ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະນາຄານໂລກເປີດເຜີຍວ່າ ການເກັບລາຍຮັບ ແລະການສົ່ງອອກ ຂອງອັຟການິສຖານ ຍັງຄົງເຂັ້ມແຂງ


ຜູ້ດໍາເນີນກິດຈະການຮ້ານແລກປ່ຽນເງິນຕາ ກໍາລັງລໍຖ້າບັນດາລູກຄ້າ ຢູ່ທີ່ຕະຫຼາດແລກປ່ຽນເງິນ, ລຸນຫຼັງທະນາຄານ ແລະຕະຫຼາດ ກັບຄືນມາເປີດອີກຄັ້ງ ຫຼັງຈາກກຸ່ມຕາລິບານເຂົ້າຢຶດອໍານາດໃນນະຄອນຫຼວງກາບູລ, ວັນທີ 4 ກັນຍາ 2021.
ຜູ້ດໍາເນີນກິດຈະການຮ້ານແລກປ່ຽນເງິນຕາ ກໍາລັງລໍຖ້າບັນດາລູກຄ້າ ຢູ່ທີ່ຕະຫຼາດແລກປ່ຽນເງິນ, ລຸນຫຼັງທະນາຄານ ແລະຕະຫຼາດ ກັບຄືນມາເປີດອີກຄັ້ງ ຫຼັງຈາກກຸ່ມຕາລິບານເຂົ້າຢຶດອໍານາດໃນນະຄອນຫຼວງກາບູລ, ວັນທີ 4 ກັນຍາ 2021.

ທະນາຄານໂລກ ຫຼື World Bank ໄດ້​ນຳ​ອອກເຜີຍແຜ່ການປະເມີນທີ່ຕື່ນເຕັ້ນ ກ່ຽວກັບເສດຖະກິດຂອງອັຟການິສຖານ ໃນຊ່ວງໄລຍະ 9 ເດືອນທໍາອິດ ຂອງ​ສົກງົບປະມານ ປະຈໍາປີ 2022, ໂດຍອ້າງວ່າ ມີການສົ່ງອອກທີ່ເພີ້ມຂຶ້ນ, ອັດ​ຕາການແລກປ່ຽນເງິນຄົງທີ່ ແລະການເກັບລາຍຮັບທີ່ເຂັ້ມແຂງ ພາຍໃຕ້ການປົກຄອງຂອງກຸ່ມຕາລິບານ.

ບົດລາຍງານດັ່ງກ່າວນີ້ ແມ່ນກົງກັນຂ້າມກັນກັບບົດລາຍງານທົ່ວໄປ ຈາກອົງ ການສະຫະປະຊາຊາດແລະອົງການຕ່າງໆທີ່ບໍ່ຂຶ້ນກັບລັດຖະບານ ຫຼື NGOs ກ່ຽວກັບຄວາມທຸກຍາກ ຢູ່ໃນທົ່ວໂລກ, ແລະໄດ້ແຜ່ຂະຫຍາຍຄວາມອຶດຢາກຢ່າງກວ້າງຂວາງຢູ່ໃນທົ່ວປະເທດ ນັບຕັ້ງແຕ່ກຸ່ມຕາລິບານເຂົ້າຢຶດອໍານາດເມື່ອເດືອນສິງຫາ 2022 ເປັນຕົ້ນມາ, ເຊິ່ງນໍາໄປສູ່ການຕັດການຊ່ວຍເຫຼືອຕ່າງໆຈາກສາກົນ.

ນັ້ນ ແມ່ນການບັງຄັບໃຊ້ມາດຕະການການລົງໂທດທີ່ເຂັ້ມງວດຂອງສາກົນ ຕໍ່ບັນດາຜູ້ນໍາຂອງກຸ່ມຕາລິບານແລະການປະໃຫ້ພາກທະນາຄານຂອງລັດຖະບານ ຕາລິບານໂດດດ່ຽວ ໄດ້ຜັກດັນໃຫ້ເສດຖະກິດທີ່ຖືກທໍາລາຍຈາກສົງຄາມ ສ່ຽງຕໍ່ການພັງທະລາຍລົງ, ແຕ່ຄວາມພະຍາຍາມຕ້ານການສໍ້ລາດບັງຫຼວງທີ່ມີປະສິດ ທິພາບ ແລະມາດຕະການອື່ນໆ ເບິ່ງຄືວ່າ ການປົກຄອງຂອງກຸ່ມອິສລາມຫົວ​ຮຸນ​ແຮງ ສາມາດຄວບຄຸມການອ່ອນ​ແອລົງຂອງເສດຖະກິດໄດ້.

ການປະເມີນຜົນຂອງທະນາຄານໂລກ ໄດ້ເປີດເຜີຍອອກມາໃນອາທິດນີ້ ໂດຍສັງເກດວ່າ ຄວາມກົດດັນດ້ານເງິນເຟີ້ ແມ່ນໄດ້ຫຼຸດລົງນັບຕັ້ງແຕ່ເດືອນກໍລະກົດຂອງປີທີ່ແລ້ວ, ເຊິ່ງຄ່ອຍໆຫຼຸດລົງມາເຄິ່ງນຶ່ງ​ຂອງ 9.1 ເປີເຊັນ ໃນເດືອນພະ ຈິກ, ໃນຂະ​ນະທີ່ສິ່ງຈໍາເປັນພື້ນຖານເຊັ່ນປະເພດອາຫານແລະບໍ່ແມ່ນອາຫານ ຍັງຄົງມີຈໍາໜ່າຍ ໃນວົງກວ້າງ. ລາຍງານໄດ້ລະບຸວ່າ ອັດຕາເງິນເຟີ້ທີ່ຫຼຸດລົງ ສົ່ງຜົນເຮັດໃຫ້ລາຄານໍ້າມັນ ແລະອາຫານຢູ່ໃນທົ່ວໂລກຫຼຸດລົງ, ພ້ອມທັງອັດຕາແລກປ່ຽນກໍມີສະຖຽນລະພາບເຊັ່ນກັນ.

ໃນສິ່ງ​ທີ່ອາດຈະເປັນຜົນມາຈາກການຍຸຕິຕໍ່ສູ້ກັນພາຍໃນປະເທດ, ອີງຕາມລາຍງານຂອງທະນາຄານ ປະເທດອັຟການິສຖານມີມູນຄ່າການສົ່ງອອກສິນຄ້າຮອດ 1.7 ຕື້ໂດລາ, ໂດຍເພີ້ມຂຶ້ນປະມານ 90 ເປີເຊັນເມື່ອສົມທຽບໃສ່ປີ 2021 ທັງໝົດ. ສົ່ງອອກ​ໄປປະເທດປາກິສຖານ 65 ເປີເຊັນ, ແລະອິນເດຍ 20 ເປີເຊັນ, ເຊິ່ງທັງສອງປະເທດນີ້ ຍັງຄົງເປັນເສັ້ນທາງການສົ່ງອອກຫຼັກ ສໍາລັບຜະລິດຕະພັນຜັກ, ແຮ່ທາດ ແລະຜ້າແພ ຂອງອັຟການິສຖານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG