ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການສົ່ງເສີມສື່ມວນຊົນໃນເອເຊຍ ຈະກົດດັນລາວ ໃຫ້ປ່ອຍໃຫ້ມີ ເສລີພາບຂອງສື່ມວນຊົນ ເພີ້ມຂຶ້ນ


ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ ປະ​ທານ​ປະ​ເທດ ແລະ​ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວຖະແຫລງໃນ
ກອງປະຊຸມວຽກງານກວດກາພາຍໃນພັກ ແລະການຄຸ້ມຄອງບໍລິຫານ​ລັດ ທີ່ຈັດຂຶ້ນໃນໝໍ່ໆ ມານີ້ ວ່າຈະຕ້ອງ
ໄດ້ແກ້ໄຂບັນຫາການສໍ້ລາດບັງຫລວງຫລາຍຢ່າງ ແຕ່ ສິດເສລີພາບຂອງສື່ມວນຊົນ ໃນປະເທດກັບບໍ່ໄດ້
ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ ປະ​ທານ​ປະ​ເທດ ແລະ​ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວຖະແຫລງໃນ ກອງປະຊຸມວຽກງານກວດກາພາຍໃນພັກ ແລະການຄຸ້ມຄອງບໍລິຫານ​ລັດ ທີ່ຈັດຂຶ້ນໃນໝໍ່ໆ ມານີ້ ວ່າຈະຕ້ອງ ໄດ້ແກ້ໄຂບັນຫາການສໍ້ລາດບັງຫລວງຫລາຍຢ່າງ ແຕ່ ສິດເສລີພາບຂອງສື່ມວນຊົນ ໃນປະເທດກັບບໍ່ໄດ້

ອົງການພັນທະມິດ ເພື່ອເສລີພາບຂອງສື່ມວນຊົນໃນເອເຊຍ ຈະດໍາເນີນມາດຕະການກົດ ດັນຕໍ່ທາງການລາວ ກ່ຽວກັບການຄຸກຄາມສິດທິເສລີພາບຂອງສື່ມວນຊົນໃນລາວຕໍ່ໄປ.

ເຈົ້າໜ້າທີ່ຂອງອົງການພັນທະມິດ ເພື່ອເສລີພາບຂອງສື່ມວນຊົນໃນເອເຊຍ (South East
Asian Press Alliance–SEAPA) ໄດ້ເປີດເຜີຍກັບ VOA ທີ່ບາງກອກວ່າ SEAPA ຈະ
ດໍາເນີນມາດຕະການກົດດັນຕໍ່ທາງການລາວໃນລະດັບສາກົນໃຫ້ກວ້າງຂວາງຂຶ້ນ ທັງນີ້ກໍ
ເພື່ອເປັນການຮຽກຮ້ອງໃຫ້ນາໆຊາດ ໄດ້ຫັນມາໃຫ້ຄວາມສໍາຄັນກັບການປະຕິບັດຂອງ
ລັດຖະບານລາວ ທີ່ມີລັດສະນະເປັນການຄຸກຄາມແລະລ່ວງລະເມີດຕໍ່ສິດທິເສລີພາບຂອງ
ສື່ມວນຊົນ ໃນລາວ.

ທັງນີ້ກໍ່ເນື່ອງຈາກວ່າ ທາງການລາວໂດຍກະຊວງຖະແຫຼງຂ່າວ-ວັດທະນາທໍາ ແລະການ
ທ່ອງທ່ຽວນັ້ນ ໄດ້ມີຄໍາສັ່ງໃຫ້ຢຸດເຊົາການອອກອາກາດ ລາຍການເວົ້າຂ່າວ ຂອງສະຖານີ
ວິທະຍຸກະຈາຍສຽງແຫ່ງຊາດ ເມື່ອທ້າຍເດືອນມັງກອນທີ່ຜ່ານມາ ໂດຍບໍ່ໄດ້ໃຫ້ເຫດຜົນ
ຫຼືໃຫ້ການອະທິບາຍແຕ່ຢ່າງໃດ ຫາກແຕ່ຈາກການສືບຫາຄວາມຈິງ ກໍ່ເຮັດໃຫ້ SEAPA
ຊາບວ່າ ສາເຫດສໍາຄັນທີ່ເຮັດໃຫ້ລາຍການດັ່ງກ່າວຕ້ອງຖືກສັ່ງໃຫ້ຢຸດເຊົາອອກອາກາດນັ້ນ
ກໍ່ເປັນຍ້ອນວ່າ ຜູ້ຈັດລາຍການໄດ້ມີການເນັ້ນໜັກເນື້ອຫາຂ່າວ ກ່ຽວກັບການສໍ້ລາດບັງ
ຫຼວງ ທີ່ໄປກະທົບຜົນປະໂຫຍດຂອງເຈົ້າໜ້າທີ່ຂັ້ນສູງ ໃນວົງການລັດຖະບານລາວ.

ການສະເຫລີມສະຫລອງວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດ ລາວຄົບຮອບ 50 ປີ ທີ່ຈັດຂຶ້ນໃນໝໍ່ໆມານີ້
ການສະເຫລີມສະຫລອງວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດ ລາວຄົບຮອບ 50 ປີ ທີ່ຈັດຂຶ້ນໃນໝໍ່ໆມານີ້

ເຈົ້າໜ້າທີ່ SEAPA ບອກ
ໃຫ້ຮູ້ອີກດ້ວຍວ່າ ລາຍການ
ເວົ້າຂ່າວ ໄດ້ເລີ້ມອອກອາ
ກາດທາງສະຖານີວິທະຍຸ
ກະຈາຍສຽງ ແຫ່ງຊາດລາວ
ດ້ວຍຄວາມຖີ່ FM 103.7
ເມກະເຮີສ ນັບແຕ່ປີ 2007
ເປັນຕົ້ນມາ ໂດຍເຖິງແມ່ນວ່າ
ຈະເປັນລາຍການທີ່ອອກ
ອາກາດຕອນກາງຄືນໃນລະ
ຫວ່າງ 22-23 ໂມງກໍຕາມ
ຫາກແຕ່ເນື່ອງຈາກວ່າ ເປັນລາຍການຂ່າວທີ່ເປີດໂອກາດໃຫ້ຜູ້ຟັງສາມາດໂທລະສັບ
ສາຍຕົງ ເພື່ອປະກອບຄວາມຄິດເຫັນ ຕໍ່ກໍລະນີຕ່າງໆ ທີ່ເກີດຂຶ້ນໃນສັງຄົມລາວໄດ້
ຢ່າງສົດໆນັ້ນ ກໍ່ເຮັດໃຫ້ລາຍການດັງກ່າວນີ້ ເປັນທີ່ນິຍົມຊົບຊອບຂອງປະຊາຊົນລາວ
ໃນວົງກວ້າງຂຶ້ນນັບມື້.

ເພາະສະນັ້ນ ໃນເມື່ອວ່າທາງການລາວໄດ້ມີຄໍາສັ້ງໃຫ້ຢຸດເຊົາການອອກອາກາດລາຍ
ການດັ່ງກ່າວນີ້ ຈຶ່ງບໍ່ພຽງແຕ່ ຈະຄືເປັນການຄຸກຄາມຕໍ່ສິດຕິເສລີພາບຂອງສື່ມວນຊົນ
ລາວເທົ່ານັ້ນ ຫາກແຕ່ກໍຍັງເປັນການກະທໍາ ທີ່ຂັດຕໍ່ຂໍ້ຕົກລົງ ຂອງສະຫະປະຊາຊາດ
ທີ່ວ່າດ້ວຍເສລີພາບ ແລະສິດທິທາງການເມືອງຂອງພົນລະເມືອງ ທີ່ລັດຖະບານລາວ
ໄດ້ໃຫ້ສັດຕະຍາບັນ ນັບແຕ່ປີ 2009 ເປັນຕົ້ນມາແລ້ວອີກດ້ວຍ. ດັ່ງທີ່ເຈົ້າໜ້າທີ່ຂອງ
SEAPA ໄດ້ກ່າວເນັ້ນຢໍ້າກັບ VOA ວ່າ:

“ການທີ່ໄດ້ມີການປິດລາຍການດັ່ງກ່າວໄປ ເທົ່າກັບເປັນການສວນທາງກັບ
ສິ່ງທີ່ລັດຖະບານລາວ ໄດ້ໃຫ້ຄໍາໝັ້ນໄວ້ ກັບຄະນະມົນຕີດ້ານສິດທິມະນຸດຊົນ
ແຫ່ງສະຫາປະຊາຊາດ ຊຶ່ງລາວໄດ້ໃຫ້ຄໍາໝັ້ນວ່າ ຈະມີການປັບປຸງກົດໝາຍ
ຕ່າງໆ ທີ່ກ່ຽວຂ້ອງກັບສື່ໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະຍັງໄດ້ໃຫ້
ຄໍາຢືນຢັນວ່າ ຈະໃຫ້ການສົ່ງເສີມ ແລະຄຸ້ມຄອງສິດເສລີພາບ--ສື່ມວນຊົນ ທີ່ເປັນໄປຕາມກົດໝາຍຢ່າງແທ້ຈິງ.”

