ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ການຢຸດຍິງໃນເຢເມນ ເປີດໂອກາດໜ້ອຍນຶ່ງ ໃຫ້ແກ່ການແຈກຢາຍ ອາຫານໂດຍ ສະຫະປະຊາຊາດ


ຮູບພາຍ ວັນທີ 13 ເດືອນຕຸລາ 2016 ທີ່ເຫັນສະມາຊິກສະພາ ພົນລະເຮືອນ ກວດເບິ່ງບ່ອນໂຮງສົບ ໃນຂະນະທີ່ເຂົາເຈົ້າປະ ທ້ວງ ການນຳພາຖີ້ມລະເບີດຂອງ ຊາອຸດີ ອາເຣເບຍ ໃນເຢເມນ.

ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຄົນ​ນຶ່ງ​ຂອງ ສະຫະ​ປະຊາ​ຊາດ ກ່າວ​ວ່າ ບັນດາ​ອົງການ​ມະນຸດສະທຳ​ຕ່າງໆຈະ​ຍາດເອົາ​ໂອກາດ ການ​ຢຸດ​ຍິງ 72 ຊົ່ວ​ໂມງ​ໃນ​ເຢ​ເມນ ​ເພື່ອ​ຮີບ​ຮ້ອນໄປ​ຊ່ວຍຊີວິດ​ຫລາຍສິບ​ພັນ​ຄົນ ຢູ່​ໃນ​ເຂດ​ທີ່​ຖືກ​ຕັດຂາດຍ້ອນການ​ຂັດ​ແຍ້​ງກັນ​ມາ​ເປັນ​ເວລາ​ນານ. Lisa Schlein ລາຍ​ງ​ານມາໃຫ້ ວີ​ໂອ​ເອ ຈາກ​ນະຄອນ Geneva ວ່າການ​ຢຸດ​ຍິງໄດ້ມີ​ຜົນ​ປະຕິບັດ​ໃນ​ຄໍ່າຄືນ​ວັນ​ພຸດ​ຜ່ານ​ມາ ຊຶ່ງ ​ກິ່ງ​ສະຫວັນ ຈະ​ນຳ​ສ​ະ​ເໜີ​ທ່ານ.

ລິງໂດຍກົງ

ຜູ້​ປະສານ​ງານ​ດ້ານ​ມະນຸດສະທຳ​ສະຫະ​ປະຊາ​ຊາດ ໃນ​ເຢ​ເມນ ກ່າວ​ວ່າ ໄລຍະເວລາ ແລະຂອບເຂດຂອງກາ​ນນຳ​ສົ່ງ​ການ​ຊ່ວຍ​ເຫລືອ ບ່ອນທີ່​ການ​ສູ້​ລົບ​ໄດ້​ຢຸດ​ລົງນັ້ນ ແມ່ນມີ​ໜ້ອຍ ​ແລະ​ຈຳກັດທີ່ສຸດ.​ ໃນກ່າວ​ຜ່ານ​ທາງ​ໂທລະສັບ​ຈາກ​ນະຄອນຫລວງ Sana’a ທ່ານ Jimie McGoldrick ເວົ້າ​ຕໍ່ ວີ​ໂອ​ເອວ່າ ການ​ສູ້​ລົບກັນ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ຢູ່​ໃນ​ຫລາຍ​ເຂດ ​ແລະບໍ່​ຄາດ​ວ່າການ​ຢຸດ​ຍິງ​ຈະ​ເກີດ​ຂຶ້ນ​ຢູ່​ທົ່ວ​ປະ​ເທດ ​ໃນ​ເວລາໂມງຕີຕອນ​ທ່ຽງ​ຄືນ.

