ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ຜົນ​ຂ້າງ​ຄຽງ ຈາກ​ການ​ຟ້ອງ​ຮ້ອງ​​ ປ. ທ​ຣຳ ໃນ​ດ້ານ​ການ​ເມືອງ ຈະ​ອອກ​ມາຢ່າງ​ໃດ​ນັ້ນ ບໍ່​ມີ​ໃຜ​ຮູ້​ຈັກ


YE Trump Impeachment Fallout WEB
please wait

No media source currently available

0:00 0:03:21 0:00

ເຊີນ​ຊົມ​ວີ​ດີ​ໂອ ລາຍ​ງານນີ້ ເປັນ​ພາ​ສາ​ອັງ​ກິດ

ເປັນ​ທີ່​ແນ່ນອນ​ແລ້ວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຈະ​ຖືກ​ບັນ​ທຶກ​ລົງໃນ​ປະ​ຫວັດ​ສາດ​ຂອງ​ສະ​ຫະ​ລັດ ​ໃນ​ເດືອນນີ້ ເມື່ອ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ໄດ້​ລົງ​ຄະ​ແນ​ນ​ສຽງ​ເຫັນ​ພ້ອມ ໃຫ້​ຟ້ອງ​ຮ້ອງ​ຕໍ່​ທ່ານ ຍ້ອນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ໃນ​ການກົດດັນ​ຢູ​ເຄ​ຣນ ໃຫ້​ສືບ​ສວນ​ສອບ​ສວນ​ຄູ່​ແຂ່ງ​ດ້ານ​ການ​ເມື​ອງ ຄື ທ່ານ​ໂຈ ໄບ​ເດັນ. ​ແຕ່ຄາດ​ກັນ​ວ່າ ທ່ານ​ທ​ຣຳ ຈະ​ຖືກ​ ​ພົບ​ເຫັນ​ວ່າ​ ບໍ່​ມີ​ຄວາມ​ຜິດ​ຕາມ​ທີ່​ໄດ້​ກ່າວ​ຫາ ໃນ​ການ​ດຳ​ເນີນ​ຄະ​ດີຟ້ອງ​ຮ້ອງຕໍ່​ທ່ານໃນ​ສະ​ພາ​ສູງ ທີ່​ຄວບ​ຄຸມ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ ​ໂດຍ​ຈະມີ​ຂຶ້ນ​ໃນ​ຕົ້ນ​ປີ​ໜ້ານີ້ ແຕ່​ຜົນ​ຂ້າງ​ຄຽງ​ທາງ​ດ້ານ​ການ​ເມືອງຈາກ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີນີ້ ​ເຮັດ​ໃຫ້ກາຍ​ເປັນ​ເລື້ອງນອງ​ນັນນັ້ນ ຈະ​ເປັນ​ປັດ​ໄຈ​ຕໍ່​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ປີ 2020. ນັກ​ຂ່າວ​ແຫ່ງ​ຊາດ​ຂອງວີ​ໂອ​ເອ ຈິມ ມາ​ໂລນ ມີ​ລາຍ​ລະ​ອຽດ​ຕື່ມ ຈາກ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ຊຶ່ງ​ໄຊ​ຈະ​ເລີນ​ສຸກ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.


​ໂຄ​ສົກຢູ່​ທີ່​ງານ​ຊຸມ​ນຸມ ປະ​ກາດ​ວ່າ “ຂໍ​ເຊີນ​ທຸກ​ທ່ານ ຕ້ອນ​ຮັບ ປະ​ທາ​ນາ​ທິ​ບໍ​ດີ ຄົນ​ທີ 45 ຂອງ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ເຈ ທ​ຣຳ!”

ໃນເວ​ລາ​ທີ່​ ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ປະ​ສົບ​ກັບ​ບັນ​ຫາ ທ່ານສາ​ມາດເພິ່ງ​ພາ​ຖານ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເມືອງ​ຂອງ​ທ່ານ​ໄດ້ ​ຢູ່ສະ​ເໝີ​ ແລະ​ກໍ​ໄດ້​ຮັບ​ການ​ຕ້ອນ​ຮັບຢ່າງ​ອົບ​ອຸ່ນ.

ເຖິງ​ແມ່ນ​ວ່າ ສະ​ພາ​ຕ່ຳ ໄດ້​ລົງ​ຄະ​ແນນ​ສຽງເຫັນ​ດີ ຟ້ອງ​ຮ້ອງ​ຕໍ່​ທ່ານໄປ​ແລ້ວ​ກໍ​ຕາມ ທ່ານ​ທ​ຣຳ ຍັງໄດ້​ກ່າວ​ໂຈມ​ຕີ ພັກ​ເດ​ໂມ​ແຄ​ຣັດ ຢູ່​ທີ່​ການ​ໂຮມ​ຊຸມ​ນຸມ ໃນ​ລັດ​ມິ​ຊິ​ແກນ.

​ຊຶ່ງປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ​ໄດ້ກ່າວ​ອ້າງວ່າ “ເຈົ້າ​ຫັ້ນ​ແຫຼະ​ ເປັນ​ຜູ້​ທີ່​ແຊກ​ແຊງ​ໃນ​ການ​ເລືອກ​ຕັ້ງ​ຂອງ​ອາ​ເມ​ຣິ​ກາ. ເຈົ້າ ຫັ້ນ​ແຫຼະ ​ເປັນ​ຜູ້​ທຳ​ລາຍ ​ປະ​ຊາ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ການ. ພວກ​ເຮົາ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ບໍ່​ມີສິ່ງຫ​ຍັງເລີຍ. ອັນ​ນີ້ ​ເປັນ​ພຽງ​ແຕ່​ຂໍ້​ແກ້​ຕົວ​ເທົ່າ​ນັ້ນ​.”

​ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ກ່າວປະ​ກາດ​ໃນ​ກາງ​ສະ​ພາ​ວ່າ “ຂໍ້​ທີ​ນຶ່ງ ຖືກ​ຮັບ​ຮອງ​ເອົາ.”

​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ນຳ​ພາ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກ່າວ​ວ່າ ພວກ​ເພິ່ນ ​ຟ້ອງ​ຮ້ອງ​ທ່ານ​ທ​ຣຳ ກໍ​ຍ້ອນ​ວ່າ ພວກ​ເພິ່ນບໍ່​ສາ​ມາດ​ທີ່​ຈະ​ເມີນ​ເສີຍໄດ້ ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ​ໃນ​ການ​ຂໍ​ຄວາມ​ຊ່ອຍ​ເຫຼືອ​ຈາກ​ຢູ​ເຄ​ຣນ ​ເພື່ອ​ຊ່ອຍ​ທ່ານ ​ໃຫ້​ຖືກ​ເລືອກ​ຄືນ​ອີກນຶ່ງສະ​ໄໝ​ ໃນ​ປີ 2020.

ສ່ວນສະ​ມາ​ຊິກ​ສະ​ພາ​ຕ່ຳ​ຜູ້​ອະ​ວຸ​ໂສຂອງ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ແມ​ຣີ​ແລນ ທ່ານ​ສະ​ເຕັນ​ນີ ຮອຍ​ເອີ ກ່າວ​ວ່າ “ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີນີ້ ຖ່າມ​ວ່າ ພວກ​ເຮົາ​ຍັງ​ເປັນ​ສາ​ທາ​ລະ​ນະ​ລັດແຫ່ງ​ກົດ​ໝາຍ​ຢູ່ ຫຼືບໍ່ ຕາມ​ທີ່​ບັນ​ດາ​ຜູ້​ສ້າງ​ຕັ້ງ​ສາ​ທາ​ລະ​ນະ​ລັດ​ຂອງ​ພວກ​ເຮົາ ​ໄດ້ຕັ້ງ​ໃຈ​ເອົາໄວ້​ນັ້ນ ຫຼື​ ພວກ​ເຮົາ​ຈະ​ຮັບ​ເອົາ​ໄດ້ຫຼືບໍ່ວ່າ ຄົນ​ຜູ້​ນຶ່ງ​ ສາ​ມາດ​ຢູ່​ເໜືອ​ກົດ​ໝາຍ.”

ໂອ​ກາດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ​ທີ່ຈະ​ລອດ​ຈາກ​ການ​ຖືກລົງ​ຄວາມ​ເຫັນ​ວ່າ​ຜິດ ໃນ​ການຟ້ອງ​ຮ້ອງ​ນັ້ນ ກໍແມ່ນ​ວ່າ ແຈ່ມ​ໃສຫຼາຍ ​ຢູ່​ໃນ​ສະ​ພາ​ສູງ ບ່ອນ​ທີ່​ພັກ​ຣີ​ພັບ​ບ​ລີ​ກັນ ​ກຽມ​ພ້ອມ​ທີ່​ຈະ​ຍົກ​ຟ້ອງໃຫ້ແກ່ທ່ານ ໃນ​ການດຳ​ເນີນ​ຄະ​ດີ ທີ່​ປະ​ກອບ​ດ້ວຍ ຜູ້​ນຳ​ສຽງ​ສ່ວ​ນຫຼາຍຂອງ​ສະ​ພາ​ສູງ ທ່ານ​ມິດ​ຈ໌ ແມັກ​ຄອນ​ແນລ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ.

ຊຶ່ງທ່ານແມັກ​ຄອນ​ແນລ ​ໄດ້ກ່າວ​ວ່າ “ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ພາ​ຕ່ຳ​ ໂດຍ​ສະ​ເພາະຊຸດ​ນີ້ ໄດ້​ນຳຄວາມ​ໂກດ​ເຄືອງ​ຂອງ​ຕົນ​ແຕ່​ພຽງ​ຝ່າຍ​ດຽວ ມາ​ສຸມ​ໃສ່ ​ສະ​ເພາະແຕ່ ປະ​ທາ​ນາ​ທິ​ບໍ​ດີ ທ່ານນີ້​ ແລ້ວ​ມັນ​ໄດ້​ສ້າງ​ບັນ​ຍາ​ກາດ​ທີ່​ມີ​ພິດ​ແບບ​ໃໝ່​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ ອັນຈະ​ສົ່ງ​ຜົນ​ສະ​ທ້ອນ​ອອກ​ໄປ ໃນ​ອະ​ນາ​ຄົດ.”

​ສ່ວນ​ທ່ານຊັ​ກຈ໌ ຊູມ​ເມີ ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດຂອງ​ສະ​ພາ​ສູງ ​ກໍໄດ້​ກ່າ​ວວ່າ ພັກ​ຂອງ​ທ່ານ ຈະສູ້​ຊົນ​ໃນ​ຄະ​ດີນີ້.

ທ່ານ​ຊູມ​ເມີ ເວົ້າ​ວ່າ “ຂ້າ​ພະ​ເຈົ້າ ບໍ່​ມີ​ຄວາມ​ສົງ​ໄສ​ເລີຍ​ວ່າ ຖ້າ​ພວກ​ເຮົາ​ບອກ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ວ່າ ເພິ່ນ​ສາ​ມາດ​ຫລົບ​ຫລີກ​ການກວດ​ສອບ​ໄດ້​ ໃນ​ກໍ​ລະ​ນີນີ້ ​ແລ້ວເພິ່ນ​ກໍ​ຈະ​ເຮັດ​ອີກເທື່ອ​ນຶ່ງ ແລະ​ເຮັດ​ອີກ​ຕໍ່​ໄປ ແລະ​ຕໍ່​ໄປ.”

ທັງ​ພັກ​ເດ​ໂມ​ແຄ​ຣັດ ແລະ​ພັກ​ຣີ​ພັບ​ບ​ລີ​ກັນ ຄາດ​ໝາຍ​ວ່າ ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ຈະ​ເປັນ​ປັດ​ໄຈ ​ຕໍ່​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ປີ​ໜ້ານີ້ ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ​ນາງ​ຈູ​ລີ ເພ​ສ.

ທ່ານ​ນາງ​ຈູ​ລີ ເພ​ສ ​ຈາກ​ອົງ​ການ​ຂ່າວ​ເອ​ພີ ເວົ້າ​ວ່າ “ມັນ​ເປັນ​ພຽງເລື້ອງ​ລຶກ​ລັບຂະ​ໜາດ​ໃຫຍ່. ທັງ​ສອງ​ພັກ​ການ​ເມືອງ ຄຶດ​ວ່າ ​ເລື້ອງ​ນີ້​ອາດ​ມີ​ບົດ​ບາດໃນ​ທາງບວກ​ແກ່​ພວກ​ເພິ່ນ ແລະ​ໂດຍ​ສ່ວນ​ຕົວ​ຂ້າ​ພະ​ເຈົ້າ​ແລ້ວ ທັງ​ສອງ​ພັກ ຄຶດ​ວ່າ ມັນ​ອາດ​ມີ​ບົດ​ບາດ​ໃນ​ທາງ​ລົບ​ຕໍ່​ພວກ​ເພິ່ນກໍ່​ເປັນ​ໄດ້. ແຕ່​ພວກ​ເຮົາ​ບໍ່​ເຄີຍ​ຢູ່​ໃນ​ສະ​ຖາ​ນະ​ການ​ແບບນີ້​ເລີຍໃນ​ເມື່ອ​ກ່ອນ ບ່ອນ​ທີ່​ວ່າ ມີ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ຕໍ່​ຈາກນັ້ນ ປະ​ທາ​ນາ​ທິ​ບໍ​ດີຜູ້ທີ່​ຖືກ​ຟ້ອງ​ຮ້ອງ ແມ່ນ​ຈະ​ລົງ​ແຂ່ງ​ຂັນ​ເລືອກ​ຕັ້ງຄືນອີກ.”

ເລື້ອງ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ກາຍ​ເປັນ​ສິ່ງທີ່ວໍ​ຊິງ​ຕັນ ໃຊ້​ເວ​ລາ​ນຳ ຫຼາຍ​ສົມ​ຄວນ ໃນ​ສອ​ງ​ສາມ​ເດືອນ​ຜ່ານ​ມານີ້.

ແຕ່​ພວກ​ມີ​ສິດເລືອກ​ຕັ້ງ​ທັງຫຼາຍ ກໍມີ​ຄວາມ​ຊົງ​ຈຳສັ້ນ ​ຊຶ່ງ​ອັນນັ້ນ ເປັນ​ການ​ກ່າວ​ເຕືອນ​ຂອງ​ທ່ານ​ແລ​ຣີ ຊາ​ບາ​ໂຕ ນັກ​ຊ່ຽວ​ຊານ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ລັດ​ເວີ​ຈີ​ເນຍ.

ທ່ານ​ຊາ​ບາ​ໂຕ ເວົ້າ​ວ່າ “ອັນນີ້ ​ຈະກາຍ​ເປັນເລື້ອງທີ່ບໍ່​ຄ່ອຍ​ສຳ​ຄັນຫຼາຍປານ​ໃດ ​ຕາມ​ທີ່​ປະ​ຊາ​ຊົນ​ຄຶດ ພາຍ​ໃນ​ເດືອນ​ພະ​ຈິກ​ໜ້າ. ມັນ​ເບິ່ງ​ຄື​ກັບ​ວ່າ ເປັນ​ເລື້ອງ​ທີ່​ຜ່ານ​ໄປຫຼາຍປີ​ຜ່ານ​ມາ​ແລ້ວ ແລະ​ອັນ​ນັ້ນ​ໝາຍຄວາມ​ວ່າ ເລື້ອງນອງ​ນັນ​ອື່ນໆ ບັນ​ຫາ​ອື່ນໆ ແລະ​ຜູ້​ສະ​ໝັກ​ແຂ່ງ​ຂັນ​ສອງ​ຄົນ ຈາກ​ພັກ​ເດ​ໂມ​ແຄ​ຣັດ ແລະ​ພັກ​ຣີ​ພັບ​ບ​ລີ​ກັນ ຈະ​ຄອບ​ງຳ​ການ​ເລືອກ​ຕັ້ງ ບໍ່​ແມ່ນ​ເລື້ອງ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີເລີຍ.”

​ການ​ຢັ່ງ​ຫາງ​ສຽງ​ຂອງ​ມະ​ຫາ​ຊົນ ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ​ຍັງ​ຄົງແບ່ງ​ແຍກ​ກັນ​ຢ່າງ​ຫຼວງຫຼາຍ ໃນ​ເລື້ອງການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ການ​ດຳ​ເນີນ​ການ​ທີ່​ຍືດ​ເຍື້ອ​ຍາວ​ນານໃນ​ສະ​ພາ​ຕ່ຳ ກໍ​ບໍ່ໄດ້​ປ່ຽນ​ແປງ​ສະ​ພາບ​ການອັ​ນນັ້ນ ​ພໍ​ປານ​ໃດ ອີງ​ຕາມ​ການ​ກ່າວ​ຂອງ​ນັກ​ວິ​ເຄາະ ທ່ານ​ນາງ​ຄາ​ພ​ຣີ ຄາ​ຟາ​ໂຣ.

