ນັກທຸລະກິດລາວສ່ວນໃຫຍ່ ຍັງສືບຕໍ່ພາກັນຖືຄອງເງິນຕາຕ່າງປະເທດສ່ວນຫລາຍໄວ້ກັບຕົນເອງ ຈຶ່ງເຮັດໃຫ້ລາວ ຍັງຕ້ອງປະເຊີນກັບບັນຫາຂາດດຸນການຊໍາລະເງິນຕາຕ່າງປະເທດເລື່ອຍມາ. ຊົງຣິດ ໂພນເງິນ ມີລາຍການກ່ຽວກັບເລື້ອງນີ້.
ເຈ້າຫນ້າທີ່ຂັ້ນສູງຂອງທະນາຄານແຫ່ງຊາດ ເປີດເຜີຍວ່າ: ສາເຫດຫຼັກທີ່ເຮັດໃຫ້ລາວ ສືບຕໍ່ປະເຊີນກັບບັນຫາການຂາດແຄນທືນສຳຮອງເງິນຕາຕ່າງປະເທດຢູ່ເລື່ອຍມາ ທັ້ງຍັງມີຄວາມສ່ຽງສູງທີ່ຈະເພີ່ມຂຶ້ນເຖິງຈຸດທີ່ບໍ່ມີເງິນຕາຕ່າງປະເທດ ເພື່ອຊໍາລະເງິນກູ້ ແລະລາຄາສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດດ້ວຍນັ້ນ ກໍຄືການທີ່ວ່າ ບັນດານັກທຸລະກິດລາວສ່ວນໃຫຍ່ ຍັງສືບຕໍ່ຖືຄອງເງິນຕາຕ່າງປະເທດສ່ວນໃຫຍ່ໄວ້ກັບຕົນເອງ. ໂດຍຈະມີການນຳເງິນຕາຕ່າງປະເທດອອກມາສູ່ລະບົບທຸລະກິດ ກໍຕໍ່ເມື່ອວ່າ ມີຄວາມຕ້ອງການເງິນກີບ ເພື່ອຈ່າຍຄ່າສິນຄ້າ ແລະ ການບໍລິການໃນລາວເທົ່ານັ້ນ. ແລະ ເມື່ອສົມທົບກັບສະຖານະການທີ່ສັງຄົມລາວບໍ່ເຊື່ອໃນຄວາມໝັ້ນຄົງຂອງເງິນກີບດ້ວຍແລ້ວ ກໍຍິ່ງເຮັດໃຫ້ນັກທຸລະກິດລາວ ພາກັນຖືຄອງເງິນຕາຕ່າງປະເທດເປັນສ່ວນໃຫຍ່. ຊຶ່ງກໍເຮັດໃຫ້ເກີດການຂາດແຄນເງິນຕາຕ່າງປະເທດຢ່າງຮ້າຍແຮງໃນເວລານີ້ ດັງເຈົ້າໜ້າທີ່ຂັ້ນສູງຂອງລາວ ໃຫ້ການຢືນຢັນວ່າ:
“ການສົ່ງເສີມການນຳໃຊ້ເງິນກີບຢູ່ໃນທົ່ວລະບົບເສດຖະກິດພວກເຮານີ້ ກໍຍັງບໍ່ທັນເຂັ້ມງວດເທື່ອ ພາໃຫ້ສັງຄົມນີ້ ກໍຍັງມີຄວາມນິຍົມຫັນໄປນຳໃຊ້ເງິນຕາຕ່າງປະເທດ. ມີອັດຕາສ່ວນການຖືຄອງນີ້ ກະຂ້ອນຂ້າງຫລາຍຫັ່ນແຫລະ ຖ້າທຽບໃສ່ການນຳໃຊ້ເງິນກີບ ຜູ້ຖືຄອງເງິນຕາຕ່າງປະເທດ ເມື່ອຕ້ອງແລກປ່ຽນເງິນກີບ ໃນບາງກໍລະນີ, ບາງເຈົ້ານັ້ນ ກໍຍັງບໍ່ທັນໄດ້ຂາຍເງິນຕາຕ່າງປະເທດໃຫ້ຖືກຕ້ອງຕາມກົດຫມາຍເທື່ອ. ສ່ວນນຶ່ງກໍແມ່ນຍ້ອນຄວາມຕ້ອງການທີ່ຈະຖືຄອງເງິນຕາຕ່າງປະເທດ ກໍຄືຄວາມຄາດຫວັງທີ່ຈະປົກປັກຮັກສາສິດ ແລະ ຜົນປະໂຫຍດຂອງຕົນເອງ ອັນນີ້ ກໍຕ້ອງໄດ້ມີການປັບປຸງແນວຄວາມຄິດ.”
ຍິ່ງໄປກວ່ານັ້ນ ການທີ່ລາວໄດ້ຮັບຜົນປະໂຫຍດຍ່າງຈໍາກັດຈາກໂຄງການລົງທຶນຂອງຕ່າງປະເທດໃນລາວ ກໍນັບເປັນປັດໃຈສໍາຄັນທີ່ເຮັດໃຫ້ລາວຕ້ອງປະເຊີນກັບບັນຫາການຂາດດຸນການຊໍາລະບັນຊີເງິນຕາຕ່າງປະເທດ. ຊື່ງເຫັນໄດ້ຈາກການສົ່ງອອກໄຟຟ້າໃນມູນຄ່າທັງໝົດ 2,382 ລ້ານໂດລາສະຫະລັດ ໃນປີ 2023 ນັ້ນ ແຕ່ວ່າກໍມີການໂອນເຂົ້າມາລາວພຽງແຕ່ 476.4 ລ້ານໂດລາຫຼືຄີດເປັນ 20 ເປີເຊັນ ຂອງມູນຄ່າການສົ່ງອອກດັ່ງກ່າວ ເທ່ານັ້ນ ເນື່ອງຈາກວ່າລາຍຮັບສ່ວນໃຫຍ່ທີ່ໄດ້ຮັບຈາກການສົ່ງອອກໄຟຟ້ານັ້ນ ຕ້ອງໄດ້ນຳໃຊ້ໃນການຊຳລະເງິນກູ້ຈາກຕ່າງປະເທດເປັນດ້ານຫລັກ, ດັ່ງທີ່ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນວ່າ:
“ໂຕເລກການຄ້ານີ້ແມ່ນເຮົາເກີນດຸນ ແຕ່ວ່າໂຕເລກເງິນຕາພວກເຮົາຂາດດຸນການຊຳລະ ໂຕນີ້ ຕ້ອງເຂົ້າໃຈແນວນັ້ນ ຍົກຕົວຢ່າງພວກເຮົາສົ່ງອອກໄຟຟ້າໄປຂາຍຕ່າງປະເທດນີ້ ເງິນຕາທີ່ເຮົາໄດ້ຮັບມານີ້ປະມານພຽງແຕ່ 20 ເປີເຊັນ ບໍ່ເກີນນັ້ນ ເຫຼືອນັ້ນ ກະຜູ້ພັດທະນາໂຄງການນີ້. ເຂົາມີສັນຍາກັບສະຖາບັນການເງິນຕ່າງປະເທດ ເງິນດັງກ່າວນີ້. ຜູ້ທີ່ຊຳລະຄ່າໄຟຟ້າຫັ້ນ ຈະໂອນໃຫ້ສະຖາບັນການເງິນຕ່າງປະເທດຕາມສັນຍາກູ້ຢືມທີ່ເຂົາເຈົ້າມາພັດທະນາໂຄງການໄຟຟ້າຍູ່ ສປປ ລາວ ພວກເຮົາ ສະນັ້ນ ຈຶ່ງເຮັດໃຫ້ປະເທດເຮົາຂາດດຸນເງິນຕາ, ບໍ່ໄດ້ຮັບມາເຕັມຮ້ອຍ.”
ໂດຍໃນໄລຍະ 6 ເດືອນຕົ້ນປີ 2024 ປະກົດວ່າລາວມີມູນຄ່າການຄ້າທັງໝົດ 9,160 ລ້ານໂດລາ ສະຫະລັດ ມີມູນຄ່າການຄ້າເກີນດຸນ 331 ລ້ານໂດລາ ແຕ່ຖ້າບໍ່ລວມມູນຄ່າການສົ່ງອອກໄຟຟ້າດ້ວຍນັ້ນ ກໍປະກົດວ່າ ສປປ ລາວ ຍັງຄົງຂາດດຸນການຄ້າກັບຕ່າງປະເທດທັງໝົດ 451 ລ້ານໂດລາ ເຊິ່ງເປັນຍ້ອນການນໍາເຂົ້ານໍ້າມັນ ແລະສິນຄ້າບໍລິໂພກທີ່ຕ້ອງຈ່າຍເປັນເງິນຕາຕ່າງປະເທດເປັນຕົ້ນຕໍ. ໂດຍສະເພາະການນໍາເຂົ້າສິນຄ້າຟຸ່ມເຟືອຍ ເຊັ່ນ ລົດຍົນນັ້ນ ກໍແມ່ນສາເຫດທີ່ເຮັດໃຫ້ຄັງສຳຮອງເງິນຕາຕ່າງປະເທດຂອງລາວໄດ້ຫຼຸດລົງນັບມື້.
ແຕ່ຍ່າງໃດກໍຕາມ ລັດຖະບານລາວກະໄດ້ປະຕິບັດຫຼາຍມາດຕະການເພື່ອຄວບຄຸມການນໍາເຂົ້າສິນຄ້າຢູ່ດ່ານຊາຍແດນໃນຂອບເຂດທົ່ວປະເທດ. ໂດຍສະເພາະແມ່ນການຄວບຄຸມການນໍາເຂົ້ານໍ້າມັນເຊື້ອໄຟ, ພ້ອມດຽວກັນນັ້ນ ຍັງໄດ້ປັບຂື້ນອັດຕາພາສີມູນຄ່າເພີ່ມຈາກ 7 ເປີເຊັນ ເປັນ 10 ເປີເຊັນ ເພື່ອເຮັດໃຫ້ລັດຖະບານມີລາຍຮັບຈາກການເກັບພາສີການຄ້າເພີ່ມຂຶ້ນ. ລວມທັງການສະກັດກັ້ນການຮົ່ວໄຫຼຂອງລາຍຮັບພາສີ ນໍ້າມັນດ້ວຍການຕິດຕາມກວດກາຢ່າງໃກ້ຊິດ ແຕ່ໃນການຈັດຕັ້ງການປະຕິບັດຕົວຈິງ ມັນຍັງບໍ່ມີປະສິດທິພາບ.
ສ່ວນນັກຊ່ຽວຊານດ້ານການເງິນ ແລະການທະນາຄານໃນອາຊຽນ ໃຫ້ທັດສະນະວ່າ ໜີ້ສິນສາທາລະນະຂອງລັດຖະບານລາວ ຈະເພີ່ມຂຶ້ນເປັນ 18,550 ລ້ານໂດລາ ຫຼື ປະມານ 129 ເປີເຊັນ ຂອງ GDP ໃນທ້າຍປີ 2024 ຕົ້ນຕໍກະແມ່ນມາຈາກການກູ້ຢືມຈາກຕ່າງປະເທດ ເພື່ອສະໜອງທຶນໃຫ້ແກ່ໂຄງການພັດທະນາພື້ນຖານໂຄງລ່າງທີ່ກວມເອົາ 60 ເປີເຊັນ ຂອງຫນີ້ສິນທັ້ງໝົດ ອັນເຮັດໃຫ້ລັດຖະບານລາວຕ້ອງຊຳລະໜີ້ຄືນໃນປີ 2024 ທີ່ມູນຄ່າລວມ 1,500 ລ້ານໂດລາສະຫະລັດ ແລະຈະເພີ່ມຂຶ້ນໃນຊຸມປີຕໍ່ໜ້າ. ຍ້ອນວ່າ ລັດຖະບານລາວ ຍັງຈະຕ້ອງກູ້ຢືມເງິນຈາກຕ່າງປະເທດຕື່ມອີກ. ເພື່ອນໍາມາໃຊ້ເຂົ້າໃນໂຄງການພັດທະນາຕ່າງໆ ຍ້ອນວ່າມີລາຍຮັບບໍ່ພຽງພໍກັບລາຍຈ່າຍໃນຕະຫຼອດໄລຍະຜ່ານມາ.
ຟໍຣັມສະແດງຄວາມຄິດເຫັນ