ທ່ານ McGoldrick ກ່າວ​ວ່າ “ດັ່ງທີ່​ທ່ານ​ຮູ້ຫັ້ນແລ້ວ ວ່າຢູ່ໃນ​ວິ​ກິດ​ການ​ໃດໆກໍຕາມໄປ​ສູ່ ​ການ​ຢຸດ​ຍິງຊົ່ວຄາວ​ຂອງການ​ເປັນ​ປໍ​ລະ​ປັກ ຫລື​ສົນທະນາ​ສັນຕິພາບກັນ ແມ່ນຈະ​ມີ​ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ໜ່ວງ​ຢູ່​ເລື້ອຍໆ. ​ແລະ​ແມ່ນ​ແຕ່​ມື້​ເຊົ້າ​ນີ້​ຢູ່​ທີ່​ເມືອງ Sana’a ກໍຍັງມີ​ການ​ໂຈມ​ຕີ​ທາງ​ອາກາດຢູ່. ​ເພາະສະ​ນັ້ນ​ຂ້າພະ​ເຈົ້າ​ຄິດ​ວ່າ​ ປະຊາຊົນຈະ​ໃຊ້​ວິ​ທີ່​ນີ້ ສ່ອງຫວ່າງ​ປັດຈຸບັນ ​ກັບ​ການ​ຢຸດຍິງ​ຊົ່ວຄາວ​ຂອງ​ການ​ເປັນ​ປໍ​ລະ​ປັກ ​ເພື່ອ​ພະຍາ​ຍາມ​ເຕົ້າໂຮມ ຫລື​ເຂົາ​ເຈົ້າ​ຈະພາກັນ​ເຂົ້າ​ຫາ​ທີ່ໝັ້ນບ່ອນຕ່າງໆ ​ແລະ​ໂດຍ​ສະ​ເພາະ​ໃນ​ຂະນະ​ທີ່​ພວກ​ເຮົາ​ເຄື່ອນ​ໄຫວໄປ​ສູ່​ການ​ສົນທະ ນາ​ສັນຕິພາບນີ້,”

ສະຫະ​ປະຊາ​ຊາດ ລາຍ​ງານ​ວ່າ 80 ​ເປີ​ເຊັນ​ຂອງ​ປະຊາຊົນ​ເຢ​ເມນ 24 ລ້ານ​ຄົນຕ້ອງ​ການ​ໆ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ. ລາຍ​ງານ​ກ່າວ​ວ່າ​ເສດຖະກິດ​ທາງການທີ່​ຈະ​ເລີ​ນທັງ ໝົດ​ ບັດ​ນີ້​ໄດ້ພັງ​ທະລາ​ຍລົງ. ການ​ຫວ່າງ​ງານມີຢ່າງ​ຫລວງ ຫລາຍ.

ລາຍ​ງານ​ກ່າວ​ວ່າ 14 ລ້ານ​ຄົນ​ຂາດ​ອາຫານ ​ແລະ​ໂຫຍ​ຫີ​ວ. ​ນອກນັ້ນ ​ສາມ​ລ້ານ​ຄົນ ​ສ່ວນ ໃຫຍ່​ແມ່ນ​ເດັກນ້ອຍ​ອາຍຸ​ຕໍ່າ​ກວ່າ​ຫ້າ​ປີ ຕ້ອງການໆ​ຊ່ວຍ​ເຫລືອ​ດ້ານການບຳລຸງ​ອາຫານ. ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງແມ່ນເດັກນ້ອຍ​ເກືອບ 1 ລ້ານ 3 ແສນ​ຄົນ​ ​ຂາດ​ການ​ບຳລຸງອາຫານ​ຢ່າງ​ຮ້າຍ​ແຮງ.

ບັນທຶກພາບ ສະແດງໃຫ້ເຫັນຄວາມເສຍຫາຍຈາກການນຳພາຖີ້ມລະເບີດ ຂອງຊາດຸດີ ອາຣາເບຍ ໃສ່ທ່າເຮືອ Hodeida, Yemen.
ບັນທຶກພາບ ສະແດງໃຫ້ເຫັນຄວາມເສຍຫາຍຈາກການນຳພາຖີ້ມລະເບີດ ຂອງຊາດຸດີ ອາຣາເບຍ ໃສ່ທ່າເຮືອ Hodeida, Yemen.

ທ່ານ McGoldrick ກ່າວ​ວ່າ 72 ​ຊົ່ວ​ໂມງ​ເປັນ​ເວລາ​ບໍ່​ຫລາຍ. ​ເພາະສະ​ນັ້ນ​ອົງການ​ຊ່ວຍ​ເຫລືອ​ຈະ​ນຳ​ສົ່ງ​ການ​ບັນ​ເທົ່າທຸກ ທີ່ໄດ້ສະ​ສົມ​ໄວ້ຢູ່​ບ່ອນ​ເກັບມ້ຽນ ຕ່າງໆຢູ່​ໃກ້ໆ​ກັບ​ຂົງ​ເຂດທີ່​ໄປ​ຫາ​ບໍ່​ໄດ້​ມາ​ເປັນ​ເວລາ​ດົນ​ນານ.

ທ່ານ McGoldrick ກ່າວ​ອີກ​ວ່າ “ຖ້າ​ຫາກ​ມີ​ພຽງ 72 ຊົ່ວ​ໂມງ ພວກ​ເຮົາ​ຕ້ອງເຮັດໃຫ້​ເປັນ​ທີ່​ແນນ​ອນແທ້ໆ. ພວກ​ເຮົາ​ຈະ​ເຮັດ​ຫຍັງ​ຫລາຍ​ບໍ່​ໄດ້​ໃນ​ເວລາ​ດັ່ງກ່າວ​ ​ເກີນ​ໄປ​ກວ່າ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຮັດ​ມາແລ້ວ. ພວກ​ເຮົາອາດ​ຈະ​ເຂົ້າ​ໄປ​ຫາ​ບ່ອນສ່ອງ​ຫວ່າງ ທີ່​ໄດ້​ຖືກ​ຕັດ​ຂາດ​ອອກໄປຊົ່ວ​ລະຍະ​ນຶ່ງ. ​ໃນ​ກໍລະນີ​ທີ່ແຜ່​ຂະຫຍາຍ​ຄວາ​ມຮັບຜິດຊອບ​ອອກ​ໄປ ມັນ​ບໍ່ເປັນ​ເວລາ​ທີ່​ພວກ​ເຮົາ​ຈະ​ສາມາດ​ເຮັດ​ໄດ້​ງ່າຍໆ. ພວກ​ເຮົ​າຂໍ​ຮ້ອງໃຫ້ເລື້ອງ​ດັ່ງກ່າວ​ນີ້ເປີດໄວ້. ພວກ​ເຮົາ​ຮ້ອງ​ຂໍ​ໃຫ້​ເລື້ອງ​ນີ້​ເປັນໄປ​ຢ່າງຍາວນານ ຖາວອນ ​ແລະ​ຢຸດ​ຍິງ​ຕະ ຫລອດ​ໄ​ປ.”

ເດັກນ້ອຍຜູ້ຊາຍທີ່ຂາດອາຫານນອນຢູ່ຕຽງ ໃນເມືອງ al-Tuhaita ເຂດທະເລແດງ ຂອງແຂວງ Hudaydah, Yemen.
ເດັກນ້ອຍຜູ້ຊາຍທີ່ຂາດອາຫານນອນຢູ່ຕຽງ ໃນເມືອງ al-Tuhaita ເຂດທະເລແດງ ຂອງແຂວງ Hudaydah, Yemen.

ທ່ານ McGoldrick ກ່າວ​ວ່າ ການ​ຢຸດ​ຍິງ​ອັນຍາວ​ນານໃນ​ສົງຄາມ​ກາງ​ເມືອງ​ໃນ​ເຢ​ເມນ ອາດ​ຊ່ວຍ​ເຮັດ​ໃຫ້​ເກີດ​ສັນ​ຕິພາບໄດ້. ​ໃນ​ຂະນະ​ດຽວ​ກັນ ທ່ານ​ກໍກ່າວ​ວ່າ ບັນດາ​ອົງການ​ຊ່ວຍ​ເຫລືອ​ຕ່າງໆ​ມີ​ຄວາມ​ຕ້ອງການ​ເງິນ​ຢ່າງ​ຮີບ​ດ່ວນ​ເພື່ອ​ອອກ​ປະຕິບັດ​ງານ​ຊ່ວຍຊີວິດ. ທ່ານ​ກ່າວ​ວ່າ​ປີ​ນີ້ ເວລາໃກ້​ຈະ​ໝົດ​ລົງ​ໄປ​ແລ້ວ ສະຫະ​ປະຊາ​ຊາດ​ໄດ້​ຮັບ​ເງິນ​ໜ້ອຍ​ກວ່າ​ເຄິ່ງນຶ່ງ​ຂອງ 1​ ພັນ 6 ຮ້ອຍ 3 ສິບ ລ້າ​ນ​ໂດ​ລາ​ທີ່​ຈຳເປັນສຳລັບ​ປີ 2016.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG