ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໙ ກັນຍາ ໒໐໒໔

‘ກົດໝາຍປະກັນສຸຂະພາບລາຄາຖືກ’ ຈະໄດ້ຮັບການປັບປຸງ ຫຼືຍົກເລີກ ພາຍໃຕ້ປະທານາທິບໍດີຄົນຕໍ່ໄປ ຫຼືບໍ່?


‘ກົດໝາຍປະກັນສຸຂະພາບລາຄາຖືກ’ ຈະໄດ້ຮັບການປັບປຸງ ຫຼືຍົກເລີກ ພາຍໃຕ້ປະທານາທິບໍດີຄົນຕໍ່ໄປ ຫຼືບໍ່?

ກົດໝາຍປະກັນສຸຂະພາບລາຄາຖືກ ຫຼື ACA, ເຊິ່ງເອີ້ນກັນວ່າ “ໂອບາມາແຄຣ໌ (Obamacare),” ໄດ້ເຮັດໃຫ້ຊາວອາເມຣິກັນຫຼາຍລ້ານຄົນ ເຂົ້າເຖິງການປິ່ນປົວສຸຂະພາບໄດ້ຫຼາຍຂຶ້ນ, ແຕ່ມັນຍັງບໍ່ເປັນທີ່ຈະແຈ້ງວ່າ ອະນາຄົດຂອງໂຄງການນີ້ ຈະເປັນແນວໃດພາຍໃຕ້ປະທານາທິບໍດີຄົນຕໍ່ໄປ. ບໍ່ວ່າຈະເປັນການໂຄສະນາຫາສຽງຂອງ ທ່ານນາງ ແຮຣີສ ຫຼື ຂອງທ່ານ ທຣໍາ ຕ່າງກໍບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບວິໄສທັດຂອງຕົນ ກ່ຽວກັບ ACA, ແຕ່ບັນດາຜູ້ມີສິດເລືອກຕັ້ງ ກຳລັງພາກັນສັງເກດເບິ່ງຢ່າງໃກ້ຊິດ. ເວໂຣນີກາ ບັລເດຣາສ ອິເກຼຊຽສ (Veronica Balderas Iglesias) ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້, ເຊິ່ງອາດນະສັກ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ຊ່າງຕັດແວ່ນຕາ, ນາງ ທາຈາ ໂດບ (Taja Dove) ແມ່ນນຶ່ງໃນຊາວອາເມຣິກັນ ປະມານ 25 ລ້ານຄົນ ທີ່ບໍ່ມີປະກັນສຸຂະພາບ. ນາງກໍາລັງຄົ້ນຄວ້າຫາທາງເລືອກຂອງການຄຸ້ມຄອງໂດຍການພິຈາລະນາຈາກປະສົບການທີ່ນາງມີໃນຕອນທີ່ບໍ່ມີປະກັນສຸຂະພາບ.

ນາງ ທາຈາ ໂດບ (Taja Dove), ຜູ້ທີ່ບໍ່ມີປະກັນໄພສຸຂະພາບ:

"ຂ້ອຍອາດຈະຮູ້ສຶກບໍ່ສະບາຍ, ແລະຂ້ອຍຈະພະຍາຍາມບອກວ່າ, 'ໂອເຄ, ນີ້ອາດຈະບໍ່ຮ້າຍແຮງ, ມັນແມ່ນໄຂ້ຫວັດ ຫຼືບາງສິ່ງບາງຢ່າງທີ່ບໍ່ຮ້າຍແຮງ, ກະປະມານວ່າ ຂ້ອຍອາດຈະພະຍາຍາມຫາຂໍ້ອ້າງ ເພາະຂ້ອຍຮູ້ວ່າຂ້ອຍບໍ່ມີປະກັນທີ່ຈະຮັບຈ່າຍມັນ ຖ້າຫາກວ່າຂ້ອຍຕ້ອງເຂົ້າໂຮງໝໍ."

