃສສາກົນ ຫຼື Transparency
International ໄດ້ສະເໜີລາຍງານວ່າ
ລາວເປັນປະເທດນຶ່ງ​ທີ່ຢູ່ໃນ​ກຸ່ມປະເທດ
ທີ່ມີການສໍ້ລາດບັງຫຼວງຫຼາຍເກີດຂຶ້ນ
ຢ່າງກວ້າງຂວາງ ໂດຍໃນປີ 2011 ທີ່
ຜ່ານມາ ກໍປະກົດວ່າ ບັນດານັກທຸລະ
ກິດຊາວຕ່າງປະເທດ ໄດ້ໃຫ້ຄະແນນ
ຄວາມເຊື່ອຖືຕໍ່ການບໍລິຫານງານຢ່າງ
ໂປ່ງໃສຂອງລັດຖະບານລາວພຽງ 2.2
ຄະ​ແນນເທົ່ານັ້ນ ຈາກຄະແນນເຕັມ
10 ຊຶ່ງກໍເປັນຜົນເຮັດໃຫ້ລາວໄດ້ຖືກ
ຈັດຢູ່ໃນອັນດັບທີ 154 ຈາກການສໍາ
ຫລວດທັງໝົດ 182 ປະ​ເທດ ໃນທົ່ວໂລກ. ສ່ວນປະເທດທີ່ມີການສໍ້ລາດບັງຫລວງຕໍ່າທີ່
ສຸດກໍຄື ນີວຊີແລນ ທີ່ໄດ້ຮັບຄະແນນຄວາມເຊື່ອຖື ຈາກບັນດານັກທຸລະກິດຊາວຕ່າງ
ຊາດເຖິງ 9.5 ຄະ​ແນນ ຈາກຄະແນນ​ເຕັມ 10 ຄະ​ແນນ.

XS
SM
MD
LG