ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຮ່ວມກັນກັບ ຊາວໂລກ ຕ້ອນຮັບ ການມາເຖິງ ຂອງປີໃໝ່ ປີ 2015


Celebrating the New Year Around the World
please wait

No media source currently available

0:00 0:03:27 0:00

ສະຫະລັດໄດ້ຕ້ອນຮັບການມາຮອດມາເຖິງຂອງວັນຂຶ້ນປີໃໝ່ ປີ
2015 ດ້ວຍການສະເຫລີມສະຫລອງຕາມປະເພນີ ຢູ່ທີ່ຈະຕຸລັດ
Times Square ໃນນະຄອນນິວຢອກ.

ພວກທີ່ໄປຮ່ວມສະເຫລີມສະຫລອງຫລາຍຮ້ອຍພັນຄົນ ໄດ້ພາ
ກັນເຕົ້າໂຮມກັນຢູ່ຈະຕຸລັດດັ່ງກ່າວ ຊຶ່ງ​ເປັນຈຸດທ່ອງທ່ຽວ ທີ່ມີຊື່
ສຽງຂອງນິວຢອກ ເພື່ອເບິ່ງເຈົ້າຄອງນະຄອນ Bill de Blasio
ແລະຄອບຄົວຂອງທ່ານ ບີບປຸ່ມ ທີ່ເຮັດໃຫ້ ໝາກບານແກ້ວຂະ
ໜາດໃຫຍ່ ຕົກລົງມາ ນຶ່ງນາທີກ່ອນຮອດເວລາທ່ຽງຄືນ. ການ
ສະເຫລີມສະຫລອງ ວັນຂຶ້ນປີໃໝ່ ຍັງມີຂຶ້ນ ຢູ່ໃນທົ່ວສະຫະລັດ ​
ໃນຫລາຍໆຫົວເມືອງ ທີ່ຕັ້ງຢູ່ໃນເຂດທີ່ີມີເວລາແຕກຕ່າງກັນ.

ບໍ່ເທົ່າໃດຊົ່ວໂມງກ່ອນໜ້ານັ້ນ ຢູ່ໃນອີກຟາກນຶ່ງຂອງມະຫາສະມຸດອັດລັນຕິກ ປະຊາຊົນ ໃນນະຄອນລອນດອນ ກໍໄດ້ໄປເຕົ້າໂຮມກັນ ຢູ່ທີ່ແຄມຝັ່ງ ແມ່ນ້ຳເທມສ໌ ເພື່ອເບິ່ງບັ້ງໄຟ ດອກທີ່ສວຍງາມແລະໜ້າຕື່ນເຕັ້ນ ຢູ່ເທິງຟ້າ ເໜືອຕຶກສະພາແຫ່ງຊາດ ໃນຂະນະທີ່ສຽງ ຂອງໂມງໃຫຍ່ Big Ben ທີ່ມີຊື່ສຽງດັງຂຶ້ນໃນຕອນທ່ຽງຄືນ.

ສ່ວນຢູ່ອາ​ເມຣິກາໃຕ້ນັ້ນ ນະຄອນ Rio de Janeiro ຊຶ່ງເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ ສຽງຂອງບຣາຊີລ ກໍມີຜູ້ໄປຮ່ວມສະເຫລີມສະຫລອງຫລາຍກວ່ານຶ່ງລ້ານຄົນທີ່ຫາດຊາຍ Copacabana ເພື່ອເບິ່ງຄອນເສີດດົນຕີຣອກຢູ່ເທິງສາມເວທີ.

ASIA NEW YEARS VO
please wait
Embed

No media source currently available

0:00 0:00:58 0:00

ສຳລັບເຂດເອເຊຍປາຊີຟິກ ໂມງໃຫຍ່ ທີ່ຫໍລອຍຟ້າ Sky Tower ຊຶ່ງເປັນຈຸດທ່ອງທ່ຽວ
ທີ່ສຳຄັນໃນນະຄອນ Auckland ປະ​ເທດ​ນິວຊີ​ແລນ​ດ໌ ໄດ້ນັບຖອຍ ຫລັງໃນແຕ່ລະນາ ທີຈົນຮອດຕອນທ່ຽງຄືນກ່ອນມີການຈູດບັ້ງໄຟດອກອອກ​ມາ​ຈາກຫໍດັ່ງກ່າວເຮັດໃຫ້ທ້ອງ ຟ້າສະຫວ່າງສະໄຫວ.

ທີ່ນະຄອນຊິດນີ ປະ​ເທດ​ອອສ​ເຕຣ​ເລຍ ມີຜູ້ໄປຮ່ວມສະຫຼອງຫຼາຍກວ່າ 1 ລ້ານ 5 ແສນ ຄົນຢູ່ໃນບໍລິເວນອ່າວຂອງນະຄອນດັ່ງກ່າວເພື່ອເບິ່ງການຈູດບັ້ງໄຟດອກທີ່ໜ້າຕື່ນເຕັ້ນ ປະທັບໃຈ ສະແດງໃຫ້ເຫັນເປັນສີເງິນແລະຄຳຂອງຕົ້ນພາຣມ໌.

AUSTRALIA NEW YEARS VO
please wait

No media source currently available

0:00 0:00:59 0:00

ຢູ່ທີ່ຮົງກົງແສງສີທີ່ສວຍສົດງົດງາມຂອງບັ້ງໄຟດອກກໍໄດ້ກະຈາຍເຕັມທ້ອງຟ້າເໜືອອ່າວ ວິກທໍເຣຍ.

ນະຄອນຫຼວງປັກກິ່ງ ໄດ້ນັບຖອຍຫລັງ ສູ່ປີ 2015 ດ້ວຍການສະ​ແດງແລ່ນສະເກັດ​ເຕັ້ນ​ລະບຳເທິງນ້ຳກ້ອນ ທີ່ແນໃສ່ເພື່ອຊຸກຍູ້ການດຳເນີນຄວາມພະຍາຍາມຂອງຈີນ ​ເພື່ອ​ໃຫ້​ຖືກ​ເລືອກເປັນເຈົ້າພາບຈັດການແຂ່ງຂັນກິລາໂອລິມປິກລະດູໜາວປີ 2022 ໃນຂະນະ
ທີ່ດູໄບ ຊຶ່ງເປັນປະເທດນຶ່ງໃນເຂດອ່າວເປີເຊຍ ກໍ​ໄດ້​ສະ​ແດງ​ອັນ​ທີ່​ກ່າວ​ກັນ​ວ່າ ຈະເປັນ ການສະແດງຫຼອດໄຟ LED ທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ ຢູ່ຕຶກອາຄານທີ່ສູງທີ່ສຸດຂອງ ໂລກ.

NEW YEAR'S DAY VO
please wait
Embed

No media source currently available

0:00 0:01:17 0:00

The United States welcomed in New Year's Day 2015 with the traditional celebration in New York City's Times Square.

Hundreds of thousands of revelers gathered in the city's iconic tourist attraction to watch Mayor Bill de Blasio and his family push the button that dropped a giant crystal ball one minute before midnight.New Year's celebrations were also taking place in many other cities across the United States located in different time zones.

Hours earlier on the other side of the Atlantic Ocean, Londoners gathered on the banks of the River Thames to watch a spectacular fireworks display over the Houses of Parliament, as the iconic Big Ben clock chimed at the stroke of midnight.

Further south, the Brazilian tourist attraction of Rio de Janeiro was expecting more than one million revelers to crowd its Copacabana Beach for rock concerts on three stages.

In the Asia Pacific region.A giant clock on Auckland's landmark Sky Tower counted down the minutes until the New Year, before fireworks launched from the tower lit the nighttime sky.

In Sydney, more than 1.5 million revelers massed in warm summer weather along the shores of the city's harbor to watch a spectacular eruption of pyrotechnics that featured depictions of shimmering gold and silver palm trees. Splashy bursts of color from the fireworks filled the sky over Victoria Harbor in Hong Kong.

Beijing counted down to 2015 with a figure skating exhibition aimed at promoting China's bid to host the 2022 Winter Olympics, while the Persian Gulf emirate of Dubai readied what it said would be the largest-ever LED-illuminated facade, on the world's tallest building.

But in Indonesia, in the aftermath of the crash of the AirAsia passenger jet into the depths of the Java Sea, prayerful remembrances took precedence in Jakarta, and other cities canceled their normal New Year celebrations.

XS
SM
MD
LG