ແຕ່ຢ່າງໃດກໍ່ຕາມ ຈົນເຖິງຂະນະນີ້ ກໍ່ຍັງບໍ່ມີການສະແດງທ່າທີ່ຈາກທາງການລາວກ່ຽວ
ກັບກໍລະນີດັ່ງກ່າວ ຫາກແຕ່ກໍມີລາຍງານວ່າ ຜູ້ຈັດລາຍການເວົ້າຂ່າວ ກໍຄືທ່ານອຸ່ນແກ້ວ
ສູກສະຫວັນນັ້ນ ຈະຍື່ນອຸທອນເຖິງກະຊວງ ຖະແຫຼງຂ່າວ-ວັດທະນາທໍາ ແລະທ່ອງທ່ຽວ ເພື່ອຂໍອານຸຍາດໃຫ້ລາຍການນີ້ ສາມາດກັບຄືນມາອອກອາກາດໄດ້ອີກເທື່ອໃໝ່ໃນໝໍ່ໆນີ້.

ບົດລາຍງານການລະເມີດສິດເສລີ ພາບໃນການປາກເວົ້າຂອງປະ ຊາຊົນໃນຂົງເຂດເອເຊຍຕາເວັນ ອອກສຽງໃຕ້
ບົດລາຍງານການລະເມີດສິດເສລີ ພາບໃນການປາກເວົ້າຂອງປະ ຊາຊົນໃນຂົງເຂດເອເຊຍຕາເວັນ ອອກສຽງໃຕ້

ທາງດ້ານ SEAPA ນັ້ນ ກໍກໍາລັງປະສານງານຮ່ວມກັບ
ບັນດາອົງການຄຸ້ມຄອງສິດເສລີພາບສື່ມວນຊົນ ໃນ
ລະດັບສາກົນຢ່າງຕັ້ງໜ້າ ດ້ວຍເປົ້າໝາຍທີ່ຈະນໍາສະ
ເໜີລາຍງານກ່ຽວກັບກໍລະນີດັ່ງກ່າວນີ້ ລວມເຖິງລາຍ
ງານສະຖານະການ ດ້ານສື່ມວນຊົນໃນລາວຕໍ່ຄະນະ
ກໍາມະການດ້ານສິດທິມະນຸດຊົນແຫ່ງຊາດຕໍ່ໄປ.

ໃນປັດຈຸບັນນີ້ ໃນລາວມີສືໜັງສືພີມ ແລະວາລະສານ
ລວມກັນຫຼາຍກວ່າ 100 ສະບັບ ໂດຍໃນນີ້ມີ 9 ສະບັບ
ທີ່ເປັນໜັງສືພີມລາຍວັນ ສ່ວນສະຖານີໂທລະພາບນັ້ນ
ກໍມີຢູ່ທັງໝົດ 32 ແຫ່ງ ກັບທັງຍັງມີສະຖານີວິທິຍຸອີກ
43 ແຫ່ງ ໃນທົ່ວປະເທດ ໂດຍກະຊວງຖະແຫຼງຂ່າວ-
ວັດທະນາທໍາ ແລະທ່ອງທ່ຽວ ກໍ່ໄດ້ວາງເປົ້າໝາຍທີ່
ຈະຂະຫຍາຍເຄືອຂ່າຍສື່ມວນຊົນ ທີ່ເປັນກະບອກສຽງ
ຂອງພັກ ແລະລັດຖະບານເຫຼົ່ານີ້ ໃຫ້ໄປເຖິງປະຊາ
ຊົນລາວໄດ້ຢ່າງກ້ວາງຂວາງຫຼາຍຂື້ນ ກໍ່ຄືເຮັດໃຫ້ສື່ສິ່ງພີມ ແລະສື່ວິທະຍຸໄປເຖິງ 95% ຂອງປະຊາກອນ ແລະ85% ຂອງປະຊາກອນສໍາລັບສື່ໂທລະພາບ ໃນປີ 2015 ຕາມລໍາດັບ.

XS
SM
MD
LG