ທ່ານ​ນາງຄາ​ຟາ​ໂຣ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ອາ​ເມ​ຣິ​ກັນ ເວົ້າ​ວ່າ “ແຕ່​ຂ້າ​ພະ​ເຈົ້າ​ຄຶດ​ວ່າ ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກ່ຽວ​ກັບ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ກໍ​ແມ່ນ​ວ່າ ​ແທ້​ຈິງ​ແລ້ວ ມັນບໍ່​ໄດ້ມີ​ຜົນ​ກະ​ທົບ​ທີ່​ສຳ​ຄັນ​ແຕ່​ຢ່າງ​ໃດ ໃນ​ການ​ປ່ຽນ​ແປງ​ຈິດ​ໃຈ​ຄົນ​ທັງຫຼາຍ. ຂ້າ​ພະ​ເຈົ້າ​ຄຶດ​ວ່າ ມັນ​ໄດ້​ເຮັດ​ໃຫ້​ແຕ່​ລະພັກ​ຝ່າຍ​ ​ປຸ້ມ​ລຸມ​ກັນ​ຢ່າງ​ໜຽວ​ແໜ້ນ.”

ສະ​ພາ​ສູງ ຈະ​ນຳ​ເອົາ​ເລື້ອງຂອງຄວາມ​ເໝາະ​ສົມ​ໃນ​ການຕຳ​ແໜ່ງປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ​ທ​ຣຳ ຂຶ້ນ​ມາ​ພິ​ຈາ​ລະ​ນາ ໃນ​ເດືອນ​ມັງ​ກອນຈະ​ມາ​ເຖິງນີ້.

ແຕ່​ໃນ​ທີ່​ສຸດ​ແລ້ວ ຄາດ​ກັນ​ວ່າ ການ​ຕັດ​ສິນ​ຊີ້​ຂາດ​ ແມ່ນ​ຈະ​ຖືກ​ລົງ​ຄວາມ​ເຫັນ ໂດຍພວກ​ຜູ້​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ ໃນ​ເດືອນ​ພະ​ຈິກ​ໜ້ານີ້.

U.S. President Donald Trump was assured of a place in history this month when the U.S. House of Representatives voted to impeach him over his efforts to pressure Ukraine to investigate political rival Joe Biden. Trump is expected to be acquitted in an impeachment trial early next year in the Republican-controlled Senate, but the political fallout from the impeachment drama will be a factor in the 2020 presidential election. VOA National Correspondent Jim Malone has more from Washington.

(ANNOUNCER NATS)

"Please welcome the 45th president of the United States, Donald J. Trump!"

In times of trouble, President Trump can always count on the warm embrace of his political base.

Even as the House voted to impeach him, Trump lashed out at Democrats at a rally in Michigan.

(President Donald Trump)
"You are the ones interfering in America's elections. You are the ones subverting America's democracy. We did nothing wrong, nothing whatsoever. This was just an excuse."

(PELOSI NAT)

"Article One is adopted."

House Democrats said they impeached Trump because they could not ignore the president's attempts to enlist Ukraine's help in his re-election bid in 2020.

Maryland Congressman Steny Hoyer.

(Rep. Steny Hoyer, Democrat)
"This impeachment asks whether we are still a republic of laws, as our founders intended, or whether we will accept that one person can be above the law."

The president's chances of surviving impeachment are much brighter in the Senate where Republicans are poised to acquit him in a trial, including Majority Leader Mitch McConnell.

(Sen. Mitch McConnell, Majority Leader)
"This particular House of Representatives has let its partisan rage at this particular president create a toxic new precedent that will echo well into the future."

Senate Democratic leader Chuck Schumer said his party will press the case.

(Sen. Chuck Schumer, Democratic Leader)
"I have little doubt that if we tell the president he can escape scrutiny in this instance, he will do it again and again and again."

Democrats and Republicans expect impeachment to be a factor in next year's presidential election, says Julie Pace.

(Julie Pace, Associated Press)
"It is just a huge unknown. Both parties think that this could play to their favor, and privately both parties think it could work against them. But we just have not been in this situation before where you have an impeachment and then that impeached president is running for re-election."

The impeachment saga has consumed Washington in recent months.

But voters have short memories, warns University of Virginia expert Larry Sabato.

(Larry Sabato, University of Virginia)
"This is going to be much less significant by next November than people think. It is going to see like an eon past and that means other controversies, other issues, and the two candidates, Democrat and Republican, will dominate the election. Not impeachment."

Public opinion polls show the country remains sharply divided on impeachment, and the lengthy process in the House did little to alter that dynamic, says analyst Capri Cafaro.

(Capri Cafaro, American University)
"But I think what has happened with impeachment is that it really has not had any significant impact in changing minds. I think it has solidified the camps."

The Senate will take up the issue of Trump's fitness for office in January.

But the ultimate verdict is expected to be rendered by U.S. voters in the election next November.

XS
SM
MD
LG