ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ຈະປັບປຸງ ພາກສ່ວນ ການເງິນ-ງົບປະມານ ຂອງລັດ ໃຫ້ມີຄວາມໂປ່ງໄສຫລາຍຂຶ້ນ


ທ່ານ ນາງ ວຽງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການກະຊວງ
ການເງິນ ຈັບມືກັບຜູ້ຕາງໜ້າ ADB ພາຍຫລັງການເຊັນສັນຍາໃຫ້
ກູ້ຢືມເງິນແກ່ລັດຖະບານລາວ ໃນການກໍ່ສ້າງທາງເຊື່ອມຕໍ່ໃນພາກພື້ນ ລຸ່ມແມ່ນໍ້າຂອງ ເມື່ອຕົ້ນປີ 2011 ນີ້.
ທ່ານ ນາງ ວຽງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການກະຊວງ ການເງິນ ຈັບມືກັບຜູ້ຕາງໜ້າ ADB ພາຍຫລັງການເຊັນສັນຍາໃຫ້ ກູ້ຢືມເງິນແກ່ລັດຖະບານລາວ ໃນການກໍ່ສ້າງທາງເຊື່ອມຕໍ່ໃນພາກພື້ນ ລຸ່ມແມ່ນໍ້າຂອງ ເມື່ອຕົ້ນປີ 2011 ນີ້.

ລັດຖະມົນຕີລາວຢືນຢັນວ່າ ຈະພັດທະນາປັບປຸງພາກສ່ວນການເງິນ ແລະການໃຊ້ຈ່າຍ ງົບປະມານຂອງລັດ ໃຫ້ມີຄວາມໂປ່ງໄສ ແລະເປັນທີ່ຍອມຮັບຂອງນາໆຊາດ ແລະອົງ ການສາກົນ ທີ່ໃຫ້ການຊ່ວຍເຫຼືອແກ່ລາວ.

ທ່ານນາງ ວຽງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ຖະແຫຼງ
ຢືນຢັນວ່າ ເປົ້າໝາຍສໍາຄັນທີ່ສຸດສໍາລັບການພັດທະນາພາກການເງິນ ແລະການໃຊ້ ຈ່າຍງົບປະມານຂອງລັດຖະບານລາວ ນັບຈາກປັດຈຸບັນ ໄປຈົນເຖິງປີ 2015 ກໍຄືການ ພັດທະນາປັບປຸງພາກການເງິນ ແລະການໃຊ້ຈ່າຍງົບປະມານຂອງລັດຖະບານລາວ ໃຫ້
ມີຄວາມໂປ່ງໄສ ແລະເປັນທີ່ຍອມຮັບຂອງນາໆຊາດ ຢ່າງແທ້ຈິງ.

ໂດຍການພັດທະນາປັບປຸງພາກການເງິນ ແລະການໃຊ້ຈ່າຍງົບປະມານຂອງລັດຖະບານ
ລາວ ໃຫ້ມີຄວາມໂປ່ງໄສດັ່ງກ່າວນີ້ ບໍ່ພຽງແຕ່ຈະເປັນຜົນເຮັດໃຫ້ນາໆຊາດ ແລະອົງການ
ສາກົນຕ່າງໆ ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວຢ່າງຕໍ່ເນື່ອງເທົ່ານັ້ນ, ຫາກ
ແຕ່ຄວາມໂປ່ງໄສ ທີ່ສາມາດກວດກາໄດ້ຕະຫຼອດເວລານັ້ນ ກໍຍັງຈະເຮັດໃຫ້ພາກທຸລະກິດ
ຕ່າງຊາດ ມີຄວາມເຊື່ອໝັ້ນໃນການທີ່ຈະເສີມຂະຫຍາຍການຄ້າ ແລະເພີ່ມການລົງທຶນໃນ
ລາວ ຫຼາຍຂຶ້ນນັບມື້ອີກດ້ວຍ ດັ່ງທີ່ທ່ານນາງ ວຽງທອງ ໄດ້ຢືນຢັນວ່າ:

ທ່ານນາງ ວຽງທອງ ສີພັນດອນ, ຮອງລັດຖະມົນຕີ ກະຊວງການເງິນ
ທ່ານນາງ ວຽງທອງ ສີພັນດອນ, ຮອງລັດຖະມົນຕີ ກະຊວງການເງິນ

ການຄຸ້ມຄອງການເງິນໃຫ້ມີຄວາມໂປ່ງໄສ
ເພີ່ມປະສິດທິພາບໃນການກວດກາ-ກວດ
ສອບທາງດ້ານການເງິນນັ້ນ
ກໍ່ເພື່ອເປັນການ
ປົກປັກຮັກສາຜົນປະໂຫຍດຂອງລັດ ແລະ
ຂອງພາກສ່ວນເສດຖະກິດ ແລະການເສີມ
ຂະຫຍາຍກໍາລັງແຮງ, ຄວາມສາມາດໃນການ
ຂຸດຄົ້ນແຫຼ່ງລາຍຮັບພາຍໃນປະເທດ ທັງແຫຼ່ງ
ທຶນຈາກຕ່າງປະເທດ
ສ້າງຄວາມເຊື່ອໝັ້ນໃຫ້
ແກ່ນັກລົງທຶນ ຂະຫຍາຍຕະຫຼາດພາຍໃນ ແລະຕ່າງປະເທດ
.

ສໍາລັບການດໍາເນີນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດລາວໃນຊ່ວງປີ 2011
-2015 ນີ້ ລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະຕ້ອງລະດົມທຶນທັງຈາກພາກລັດຖະບານ
ແລະພາກເອກະຊົນ ໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍກວ່າ 127,000 ຕື້ກີບ ຫຼື 15,300 ລ້ານ
ໂດລາ ຈຶ່ງຈະສາມາດບັນລຸເປົ້າໝາຍທີ່ວາງໄວ້ ໃນແຜນການໄດ້ຢ່າງແທ້ຈິງ. ກໍຄືການແກ້ໄຂ
ບັນຫາຄວາມຍາກຈົນຂອງປະຊາຊົນລາວ ໃຫ້ໄດ້ໂດຍພື້ນຖານ ການຫຼຸດອັດຕາການເສຍຊີ ວິດຂອງເດັກນ້ອຍທີ່ອາຍຸຕໍ່າກວ່າ 1 ປີ ໃຫ້ຢູ່ໃນອັດຕາສະເຫຼ່ຍບໍ່ເກິນ 45 ຄົນຕໍ່ 10,000
ການຂະຫຍາຍໂອກາດດ້ານການສຶກສາ ດ້ວຍການເຮັດໃຫ້ເດັກນ້ອຍໄດ້ຮຽນຈົບຊັ້ນປະຖົມ
ໃຫ້ໄດ້ເຖິງ 95% ຂອງຈໍານວນເດັກນ້ອຍໃນໄວຮຽນທັງໝົດ ການສົ່ງເສີມຄວາມສະເໝີພາບ
ລະຫວ່າງເພດຍິງ ແລະເພດຊາຍ, ການບໍລິການດ້ານສາທານະສຸກ ແກ່ປະຊາຊົນຢ່າງທົ່ວ
ເຖິງໃນທົ່ວປະເທດ, ການຮັກສາສະພາບແວດລ້ອມ ແລະການນໍາໃຊ້ຊັບພະຍາກອນທໍາມະ
ຊາດຢ່າງຍືນຍົງ ແລະການເສີມສ້າງການຮ່ວມມືກັບນາໆຊາດ ເພື່ອປະກອບສ່ວນເຂົ້າໃນ
ການພັດທະນາລາວໃນທຸກໆ ດ້ານ.

ການສໍາມະນາ ວ່າດ້ວຍແຫລ່ງກໍາເໜີດຂອງສິນຄ້າ ແລະສິດທິ ພິເສດໃນການນໍາເຂົ້າຂອງສິນຄ້າໄປຍັງສະຫະພາບຢູໂຣບ ຈັດຂຶ້ນ ທີ່ນະຄອນວຽງຈັນເພື່ອສົ່ງເສີມການສົ່ງອອກຂອງລາວ
ການສໍາມະນາ ວ່າດ້ວຍແຫລ່ງກໍາເໜີດຂອງສິນຄ້າ ແລະສິດທິ ພິເສດໃນການນໍາເຂົ້າຂອງສິນຄ້າໄປຍັງສະຫະພາບຢູໂຣບ ຈັດຂຶ້ນ ທີ່ນະຄອນວຽງຈັນເພື່ອສົ່ງເສີມການສົ່ງອອກຂອງລາວ

ແຕ່ຢ່າງໃດກໍຕາມ ບັນຫາໃນ
ເວລານີ້ ກໍຄືລັດຖະບານລາວ
ຍັງມີຄວາມສາມາດໃນດ້ານງົບ
ປະມານໃນລະດັບທີ່ຕໍ່າຫຼາຍ
ຈຶ່ງຄາດໝາຍວ່າ ລັດຖະບານ
ລາວຈະສາມາດປະກອບສ່ວນ
ເຂົ້າໃນການລົງທຶນໄດ້ ບໍ່ເກີນ
10% ຂອງເປົ້າໝາຍການລະ
ດົມເງິນລົງທຶນທັງໝົດດັ່ງກ່າວ
ເທົ່ານັ້ນ. ສ່ວນທີ່ເຫຼືອກໍຈະເປັນ
ການຂໍຄວາມຊ່ວຍເຫຼືອ ແລະ
ກູ້ຢືມຈາກຕ່າງປະເທດໃຫ້ໄດ້
ລະຫວ່າງ 26%-28%, ກູ້ຢືມ
ຈາກທະນາຄານພາຍໃນປະເທດໃຫ້ໄດ້ລະຫວ່າງ 10%-12% ແລະຍັງຈະຕ້ອງລະດົມ ການລົງທຶນ ຂອງພາກເອກະຊົນລາວ ແລະຕ່າງປະເທດໃຫ້ໄດ້ ໃນລະຫວ່າງ 50%-60% ອີກດ້ວຍ.

ສໍາລັບໃນໄລຍະແຜນການປະຈໍາປີ 2011-2012 ທີ່ຈະເລີ່ມລົງມືປະຕິບັດ ນັບຈາກເດືອນ
ຕຸລານີ້ ໄປຈົນເຖິງເດືອນກັນຍາປີໜ້າ ລັດຖະບານລາວກໍໄດ້ວາງເປົ້າໝາຍໄວ້ວ່າ ຈະສ້າງ ລາຍຮັບເຂົ້າງົບປະມານໃຫ້ໄດ້ 15,726 ຕີ້ກີບ ແລະ ໃນນັ້ນຈະເປັນລາຍຮັບພາຍໃນປະ
ເທດ ໃນມູນຄ່າ 11,516 ຕື້ກີບ ໂດຍລາຍຮັບສ່ວນໃຫ່ຍກໍຍັງຄົງມາຈາກພາສີ ແລະຄ່າທໍາ
ນຽມຕ່າງໆທີ່ຈັດເກັບຈາກການຄ້າເປັນດ້ານຫຼັກ.

XS
SM
MD
LG