ກົດໝາຍປະກັນສຸຂະພາບລາຄາຖືກ ​ໄດ້​ຮັບການອະນຸມັດ​ໃນ​ປີ 2010 ພາຍ​ໃຕ້​ການ​ບໍລິຫານງານ​ຂອງ​ທ່ານ​ໂອ​ບາ​ມາ. ກົດໝາຍການປະຕິຮູບດ້ານສາທາລະນະສຸກ ໄດ້ຮັບການຍ້ອງຍໍວ່າຊ່ວຍຫຼຸດຈຳນວນຊາວອາເມຣິກັນທີ່ບໍ່ແມ່ນຜູ້ສູງອາຍຸ ແລະ ບໍ່ມີປະກັນສຸຂະພາບ ໄດ້ເກືອບເຄິ່ງນຶ່ງ, ອີງຕາມຂໍ້ມູນຂອງອົງການນະໂຍບາຍດ້ານສາທາລະນະສຸກ KFF.

ທ່ານ ນາງ ຊິນເທຍ ຄັອກສ໌ (Cynthia Cox), ຮອງປະທານ ແລະຜູ້ອໍານວຍການໂຄງການກົດໝາຍປະກັນສຸຂະພາບລາຄາຖືກ ຂອງ KFF, ກ່າວຜ່ານ ທາງ Skype ວ່າ:

“ໄດ້ສ້າງຕະຫຼາດປະກັນສຸຂະພາບຮູບແບບໃໝ່ຈຳນວນນຶ່ງທີ່ບໍ່ເຄີຍມີມາກ່ອນ. // ແລະນີ້ແມ່ນບ່ອນທີ່ປະຊາຊົນສາມາດມາຊື້ປະກັນຂອງຕົນເອງ ແລະສາມາດໄດ້ຮັບເງິນອຸດຫນູນຈາກລັດຖະບານກາງ ເພື່ອເຮັດໃຫ້ລາຄາຖືກລົງ."

ມາຮອດເດືອນມີນາ, ຊາວອາເມຣິກັນ 21 ລ້ານຄົນມີປະກັນສຸຂະພາບຜ່ານກົດໝາຍປະກັນສຸຂະພາບລາຄາຖືກ.

ພັກຣີພັບບລີກັນ ໄດ້ພະຍາຍາມຍົກເລີກກົດໝາຍນີ້ ມາເປັນເວລາຫຼາຍປີແລ້ວ.

ອະດີດທີ່ປຶກສາຂອງທ່ານ ທຣໍາ ແລະປະທານສະຖາບັນສຸຂະພາບ ພາຣາກອນ, ທ່ານ ໄບຣອານ ເບັລສ (Brian Blase) ໄດ້ລະບຸຂໍ້ໂຕ້ແຍ້ງບາງຢ່າງ, ໂດຍທ່ານ ໄດ້ກ່າວຜ່ານທາງ Skype ວ່າ:

"ACA ໄດ້ຈຳກັດທາງເລືອກ, ເພີ້ມການລວມເຂົ້າກັນຂອງການປິ່ນປົວສຸຂະພາບ, ເຊິ່ງກໍແມ່ນການທີ່ໂຮງຫມໍຊື້ກິດຈະການທາງການແພດ, ຜູ້ໃຫ້ບໍລິການດ້ານການປິ່ນປົວສຸຂະພາບຮວມທຸລະກິດເຂົ້າກັນ. ແລະທັງຫມົດນັ້ນ ເຮັດໃຫ້ລາຄາ ແລະການຄ່າໃຊ້ຈ່າຍເພີ້ມຂຶ້ນ ແລະສຸຂະພາບຂອງຊາວອາເມຣິກັນ ບໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງມີຄວາມຫມາຍ."

ເຊິ່ງບັນດາຜູ້ສະຫນັບສະຫນູນ ACA ແມ່ນບໍ່ເຫັນດີນໍາຂໍ້ຄວາມດັ່ງກ່າວ.

ຕອນນີ້ ຫົວ​ຂໍ້​ນີ້ ແມ່ນເປັນຫົວຂໍ້ຫຼັກ​ຂອງ​ການ​ໂຄ​ສະ​ນາ​ຫາສຽງຊິງຕໍາແໜ່ງປະ​ທາ​ນາ​ທິ​ບໍ​ດີ ຂອງທ່ານນາງ ຄາມາລາ ແລະ ທ່ານ ວອລຊ໌ ຈາກພັກເດໂມແຄຣັດ.

ທ່ານນາງ ຄາມາລາ ແຮຣີສ, ຜູ້​ຖືກ​ແຕ່ງ​ຕັ້ງໃຫ້ລົງແຂ່ງຂັນເອົາຕໍາແໜ່ງ​ປະ​ທາ​ນາ​ທິ​ບໍ​ດີຈາກ​ພັກ​ເດ​ໂມ​ແຄ​ຣັດ ກ່າວວ່າ:

“ລາວ​ຕັ້ງ​ໃຈ​ທີ່​ຈະ​ຢຸດຕິ ​ກົດໝາຍປະກັນສຸຂະພາບລາຄາຖືກ. // ເພື່ອພາພວກເຮົາກັບຄືນໄປໃນຍຸກສະໄໝທີ່ບໍລິສັດປະກັນໄພມີອໍານາດ ທີ່ຈະປະຕິເສດບໍ່ໃຫ້ຜູ້ທີ່ມີໂຣກປະຈຳຕົວ ເຂົ້າຮັບການບໍລິການ."

ໃນຖານະເປັນປະທານາທິບໍດີ, ທ່ານ ທຣໍາ ໄດ້ພະຍາຍາມ ຍົກເລີກ ACA, ແຕ່ລົ້ມແຫຼວ.

ທ່ານ ທຣໍາ ໃຊ້ວິທີການທີ່ແຕກຕ່າງອອກໄປ ໃນການໂຄສະນາຫາສຽງໃນປະຈຸບັນຂອງທ່ານ.

ທ່ານ ດໍໂນລ ທຣໍາ, ຜູ້ຖືກແຕ່ງຕັ້ງໃຫ້ລົງແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີຈາກພັກຣີພັບບລີກັນ ກ່່າວວ່າ:

"ຂ້າພະເຈົ້າ ຈະຮັກສາກົດໝາຍປະກັນສຸຂະພາບລາຄາຖືກ ໄວ້. // ມັນເນົ່າເໝັນ, ມັນບໍ່ດີ. ຖ້າພວກເຮົາສາມາດເຮັດບາງຢ່າງໃຫ້ດີຂຶ້ນ, ພວກເຮົາກໍຈະເຮັດບາງຢ່າງກັບມັນ, ຖ້າພວກເຮົາສາມາດເຮັດໄດ້ດີກວ່ານີ້, ກໍຫມາຍເຖິງວ່າການຮັກສາພະຍາບານຈະລາຄາຖືກລົງ ແລະການປິ່ນປົວສຸຂະພາບກໍ່ຈະດີຂຶ້ນ ສຳລັບພວກທ່ານ.”

ທັງການໂຄສະນາຫາສຽງຂອງ​ທ່ານ ນາງ ແຮຣີສ ແລະ ​ທ່ານ ທຣໍາ ບໍ່​ໄດ້​ໃຫ້​ຄຳຕອບຕໍ່ການ​ຮ້ອງຂໍ້ ​ຂອງ VOA ກ່ຽວກັບແຜນການຂອງ​ຜູ້ຖືກແຕ່ງຕັ້ງໃຫ້ລົງຊິງຕໍາແໜ່ງປະທານາທິບໍດີ ໃນການ​ປັບ​ປຸງ ຫຼື​ເພີ້ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ກົດໝາຍປະກັນສຸຂະພາບລາຄາຖືກ.

ທ່ານ ໄບຣອານ ເບັລສ (Brian Blase), ອະດີດທີ່ປຶກສາ ຂອງທ່ານ ທຣໍາ ສະຫນັບສະຫນູນການປະຕິຮູບ ຫຼາຍກວ່າການຍົກເລີກ ACA, ໂດຍທ່ານ ໄດ້ກ່າວຜ່ານທາງ Skype ວ່າ:

"ການປ່ຽນເສັ້ນທາງຂອງເງິນອຸດຫນູນບາງສ່ວນ ອອກຈາກບໍລິສັດປະກັນ ໄປຫາບຸກຄົນທົ່ວໄປ."

ສໍາລັບ ທ້າວ ຄາລ ຮິວສ໌ (Carl Hughes), ຜູ້ເຂົ້າຮ່ວມໂຄງການ ACA, ເລື້ອງນີ້ແມ່ນເປັນເລື້ອງສ່ວນບຸກຄົນ. ລາວຮຽກຮ້ອງໃຫ້ຜູ້ທີ່ຈະເຂົ້າມາດຳລົງຕໍາແໜ່ງໃນທຳນຽບຂາວ ໃນອະນາຄົດ ໃຫ້ຄຳນຶງເຖິງຜົນປະໂຫຍດສູງສຸດຂອງຄົນເຈັບ ເປັນຈຸດສຳຄັນ ເມື່ອປະເມີນການປ່ຽນແປງຕ່າງໆ, ໂດຍລາວ ໄດ້ກ່າວວ່າ:

"ການປັບປ່ຽນກົດໝາຍດັ່ງກ່າວນີ້ ຈະຕ້ອງເປັນການປັບປຸງມັນ, ບໍ່ແມ່ນການກີດຂວາງມັນ."

ຄຽງຄູ່ກັບສິດທິການແທ້ງລູກ ແລະການເຂົ້າເມືອງ, ທ້າວ ຮິວສ໌ (Hughes), ເຊິ່ງເປັນຜູ້ມີສິດເລືອກຕັ້ງທີ່ບໍ່ຂຶ້ນກັບພັກໃດ ກ່າວວ່າ ລາວຈະໃຫ້ຄວາມສໍາຄັນກັບຫົວຂໍ້ການປິ່ນປົວສຸຂະພາບ ໃນເວລາທີ່ລາວລົງຄະແນນສຽງໃນການເລືອກຕັ້ງເດືອນພະຈິກ.

ອ່ານລາຍງານເປັນພາສາອັງກິດລຸ່ມນີ້:

The Affordable Care Act, also known as “Obamacare,” has increased health care access for millions of Americans, but it’s not clear what the future of the program will be under the next president. Neither the Harris nor the Trump campaign has provided details on its vision for the ACA, but voters are watching closely. VOA’s Veronica Balderas Iglesias has the story.

Optician Taja Dove is one of about 25 million Americans who don’t have health insurance. She’s researching coverage options given the experiences she has had without it.

Taja Dove, Lacks Health Insurance:

“I might not feel well, and I'll try to say, ‘OK, well, this might not be serious, it’s a cold or something not serious.’ So, I might try to put it off because I know I don't have the insurance to pay for it if I have to go to the hospital.”

The Affordable Care Act passed in 2010 under the Obama administration. The health reform law is credited with helping cut by nearly half the number of nonelderly, uninsured Americans, according to the health policy organization KFF.

Cynthia Cox is vice president and director of the KFF program on the Affordable Care Act. She spoke via Skype.

“Created some new health care insurance markets that had not existed before. // And this is where people can come to buy their own insurance and get a federal subsidy to make it more affordable.”

As of March, 21 million Americans had health insurance through the Affordable Care Act marketplaces.

Republicans have for years tried to repeal the law.

Former Trump adviser and President of the Paragon Health Institute Brian Blase listed some objections.

Brian Blase, Former Trump Adviser said through Skype:

"The ACA restricted choices, increased health care consolidation, which is hospitals buying physician practices, health care providers merging. And all of that has increased prices and spending and American health hasn't improved meaningfully.”

ACA supporters disagree.

The topic is now central to the Harris-Walz Democratic presidential campaign.

Kamala Harris, Democratic Presidential Nominee:

“He intends to end the Affordable Care Act. //To take us back to a time when insurance companies had the power to deny people with preexisting conditions.”

As president, Trump tried and failed to repeal the ACA.

He takes a different approach in his current campaign.

Donald Trump, Republican Presidential Nominee:

"I'm going to keep the Affordable Care Act. //It stinks. It's not good. If we can do something better, we're going to do something with it. If we can do better, meaning less expensive and better health care for you.”

Neither the Harris nor the Trump campaign responded to VOA requests for details on how the nominees plan to improve or strengthen the Affordable Care Act.

Former Trump adviser Brian Blase supports reforming rather than repealing the ACA.

Brian Blase, Former Trump Adviser said through Skype:

“Redirecting a portion of the subsidies away from insurers and towards individuals.”

For Carl Hughes, an ACA enrollee, this is personal. He urges the future occupant of the White House to keep patients’ best interests in mind when assessing changes.

Carl Hughes, Affordable Care Act Enrollee:

“That the tweaking of it is going to be to improve it, not block it.”

Alongside abortion rights and immigration, Hughes, an independent, says he’ll prioritize the health care topic when he casts his vote in the November election.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG